ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2008 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີຍິງຊາຍຄູ່ຮັກໜຶ່ງທີຮັກກັນຢ່າງສະນິດສະໜົມ

ແຕ່ລະວັນ ຄູ່ຮັກນີ້ເຄີຍໄປຊົມທີວທັດພາບຫົວຄ່ຳທີແຄມຂອງ

ພາກັນຊົມແສງຈັນ ແລະນັບໝູ່ດາວເທິງທ້ອງຟ້າຢ່າງບໍ່ຮູ້ເບື່ອເລີຍ

  

 ມີວັນໜຶ່ງ ໂຊກບໍ່ດີ ມີອຸປະຕິເຫດຈໍລະຈອນທີໜັກໜ່ວງໄດ້ເກີດຂຶ້ນ

 ຍິງສາວຄົນນີ້ຖຶກບາດເຈັບຢ່າງໜັກ ນາງໄດ້ນອນຢ່າງງຽບໆເທິງຕຽງ

ທີ່ໂຮງພະຍາບານ ແຕ່ລະວັນ ຄູ່ຮັກຊາຍໜຸ່ມຄົນນີ້

ໄດ້ນັ່ງເຝົ້າຢູ່ຂ້າງຕຽງແລ້ວຮອ້ງປຸກຄົນຮັກຂອງຕັນທີນອນຍ່າງບໍ່ຮູ້ເມືອຄີງນັ້ນ

  

   ແຕ່ລະວັນ ຊາຍໜຸ່ມກໍແລ່ນເຂົ້າວັດແຫ່ງໜຶ່ງທີໃກ້ໂຮງພະຍາບານ ແລ້ວອະທິຖານ

 ໜຶ່ງເດືອນຜ່ານໄປ ນາງຍັງນອນລັບຢູ່ຢ່າງບໍ່ຮູ້ເມືອຄີງ ຊາຍໜຸ່ມຮອ້ນຮົນໃຈເໝືອນກັບ

ແມງມົດຕົວໜຶ່ງທີຢູ່ໃນໝໍ້ຂາງໃຫ່ຍທີ່ພວມຖຶກໄຟເຜົ່າຮອ້ນຂຶ້ນ ເຖິງຢ່າງໃດຊາຍກໍຍັງສືບຕໍ່

ໄປໃຫ້ຄວາມອະທິຖານຢ່າງບໍ່ຂາດວັນ

ຈົນກ່ວາມີມື້ໜຶ່ງ ພະພຸດທະເຈົ້າກໍມີຄວາມເມດຕານຳຊາຍຄົນນີ້

ແລ້ວມາປະກົດຕົວເວົ້ນຳຊາຍໜຸ່ມວ່າ; ພະອົງສາມາດສົ່ງກຳລັງແຮງໃຫ້ນາງຮູ້ເມືອຄີງຄືນໄດ້

ແຕ່ໃຕ້ເງຶ່ອນໄຂທີວ່າ;

ເຈົ້າເອງຕອ້ງປ່ຽນຕົວກາຍເປັນແມງກະບີ້ເປັນເວລາສາມປີ ເຈົ້າຍິ່ນດີຮັບໄດ້ບໍ?

 ຊາຍໜຸ່ມຕອບ; ຜູ່ຂ້າຍິ່ນດີ

  ເຊົ້າມື້ໃໝ່ມາ ຊາຍໜຸ່ມໄດ້ກາຍເປັນແມງກະບີ້ ແລ້ວຟ້າວບິນໄປໂຮງໝໍເບິ່ງນາງ

ໜ້າອັດສະຈັນ ນາງມືນຕາຂຶ້ນແລ້ວ ຄຽງຂ້າງນາງມີທ່ານໝໍຊາຍໜຸ່ມຄົນໜຶ່ງພວມເວົ້າລົມ

ກັບນາງຢູ່

     ບໍ່ເທົ່າໃດວັນ ສຸກະພາບຂອງນາງໄດ້ຟຶ້ນຟູຄືນ ແລ້ວກໍອອກພະຍາບານໄປ

ແຕ່ນາງບໍໄດ້ພູມໃຈພໍໜອ້ຍດຽວເລີຍ ເພາະນາງບໍເຫັນໜ້າແຟນຮັກຕົນ  

ນາງຖາມຫາໃຜ ກໍບໍ່ມີໃຜຮູ້ເລີຍວ່າ  ຊາຍໜຸ່ມຄົນນີ້ຫາຍຕົວໄປໃສ  

 

