ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ມື້ນີ້ຊິເອົາສິນຄ້າສຸດຍອດໄອເດຍມາສະເຫນີ ຄິດວ່າຫລາຍໆຄົນຈະຕ້ອງໄດ້ໃຊ້ມັນເປັນປະຈຳ ແລະ ຫລາຍໆຄົນກໍ່ຕ້ອງມີມັນໄວ້ໃຊ້ຢູ່ປະຈຳເຮືອນ ນັ້ນກໍ່ຄື ກາລະເຟີ່ .ປົກກະຕິແລ້ວໃຊ້ກາລະເຟີ່ກໍ່ຕ້ອງມີ ລູກກາລະເຟີ່ແມ່ນບໍ່ ແຕ່ ສິນຄ້າທີ່ຈະນຳສະເຫນີມື້ນີ້ ແມ່ນ ກາລະເຟີ່ທີ່ບໍ່ຕ້ອງໃຊ້ລູກ

ອ່ານຮອດນີ້ ຕ້ອງມີຄົນຄິດວ່າ ກາລະເຟີ່ບໍ່ມີລູກ ຊິຫນີບເຈ້ຍຈັ່ງໃດຫວ່ະ??????ແມ່ນບໍ່?ເດົາເບິ່ງວ່າແມ່ນປະເທດໃດເປັນຜູ້ຄິດຄົ້ນ???

ຂໍ້ຄວາມຕໍ່ໄປນີ້ ແປແລະຫຍໍ້ມາຈາກຫນັງສືພິມ ນິຮົງເຄໄຊຊິນບຸນ

ທ່ານ ອະໂອອິ ຮິໂລກະຊຶ ອາຍຸ37ປີ ເປັນນັກພັດທະນາສິນຄ້າປະເພດເຄື່ອງໃຊ້ໃນຫ້ອງການ ຂອງບໍລິສັດ ໂຄະຄຸໂຢະS&T ໄດ້ຮັບຄຳສັ່ງຈາກເຈົ້ານາຍວ່າ ໃຫ້ພະແນກຂອງລາວໄປຄິດຄົ້ນອອກແບບ ສິນຄ້າທີ່ດີຕໍ່ສິ່ງແວດລ້ອມມາຢ່າງຫນຶ່ງ. ລາວໄດ້ໄປຄົ້ນຄວ້າຊອກອ່ານປຶ້ມຕ່າງໆກ່ຽວກັບປະຫວັດຂອງເຄື່ອງໃຊ້ຫ້ອງການຫລາຍໆຢ່າງເພື່ອເຮັດໃຫ້ເກີດໄອເດຍຂຶ້ນມາ ແຕ່ກໍ່ຍັງບໍ່ປິ້ງໄອເດຍຂຶ້ນມາ. ຈົນເວລາຜ່ານໄປ ມີມື້ຫນຶ່ງ ລູກຊາຍນ້ອຍຂອງລາວໄດ້ໃສ່ຫນ້າກາກເຈ້ຍທີ່ຫນີບດ້ວຍລູກກະລະເຟີ່ຫລາຍໆຈຸດ ຊຶ່ງລູກຊາຍນ້ອຍຂອງລາວເປັນຄົນເຮັດເອງກັບມື ແລ້ວເມຍຂອງລາວເຫັນແນວນັ້ນ ຈຶ່ງເວົ້າໃຫ້ລູກວ່າ

” ໂອ້ຍ ຕາຍແລ້ວໆ ຫນ້າກາກນີ້ ເຕັມແຕ່ລູກກະລະເຟີ່ ລູກບໍ່ຕ້ອງໃສ່ ມັນອັນຕະລາຍໄດ໋”

ຄຳເວົ້າແລະພາບນີ້ຕິດຢູ່ໃນຫົວຂອງລາວ ແລະ ຈະເຮັດແນວໃດເພື່ອປົກປ້ອງລູກສຸດທີ່ຮັກຂອງລາວບໍ່ໃຫ້ບາດເຈັບຈາກກາລະເຟີ່ ແລ້ວ ລາວກໍ່ ປິ້ງ!!!!!!!ໄອເດຍຂຶ້ນມາວ່າ ຈະອອກແບບ ກາລະເຟີ່ບໍມີລູກ ເຊິ່ງພໍອອກແບບຜ່ານ ທົດລອງຜະລິດ ເປີດໂຕຂາຍ ເຮັດໃຫ້ຍອດຂາຍກາລະເຟີ່ນີ້ ທະລຸກາຍເປົ້າຈົນທະລົ່ມທະລາຍເປັນປະຫວັດສາດ ເພາະວ່າລູກຄ້າທີ່ຊື້ນອກຈາກສາມາດປະຢັດເງິນເພື່ອຊື້ລູກກາລະເຟີໃນແຕ່ລະເດືອນແລ້ວ ຍັງມີສ່ວນຮ່ວມໃນການຮັກສາສິ່ງແວດລ້ອມດ້ວຍ .ບໍລິສັດໄດ້ຜະລິດຫລາຍຂະຫນາດ ຫລາຍສີ ຫລາຍຮູບຮ່າງ

