
ຂຽນເມື່ອ: ກ.ພ.. 11, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ມີຫລາຍຄັ້ງທີ່ໃຜຫລາຍໆຄົນມັກເອົາອາດີດມາປົນກັບປະຈຸບັນ ເມື່ອໃດທີ່ຄິດຂື້ນມາ ໄດ້ ອາດຈະພາໃຫ້ເຮົາ ຍີ້ມຫົວຫລື ຮ້ອງໄຫ້ ກະເປັນໄດ້. ຖ້າຫາກວ່າທ່ານຄົບກັບຄົນຮັກແລ້ວ ບໍ່ໄດ້ດັງທີ່ຄາດໄວ້ ແລ້ວຫລາຍຄົນກໍ່ມັກຈະເອົາຄວາມຮັກຄັ້ງເກົ່າມາປຽບທຽບກັບຮັກຄັ້ງໃຫມ່
ກໍແມ່ນຢູ່ວ່າທຸກເຫດການຜ່ານມາສຳລັບຄົນຮັກມັນແມ່ນພາບແຫ່ງຄວາມຊົງຈຳທີ່ດີທີ່ສຸດກໍວ່າໄດ້ ສິ່ງທີ່ຄົນສອງຄົນເຄີຍເຮັດຮ່ວມກັນ ເຄີຍສ້າງມາດ້ວຍກັນຈິ່ງບ່ອແປກດອກທີ່ເຮົາຈະຫວນຄິດເຫັນ ຫລື ບາງຄົນມັກຈະເອົາຄົນຮັກຂອງຕົນໄປປຽບທຽບກັບແຟນເກົ່າຢູ່ສະເໝີ ບໍວ່າຈະເປັນການບັນລະຍາຍເຖິງຮູບຮ່າງຫນ້າຕາ ການກະທຳ ສິ່ງທີ່ເຮັດນຳກັນ ການດູແລເທັກແຄກັນ ແລ້ວກະເອົາມາປຽບທຽບໃສ່ໃນປະຈຸບັນ
ແຕ່ !!!!! ມີສິ່ງຫນື່ງໃນປະຈຸບັນນີ້ ແລະຕ່ອນນີ້ໃນຊ່ວງເວລາ ເຫຼົ່ານີ້ມັນໄດ້ຜ່ານພົ້ນໄປແລ້ວເຖິງມັນຈະບໍ່ສາມາດເຮັດໃຫເຮົາຍີ້ມໄດ້ທຸກເທື່ອທີ່ຜິດຖຽງກັບຄົນຮັກ ແຕ່ມັນຄືຈະບໍມີມືມາຈັບໃຫ້ອຸ່ນ ຫລື ວ່າຮ້ອນ ເຢັນ ຫນາວໄດ້ຄືເກົ່າອີກ ບໍມີຮອຍຍີ້ມທີ່ປອບໃຈ ບໍ່ມີຄຳເວົ້າທີ່ຫ່ວງໃຍ ທີ່ຈະມາສ້າງກຳລັງໃຈໃນຍາມທີ່ເຮົາຫມົດຫວັງ ເພາະຫຍັງ ຮູ້ ບໍ່ ?
ເພາະວ່າມັນເປັນພຽງອາດີດ ເປັນສິ່ງທີ່ຜ່ານໄປແລ້ວເພາະສະນັ້ນ ບໍຄວນທີ່ຈະໄປຢືດຕິດຢູ່ກັບບ່ອນເກົ່າ ແລະສິ່ງເດີມໆທີ່ຈະບໍມີວັນທີ່ຈະໄດ້ມັນກັບຄືນມາ ແລ້ວເຮົາມາຫັນເບິງຄົນທີ່ເຊົາພ້ອມຈະຢູ່ຄຽງຂ້າງເຮົາໄປຕະຫລອດ ຮ່ວມສຸກຮ່ວມທຸກ ເອົາໃຈໃສ່ ດູແລ ຍາມ ເຈັບເປັນ ທັງຫມົດນິ ເປັນສິ່ງທີ່ສຳພັດໄດ້ ເປັນຮັກປະຈຸບັນທີ່ຈັບຕ້ອງໄດ້ ເຖິງວ່າຮ່າງກາຍຈະຢູ່ໄກກັນພຽງໃດ ເຖິງຢ່າງໃດ ກໍຢ່າເຮັດໃຫ້ເຊົາຮູ້ສືກວ່າ ເຂົາບໍແມ່ນຄົນສຳຄັນ ບໍແມ່ນຄົນໃນອຸດົມການ ບໍແມ່ນຄົນທີ່ເຈົ້າພ້ອມຈະໃຊ້ ຊີວິດ ຮ່ວມໄປຈົນເຖົ້າຈົນແກ່ ຈົນເຮັດໃຫ້ເຂົາຮູ້ສຶກອ້າງວ້າງ ແຕ່ຖ້າມື້ໃດທີ່ເຂົາໄດ້ກ້າວຂາອອກໄປຈາກຊີວິດທ່ານ ຄົນທີ່ກິນແຫນ່ງແລະຮູ້ສຶກເສຍໃຈໄປຕະຫລອດຊີວິດ ກະຄືຈະແມ່ນໂຕຂອງທ່ານນັ້ນເອງ. ສະນັ້ນ ເວລາທີ່ທ່ານມີຄົນ ທີ່ດີ ພ້ອມ ເຂົ້າມາໃນຊີວິດທ່ານແລ້ວ ກໍ່ ຈົ່ງ ຢ່າ ປ່ອຍໃຫ້ເຂົາ ຈາກ ທ່ານໄປຢ່າງງ່າຍດາຍ ............