ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ບໍ່ແນ່ໃຈວ່າພາສາລາວເອີ້ນນົກຫົງຢົກວ່ານົກຫຍັງ ແຕ່ນົກໂຕນີ້ສະຫລາດຫລາຍ ຈົນຕົກເປັນຂ່າວເດັ່ນຂອງຍີ່ປຸ່ນໃນວັນທີ່ 3ເດືອນ5 ປີ2012. ສື່ທຸກປະເພດຂອງຍີ່ປຸ່ນໃນມື້ນັ້ນ ລ້ວນແຕ່ເວົ້າເຖິງ ເລື່ອງຂອງນົກຫົງຢົກໂຕນີ້ ມັນມີຊື່ວ່າ ພີໂກະຈັງ ໂຕຜູ້ ອາຍຸ2ປີ ຢູ່ແຂວງຄານະງະວະ ເມືອງສະກະມິຮະລະຊິ.ທັງເວົ້າໄດ້ແລະສະຫລາດ.

ທີ່ຕົກເປັນຂ່າວກໍ່ຍ້ອນວ່າ ນົກໂຕນີ້ ໄດ້ຫນີອອກຈາກບ້ານຕັ້ງແຕ່ວັນທີ່ 29 ເດືອນ4 ແລ້ວຖືກຈັບໄດ້ຕອນທີ່ ພີໂກະຈັງບິນໄປຈັບຢູ່ບ່າຂອງລູກຄ້າທີ່ມາພັກຢູ່ໂຮງແຮມແຫ່ງຫນຶ່ງ ພະນັກງານໂຮງແຮມເລີຍສົ່ງໃຫ້ຕຳຫລວດເພຶ່ອປະກາດຫາເຈົ້າຂອງນົກ ພໍຕຳຫລວດເອົາມາໄວ້ສະຖານີຕຳຫລວດ ;

ມີມື້ຫນຶ່ງ ພີໂກະຈັງກໍ່ບອກຊື່ຂອງໂຕເອງພ້ອມທີ່ຢູ່ ຂອງໂຕເອງຢ່າງລະອຽດ ຕຳຫລວດຕົກໃຈຫລາຍ ແລະ ໄດ້ລອງຕິດຕໍ່ໄປຕາມທີ່ຢູ່ ທີ່ພີໂກະຈັງບອກມາ ແລະແລ້ວ ທີ່ຢູ່ນັ້ນກໍ່ແມ່ນເຮືອນຂອງເຈົ້າຂອງລາວແທ້ໆ ມື້ຕໍ່ມາແມ່ຕູ້ອາຍຸ60ກວ່າປີ ພ້ອມກັບຫລານຊາຍນ້ອຍໄດ້ມາຮັບເອົາພີໂກະຈັງກັບບ້ານດ້ວຍຄວາມດີອົກດີໃຈ ທ່າມກາງກອງທັບຂອງນັກຂ່າວ ແລະ ບັນດາຜູ້ທີ່ຢາກມາເຫັນພີໂກະຈັງ ນັກຂ່າວໄດ້ສຳພາດແມ່ຕູ້ໄດ້ເລົ່າວ່າ ແມ່ຕູ້ເຄີຍລ້ຽງນົກຫົງຢົກມາກ່ອນແລະມັນກໍ່ລັກຫນີອອກຈາກບ້ານແລ້ວ ບໍ່ກັບມາເລີຍ ເທື່ອນີ້ລາວກໍ່ເລີຍສອນໃຫ້ ພີໂກະຈັງຈື່ຊື່ ທີ່ຢູ່ຂອງໂຕເອງເພື່ອວ່າ ບາດຫລົງທາງຈຶ່ງຊິຮູ້ບອກທີ່ຢູ່ໃຫ້ຄົນພາກັບບ້ານ ແຕ່ແມ່ຕູ້ກໍ່ບໍ່ຄິດວ່າເທື່ອນີ້ລາວຊິໄດ້ພີໂກະຈັງກັບຄືນມາ ແມ່ຕູ້ກັບຫລານເລີຍດີໃຈຫລາຍ

ຂໍ້ມູນແປຈາກອິນເຕີເນັດ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ສົງໄສໄປດວນກັບແກ້ງອື່ນມາຕິເບາະແກ້ງຢະຄຸຊະສະໄຫມແຕ່ກີ້

ເຂັ້າອັອຟຟິດສຂອງແກ້ງ ຢະຄຸຊະໄປເບິ່ງຕິໂມຍ

ການເດີນຂະບວນຂອງປະຊາຊົນເພື່ອກຳຈັດພວກແກ້ງຢະຄຸຊະ

ໂຄສະນາປະຊາສຳພັນປະຕິເສດແກ້ງຢະຄຸຊະສຊາມຂໍ້ ບໍ່ໃຊ້ບໍລິການ  ບໍ່ຈ່າຍເງິນໃຫ້ ບໍ່ຢ້ານຳແກ້ງຢະຄຸຊະ

