ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ກະຕໍ່ເນື່ອງຈາກຄວາມຊົງຈຳຫັນລະ ດຽວນີ້ຮູ້ສືກວ່າຊີວິດມັນເຫງົາ ເຫງົາລົງໄປທຸກມື້ເລີຍ... ຕັ້ງແຕ່ວັນທີ່ເຂົາຈາກໄປຊີວິດນີ້ມັນກະອ້າງວ້າງ ຄືວ່າໂລກນີ້ບໍ່ມີຫຍັງເຫລືອເລີຍ ມັນຍັງທຳໃຈບໍ່ໄດ້ເທື່ອນະ ກະເຄີຍມີເຂົາຄຽງຂ້າງທຸກມື້ໆ ກໍ່ຮັກກັນຢູ່ດີໆບໍ່ຄິດວ່າສິຈົນລົງໃວແບບນີ້ ຮື.... ຊີວິດທີ່ເຫລືອກະບໍ່ຮູ້ສິເປັນຈັ່ງໃດ ເມື່ອໃນມື້ນີ້ມັນບໍ່ມີເຂົາ ລົມຫາຍໃຈມັນກະເລີ່ມແພ່ວເບົາ ດັ່ງຄົນໃກ້ສິຕາຍ, ຊີວິດທີ່ເຫລືອທີ່ຍັງຫາຍໃຈກະຄືບໍ່ມີຄວາມໝາຍ ກະເມື່ອໝົດທັງຫົວໃຈເຂົາກະທຳລາຍມັນໝົດລະ, ນັບຈາກມື້ນີ້ ຊີວິດຈະທົນຢູ່ຈັ່ງໃດ ມີຊີວິດກະຄືກັບຄົນທີ່ຕາຍ ເມື່ອເຂົານັ້ນຈາກໄປ ເວລາທີ່ເຫລືອນັບຈາກນີ້ບໍ່ຮູ້ຊິເປັນແນວໃດ ຊິເປັນຫລືວ່າສິຕາຍກະຍັງບໍ່ຮູ້ເລີຍ, ເວລາທີ່ມີຕອນນີ້ມັນກະແສນທໍລະມານ ຄືກັບຮ່າງກາຍທີ່ບໍ່ມີວິນຍານຊິໃຫ້ຢູ່ຈັ່ງໃດ ມີໃຈດວງດຽວກະໃຫ້ເຂົາໄປແລ້ວເດ ແຕ່ເຂົາກະຍັງທຳລາຍ ດຽວນີ້ກະມີແຕ່ຕົວລ້າໆ ເປັນຄົນທີ່ບໍ່ມີຫົວໃຈ ລະກະບໍ່ຮູ້ຄືກັນວ່າຊິມີຊີວິດໄດ້ດົນໄດ້ຫລາຍເທົ່າໃດ ທີ່ຈະທົນຢູ່ກັບຄວາມເຈັບປວດທີ່ແສນທໍລະມານແບບນີ້...

Delicious Digg Fark Twitter