ເປັນແນວໃດມາເບິ່ງຮູບນຳກັນເລີຍ

ຕົວຢ່າງເລັກໆນັອຍໆສ່ວນຫນຶ່ງຂອງສິນຄ້າ ສ່ວນລາຄາຂາຍໃນຍີ່ປຸ່ນຕີເປັນເງິນກີບແມ່ນ ໂຕຂົວມືສຸດ 47 000ກີບ ໂຕກາງ 43 000ກີບ ໂຕຊ້າຍມືສຸດໂຕດຳ260 000ກີບເດີ້

ຫນີບປົກກະຕິແບບກາລະເຟີ່ຫັ້ນລ່ະ

ຮູບຂະຫຍາຍ ດ້ານຫນ້າແລະຫລັງຂອງຮອຍຫນີບ.ເວລາຫນີບມັນຈະເຈາະເຈ້ຍໃຫ້ເປັນຮູແລ້ວພັບສົ້ນນີ້ໄປລັອກສົ້ນນັ້ນໄວ້ ບໍ່ໃຫ້ເຈັຍຫລຸດອອກຈາກກັນ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ມີບາງຄົນກໍ່ຕອບຖືກ ບາງຄົນກໍ່ຕອບຜິດ ເຮົາມາເບິ່ງນຳກັນເລີຍ ວ່າ ຄຳຕອບຂອງຮູບທີ່ໃຫ້ເດົາມື້ວານນີ້ ແມ່ນຫຍັງແທ້ໆໆໆໆໆ

ສະຫລຸບວ່າມັນເປັນໂຊຟານັ່ງເລ່ນນັ້ນເອງ ເວລາບໍ່ນັ່ງກໍ່ປະກອບເກັບໄວ້ເປັນລະເບີດ ປະຢັດເນື້ອທີ່ໄດ້ດີ ຢາກໄດ້ບໍ່?

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ຊາວພັນລາວລອງເບິ່ງຮູບ ແລ້ວຕອບມາວ່າ ທ່ານຄິດວ່າມັນແມ່ນຫຍັງເດີ້!!!!!!

ຄິດວ່າບາງຄົນຄືຊິຮູ້ຈັກເນາະ

ຢາກຮູ້ຄຳຕອບ ໃຫ້ໄປເບິ່ງ ຢູ່ໄດອາຣີ່ ທັດໄປເດີ້

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ນ້ຳພຸຮ້ອນທຳມະຊາດບ່ອນນີ້ເຫັນຟູຈິນຳຊື້ເຄື່ອງຕ້ອນກັບບ້ານບ່ອນກິນເຂົ້າ

<!--[if gte mso 9]> Normal 0 <![endif]-->

ສະຖານທີ່ນິຍົມແຫ່ງໃຫມ່”ສະຖານີລົດໄຟ ຢູ່ຕາມທາງລົດ”

 

ບໍ່ແມ່ນວ່າ ສະຖານີລົດໄຟຈະຕ້ອງຕັ້ງຢູ່ຕາມທາງລາງລົດໄຟສະເຫມີໄປ,ປີຫລັງຫລັງນີ້ ຈະສັງເກດເຫັນວ່າ ຕາມຫົນທາງລົດເສັ້ນຫລັກຫລັກໃນທົ່ວປະເທດ ມີສະຖານີລົດໄຟທີ່ມີຊື່ວ່າ:”ສະຖານີລົດໄຟຢູ່ຕາມທາງລົດ”ເກີດຂຶ້ນ.ສະຖານີດັ່ງກ່າວ ກາຍເປັນສະຖານທ່ີພັກຜ່ອນເຊົາເມື່ອຍຮູບແບບໃຫມ່ ສຳລັບຜູ້ເດີນທາງດ້ວຍລົດ.