<!--[if gte mso 9]> Normal 0 <![endif]-->

່ການບັງຄັບໃຊ້ກົດລະບຽບການກຳຈັດແກ້ງຢະຄຸຊະ

 

ເພື່ອກຳຈັດແກ້ງຢະຄຸຊະໃຫ້ຫມົດໄປໃນສັງຄົມ

”ກົດລະບຽບການກຳຈັດແກ້ງຢະຄຸຊະ”ໄດ້ມີຜົນນຳໃຊ້ໄປໃນນະຄອນຫລວງໂຕກຽວ

ແລະແຂວງໂອກິນະວະຕັ້ງແຕ່ວັນທີ່1ເດືອນ1oປີ2011ເປັນຕົ້ນໄປ.

ກົດລະບຽບດັ່ງກ່າວນັ້ນ ໄດ້ຮ່າງຂຶ້ນຕັ້ງແຕ່ປີ2009ໃນທົ່ວປະເທດ ສິ່ງນີ້ຊີ້ໃຫ້ເຫັນວ່າ

ການກະກຽມທີ່ຈະກຳຈັດແກ້ງຢະຄຸຊະໃນຍິ່ປຸ່ນແມ່ນພ້ອມແລ້ວ.

 

ເນື້ອໃນຂອງກົດລະບຽບຂອງແຕ່ລະເມືອງຕ່າງກັນຫນ້ອຍຫນຶ່ງ ແຕ່ວ່າ ເນື້ອໃນສ່ວນຫລາຍແມ່ນ

ວາງກົດລະບຽບວ່າ ບໍ່ໃຫ້ຊະມາຊິກແກ້ງຢະຄຸຊະເຂົ້າຮ່ວມກິດຈະການສາທາລະນະ ,

ບໍ່ໃຫ້ເປີດສຳນັກງານຂອງແກ້ງຢະຄຸຊະຢູ່ໃກ້ກັບໂຮງຮຽນ,ຫ້າມບໍ່ໃຫ້ຜູ້ດຳເນີນທຸລະກິດ

(ບໍລິສັດຫລືຮ້ານຄ້າ)ແບ່ງປັນຜົນປະໂຫຍດໃຫ້ແກ່ແກ້ງຢະຄຸຊະ.

ໃນ”ການແບ່ງປັນຜົນປະໂຫຍດ”ນີ້ ບາງກໍລະນີກໍ່ລວມທັ້ງການຂາຍສິນຄ້າໃຫ້ແກ່

 

ແກ້ງຢະຄຸຊະ,ແຕ່ວ່າຕາມຄວາມເປັນຈິງແລ້ວ  ບັນຫາສ່ວນໃຫຍ່ກໍ່ຄື ຜູ້ຂາຍຈຳແນກອອກຍາກວ່າ ລູກຄ້າຄົນໃດແມ່ນຊະມາຊິກແກ້ງຢະຄຸຊະ,ແຕ່ວ່າຜູ້ດຳເນີນທຸລະກິດ

ກໍ່ສາມາດປະຕິເສດຄວາມສຳພັນກັບແກ້ງຢະຄຸຊະໄດ້ງ່າຍຂຶ້ນ ດ້ວຍການເອົາກົດລະບຽບດັ່ງກ່າວມາອ້າງ,

ການອອກກົດລະບຽບດັ່ງກ່າວນີ້ເຮັດໃຫ້ ມີຄວາມຫວັງວ່າ  ນັ້ນຈະເປັນການກຳຈັດແກ້ງຢະຄຸຊະໃຫ້ຫມົດໄປໃນສັງຄົມ.

 

ໃນເດືອນ9ນີ້ ກໍ່ມີເລື່ອງຂອງດາລາທີ່ຊື່ວ່າ ຊິມະດະຊິນຊຸເກະ ໄດ້ລາອອກຈາກວົງການບັນເທີງ

ເມື່ອຄວາມສຳພັນຂອງລາວກັບພວກແກ້ງຢະຄຸຊະຖືກເປີດເຜີຍອອກມາ.

ຜ່ານມາບໍ່ວ່າຈະເປັນໃນວົງການບັນເທີງ ຫລື ວົງການກິລາ ກໍ່ລ້ວນແຕ່ມີຄວາມກ່ຽວຂ້ອງອ້ນແຫນ້ນແຟ້ນກັບແກ້ງຢະຄຸຊະ,

ແຕ່ປະຈຸບັນນີ້ການເຄື່ອນໄຫວໃນການກຳຈັດແກ້ງຢະຄຸຊະແມ່ນກຳລັງແຜ່ລາມກວ້າງອອກ.