ນາງຈະຮູ້ໄດ້ຈັ່ງໃດ ແມງກະບີ້ທີ່ບິນອອ້ມຕົນຢູ່ນັ້ນ ແມ່ນການປ່ຽນຕົວຂອງແຟນຮັກຕົນ

ເຕັມທີທີ່ແມງກະບີ້ຮອ້ງບໍ່ອອກສຽງ ໄດ້ແຕ່ພຽງໄປຈັບຕອມບ່ານາງຢ່າງງຽບໆເທົ່ານັ້ນ

 

   ບໍ່ດົນລະດູໃບໄມ້ລົ່ນວຽນເຂົ້າມາ ແມງກະບີ້ຈຳຕອ້ງຫ່າງຈາກນາງໄປ

 

 ພັບຕາດຽວ ລະດູບານໃໝ່ມາຮອດແລ້ວ ແມງກະບີ້ຮີບຟ້າວບິນກັບມາຫາແຟນຮັກຂອງຕົນ

ໃນຂະນະນີ້  ເຫັນວ່າຄຽງຂ້າງນາງໄດ້ປະກົດມີຊາຍຄົນໜຶ່ງສູງໆໂກ້ໆມາຢືນຢູ່ ນີ້ຄືທ່ານໝໍ

ທີໃຫ້ຄວາມປິ່ນປົວນາງນັ້ນເອງ ເບິ່ງແລ້ວຈິດອາລົມຂອງນາງກໍຄືວ່າ ມີຊີວິດຊີວາຄືນປົກະຕິ

 

 ຕໍ່ມາຫຼາຍໆວັນ ກໍພົບເຫັນທ່ານໝໍຄົນນັ້ນໄດ້ຈູງແຂນແຟນຕົນເອງ ຍ່າງເລາະຕາມຮອ່ງຮອຍ

ທີຕົນກັບນາງເຄີຍເລາະ

 ຮູ້ສຶກວ່າ ລະດູຮອ້ນປີນີ້ ຄືມາຍຶດຍາວເອົາແທ້

 ແຕ່ລະເທື່ອທີພົບເຫັນຮູບຊົງການໂອ້ລົມ

ສຽງຫົວຈາກຊາຍທ່ານໝໍກັບແຟນຕົນ ພາໃຫ້ແມງກະບີ້ເຈັບໃຈຢ່າງຍິ່ງ

ໃນສາຍຕາແມງກະບີ້ແລ້ວ ເຄີຍຖະໜອມຮັກແພງກັນກັບນາງມານັ້ນ ໄດ້ກາຍເປັນ

ອາດີດຂອງນາງໄປແລ້ວ ຄືວ່ານາງບໍ່ເຄີຍໃຫ້ຄວາມເມດຕາຢ່າງໃດຕໍ່ແມງກະບີ້ເລີຍ

 

 ປີທີສາມໝູນວຽນເຂົ້າມາ ກຳນົດການເປັນຊີວິດແມງກະບີ້ກໍໃກ້ຈະສິ້ນສຸດ

ໃນມື້ສຸດທ້າຍ ແຟນຂອງຕົນ ຈະຈັດງານວີວາຂຶ້ນກັບຊາຍທ່ານໝໍຄົນນັ້ນແລ້ວ

ແມງກະບີ້ກໍ່ບິນເຂົ້າຫ້ອງຈັດງານແຫ່ງນັ້ນ ແລ້ວໄດ້ຍິນສຽງຄຳປະຕິຍານຕໍ່ກັນ

ຂອງຄູ່ສົມຣົດໃໝ່ ຈາກນັ້ນກໍ່ເຫັນ ທ່ານໝໍຄົນນັ້ນໄດ້ສຸບແວ່ນມືເຂົ້າໃສ່

ນີ້ວມືຂອງຄົນທີຕົນເຄີຍຮັກມາ ແລ້ວຈູບຫອມແກ້ມນາງຢ່າງສຸກໃຈ

 

  ພາບເລົ່ານີ້ພາໃຫ້ແມງກະບີ້ເຈັບໃຈຢ່າງເຫຼືອທົນ ແລ້ວຫຼັ່ງນ້ຳຕາລົງ

ໃນຂະນະນີ້ ພະພຸດທະເຈົ້າໄດ້ມາປະກົດຕົວ ແລ້ວຖາມແມງກະບີ້ວ່າ;

ທ່ານກິນແໜ່ງແລ້ວຊັ້ນບໍ?