 ເມື່ອກ່ອນຈົນເຖິງປະຈຸບັນນີ້ ຕາມທາງດ່ວນແລະຕາມທາງຫລວງເສັ້ນຫລັກຫລັກ ກໍ່ຈະມີບ່ອນຈອດລົດ ແລະ ສະຖານທີ່ຜັກຜ່ອນເຊົາເມື່ອຍ,ແຕ່ປີຫລັງຫລັງນີ້ ຈຳນວນນັກທ່ອງທ່ຽວທີ່ເດີນທາງດ້ວຍລົດໄດ້ເພີ່ມຂຶ້ນ,ເຮັດໃຫ້ຜູ້ຊົມໃຊ້ສະຖານ

ທີ່ຜັກຜ່ອນເຊົາເມື່ອຍດັ່ງກ່າວເພີ່ມຂຶ້ນ ທຸກເພດທຸກໄວ ນັບຕັ້ງແຕ່ແອນ້ອຍ ຈົນຮອດຜູ້ເຖົ້າແລະຄົນພິການ.ສະນັ້ນບ່ອນຜັກຜ່ອນດັ່ງກ່່າວ ຈຳເປັນທີ່ຈະຕ້ອງມີ

ການຕິດຕັ້ງລະບົບອຳນວຍຄວາມສະດວກທີ່ລະອຽດ ໃຊ້ງ່າຍ ເພື່ອໃຫ້ເຫມາະສົມກັບຜູ້ຊົມໃຊ້ທຸກສະພາບ.

ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການດັ່ງກ່າວ ກໍ່ໄດ້ມີການຄິດຄົ້ນ ອອກແບບ

ລະບົບອຳນວຍຄວາມສະດວກແບບໃຫມ່ອອກມາ.

 ”ສະຖານີລົດໄຟ ຢູ່ຕາມທາງລົດ”ເລີ່ມມີແຕ່ປີ1991ໃນສາມແຂວງຄື: ຢະມະກຸຈິ,ງິ

ຟຸ,ໂທະຈິງິ. ມາຮອດເດືອນ8 ປີ2011ໄດ້ເພີ່ມຂຶ້ນຮອດ977ແຫ່ງໃນທົ່ວປະເທດ. ພາກສ່ວນທີ່

ສ້າງສະຖານີດັ່ງກ່າວ ສ່ວນຫລາຍແມ່ນ ປົກຄອງບ້ານ,ເມືອງ.ແຕ່ບາງຄັ້ງປົກຄອງບ້ານ,ເມືອງ

ກໍ່ຮ່ວມມືກັບທາງແຂວງແລະລັດໃນການເບຶ່ງແຍງຮັກສາຫົນທາງໃນເມືອງນັ້ນນັ້ນ

 ”ສະຖານີລົດໄຟ ຢູ່ຕາມທາງລົດ” ສ່ວນຫລາຍແມ່ນຕັ້ງຢູ່ຕາມທາງເຂດບ້ານນອກ, ຫລືບ່ອນທີ່ອ້ອມຮອບດ້ວຍພູຜາ, ຫລືບ່ອນທີ່ເບິ່ງເຫັນທະເລໄດ້ແລະຕັ້ງຢູ່ບ່ອນທີ່ກວ້າງຂວາງ

ທ່າມກາງທຳມະຊາດ.ແລະ ອາຄານຂອງສະຖານີສ່ວນຫລາຍກໍ່ອອກແບບໃຫ້

ເຂົ້າກັບບັນຍາກາດອ້ອມຂ້າງໃນບໍລິເວນນັ້ນນັ້ນ ເຊັ່ນວ່າ: ສະຖານີ ທີ່ມີລັກສະນະຄືວັດຫລື ພະລາດຊະວັງທີ່ຫລູຫລາ, ແບບເຮືອນຊາວບ້ານທຳມະດາ. ກົງກັນຂ້າມ ຍັງມີແບບອາຄານທີ່ທັນສະໄຫມ, ແບບລີສອດທີ່ໂກ້ຯໃນຕ່າງປະເທດ.

 ຊື່ສະຖານີ ກໍ່ບໍ່ພຽງແຕ່ຕັ້ງຊື່ຕາມທີ່ຕັ້ງເທົ່ານັ້ນ, ຍັງຕັ້ງ່ຊື່ຕາມປະຫວັດສາດ ພາສາທ້ອງຖິ່ນ

ຊື່ບຸກຄົນອີກດ້ວຍ. ຕົວຢ່າງວ່າ:ສະຖານີ ”ຊິຊຸຄຸອິຊິອະເນັກໂກະ”   (ຕັ້ງຢູ່ເມືອງຊິຊຸຄຸອິຊິແຂວງອິວະເຕະ). ຄຳວ່າ ”ອະເນັກໂກະ” ເປັນພາສາທ້ອງຖິ່ນ