ບົດແປຄັ້ງທີ່4 ແປມາຈາກ ວາລະສານ ລາຍເດືອນ中上級 日本語ຂອງເດືອນ11 ປີ2011

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ບໍລິສັດການບິນລາວ ໄດ້ຮັບການສົ່ງມອບເຄື່ອງບິນ Airbus ລຸ່ນ A-320 ​ແລ້ວ 1 ລໍາ​ ໃນ ຈໍານວນ 2 ລໍາ ທີ່ສັ່ງຊື້ຈາກຕ່າງປະເທດພາຍ​ໃຕ້​ເປົ້າໝາຍທີ່​ຈະ​ເພີ້ມ​ເສັ້ນທາງ​ການບິນ​ໄປ​ຕ່າງ   ປະ​ເທດ​ໃຫ້​ຫລາຍ​ຂຶ້ນ.

ລັດວິສະຫະກິດການບິນລາວ ໄດ້ຮັບການສົ່ງມອບເຄື່ອງບິນ Airbus ລຸ່ນ A-320 ຂະໜາດ 142 ບ່ອນນັ່ງລໍາທໍາອິດ ຈໍານວນ 2 ລໍາ                    ທີ່ສັ່ງຊື້ຈາກບໍລິສັດ Airbus ປະເທດຝຣັ່ງໃນວັນທີ 8 ພະຈິກທີ່​ຜ່ານ​ມານີ້ ໂດຍທີ່ມີທ່ານສົມພອນ ດວງດາລາ ຜູ້ອໍານວຍການ
ໃຫຍ່ ລັດວິສະຫະກິດການບິນລາວ ເປັນຜູ້ຮັບມອບຈາກທ່ານ ຝຣັ່ງຊົວ ລາວານ ປະທານອາວຸໂສຂອງບໍລິສັດ Airbus.                                      ສ່ວນເຮືອບິນລໍາທີ 2 ນັ້ນ ກໍມີກໍານົດການທີ່ ຈະສົ່ງມອບ ຢ່າງເປັນທາງການພາຍໃນເດືອນທັນວາ ປີນີ້ເປັນຢ່າງຊ້າ.

ເຮືອບິນ Airbus ລຸ່ນ A-320 ທັງສອງລໍາດັ່ງກ່າວນີ້ ຖືເປັນສ່ວນນຶ່ງໃນແຜນການ ທີ່ເພີ້ມ
ເສັ້ນທາງການບິນ ໄປຕ່າງປະເທດຂອງລັດວິສະຫະກິດການບິນລາວ ນັບຈາກປັດຈຸບັນ
ຈົນໄປເຖິງປີ 2020 ແລະສໍາລັບເປົ້າໝາຍຈົນເຖິງປີ 2015 ນັ້ນ ກໍຈະໃຊ້ເງິນທຶນເຖິງ 200
ລ້ານໂດລາ ເພື່ອຈັດຊື້ເຄື່ອງບິນຂະໜາດ 150-200 ບ່ອນນັ່ງເພີ່ມຂຶ້ນອີກ 4 ລໍາ ເປັນຢ່າງ
ໜ້ອຍ.

 

ການດໍາເນີນທຸລະກິດຂອງລັດວິສະຫະກິດການບິນລາວ ທີ່ມີການຂະຫຍາຍຕົວ ແລະມີຜົນ
ກໍາໄລເພີ່ມຂຶ້ນຢ່າງຕໍ່ເນື່ອງດັ່ງກ່າວ ກໍຍັງເປັນຜົນເຮັດໃຫ້ໄດ້ຮັບລາງວັນດີເດັ່ນຈາກສະຖາບັນ
ການບິນພົນລະເຮືອນນາໆຊາດ ທັງໃນສະຫະລັດອາເມຣິກາ ເຢຍລະມັນ ອັງກິດ ແລະຝຣັ່ງ
ມາແລ້ວເຖິງ 5 ປີຕິດຕໍ່ກັນ ກໍຄືນັບຈາກປີ 2006 ເຖິງປີ 2010 ທີ່ຜ່ານມານັ້ນເອງ.

ນອກຈາກນັ້ນ ການທີ່ມີຜູ້ໂດຍສານທັງພາຍໃນແລະຈາກຕ່າງປະເທດ ໄດ້ໃຊ້ບໍລິການເພີ່ມຂຶ້ນ
ໃນອັດຕາສະເລ່ຍເຖິງ 15% ໃນແຕ່ລະປີນັ້ນ ກໍຍັງເຮັດໃຫ້ລັດວິສະຫະກິດການບິນລາວ ໄດ້
ວາງແຜນການເພີ້ມ ເສັ້ນທາງການບິນໄປຕ່າງປະເທດຫລາຍຂຶ້ນ ໂດຍຈະນໍາໃຊ້ເຮືອບິນ
Airbus ທັງ 2 ລໍາດັ່ງກ່າວນີ້ ເປັນຫລັກ, ດັ່ງທີ່ທ່ານ ສຸລິເດດ ດວງສຸດທິ ຜູ້ຈັດການຝ່າຍການ
ຕະຫຼາດຂອງລັດວິສະຫະກິດການບິນລາວ ໄດ້ຊີ້ແຈງວ່າ:

