
ຂຽນເມື່ອ: ພ.ພ.. 8, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)
ເຖິງໝູ່ພວກພີ່ນ້ອງ............................ເຊື້ອຊາດຕະກູນລາວ
ຢ່າໃຫ້ຂາວເປັນດໍາ............................ມົວມອງຄອງຫ້ຽນ
ພາກັນພຽນຮັກສາໄວ້.........................ຮີດຄອງອັນລ້ໍາຄ່າ
ປີໃໝ່ມາຮອດແລ້ວ............................ປະສົງສ້າງແຕ່ງບຸນ
ເພື່ອໃຫ້ຕົນຫລຸດພົ້ນ..........................ຄວາມທຸກໃນມະໂນ
ຄວາມໂມໂຫໂທໂສ............................ໂລບຫລົງປົງໄວ້
ເອົາໃຈໃສ່ຄົນໃກ້...............................ຜູ້ມີຄຸນອັນປະເສີດ
ເຊັ່ນປູ່ຕາຍ່າເຖົ້າ...............................ຜອງເຖົ້າພໍ່ແມ່ຕົນ
ອີກນຶ່ງ ສອນໝູ່ເດັກໜຸ່ມນ້ອຍ................ຜູ້ເກີດໃໝ່ໃຫຍ່ລຸນ
ໃຫ້ເຫັນຄຸນເຫັນຄອງ...........................ອັນຄ່ອງຄືລາວແທ້
ບໍ່ສີແດງສີແຫຼ້..................................ແປງຜົມເປັນຊາດອື່ນ
ບໍ່ແປງຜືນແຜ່ນຜ້າ.............................ໃຫ້ເຫັນກົ້ນບາດນຸ່ງຮົມ
ຢ່າໄດ້ຫຼົງນໍາກົ້ນ................................ດາຣາໄກໃຈແຕກ
ນຸ່ງກະໂປ່ງແຫກທ້າຍ..........................ພາກັນຍ້ອງວ່າງາມ
ມັນເສຍນາມເສຍເນື້ອ..........................ສະກຸນລາວມູນແມ່ ເຮົາແລ້ວ
ຮັກສາແນວວາດໄວ້............................ເພື່ອຫຼານຫຼ້າສືບໄປ ນັ້ນທ້ອນ.