ແປວ່າ ”ຜູ້ຍິງ ທີ່ຍັງຫນຸ່ມ”. ເຄີຍໄດ້ຍິນວ່າ ຕັ້ງແຕ່ກີ້ເປັນຕົ້ນມາ ເມືອງຊິຊຸຄຸອິຊິ ເປັນເມືອງທີ່ໂດ່ງດັງເລື່ອງມີຄົນງາມຫລາຍວ່າຊັ້ນ. ອີກສະຖານີຫນຶ່ງ

 ຊື່ວ່າ ” ຄິລະເມັດເຊະມຸໂລະໂຕະ” (ຢູ່ເມືອງມຸໂລະໂຕະ ແຂວງໂຄ່ຈິ) ຕັ້ງຢູ່ບ່ອນທີ່ ສາມາດເບິ່ງເຫັນມະຫາສະມຸດປາຊິິກສີຟ້າ ທີ່ເປັ່ງປະກາຍແສງເຫລື້ອມລະຍິບລະຍັບ;

(ຄິລະຄິລະແປວ່າແສງລະຍິບລະຍັບ). ສະນັັ້ນ ພໍແຕ່ຟັງຊື່ ກໍ່ຈິນຕະນາການເຫັນ ທະເລທີ່ເປັ່ງປະກາຍແສງລະຍິບລະຍັບ ້ດຶງດູດໃຈພາໃຫ້ຢາກໄປທ່ຽວແລ້ວ.

 ເຮົາສາມາດຊື້ຜັກແລະປາ ທີ່ຍັງສົດຯ, ມິໂຊະ(ເຕົ້າຈ້ຽວຍີ່ປຸ່ນ)ລົດຊາດດັ້ງເດີມ,

ຂອງດອງ (ອາຫານທີ່ຄົນຍີ່ປຸ່ນກິນກັບເຂົ້າ)ລາຄາຖືືກໄດ້ຕາມຮ້ານຂາຍເຄື່ອງ

ໃນ ” ສະຖານີລົດໄຟ ຢູ່ຕາມທາງລົດ”.  ພຽງແຕ່ເຫັນຜັກແປກແປກທີ່ມີສະເພາະໃນບາງທ້ອງຖິ່ນ ກໍ່ເຮັດໃຫ້ຜູ້ເດີນທາງແປກໃຈແລ້ວ, ແຕ່ທາງສູນອາຫານ ຍັງໄດ້ເອົາຜັກເຫລົ່ານັ້ນໄປປຸງແຕ່ງອາຫານ ຍິ່ງເຮັດໃຫ້ຜູ້ເດີນທາງດີໃຈຫລາຍຂຶ້ນທີ່ໄດ້ກິນອາພື້ນບ້ານນັ້ນນັ້ນ. ອິກຢ່າງຫນຶ່ງ  ” ສະຖານີລົດໄຟ ຢູ່ຕາມທາງລົດ” ໃນແຕ່ລະບ່ອນແມ່ນສາມາດນຳເອົາຂໍ້ດີ ຂອງປະຫວັດສາດ ແລະ ບັນຍາກາດຂອງຂົງເຂດນັ້ນມານຳໃຊ້ເຂົ້າໃນການອອກແບບກໍ່ສ້າງສະຖານີ ໄດ້ເປັນຢ່າງດີ. ໃນສະຖານີຍັງມີ ຫ້ອງຝືກເຮັດເສັ້ນຫມີ່ໂຊບະ,ເສັ້ນເຂົ້າປຽກອຸດົ້ງ,ເຮັດຜະລິດຕະພັນໄມ້. ມີຫໍພິພິດຕະພັນທີ່ເຮັດໃຫ້ ເຂົ້າໃຈເຖິງປະຫວັດສາດ ແລະ ການດຳລົງຊີວິດຂອງ ຊາວຊົນນະບົດນັ້ນຯ, ມີຫໍນັ່ງຟັງ ການເລົ່າເລື່ອງສະໄຫມກ່ອນ, ມີບ່ອນອາບນຳ້ພຸຮ້ອນ, ສຳລັບຜູ້ມັກກິລາ ຍັງມີເດີ່ນສະກີ ເດີ່ນຕີເທັນນິສ. ນອກຈາກນີ້ການໂອ້ລົມ, ບອກເລົ່າ, ຟັງພາສາທ້ອງຖິ່ນຂອງຊາວບ້ານ ທີ່ເຮັດວຽກຢູ່ຫັ້ນກໍ່ິ ມ່ວນຄືກັນ.