“ແຜນການຍົນ ແອບັດທີ່ວ່າພວກເຮົາຈະນໍາໃຊ້ໃນຕົ້ນເດືອນສິບເອັດນີ້ ກໍໝາຍຄວາມວ່າ
ວຽງຈັນ-ຄຸນໝິງ ພວກເຮົາໄດ້ໃຊ້ແອບັດ ວຽງຈັນ-ບາງກອກ ທີ່ພວກ
ເຮົາບິນ ສອງຖ້ຽວຕໍ່
ມື້ນີ້ ຈໍາເປັນຕ້ອງໃຊ້ແອບັສ ເພາະວ່າມັນເປັນເກດເວທີ່ຜູ້ໂດຍສານເຂົ້າມາເສັ້ນທາງນີ້ຫຼາຍ,
ແລ້ວ ວຽງຈັນ-ໄຊງ່ອນ ສາມຖ້ຽວຕໍ່ອາທິດ,
ວຽງຈັນ-ຫຼວງພະບາງ ຕອນເຊົ້ານີ້ກໍໃຊ້ເຄື່ອງ
ບິນ ແອບັສ ວຽງຈັນ-ສິງກະໂປ
ກະມີສາມຖ້ຽວ ຕໍ່ອາທິດ ຕາມທີ່ເຮົາວາງແຜນໄວ້.

 

Songrit Pongern
ພິທີເຊັນສັນຍາ ຊື້-ຂາຍເຮືອບິນແອບັສ ຂະໜາດ 140 ບ່ອນນັ່ງ ລະຫວ່າງບໍລິສັດການບິນລາວ ແລະບໍລິສັດແອບັສ ທີ່ຈັດຂຶ້ນທີ່                           ນະຄອນວຽງຈັນ ໃນເດືອນສິງຫາ 2011 ທີ່ຜ່ານມານີ້.

ລັດວິສະຫະກິດການບິນລາວໄດ້ຈັດຊື້ເຄື່ອງບິນ Airbus ທັງ2 ລໍາດັ່ງກ່າວນີ້ຄິດເປັນມູນຄ່າລວມກັນເຖິງ 91 ລ້ານໂດລາ
ໂດຍໄດ້ຮັບການສະໝັບສະໜູນເງິນກູ້ຈາກທະນາຄານແຫ່ງຊາດລາວ ແລະທະນາຄານການຄ້າ
ຕ່າງປະເທດຂອງລັດຖະບານລາວໃນມູນຄ່າ 20 ລ້ານໂດລາ ແລະ 71 ລ້ານໂດລາຕາມລໍາດັບ.

ສໍາລັບເສັ້ນທາງການບິນທີ່ຈະເພີ່ມຂຶ້ນອີກ 2 ເສັ້ນທາງ ນັບຈາກເດືອນພະຈິກນີ້ ເປັນຕົ້ນໄປ ກໍຄືເສັ້ນທາງບິນລະຫວ່າງ ວຽງຈັນກັບສິງກະໂປ ແລະວຽງຈັນກັບກວາງໂຈ ປະເທດຈີນ. ສ່ວນໃນໄລຍະໄຕມາດທໍາອິດ ຫຼື 3 ເດືອນຕົ້ນປີ 2012 ນີ້ ກໍປະກົດວ່າລັດວິສະຫະກິດການ
ບິນລາວ ກໍຍັງມີແຜນການທີ່ຈະຂະຫຍາຍເສັ້ນທາງການບິນ ໄປຍັງກຸງໂຊນ ປະເທດເກົາຫລີ
ໃຕ້ອີກດ້ວຍ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ຄະນະກໍາມະການສາມຝ່າຍຍັງບໍ່ສາມາດ ຕົກລົງກັນໄດ້ ກ່ຽວກັບການປັບຂຶ້ນຄ່າຈ້າງຂັ້ນຕໍ່າ ໃຫ້ແກ່ຜູ້ອອກແຮງງານ ໃນຂະນະທີ່ຄ່າຄອງຊີບມີການປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ.

