ຂຽນເມື່ອ: ມິ.ຖ.. 22, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ສີ່ງທີ່ເວົ້າໄປນີ້ອາດເປັນສຽງເລັກໆນ້ອຍໆທີ່ບໍ່ມີຄຸນຄ່າຫຍັງ! ແຕ່ຢາກຖາມຄວາມຄິດເຫັນຂອງເພື່ອນໃນພັນລາວ ວ່າເຮົາມີຄວາມຈຳເປັນບໍ່
ທີ່ການປົກຄອງແບບພັກດຽວ ຈຳເປັນບໍ່ຈະຕ້ອງປົກຄອງດ້ວຍທະຫານ, ຂພຈ ຄິດວ່າການປົກຄອງແບບພັກດຽວນີ້ນ່າຈະເອົາບຸກຄົນ
ຫລາກຫລາຍອາຊີບ ຫລາຍສາຂາ ເຂົ້າມາມີສ່ວນຮ່ວມໃນດ້ານການເມືອງ ໃນລັດຖະສະພາ ເພື່ອລະດົມມັນສະຫມອງໃນການແກ້ໄຂປັນຫາບ້ານເມືອງ
ແກ້ໄຂສ້າງເສດຖະກິດໃຫ້ເຂັ້ມແຂງ ດືງຄົນມີຄວາມຮູ້ຄວາມສາມາດມີຄວາມຄິດສ້າງສັນມາໃຊ້ງານ ຫລືບໍ່ ກະຈ້າງທີ່ປືກສາດ້ານເສດຖະກິດເກັ່ງໆລະດັບໂລກ
ເປັນທີ່ປຶກສາເລື່ອງຕ່າງໆ (ບໍ່ແມ່ນດືງລູກຫລານຕົນເອງທີ່ຄ້ານຮຽນຮອດຫນັງສືມາເຂົ້າກົມກອງ )
ເອົາໄປເອົາມາ ບໍ່ວ່າຫ້ອງລ້າຫ້ອງການ ແລະ ກະຊວງຕ່າງໆຂອງລັດບ້ານເຮົາ ມີແຕ່ບຸກຄົນໃຊ້ເສັ້ນສາຍເຂົ້າສັງກັດ ຄົນເກັ່ງມີຝີມືບໍ່ມີສິດຮັບໃຊ້ພາກລັດເລີຍບໍ
ລະບົບນີ້ຊ້ຳເຮື້ອມາດົນນານເກີນໄປ ຄວນເບີ່ງໂລກໃນອີກມຸມຫນື່ງໄດ້ແລ້ວ ໂລກເຮົາປ່ຽນໄປໄວຫລາຍ (ຍຸກນີ້ບໍ່ແມ່ນຍຸກສົງຄາມ ຄວນປັບປ່ຽນບາງທິດທາງທີ່ຄວນປ່ຽນ ແລະ ຄົງໄວ້ແນວທາງທີ່ດີຂອງພັກລັດຕໍ່ໄປ)