 ສະໄຫມນີ້ ນັກທ່ອງທ່ຽວບໍ່ພຽງແຕ່ໄປທ່ອງທ່ຽວຕາມແຫລ່ງທ່ອງທ່ຽວທີ່ມີຊື່ສຽງເທົ່ານັ້ນ, ແຕ່ຜູ້ທີ່ທ່ອງທ່ຽວເພື່ອຢາກຮຽນຮູ້ກ່ຽວກັບ ບັນຍາກາດການດຳລົງຊິວິດ ຄວາມສຳພັນຂອງຄົນ ແບບບ້ານນອກທີ່ຫາບໍ່ໄດ້ໃນຕົວເມືອງ ກໍ່ກຳລັງເພີ່ມຂຶ້ນ. ສຳລັບຊາວບ້ານແລ້ວ ເຂົາເຈົ້າຄິດວ່າ ເຂົາເຈົ້າດຳລົງຊິວິດ ຕາມປົກກະຕິ ແຕ່ສຳລັບນັກທ່ອງທ່ຽວທີ່ມາທ່ອງທ່ຽວນັ້ນ ຊຳ້ພັດຄິດວ່າ ເປັນເລື່ອງແປກແລະ ເປັນປະສົບການໃຫມ່.

ປະຈຸບັນນີ້ ” ສະຖານີລົດໄຟ ຢູ່ຕາມທາງລົດ”. ທີ່ສາມາດສຳພັດກັບທຳມະຊາດແລະ ຊິວິດການເປັນຢູ່ຂອງຊາວຊົນນະບົດນີ້  ໄດ້ກາຍເປັນເປົ້າຫມາຍຫນຶ່ງຂອງການທ່ອງທ່ຽວ, ປະຈຸບັນລາຍການທ່ອງທ່ຽວຂອງໂທລະທັດ, ວິທະຍຸກໍ່ໄດ້ຍົກເລື່ອງນີ້ຂຶ້ນມາເວົ້າຢ່າງຫລວງຫລາຍ. 

” ສະຖານີລົດໄຟ ຢູ່ຕາມທາງລົດ”. ໄດ້ມີບົດບາດໃນການ ”ສ້າງຄວາມສາມັກຄີໃນທ້ອງຖິ່ນແລະເປັນສູນກາງການສົ່ງເສີມ”  ສະຖານີດັ່ງກ່າວໄດ້ເປັນບ່ອນເຕົ້າໂຮມຜູ້ຜະລິດສິນຄ້າພື້ນບ້ານ, ຊ່ວຍກັນຄິດຄົ້ນ ສິນຄ້າແບບໃຫມ່ອອກມາ ແລ້ວວາງຂາຍໃນອິນເຕີເນັດ, ໃນໂຮມເພກຈ ເຂົາເຈົ້າຍັງລົງຂໍ້ມູນ ກ່ຽວກັບການຈັດງານບຸນໃນທ້ອງຖິ່ນແຕ່ລະລະດູ, ການຈັດງານສະແດງຕ່າງຯຢູ່ເລື້ອຯ ເພື່ອເປັນການດຶງດູດນັກທ່ອງທ່ຽວ. ສຳລັບຄົນໃນທ້ອງຖິ່ນແລ້ວ ຖືວ່າສະຖານີດັ່ງກ່າວເປັນ ບ່ອນທີ່ເຮັດໃຫ້ທ້ອງຖິ່ນນັ້ນຟົດຟື້ນຂຶ້ນ. ທີ່ປະກົດໃຫ້ເຫັນເປັນຈິງກໍ່ຄື ຫມູ່ບ້ານຫນຶ່ງ ໃນແຂວງກຸງມະ ຍ້ອນມີ ” ສະຖານີລົດໄຟ ຢູ່ຕາມທາງລົດ”. ເປັນບ່ອນເຕົ້າໂຮມຜູ້ຜະລິດ, ຍ້ອນການທຸ້ມເທເຫື່ອແຮງໃສ່ເຂົ້າໃນ ການຜະລິດແລະ ຂາຍສິນຄ້າການກະເສດ ຈຶ່ງເຮັດໃຫ້ຊາວກະສິກອນອຸດົມຮັ່ງມີຂຶ້ນ, ເຮັດໃຫ້ຊາວຫນຸ່ມໃນຫມູ່ບ້ານພາກັນກັບມາເຮັດວຽກຢູ່ບ້ານເກີດ. 