ທ່ານຄໍາຫລ້າ ລໍລອນສີ ປະທານສະຫະພັນກໍາມະບານລາວ ໃຫ້ການຢືນຢັນວ່າ ສະຫະພັນກໍາມະບານ                                                        ພ້ອມດ້ວຍກະຊວງ​ແຮງ​ງານ ແລະ​ ສະຫວັດດີ​ການ​ສັງຄົມ ແລະສະມາຄົມນາຍຈ້າງ ທີ່ປະກອບເປັນຄະນະກໍາມະການສາມຝ່າຍ                        ຫລືໄຕຣພາຄີນັ້ນ ຍັງບໍ່ສາ ມາດຫາຂໍ້ສະຫລຸບຮ່ວມກັນ ກ່ຽວກັບການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ                                              ໃຫ້ກັບຜູ້ອອກແຮງງານລາວໄດ້ເລີຍ ຈົນເຖິງປັດຈຸບັນນີ້ ເຖິງແມ່ນວ່າ ທັງສາມຝ່າຍຈະເຫັນຊອບໃນຫລັກການຮ່ວມກັນວ່າ ສົມຄວນທີ່ຈະມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ໃຫ້ສອດຄ່ອງ ກັບສະພາວະຄ່າຄອງຊີບທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງກໍຕາມ.

 

Lao workers at a garment factory in Vientiane Capital
Songrit Pongern
ກໍາມະກອນລາວ ທີ່ໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນວຽງຈັນ ທີ່ຜະລິດສິນຄ້າເພື່ອສົ່ງອອກ.

ທັງນີ້ກໍເນື່ອງຈາກວ່າ ທາງສະຫະພັນກໍາມະບານລາວນັ້ນໄດ້ສະເໜີໃຫ້ມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ເປັນຢ່າງນ້ອຍ665,000 ກີບ                          ຕໍ່ເດືອນ ຊຶ່ງທາງຝ່າຍກະຊວງແຮງງານກໍເຫັນດີດ້ວຍ ຫາກແຕ່ວ່າ ທາງຝ່າຍສະມາຄົມນາຍຈ້າງກັບເຫັນວ່າ             ການປັບຂຶ້ນຄ່າາຈ້າງຂັ້ນຕໍ່າໃນອັດຕາດັ່ງກ່າວຈະສົ່ງຜົນກະທົບຕໍ່ທຸລະກິດການສົ່ງອອກສິນຄ້າໄປຕ່າງປະເທດ                              ເນື່ອງຈາກວ່າການເພີ້ມຄ່າຈ້າງ ກໍຄືການເພີ້ມຕົ້ນທຶນ ທີ່ຈະເຮັດໃຫ້ສິນຄ້າສົ່ງອອກຈາກລາວມີລາຄາແພງຂຶ້ນ   ຈົນບໍ່ສາມາດແຂ່ງຂັນໃນຕະຫລາດຕ່າງປະເທດໄດ້.

ແຕ່ຢ່າງໃດກໍຕາມ ສະຫະພັນກໍາມະບານລາວກໍຍັງຄາດຫວັງວ່າ ທາງສະມາຄົມນາຍຈ້າງ ຈະເຫັນດີກັບການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ           ດັ່ງກ່າວໃນໝໍ່ໆນີ້ ຫລືຢ່າງຊ້າທີ່ສຸດ ກໍຄືພາຍໃນເດືອນຕຸລາປີນີ້ ເນື່ອງຈາກວ່າອັດຕາຄ່າຈ້າງຂັ້ນຕໍ່າຂອງຜູ້ອອກແຮງງານລາວໃນ
ປັດຈຸບັນນີ້ ຖືວ່າຕໍ່າຫລາຍ ເມື່ອທຽບໃສ່ກັບຄ່າຄອງຊີບ ທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ທ່ານຄໍາຫລ້າໄດ້ຖະແຫລງຊີ້ແຈງວ່າ:

 

Songrit Pongern
ທ່ານຄໍາຫລ້າ ລໍລອນສີ, ຫົວໜ້າ ສະຫະພັນກໍາມະບານລາວ

 

ເງິນເດືອນພວກເຮົາປະຕິບັດໃນຄູ່ມື້ນີ້ ຕໍ່າສຸດລະແມ່ນ 348,000 ກີບຕໍ່ຄົນຕໍ່ເດືອນ ບວກກັບເງິນ
ນະໂຍບາຍຕ່າງໆ ລວມທັງໝົດແມ່ນ ຫ້າແສນກວ່າກີບຕໍ່ຄົນຕໍ່ເດືອນ. ແມ່ນແຕ່ລະໂຮງຈັກໂຮງ
ງານ ຫລືວ່າຫົວໜ້າການຜະລິດຕ່າງໆ ຈະຕ້ອງໄດ້ປະຕິບັດຕໍ່ກໍາມະກອນ ທີ່ອອກແຮງງານແມ່ນ
ບໍ່ໃຫ້ຫລຸດໄປກວ່ານັ້ນ. ໃນຕໍ່ໄປນີ້ ພວກເຮົາຍັງຈະໄດ້ສະເໜີເພີ້ມຕື່ມອີກ ເພື່ອອີງໃສ່ຄ່າຄອງຊີບ ອີງ
ໃສ່ສະພາບການເສດຖະກິດການເງິນຂອງໂລກ ກໍຄືພາຍໃນຂອງພວກເຮົານີ້ ມັນມີການປ່ຽນແປງ ຈະໄດ້
ເພີ້ມຕື່ມເທົ່າໃດ ຍັງເວົ້າບໍ່ທັນໄດ້.

