ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຖ້າແມ່ນເຈົ້າສິຍອມບໍ່
ສ້າງເມື່ອ ມ.ນ.. 13, 2012 34 ຄົນໂຫວດ, 33 ຄຳເຫັນ, ອ່ານ 490 ເທື່ອ
ໃນຕອນແລງໄດ້ຂີ່ລົດໄປຕະຫລາດແຕ່ບໍ່ໄດ້ໃສ່ຫມວກ ໃນຄວາມຄິດຂອງຂ້ອຍກະຮູ້ແລ້ວວ່າບໍ່ໃສ່ຫມວກມັນຜິດກົດລະບຽບ ແຕ່ແນມເບີ່ງກະບໍ່ເຫັນໃຜໃສ່ຫມວກ ຕຳຫລວດກະເຫັນແຕ່ບໍ່ກັກ ມາຮອດໄຟແດງມີລົດຈອດຮຽງກັນ
3-4ຄັນພ້ອມລົດຂອງຂ້ອຍ ບໍ່ມີຄັນໃດໃສ່ຫມວກຄືກັນ ແຕ່ຕຳຫລວດເອີ້ນຂ້ອຍມາປັບໃໝຄົນດຽວ ເປັນແບບນີ້ທ່ານຈະຍອມບໍ່
( 3-4ຄັນນັ້ນມີແຕ່ລົດຄັນລາຄາແພງແລະຄົນຂັບທ່າທາງຄືສິ
ຮວຍແຕ່ຂ້ອຍຂີ່ລົດເກົ່າທ່າທາງຄືຄົນທຸກ ກະທຸກອີ່ຫລີນີ້ແຫລະ ປຽບນີ້ມັນບໍ່ເປັນທຳ )