ອິກຢ່າງຫນຶ່ງ ” ສະຖານີລົດໄຟ ຢູ່ຕາມທາງລົດ”. ຖືກສ້າງຂຶ້ນ ຍ້ອນແຜ່ນດິນໄຫວທີ່ເກີດຂຶ້ນໃນປີ2004ໃນເຂດ ຈູເອະຈຶ ແຂວງຫນີ່ກະຕະ,ສ້າງຂຶ້ນເພື່ອເປັນພື້ນຖານຂອງການປ້ອງກັນໄພພຶບັດ, ເປັນບ່ອນລີ້ໄພ ເຊັ່ນວ່າ ເດືອນ3 ປີ2011 ໃນເຫດການແຜ່ນດິນໄຫວຄັ້ງໃຫຍ່ທາງທິດ ຕາເວັນອອກຂອງຍີ່ປຸ່ນ

 ” ສະຖານີລົດໄຟຢູ່ຕາມທາງລົດ”. ກໍ່ໄດ້ມີບົດບາດສຳຄັນໃນການເປັນບ່ອນລີ້ໄພຂອງບັນດາຜູ້ປະສົບໄພດັ່ງກ່າວ. ດັ່ງນັ້ນ ປະຈຸບັນນີ້ ສະຖານີດັ່ງກ່າວ ໄດ້ກາຍເປັນ ສູນກາງການອຸ້ມຊູ ສະຫນັບສະຫນູນທີ່ສຳຄັນຂອງທ້ອງຖິ່ນ.

 ” ສະຖານີລົດໄຟ ຢູ່ຕາມທາງລົດ” ເປັນບ່ອນເຮັດໃຫ້ ຄົນກັບຄົນ ສິ່ງຂອງກັບສິ່ງຂອງມາພົບກັນ ແລ້ວເຮັດໃຫ້ມີການແລກປ່ຽນສິ່ງໃຫມ່ຯເກີດຂຶ້ນ. ທ່ານຜູ້ອ່ານກໍ່ເຊັ່ນກັນ ຕອນຂັບລົດເດີນທາງ ຖ້າຫລຽວເຫັນປ້າຍ” ສະຖານີລົດໄຟ ຢູ່ຕາມທາງລົດ” ບໍ່ລອງຈອດແວະເບິ່ງບໍ່? ຄິດວ່າທ່ານຈະຕ້ອງ ພົບພໍ້ກັບສິ່ງໃຫມ່ຯຢ່າງແນ່ນອນ.

ບົດຮຽນແປທີ່5 ຈາກວາລະສານ 中上級 日本語ລາຍເດືອນ 11ປີ2011

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ທ້າວນ້ອຍນ້ອຍນີ້ ຍົກມືຂຶ້ນເດີ້  ອ້າຍຊິກວດກຳມັນຕະພາບລັງສີກ່ອນ

ມີຫລາຍຊະນິດຫລາຍປະເພດ ນີ້ເປັນພຽງບາງຊະນິດເທົ່ານັ້ນ ລາຄາ ຕາມເຫັນໃນເນັດເລີ່ມແຕ່ສິບປາຍລ້ານກິບຂຶ້ນໄປ

 

ການວັດແທກສານກຳມັນຕະພາບລັງສີ ໄດ້ແຜ່ຂະຫຍາຍຢ່າງກວ້າງ

ຫລັງຈາກເຫດການອຸປະຕິເຫດຂອງໂຮງງານໄຟຟ້ານິວເຄຍຟຸກຸຊິມະຫລັງທີ່1 ທັ້ງພາກສ່ວນລັດ ແລະ ປົກຄອງເມືອງກໍ່ໄດ້ປະກາດກ່ຽວກັບການວັດແທກສານກຳມັນຕະພາບລັງສີຢ່າງເປັນປົກກະຕິຢູ່ແລ້ວ
ແຕ່ວ່າ ບັນດາຜູ້ຄົນທີ່ຢາກຈະຮູ້ຈັກສະພາບອ້ອມຂ້າງໂຕເອງນັ້ນ ກໍ່ໄດ້ພາກັນຊື້ເຄື່ອງຈັກວັດແທກ
ສານກຳມັນຕະພາບລັງສີດ້ວຍໂຕເອງ ຫລືໂຮມເງິນກັນຊື້ເປັນກຸ່ມ, ການເຄື່ອນໄຫວນີ້ແມ່ນກຳລັງ
ແຜ່ຂະຫຍາຍຢ່າງກວ້າງຂວາງ.ຍ້ອນເຫດນີ້ ປະຈຸບັນນີ້ ເຄື່ອງຈັກວັດແທກສານກຳມັນຕະພາບລັງສີແມ່ນຊອກຊື້ຍາກຂຶ້ນ.

