ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  * ບໍ່ຕອ້ງຕ່າວຫລັງໃສ່ຄວາມຮັກຍາມເມື່ອມັນຍັງຢູ່ທາງຫນ້າຂອງເຮົາ. ຖ້າບໍ່ຊັ້ນຈະມີມື້ຫນຶ່ງເຈົ້າຈະເກີດຄວາມເສຍດາຍປະໃຫ້ຄວາມຮັກຜ່ານກາຍເຮົາໄປ.


  * ຄົນເຮົາເຄີຍເສຍເວລາເປັນຊົ່ວໂມງເພື່ອເວົ້າສະຫນິດກັບຄົນໆຫນຶ່ງ,ເສຍເວລາເປັນມື້ເພື່າເອົາໃຈຄົນໆຫນຶ່ງ,ເປັນອາທິດເພື່ອຄິດຮ້ອດຄົນໆຫນຶ່ງ,ເປັນເດືອນເພື່ອຮັກຄົນໆຫນຶ່ງ,ແຕ່ພຽງແຕ່ຊົ່ວພິບຕາກໍ່ອາດຈະບອກເລີກກັບຄົນໆຫນຶ່ງ.


  * ຄວາມຮັກບໍ່ແມ່ນສິ່ງທີ່ເຮົາກຳໄວ້ໃນມືແຕ່ແມ່ນສິ່ງທີ່ເຮົາໃຫ້ໄປ.


  * ບໍ່ຕອ້ງຫ່ວງຫມາກຫົວໃຈຈະພາເຮົາໄປເຖິງໃສ?ເພາະວ່າໃຈເຮົາຫາກຮູ້ທາງໄປຂອງມັນ.


  * ຍາມທີ່ຮັກຄົນຫນຶ່ງ,ບໍ່ຄວນຖືສູງຄວາມຜິດຂອງຄົນນັ້ນ, ແຕ່ຫາກຕອ້ງ ຮັບເອົາແລະຮູ້ໃຫ້ອະໄຟ.


  * ບໍ່ຕອ້ງບັງຄັບຄົນຮັກຕາມຄາມມັກຂອງເຮົາ,ຖ້າເຮັດແນວນັ້ນເຈົ້າພຽງແຕ່ມັກຮູບນອກຂອງເຂົາ.

Delicious Digg Fark Twitter