ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ແມ່ເຖົ້າ ສາອາໃສຢູ່ກັບຫລານສາວສອງຄົນແຕ່ລະມື້ແມ່ເຖົ້າສາຈະເປັນຜູ້ເຝົ້າບ້ານ ໄວ້ຖ້າຫລານສາວ. ຫລານສາວຂອງລາວຈະອອກໄປເຮັດວຽກແຕ່ຫົວຄ່ຳ ແລະກໍ່ກັບມາເຮືອນຕ່ອນໃກ້ຈະແຈ້ງທຸກມື້ ໂດຍທີ່ເຖົ້າສາບໍ່ເຄີຍຮູ້ເລີຍວ່າຫລານເພິນເຮັດຫຍັງແດ່ , ມື້ຫນື່ງຕຳຫລວດກຸ່ມບ້ານໄດ້ອອກກວດລ້າງ ຈັບສາວຂາຍບໍລິການເພື່ອເອົາໄປສືກສາອົບຮົມ, ເຖົ້າສາຖ້າຫລານສາວຫມົດມື້ຫມົດຄືນກະບໍກັບບ້ານ ຄິດເປັນຫ່ວງກະເລີຍ ອອກໄປຊອກຫາຫລານສາວດ້ວຍໂຕລາວເອງ ພໍດີຍ່າງໄປຫາຫລານສາວ ຢູ່ຕະຫລາດ ເຫັນຫລານສາວລາວຢື່ນລຽນແຖວຢູ່ ກະຟ້າວແລ່ນໄປຖາມຫລານສາວດ້ວຍຄວາມເປັນຫ່ວງ

ເຖົ້າສາ: ອີຫລ້າ ໂຕໄປໃສ່ຫມົດມື້ຫມົດຄືນບໍກັບບ້ານ ລະເປັນຫຍັງຄືມາລຽນແຖວຢູ່ ນິ

ຫລານສາວ: (ຢ້ານແມ່ເຖົ້າຮູ້ກະເລີຍຕົວະ) ຫລານເຮັດວຽກລ່ວງເວລາ ນາແມ່ເຖົ້າ ດຽວນິຫລານກະມາຢືນລຽນແຖວຖ້າເອົາຫມາກກ້ຽງຫວານ ເພາະວ່າຂະເຈົ້າກຳລັງແຈກຫມາກກ້ຽງຢູ່.

ຝ່າຍແມ່ເຖົ້າເມື່ອໄດ້ຍິນຈັງຊັ້ນກະຄິດຢາກໄດ້ ກະຟ້າວໄປລັກລຽນແຖວໂດຍບໍບອກໃຫ້ຫລານສາວຮູ້ ເມື່ອຕຳຫລວດ ສອບສວນມາຈົນຮອດຜູ້ສຸດທ້າຍກະແປກໃຈ

ຕຳຫລວດ: ແມ່ເຖົ້າ ເຈົ້າເຖົ້າປານນິກະຍັງມາເຮັດນຳເຂົາຢູ່ເບາະນິ ?

ເຖົ້າສາ: ຮ້ວາຍ ເຖົ້າກະຍັງມີປາກຢູ່ໄດ ບັກຫລ້າ ແມ່ເຖົ້າເອົາປາກດູດເອົາກະໄດ້ ເດະ ........................

ຕຳຫລວດ: ...................... !!!!!!!!!!!!!!!!!

(ຂໍອະໄພ ໃນບາງຄຳສັບ)

Delicious Digg Fark Twitter
ຄຳເຫັນ (7)