ໂດຍສະເພາະແມ່ນ ບັນດາຜູ້ຄົນທີ່ມີຄວາມເປັນຫ່ວງດ້ານຜົນກະທົບຂອງສານກຳມັນຕະພາບລັງສີທີ່ມີຕໍ່ເດັກນ້ອຍ
ໄດ້ພາກັນວັດແທກປະລິມານສານກຳມັນຕະພາບລັງສີ ໃນຂອບເຂດບໍລິເວນທີ່ໃຊ້ຊີວິດປະຈຳວັນດ້ວຍຕົນເອງ,
ຍ້ອນການເຄື່ອນໄຫວເຫລົ່ານີ້ ໄດ້ກວດພົບວ່າ ຕາມຖະຫນົນໃນເມືອງເຊຕະງະຍະຂອງນະຄອນຫລວງໂຕກຽວ
ມີປະລິມານສານກຳມັນຕະພາບລັງສີສູງຜິດປົກກະຕິ,ເພາະຖະຫນົນເສັ້ນເປັນທາງໄປໂຮງຮຽນປະຖົມ ກໍ່ເລີຍເຮັດໃຫ້
ປະຊາຊົນພາກັນຫວຸ້ນວາຍຊົ່ວຄາວ. ສຸດທ້າຍສາເຫດດັ່ງກ່າວແມ່ນຍ້ອນ ພົບວ່າມີແກ້ວທີ່ບັນຈຸທາດເຣດ່ຽມ₭
(ທາດກຳມັນຕະພາບລັງສີຊະນິດຫນຶ່ງ)ປະໄວ້ຢູ່ໃນເຮືອນຮ້າງຫລັງຫນຶ່ງ.
ອີກເລືອງຫນຶ່ງ ຕາມສວນສາທາລະນະ ແລະໂຮງຮຽນ ທີ່ຫລຸບຕ່ຳ ຈະມີປະລິມານສານກຳມັນຕະພາບລັງສີສູງ
ສິ່ງເຫລົ່ານີ້ແມ່ນຜົນກະທົບມາຈາກອຸປະຕິເຫດໂຮງງານໄຟຟ້ານິວເຄຍ.

ມັນເປັນເລື່ອງຍາກ ທີ່ລັດຖະບານແລະປົກຄອງເມືອງຈະສາມາດວັດແທກປະລິມານສານກຳມັນຕະພາບລັງສີ
ໄດ້ຫມົດທຸກບ່ອນ,ດັ່ງນັ້ນ  ຂ້າພະເຈົ້າຄິດວ່າມັນຈຳເປັນທີ່ ຈາກນີ້ໄປ ທາງປົກຄອງເມືອງຄວນຈະເອົາເຄື່ອງຈັກວັດແທກ
ໃຫ້ປະຊາຊົນຢືມ,ຫລືຜູ້ທີ່ມີເຄື່ອງຈັກວັດແທກຢູ່ແລ້ວ ກໍ່ຄວນທີ່ຈະຮ່ວມມືກັບທາງປົກຄອງເມືອງ
ໃນການລາຍງານຜົນຂອງການວັດແທກຢ່າງກວ້າງຂວາງ

ບົດນີ້ຂ້າພະເຈົ້າຮຽນແປມາຈາກ ວາລະສານລາຍເດືອນ ຂອງເດືອນ11ປີ2011 ”中上級の 日本語”  ບົດແປຄັ້ງທີ່ສອງ

ຖ້າມີຄຳຕິຕຽນກໍ່ຈະຂໍຂອບໃຈຢ່າງສູງ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

http://youtu.be/Q3C5sc8b3xM


ມີແຕ່ວີດີໂອເກົ່າເດີ້


 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ອາຊິໂມະເຕະບານ ຂື້ນລົງຂັ້ນໄດ ເສີບນ້ຳ

ບົດຄວາມລຸ່ມນິ້ ຂພຈ ຮຽນແປມາຈາກພາສາຍີ່ປຸ່ນ ໃນວາລະສານWISE no.269 on 16 nov 2011

ຖ້າທ່ານອ່ານແລ້ວເຫັນວ່າປະໂຫຍກໃດບໍ່ຖືກຕ້ອງ ກໍ່ກະລຸນາ ແປງໃຫ້ແດ່ ເພາະບໍ່ມີດິກພາສາລາວເລີຍ ຈະຂອບໃຈຢ່າງສູງ

ພາຍຫລັງສີ່ປິ ບໍລິສັດຮອນດະໄດ້ພັດທະນາ ຄວາມກ້າວຫນ້າ ແລະ ຄວາມສາມາດໃນການຕັດສິນໃຈຂອງຫຸ່ນຍົນ ອາຊິໂມະ

ວັນທີ່ແປດ ເດືອນສິບເອັດ ປີສອງພັນສິບເອັດນິ້ ບໍລິສັດຮອນດະ ຂອງຍີ່ປຸ່ນ
ໄດ້ເປີດໂຕຫຸ່ນຍົນແບບໃຫມ່ທີ່ຍ່າງໄດ້ດ້ວຍສອງຂາ ຊື່ວ່າ ອາຊິໂມະ;
ອາຊິໂມະແບບໃຫມ່ນິ້ ສາມາດຕັດສິນໃຈດ້ວຍຕົວເອງເມື່ອພົບກັບສະຖານະການໃດຫນຶ່ງ.
ຫມາຍຄວາມວ່າ ການຕັດສິນໃຈຢ່າງອິດສະຫຼະຂອງ ອະຊິໂມະຖືກພັດທະນາຂຶ້ນ.

