ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

ຄັອມທີ່ເອົາໄປບໍລິຈາກໃຫ້ໂຮງຮຽນບບ້ານເກີດ, ຊື້ ຊີພີຢູ ມືສອງ,ຄີບອດ ກັບເມົ້າສມືສອງ, ປຣິ້ນເຕີ້ ຊື້ອັນໃຫມ່ໃຫ້ເລີຍ, ສ່ວນມໍນິເຕີ້ ເອົາອັນເກົ່າຂອງຂພຈ. ສຸດຫລໍ່ເພິ່ນເຊັດອັບໃຫ້, ລອງປຣິ້ນເຕີ້ໃຫ້ ໂອເຄແລ້ວ,ແຕ່ຕ້ອງແວະຊື້ ສະຕິກເກີ້ ພາສາລາວ ຢູ່ວຽງຈັນ ໄປຕິດໃຫ້ເຂົາເຈົ້າພ້ອມ. ມີບັນຫາຢູ່ບ່ອນວ່າ ຮອຍທີ່ລອກ ສະຕິກເກີ້ ຄີບອດເກົ່າອອກແລ້ວ ມັນມີຮອຍກາວ ຫນຽວຯຍັງຕິດຢູ່ ຈັກຊິເຊັດ ຈັ່ງໃດ, ໃຜມີວິທີດີຯ ກໍ່ຊ່ວຍບອກແນ່ທ້ອນ.

ອັນນີ້ແມ່ນເຄື່ອງຫລິ້ນເດັກນ້ອຍຈຳນວນຫນຶ່ງ ທີ່ຈະໄປໃຫ້ເດັກນ້ອຍນັກຮຽນ, ມີເຄື່ອງນຸ່ງເດັກນ້ອຍຈຳນວນຫນຶ່ງ ທີ່ຈະໄປໃຫ້ ຊົນເຜົ່າລາວເທິງທີ່ທຸກຍາກ, ຍັງເຄື່ອງກັນຫນາວຜູ້ໃຫຍ່ ຍັງບໍ່ໄດ້ແບກມາເທື່ອ.

ຂພຈຄິດວ່າ  ”ເຄື່ອງຂອງທີ່ເກົ່າ ບໍ່ໃຊ້ແລ້ວສຳລັບເຮົາ ແຕ່ສຳລັບບາງຄົນ ມັນມີຄ່າກັບເຂົາເຈົ້າຫລາຍ, ໂດຍສະເພາະ ຄົນທີ່ທຸກຍາກ ດ້ອຍໂອກາດ” ບ້ານທີ່ຂ້ອຍໄປເຫັນ ເຂົ້າກະຍັງບໍ່ພໍກິນ ຊິໃຫ້ເອົາເງິນໄປຊື້ເສື້ອກັນຫນາວ, ຊື້ຜ້າຫົ່ມ ,ໃຫ້ລູກເຂົ້າໂຮງຮຽນກໍ່ຄົງຊິຍາກ. ອີກຢ່າງ ຫນຶ່ງ ທີ່ ຂພຈ ເອົາການຊ່ວຍເຫລືອມາລົງ ບໍ່ແມ່ນມາອວດອ້າງ ເອົາຄວາມດີໃສ່ຕົນ ແຕ່ ຂພຈ ຢາກໃຫ້ທຸກທ່ານເຫັນວ່າ ຢູ່ລາວເຮົາ ຍັງມີຄົນທຸກຍາກ ດ້ອຍໂອກາດ ແລະ ຕ້ອງການ ການຊ່ວຍເຫລືອຫລາຍ, ຖ້າທ່ານໃດທີ່ກຳລັງເຮັດວຽກເພື່ອຄົນເຫລົ່ານັ້ນຢູ່ກໍຂໍຂອບໃຈທ່ານຢ່າງສູງ, ຖ້າທ່ານໃດ ທີ່ພໍມີເຫງື່ອນໄຂ ກໍ່ຂໍໃຫ້ ສົ່ງຍື່ນນ້ຳໃຈ ເສດສ້ຽວເງິນ ວັດຖຸ ແຮງງານ ມັນສະຫມອງ ໃຫ້ແກ່ເຂົາເຈົ້າທີ່ເດືອດຮ້ອນເຫລົ່ານັ້ນແດ່ທ້ອນ. ສ່ວນນ້ອງນ້ອງ ທີ່ຍັງຮຽນຢູ່ ກໍ່ຂໍໃຫ້ຕັ້ງໃຈຮຽນ ເພື່ອອານາຄົດ ເອົາຄວາມຮູ້ເຫລົ່ານັ້ນ ມາຫາວິທີ ຊ່ວຍໃຫ້ຄົນທຸກຍາກໃນບ້ານເກີດຕົນເອງ ຫລຸດພົ້ນຈາກຄວາມທຸກຍາກ. ຂພຈ ເຊື່ອແນ່ວ່າ ຄົນສ່ວນຫລາຍ ຮັກບ້ານເກີດ ເມືອງນອນຂອງຕົວເອງ ແລະ ຢາກໃຫ້ ບ້ານຕົນເອງ ພັດທະນາຂຶ້ນ.ຖ້າສົມມຸດຄົນລາວຫ້າແສນຄົນ ຢູ່ບ້ານທີ່ຕ່າງກັນ ແລ້ວຫ້າແສນຄົນນັ້ນ ເລີ່ມຕົ້ນຊ່ວຍຄົນອື່ນດ້ວຍການພະຍາຍາມພັດທະນາຫມູ່ບ້ານໂຕເອງ ມັນຄົງຈະມີຜົນຕໍ່ຄວາມກ້າວຫນ້າຂອງປະເທດເຊັ່ນກັນ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ປົກກະຕິໄປອະຍຸດທະຍາດ້ວຍລົດແຕ່ເດືອນແລ້ວຊ່ວງທີ່ນ້ຳຍັງຖ້ວມ ແຕ່ບາງບ່ອນແຫ້ງແລ້ວ

