
ຂຽນເມື່ອ: ພ.ພ.. 8, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ນາງເອີຍ!
ຢາກເວົ້າລົມກັບເຈົ້າ ..........ຈົນໃຈເຮົາ ບໍ່ກ້າເອີ່ຍ
ຢາກສະເຫລີຍບອກໃຫ້ຮູ້ .........ວ່າໃຈອ້າຍນີ້ຄິດນໍາ
ຄິດອ່ໍາຫລ່ໍານໍາໃບຫນ້າ ..........ຍາມຍິ້ມມາເກີນວ່າຄ່ອງ
ໄດ້ແຕ່ພຽງລັກຈ້ອງ ຍາມນ້ອງກາຍຜ່ານຫນ້າ ທາງຄວາມກ້າອ້າຍບໍ່ມີ
ໄດ້ລັກແນມເຈົ້າແບບນີ້ ..........ບໍ່ຫານເອີ່ຍຄວາມໃນໃຈ
ກາຍຫນ້າກັນພຽງທາຍທັກ .........ສະບາຍດີ ທໍ່ນັ້ນ
ລັບຫລັງກັນຄິດເຫັນຫນ້າ ..........ຈິນຕະນາການຄວາມມຸ່ງມາດ
ບາດໄດ້ຢູ່ໃກ້ໆຂ້າງ ..............ພັດທາງອ້າຍປາກບໍເປັນ ພະນ໋າ
ຫົວໃຈມັນສຸດຕື່ນເຕັ້ນ ..........ຍາມເຫັນເຈົ້າຄົນດີ
ຄວາມກ້າຫານທີ່ເຄີຍມີ ..........ສະຫລາຍຫນີໄປຫມົດກ້ຽງ
ໄດ້ແຕ່ພຽງລັກລີ້ ..............ລັກແນມນໍາເຈົ້າຫ່າງໆ
ໃຈປາຊິວທຸກໆຄັ້ງ ..........ຍາມນາງຍິ້ມສົ່ງມາ
ອ້າຍຂໍໂທດເດີ້ນ້ອງຫລ້າ .........ຫາກວ່າລົບກວນຫລາຍ
ຫາກສາຍຕາໄປລົບກວນ .........ໂປດອະໄພແນ່ເດີ້ເຈົ້າ
ຊ່ວຍຄົນເຫງົາຄົນນີ້ ................ໄດ້ມີກໍາລັງໃຈສູ້ຕໍ່
ໄວ້ມື້ໃດໃຈກ້າພໍ ຊິຂໍບອກຮັກເຈົ້າຕໍ່ຫນ້າ ພ້ອມຕາຈ້ອງນ້ອງບໍ່ວາງ ແທ້ນ໋າ (ຄັ້ນຄົນອື່ນບໍ່ຈີບກອ່ນ ອິໆໆໆ) ເອົາເຂົາມາເຫັນມ່ວນດີ ກະເລີຍເອົາມາໃຫ້ມິດທັງຫຼາຍສາຍອ່ອຍລາຍສາຍພັນລາວອ່ານ ຮາາາາາາາາາາາາາາາາາາາາາ