ມືຫ້ານິ້ວຂອງອະຊິໂມະ ເຄື່ອນໄຫວໄດ້ຢ່າງເປັນອິດສະຫລະຂຶ້ນເຊັ່ນວ່າ;
ລາວສາມາດເປີດຝາກະຕິກນ້ຳ ແລ້ວເຫຍັ້ນນຳ້ໃສ່ຈອກໄດ້ເອງ
ນອກຈາກນີ້ຍັງສາມາດລົມພາສາມື ຫລືພາສາກືກໄດ້ອີກ.

ການພັດທະນາຫຸ່ນຍົນ ອາຊິໂມະແບບໃຫມ່ນີ້ ແມ່ນໃຊ້ເວລາສີ່ປີ
ຫລັງຈາກທີ່ ຮອນດະໄດ້ເປີດໂຕອາຊິໂມະແບບເກົ່າໃນປີ ສອງພັນເຈັດ.

ອາຊິໂມະແບບໃຫມ່ນີ້ ບໍ່ພຽງແຕ່ສາມາດຍ່າງຕາມທາງທີ່ກຽມໄວ້ໃຫ້ໄດ້
 ແຕ່ລາວຍັງສາມາດອ່ານເດົາທິດທາງການເຄື່ອນໄຫວຂອງຜູ້ຄົນໃນບໍລິເວນນັ້ນ
ເພື່ອລາວຈະໄດ້ຫລົບຫລີກບໍ່ໃຫ້ຍ່າງຕຳກັບຄົນອື່ນ;
ຫມາຍຄວາມວ່າ ຄວາມສາມາດໃນການປັບໂຕໃຫ້ເຂົ້າກັບສະຖານະການຂອງລາວພັດທະນາຂຶ້ນກວ່າເກົ່າ.

ຂາທັງສອງເບື້ອງຂອງລາວກໍ່ໄດ້ຮັບການພັດທະນາຂຶ້ນເຊັ່ນກັນເຊັ່ນວ່າ:
 ລາວສາມາດຍ່າງຕາມທາງທີ່ບໍ່ລຽບ ເປັນຂຸມ ແລະ ລາວຍັງສາມາດໂດດໄດ້ອີກ.



 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ບ່ອນຈອດລົດແນວນີ້ເຫັນຫລາຍ

ບາດຊິເອົາລົດລົງເອັດຊັ່ງເລີ່ເດ ບາດນີ້ເນາະ

ຫມຸນຫມຸນຫມຸນຂຶ້ນໄປ ບ່ອນໃດຫວ່າງ ສຽບໂລດ ເປັນລະບຽບຮຽບຮ້ອຍ ປານວ່າຮັງຕໍ່ບ້ານຕູທັດ

ອັນນີ້ແບບປ່ອນຫລຽນອັດຕະໂນມັດ ຈອດປຶບ ທ່ອນເຫລັກກໍ່ລັອກລໍ້ປັບ ບາດຊິກັບບ້ານ ເອົາປີ້ໄປໃຫ້ຕູ້ຄິດໄລ່ ຈອດຈັກຊົ່ວໂມງຈັກນາທີ ປ່ອນເງິນໃສ່ຕູ້ ທ່ອນເຫລັກລັອກລໍ້ກໍ່ ປົດລັອກຢ່າງ ຮູ້ຄວາມຮູ້ຄວາມ ຄິດວ່ານີ້ກໍ່ເປັນສາເຫດຫນຶ່ງທີ່ເຮັດໃຫ້ຄົນເຝົ້າຄອກລົດ ຕົກງານ

ຄ່າຈອດລົດບ້ານເຂົາແພ້ງແພງ ຕາມທີ່ເຫັນຊົ່ວໂມງລະ ສາມລ້ອຍເຢັນ ຫາຫົກເຈັດລ້ອຍເຢັນ ຕໍ່ຊົ່ວໂມງ ເງິນກີບກໍ່ປະມານຊົ່ວໂມງລະ ສາມສິບພັນກິບ ຫາ ເຈັດສິບພັນກິບ ຊຶ່ງລາຄາແລ້ວແຕ່ໃນ ນອກເມືອງ ບ່ອນແອອັດ