
ຂຽນເມື່ອ: ພ.ພ.. 4, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ຊົ່ວໂມງຮຽນວິຊາພູມສາດ ສາວຄູນ້ອຍກຳລັງອະທິບາຍບົດຮຽນກ່ຽວກັບບັນດາປະເທດຕ່າງໆ ນ້ອຍໃຫຍ່ ໃນໂລກ. ບັງເອີນຫຼຽວໄປເຫັນ ທ້າວ ຈ່ອຍກຳລັງນັ່ງນອນ ງັອກໆ ຢູ່ຈິ່ງແກ່ວງສໍຂາວໄປໃສ່ຫົວປັອກບາດຫນື່ງ. ທ້າວຈ່ອຍກໍຊວດຮູ້ເມື່ອແກະຂີ້ຕາທັງເຊັດນຳລາຍຍ້ອຍຕືນໂຕຂື້ນມາ.
ສາວຄູ: ທ້າວຈ່ອຍແມ່ນເຈົ້າເຮັດຫຍັງມາ ຄືຢາກນອນເອົາແທ້ເອົາວ່າ ເບາະ ແລະກໍມານັ່ງເຫງົານອນຢູ່ຫ້ອງຮຽນນິ. ນ້ອງຮູ້ບໍປະເທດໃດນ້ອຍກວ່າຫມູ່ຢູ່ໃນໂລກນິ?
ທ້າວຈ່ອຍ: ຮຽນສາວຄູ ຂະນ່ອຍຂໍຕອບ ອັນ ນ ນ ...... ໆ ໆ ປະເທດທີ່ນ້ອຍກວ່າຫມູ່ໃນໂລກນິແມ່ນປະເທດ ເອຢິບ ເພາະວ່າ ມັນມີແຕ່ ຢິບດຽວຫນື່ງ ຂະນ່ອຍ 
ສາວຄູ: .....................!!!!!!!!!!!!!!!!!!!!!!!!