ແມງກະບີ້ເຊັດນ້ຳຕາແລ້ວຕອບວ່າ; ບໍ ບໍ່ເຄີຍກິນແໜ່ງເລີຍ

ພະອົງເວົ້າຕໍ່ອີກວ່າ; ມື້ອຶ່ນນີ້ ເຖິງເວລາແລ້ວທີ່ເຈົ້າຈະກັບຄືນເປັນຕົວເຈົ້າເອງ

ແມງກະບີ້ແກວ່ງຫົວແລ້ວເວົ້າວ່າ;

ຜູ່ຂ້າຍິ່ນດີທີຈະສຶບຕໍ່ເປັນແມງກະບີ້ຕະຫຼອດຊີວິດ........

 

ໃນຊີວິດຕົວຈິງຂອງຄົນເຮົາ ມີໂອກາດພົບຮັກ ແຕ່ບາງເທື່ອບໍ່ໝາຍຄວາມວ່າ

ຈະໄດ້ເປັນຄູ່ຮັກຮວ່ມຊີວິດພອ້ມກັນຕະຫຼອດ

ຖ້າທ່ານໃດຫາກມີຄົນຮັກໃນຫົວໃຈຢູ່ແລ້ວ ຄວນຖະໜອມຮັກກັນແລະກັນໄວ້ເດີ

 

ພິເສດ ແຕ່ນີ້ຕໍ່ໄປ ຫາກທ່ານໃດພົບເຫັນແມງກະບີ້ແລ້ວ ຢ່າໄລ່ຕີຂ້າເພີ່ນເດີ

 

                        ຈົບ

 

 