ໄດ້ຍິນວ່າ ສາມາດຂີ່ລົດໄຟໄປທ່ຽວອະຍຸດທະຍາໂດຍທີ່ລົດໄຟສາມາດແລ່ນຜ່າກາງນ້ຳຖ້ວມ ກະເລີຍຄິດວ່າ ເອີ້! ຫນ້າຊິລອງເບິ່ງ ມັນຊິເປັນຕາມ່ວນ ໂອກາດແບບນີ້ຫາຍາກ ,ພໍຮອດວັນເສົາກະໄປໂລດແຫລ້ວ ປີ້ລົດລາຄານະໂຍບາຍນ້ຳຖ້ວມ ຊາວບາດ, ຈາກຫົວລຳໂພງກ່ອນຮອດດອນເມືອງ ບໍ່ມີຫຍັງເກີດຂຶ້ນ, ແຕ່ພໍຮອດດອນເມືອງ ເລີ່ມເຫັນນ້ຳເຕັມໄປຫມົດ, ຄົນມາຂຶ້ນລົດໄຟກໍ່ຕ້ອງໂທ່ນ້ຳມາ, ຕາມຫົນທາງກໍ່ມີເຮືອແລ່ນແຂ່ງກັບລົດໄຟ, ແຖມຍັງໂບກມືບ່າຍຯ ໃຫ້ເຮົາອີກ, ບາງບ່ອນລົດໄຟກະແລ່ນໂທ່ໄປຕາມນ້ຳ ແຕ່ເຂົາຊິແລ່ນຊ້າຊ້າ ,ມັນເປັນປະສົບການທ່ອງທ່ຽວທີ່ແປກໃຫມ່ ຕື່ນເຕັ້ນດີ, ພາບວິວທະເລສາບກວ້າງຯຈັ່ງແມ່ນງາມ ແຕ່ພໍຖາມເຂົາເຈົ້າວ່າ ອັນນັ້ນມັນແມ່ນທະເລສາບບໍ່ ປາກົດວ່າ ນັ້ນແມ່ນທົ່ງນາ, ແຕ່ພາບທີ່ເຮັດໃຫ້ເສົ້າໃຈກໍ່ເຕັມໄປຫມົດ, ຕາມທາງ ເຫັນພາບບ້ານເຮືອນ ລົດລາງ ຈົມນ້ຳຢູ່ເປດຯ, ບາງບ່ອນກະເຫັນເຄື່ອງເຟີ່ນີເຈີ່ ສັດລ້ຽງ ຢອງເຕັມຫລັງຄາບ້ານ,ປະຊາຊົນພາກັນມາຕັ້ງແຄ້ມຊົ່ວຄາວ ອາໄສຢູ່ແຄມທາງລົດບ່ອນຍັງບໍ່ຖ້ວມ ເຕັມຂ້າງທາງ, ເປັດພາກັນມາລອຍຫລິ້ນເຕັມຫົນທາງ,

ບໍ່ໄດ້ເອົາກ້ອງໄປກະເລີຍຫາຮູບມາປະກອບ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ປີນີ້ໂຊກດີຫລາຍທີ່ມີໂອກາດໄດ້ໄປທ່ຽວບຸນທາດຫລວງວຽງຈັນ ຫລັງຈາກທີ່ບໍ່ໄດ້ໄປເປັນເວລາຫົກປິແລ້ວ

ວຽງຈັນພັດທະນາໄວຫລາຍ ບໍ່ວ່າຈະເປັນຖະຫນົນຫົນທາງ ຕຶກອາຄານສູງສູງ ຫ້າງສັບພະສິນຄ້າຫລາຍແຫ່ງ ທະນາຄານໃຫມ່ ໂຮງແຮັມ ຮ້ານອາຫານຫລູຫລູ ກໍ່ເຫັນມີຫລາຍຂຶ້ນ ລົດລາ ສວນສາທາລະນະ ກໍ່ເພີ່ມຫລາຍຂຶ້ນ ເດີ່ນທາດຫລວງກໍ່ກວ້າງກວ່າເກົ່າຫລາຍ ມີຮ້ານຂາຍເຄື່ອງ ບູທ ການສະແດງຫລາຍຂື້ນກວ່າເກົ່າ