 

Songrit Pongern
ເຂົ້າຊຶ່ງເປັນສິນຄ້າອຸບປະໂພກປະເພດນຶ່ງທີ່ມີລາຄາ ແພງຂຶ້ນນັບມື້

ທາງການກະຊວງອຸດສະຫະກໍາ ແລະການຄ້າ ໄດ້ລາຍງານວ່າ ລາຄາສິນຄ້າອຸບປະໂພກ ບໍລິໂພກໃນທົ່ວປະເທດລາວ                                 ໄດ້ປັບຕົວສູງຂຶ້ນເຖິງ 13.95% ໃນເດືອນມິຖຸນາທີ່ຜ່ານມາ. ສ່ວນຄ່ານໍ້າມັນ ຄ່າໄຟຟ້າແລະລາຄາແກັສຫຸງຕົ້ມນັ້ນ                                  ກໍປັບຕົວສູງຂຶ້ນເກີນກວ່າ 11% ໃນຊ່ວງດຽວກັນນີ້ ຊຶ່ງກໍເປັນຜົນເຮັດໃຫ້ອັດຕາເງິນເຟີ້ ເພີ້ມສູງຂຶ້ນເກີນກວ່າລະດັບ 10% ແລ້ວ                                  ໃນຂະນະນີ້ ເພາະສະນັ້ນ ຈຶ່ງເຮັດໃຫ້ຜູ້ອອກແຮງງານບໍ່ສາມາດ ທີ່ຈະຄອງຊີບຢູ່ໄດ້ດ້ວຍອັດຕາຄ່າຈ້າງຂັ້ນຕໍ່າທີ່ເປັນຢູ່ໃນເວລານີ້.

ນອກຈາກນີ້ ການທີ່ວ່າລາວມີອັດຕາຄ່າຈ້າງຕໍ່າຫລາຍ ເມື່ອສົມທຽບໃສ່ກັບຄ່າຄອງຊີບທີ່ເພີ້ມສູງຂຶ້ນທຸກມື້ນັ້ນ ກໍຍັງເປັນເງື່ອນໄຂນຶ່ງ ທີ່ເຮັດໃຫ້ແຮງງານລາວຕ້ອງພະຍາຍາມ ເດີນທາງໄປລອບທໍາງານໂດຍຜິດກົດໝາຍ ຢູ່ໃນປະທດໄທເພີ້ມຫລາຍຂຶ້ນນັບມື້ ເຊັ່ນດຽວກັນ ເຖິງແມ່ນວ່າຈະສ່ຽງຕໍ່ການທີ່ຈະຖືກທາງການໄທຈັບກຸມຄຸມຂັງ ໃນຂໍ້ຫາເຂົ້າເມືອງໂດຍຜິດກົດໝາຍ ແລະສ່ຽງຕໍ່ການຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດໃນໄທກໍຕາມ,                                  ຫາກແຕ່ພວກເຂົາເຈົ້າກໍຍອມເພື່ອແລກກັບຄ່າຈ້າງທີ່ສູງກວ່າຢູ່ໃນລາວ ນັ້ນເອງ.

ຂໍ້ມູນຈາກວີໂອເອ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ທາງ​ການ​ລາວປະມານ​ການ​ວ່າ ມີ​ແຮງງານ​ຕ່າງ​ດ້າວ ຢູ່​ໃນ​ລາວ​ຫລາຍ​ກວ່າ 120 ພັນ​ຄົນ ​ແລະ ​ເກີນ​ກວ່າ 80% ​ໃນ​ຈໍານວນ​ດັ່ງກ່າວ​ນີ້

​ເປັນ​ແຮງງານ ທີ່​ລັກລອບ​ທໍາ​ງານ​ຢູ່​ໃນ​ລາວ ​ໂດຍ​ຜິດ​ກົດໝາຍ.

ເຈົ້າໜ້າທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມ ​ໄດ້​ໃຫ້ການຢືນຢັນວ່າ ​ໃນ​ປັດຈະ​ບັນນີ້ ມີ​ແຮງງານຕ່າງ​ດ້າວ ຢູ່​ໃນ​ລາວ​ຈໍານວນ​ທັງໝົດ ຫລາຍ​ກວ່າ 120 ພັນ​ຄົນ ຊຶ່ງ​ຈາກ​ການ​ເກັບ​ກໍາ​ຂໍ້​ມູນ​ໃນ​ໄລຍະ 1 ປີ ທີ່​ຜ່ານ​ມາ ກໍ​ພົບ​ວ່າ ​ແຮງງານ​ຕ່າງ​ດ້າວ​ສ່ວນ​ໃຫຍ່​ນັ້ນ ​ເດີນທາງ​ມາ​ຈາກ​ປະ​ເທດ​ຫວຽດນາມ, ຈີນ ​ແລະ​ໄທ ຕາມ​ລໍາດັບ ກັບ​ທັງ​ຍັງ​ສໍາ​ຫລວດ​ພົບ ອີກ​ດ້ວຍ​ວ່າ ​ໃນ​ຈໍານວນ​​ແຮງງານ​ຕ່າງ​ດ້າວ​ເຫລົ່ານີ້ ກໍ​ຄິດ​ເປັນ​ຫລາຍ​ກວ່າ 80% ທີ່ເປັນ​ແຮງງານ ທີ່​ລັກລອບ​ທໍາ​ງານ​ຢູ່​ໃນ​ລາວ ​ໂດຍ​ຜິດ​ກົດໝາຍ.