Delicious Digg Fark Twitter
ຄຳເຫັນ (13)
ມ.ນ.. 30, 2011 10:27 AM
kkk ma wai222 der 
ມ.ນ.. 30, 2011 02:18 AM
juk noi si arn tor pai kin kao korn 
ມ.ນ.. 29, 2011 08:45 AM
ກະບໍ່ໄດ້ໂທດລາວດອກ ແຕ່ມັນກະເຈັບທີ່ວ່າເປັນຄົນປາກຢ່າງໃຈຢ່າງຊື່ໆ ແລະ ກະບໍ່ໄດ້ຢາກຫຍັງຈາກລາວຂໍພຽງຢ່າງດຽວບໍ່ວ່າຈະເປັນໝູ່ ຫຼື ອີ່ຫຍັງກໍຕາມຂໍໃຫ້ຈິງໃຈຕໍ່ກັນເທົ່ານັ້ນ
ເອງທີ່ຢາກໃຫ້ມີ......ມັນກໍຜິດທີ່ເຮົາເຕັມໂຕຢູ່ແລ້ວ...ອີກຢ່າງເຮົາເປັນຄົນຕົງໆມັກເວົ້າຕົງໆມີຫຍັງກະເວົ້າມາຕົງໆມັນດີກວ່າອື່ອຶ້ງຢູ່ 
ມ.ນ.. 28, 2011 08:20 PM
ໂອ...​ໂດນຫຼາຍ........
ເຈັບແລ້ວຈຳເປັນຄົນ ເຈັບແລ້ວທົນເປັນຄວາຍ
3 ອາທິດ ສາມາດເຮັດໃຫ້ຮູ້ວ່າລາວເປັນແນວໃດ
ມັນກໍ່ດີແລ້ວແດ່, ໜ້າຈະຂອບໃຈລາວຕາງຫາກ ທີ່ສອນໃຫ້ຮູ້ຈັກຄຳວ່າ
ເຈັບ ແລະ ອື້ງ ມັນເປັນແນວໃດ....
ແລ້ວຈະເອົາຫຍັງຫຼາຍກັບລາວ. ຈະໂທດກໍ່ແມ່ນຕົນເອງຫຼາຍກວ່າ
ທີ່ບໍ່ມັກດີ ຜູ້ຍິງບໍ່ໄດ້ມີຜູ້ດຽວນັ້ນນ່າ....
ອວຍພອນໃຫ້ລາວໄປດີ ແບບໄປເຖີດທັງຄູ່ ໄປສູ່ປະຕູສະຫວັນ.... 
ມ.ນ.. 28, 2011 03:32 PM
ຂອບໃຈເດີ່ທີ່ອຸດສາອ່ານ ຮິຮິ ທີ່ຈິງຍາວກວ່ານີ້ອີກຈະ 
ມ.ນ.. 28, 2011 03:23 PM
ຍາວ...ຍາວອະຫລີ....ແຕ່ຂ້ອຍກະອ່ານຈົບແລ້ວເດີ້....ເຮິ້ເຮິ້ 
ມ.ນ.. 28, 2011 03:01 PM
ngong 
ມ.ນ.. 28, 2011 02:28 PM
ສຸດຍອດລູກລາວ ພັນແທ້ ຄວາມຄິດເຈົ້າຄືກັບຂ້ອຍເລີຍ ບາງທີຂ້ອຍອາດໄດ້ໝູ່ທີ່ຮູ້ໃຈກັນອີກກໍເປັນໄດ້....ສ່ວນຫຼາຍຄົນທີ່ເຈັບຄືຄົນທີ່ຮັກແທ້, ຈິງໃຈ,ຈິງຈັງ
ແລະ ຮັກດຽວໃຈດຽວ ແຕ່ບໍ່ໄດ້ສິ່ງນັ້ນຕອບຄືນເລີຍ 
ມ.ນ.. 28, 2011 02:09 PM
ບໍ່ຕ້ອງຄິດຫຍັງຫຼາຍ ເຂົາກໍ່ຄືຄົນອື່ນທີ່ບໍ່ແມ່ນເຮົາ ເຂົາມີຄວາມຄິດທີ່ແຕກຕ່າງຈາກເຮົາ ນັ້ນລະ ຄວາມຈິງຂອງສີສັນຊີວິດ ສ່ວນຫຼາຍຜູ້ທີ່ຮັກຫຼາຍກໍ່ມີແຕ່ເຈັບ ເຮົາຄວນຖອຍກ້າວໜຶ່ງແລ້ວ ກັບມາແນມເບິ່ງຕົວເອງວ່າ OK ເຂົາໄປຕອນນີ້ດີແລ້ວ ຢ່າງນ້ອຍກໍ່ຍັງດີກວ່າເຂົາໄປມື້ອື່ນ ເຮົາກໍ່ໄປໄດ້ ເຖິງວ່າເຮົາອາດຕ້ອງແນມເບິ່ງເຂົາໃນບາງຄັ້ງທີ່ເຂົາໄປ ຈັກວັນໜຶ່ງເຂົາອາດຕ້ອງຄິດເຖິງເຮົາ ແລະ ແນມເບິ່ງເຮົາຢູ່ເທິງດວງດາວທີ່ແສນງາມກັບຄົນອີກຄົນທີ່ຮັກຈິງ ຕອນນັ້ນລະເຂົາຈະເສຍໃຈຫຼາຍກວ່າເຮົາ ແມ່ນບໍ! ເຈົ້າ ແລະ ຂ້ອຍເປັນລູກຜູ້ຊາຍອາດຕ້ອງເຈິເລື່ອງແບບນີ້ໂດຍລີກລຽງບໍ່ໄດ້ນະ  
ມ.ນ.. 28, 2011 12:50 PM
ຄືສັ້ນແທ້ ອົກ 1 ສອກເອງວະຮິຮິຮິ 
ມ.ນ.. 28, 2011 12:14 PM
ຟ້າປະທານພອນ ຊອກຫາຕໍ່ໄປ ພະຍາຍາມຕໍ່ໄປ ຜູ້ຍິງດີໆຍັງມີຫຼາຍ ເກີດເປັນລູກຜູ້ຊາຍອົກ 1 ສອກ ສູ້ໆໆ 
ມ.ນ.. 28, 2011 10:37 AM
ແຕ່ກະອ່ານຈົບວະລະ ຄິດວ່າຈະເປັນອັນດຶງດູດຈິດໃຈ ຮິຮິຮ 
ມ.ນ.. 28, 2011 10:30 AM
ຍາວເນາະ ລາຍຕາຍ້ອນສີໂຕໜັງສື່ອີກ