ແຕ່ທີ່ຄຶດວ່າບໍ່ພັດທະນາຂຶ້ນເລີຍກໍ່ຄືຂີ້ຝຸ່ນ ມາລະຍາດໃນການຖິ້ມຂີ້ເຫຍື້ອ

ເມື່ອກ່ອນຍ່າງເລາະບຸນທາດຫລວງໄປພ້ອມ ຂາຂ້ອງຂີ້ເຫຍື້ອໄປພ້ອມ ປີນີ້ກໍ່ຄືເກົ່າ ບໍ່ວ່າຈະເປັນແຜ່ນພັບໂຄສະນາສິນຄ້າ ຖົງຢາງ ເຈ້ຍ ຕຸກ ປ໋ອງເຄື່ອງດື່ມ ບັ້ງເຂົ້າຫລາມ ແລະ ອື່ນອື່ນ ອະຊະເຕັມເດີ່ນ ເບິ່ງແລ້ວ ເປັນຕາສັງເວດ

ກຳລັງຢືນຖ່າຍຮູບຢູ່ດີດີ ຄິດວ່າແມ່ນໂຕຫຍັງແລ່ນມາຕຳຕີນ ຂ້ອບທັງຮ້ອງທັງກົ້ມເບິ່ງຢ່າງຕົກໃຈ ທີ່ແທ້ລະແມ່ນກະປ໋ອງນ້ຳອັດລົມ ອາດຈະຖືກຄົນອື່ນເຕະມາ

ອັນນີ້ບໍ່ໂທດຄົນເຕະ ແຕ່ໂທດຄົນທີ່ຖິ້ມ

ບາດນີ້ໄປຊິມນ້ຳເກືອແຮ່ທີ່ແຈກໂຫ້ຊິມຟີຢູ່ຫນ້າບູທຫນຶ່ງກັບຫມູ່ ກຳລັງຢືນຊິມຢູ່ ກັບຫມູ່ກໍ່ ຮ້ອງ ອຸ໋ຍ ຂຶ້ນພ້ອມກັນ ເພາະຮູ້ສຶກວ່າສົ້ນນ່ອງປຽກຄືກັນ ພໍຫລຽວຫລັງກໍ່ເຫັນມີໄວຫລຸ້ນ ຊາຍນຶ່ງຄົນບໍ່ຈັບຈອກ ແຕ່ຍິງສອງຄົນ ຄົນນຶ່ງຈັບຈອກຢູ່ ລ່ະແມ່ນນາງເອກເພິ່ນກິນບໍ່ຫມົດແລ້ວ ຖິ້ມຈອກລົງພື້ນ ແລ້ວນ້ຳມັນກະເດັນໃສ່ຂ້ອຍກັບຫມູ່ ຂ້ອຍກັບຫມູ່ພາກັນເບິ່ງຫນ້າເພິ່ນ ແຕ່ເວົ້າໃຫ້ບໍ່ໄດ້ເພາະ ສຽງໂທລະໂຄ່ງຂອງແຕ່ລະບູທ ດັງແຮງຈົນຫູຊິແຕກ ເພິ່ນກະເຮັດຫນ້າຫົວແບບແຫ້ງແຫ້ງຢູ່

ບາດນີ້ຊ້ອນລົດຈັກຕອນກາງເວັນໄປທ່ຽວເບິ່ງຄວາມປ່ຽນແປງຂອງວຽງຈັນ ກຳລັງຈອດລົດຖ້າໄຟແດງຢູ່ ພວກຂ້ອຍຈອດຢູ່ແຄມທາງເບື້ອງຂວາສຸດ ມີລົດຈັກຄັນນຶ່ງຈອດຢູ່ຂ້າງ ຊ້ອນສາມ ມີເດັກນ້ອບປະມານສິບປິນັ່ງຢູ່ເຄຶ່ງກາງກຳລັງກິນເຂົ້າຈີ່ປາເຕ່ຢູ່ ບາດເພິ່ນກິນອິ່ມແລ້ວກໍ່ຖິ້ມກົ້ນເຂົ້າຈີ່ກັບເຈ້ຍກາຍຫນ້າພວກຂ້ອຍ ວິ່ວ ພວກຂ້ອຍຮ້ອງພ້ອມກັນ ໂອ່ ພໍ່ເພິ່ນກໍ່ຫລຽວມາ ບໍ່ຂໍໂທດ ແຕ່ບໍ່ໄດ້ຍິນວ່າເວົ້າຫຍັງໃຫ້ລູກບຸ ມຸບມິບມຸບມິບຢູ່

ຂ້ອຍຄິດວ່ານິໄສມັກງ່າຍ ກິນໃສຖິ້ມຫັ້ນ ພໍໃຫ້ວິດມືໂຕເອງ ຂອງເດັກນ້ອຍຮຽນມາຈາກພຶດຕິກຳຂອງຜູ້ໃຫຍ່ ຖ້າຜູ້ໃຫຍ່ບໍ່ປະຕິບັດກ່ອນ ກໍ່ຢ່າຫວັງວ່າ ເຮົາຈະມີບ້ານເມືອງທີ່ສະອາດໃນອານາຄົດ