ທັງນີ້ກໍເນື່ອງຈາກວ່າ ແຮງງານລາວສ່ວນໃຫຍ່ໃນປັດຈຸບັນນີ້ ເປັນແຮງງານທີ່ບໍ່ມີຝີມື ຈຶ່ງບໍ່ສາມາດທີ່ຈະຕອບສະໜອງ ຄວາມຕ້ອງການດ້ານແຮງງານ ຂອງບັນດາບໍລິສັດຕ່າງຊາດລົງທຶນຢູ່ໃນລາວໄດ້ຢ່າງພຽງພໍ. ເຊິ່ງກໍເປັນຜົນເຮັດໃຫ້ບັນດາບໍລິສັດຕ່າງຊາດຕ້ອງພາກັນ ແກ້ໄຂບັນຫາ ດ້ວຍການນໍາເຂົ້າແຮງງານທີ່ມີຝີມື ຈາກຕ່າງປະເທດເປັນດ້ານຫຼັກ.

 

Songrit Pognernນັກຮຽນການຊ່າງທີ່ຝຶກອົບຮົມຢູ່ສູນຝຶກອົບ ຮົມແຮງງານແຫ່ງນຶ່ງໃນນະຄອນວຽງຈັນ

ຕໍ່ກໍລະນີ​ດຽວກັນນີ້ ທ່ານນາງອ່ອນຈັນ ທໍາມະວົງ ລັດຖະມົນຕີວ່າການກະຊວງແຮງງານ ແລະສະຫວັດດີການສັງຄົມ ​ກໍໄດ້ຖະແຫຼງຍອມຮັບວ່າ ການທີ່ທາງ
ການລາວເອງກໍມີຂໍ້ຈໍາກັດໃນດ້ານການພັດທະນາຝີມືແຮງງານ ນັ້ນ ກໍ​ຄືສາ​ເຫດ​ທີ່​ສໍາຄັນ​ປະການນຶ່ງທີ່​ເຮັດ​ໃຫ້ບໍ່ສາມາດ​ຕອບ​ສະໜອງ​ແຮງງານ​ມີ​ຝີ​ມື ​ໃຫ້​ແກ່​ບັນ
ດາ​ບໍລິສັດ​ຕ່າງ​ຊາດ ທີ່​ລົງທຶນ​ຢູ່​ໃນ​ລາວໃຫ້​ໄດ້​ຢ່າງ​ພຽງພໍ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ບໍລິຫານ ແລະການຄຸ້ມຄອງແຮງງານພາຍ​ໃນ​ລາວ ​ແຮງງານ​ຕ່າງ​ດ້າວໃນ​ລາວ ກໍຍັງປະຕິບັດໄດ້ຢ່າງບໍ່ທົ່ວເຖິງ ແລະຂາດປະສິດທິພາບໃນທຸກໆດ້ານອີກດ້ວຍ ດັ່ງທີ່ທ່ານນາງ ອ່ອນຈັນໄດ້​ຖະ​ແຫລ​ງຍອມຮັບ​ໃນ​ຕອນ​ນຶ່ງ​ວ່າ:

 

ກົນໄກປະສານງານ ​ແລະການຄຸ້ມຄອງແຮງງານລາວ ​ແລະ​ແຮງງານ​ຕ່າງປະ​ເທດ
ທີ່​ມາ​ເຮັດວຽກ​ໃນ​ລາວ ຍັງບໍ່ທັນເປັນລະບົບແລະມີຄວາມເຂັ້ມແຂງເທົ່າທີ່ຄວນ
ການພັດທະນາຝີມືແຮງງານຂອງພວກເຮົາ ຍັງບໍ່ທັນ ກວ້າງຂວາງ, ການສະໜອງ
ກໍາລັງແຮງງານໃນບາງຂົງເຂດ ບໍ່ທັນໄດ້ຕາມການຮຽກຮ້ອງຕ້ອງການຂອງຫົວ
ໜ່ວຍແຮງງານໂຕຈິງ ເປັນຕົ້ນໂຄງການລົງທຶນຂະໜາດໃຫຍ່ ຍ້ອນຂາດຂໍ້ມູນຂ່າວ
ສານດ້ານແຮງງານໃນລະບົບ ແລະນອກລະບົບຍັງບໍ່ທັນຊັດເຈນ.”

 

Songrit Pognern
ພິທີເປີດໂຄງການກໍ່ສ້າງສູນການຄ້າທາດຫລວງພລາຊາ ທີ່ເປັນໂຄງການນຶ່ງ ທີ່ໃຊ້ແຮງງານຈາກຫວຽດນາມ

 

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານນາງ ອ່ອນຈັນ ກໍໄດ້ຖະແຫຼງຢືນຢັນ​ວ່າ ລັດຖະບານລາວໄດ້ວາງຄາດໝາຍ ທີ່ຈະສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃຫ້ໄດ້ເຖິງ
276,828 ຄົນ ນັບຈາກປັດຈຸບັນໄປ ຈົນເຖິງປີ 2015 ໂດຍໃນຕໍາແໜ່ງງານເຫຼົ່ານີ້ຍັງຈະເປັນວຽກງານທີ່ຈະຕ້ອງໃຊ້ແຮງງານ
ທີ່ມີຝີມືເປັນທີ່ຍອມຮັບຂອງບັນດາບໍລິສັດຕ່າງຊາດທີ່ລົງທຶນຢູ່ໃນລາວດ້ວຍ.

ທັງ​ນີ້ ​ໂດຍ​ອີງ​ຕາມ​ລາຍ​ງານ​ສະຖິຕິ​ຂອງ​ກະຊວງ​ແຮງງານ​ລາວ ກໍ​ໄດ້​ລະບຸ​ວ່າ
ໃນ​ໄລຍະ 1 ປີ​ທີ່​ຜ່ານ​ມາ ທາງ​ການ​ລາວ ສາມາດ​ພັດທະນາ​ແຮງງານ​ມີ​ຝີ​ມື​ໄດ້​ທັງໝົດ 44 ພັນ​ກວ່າຄົນ ຫລື​ຄິດ​ເປັນ 15% ​ເທົ່າ​ນັ້ນ ຂອງ​ຜນການ​ສ້າງ​ວຽກ​ເຮັດງານ​ທໍາ ຈົນ​ເຖິງ​ປີ 2015 ດັ່ງກ່າວ. ຊຶ່ງ​ກໍໝາຍຄວາມ​ວ່າ ການ​ທີ່​ທາງການ​ລາວ ຈະ​ສາມ​າດບັນລຸ​ເປົ້າໝາຍທີ່​ວາງ​ໄວ້​ດັ່ງກ່າວ ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ຈະ​ຕ້ອງ​ດໍາ​ເນີນ​ການ​ພັດທະນາ​ແຮງງານ​​​ມີ​ຝີ​​ມື ​ໃຫ້​ໄດ້​ເຖິງ 55, 300 ກວ່າ​ຄົນ ​ໃນ​ແຕ່ລະ​ປີ ນັ້ນ​ເອງ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຄະນະນັກກິລາທີມຊາດລາວ ຕັ້ງເປົ້າໝາຍທີ່ຈະຍາດໃຫ້ໄດ້ 10 ຫຼຽນຄໍາໃນການແຂ່ງຂັນ ກິລາຊີເກມຄັ້ງທີ 26 ຢູ່ປະເທດອິນໂດເນເຊຍ. ສ່ວນທີມບານເຕະ ກໍຕັ້ງເປົ້າໝາຍທີ່ຈະ ຮັກສາອັນດັບທີ 4 ໃຫ້ໄດ້.

ການແຂ່ງຂັນກິລາຊີເກມຄັ້ງທີ 26 ຢູ່ປະເທດ ອິນໂດເນເຊຍ ທີ່ໄດ້ມີພີທີເປີດການແຂ່ງຂັນ
ຢ່າງເປັນທາງ ການໃນຄືນຂອງວັນທີ 11 ພະຈິກ 2011 ທີ່ຜ່ານມາ ແລະ ການແຂ່ງຂັນ ກໍຍັງຈະດໍາເນີນໄປຈົນເຖິງວັນທີ 22 ພະຈິກ 2011 ນັ້ນ. ທາງການລາວກໍໄດ້ສົ່ງຄະນະ ນັກກິລາທີມຊາດເຂົ້າຮ່ວມໃນການແຂ່ງຂັນ ຄັ້ງນີ້ດ້ວຍຈໍານວນທັງໝົດ 211 ຄົນໃນ 25 ປະເພດກິລາຈາກທີ່ມີການແຂ່ງຂັນທັງໝົດ 44 ປະເພດກິລາ ເພື່ອຊິງໄຊເອົາ 542
ຫຼຽນຄໍາ ເຊິ່ງໃນນັ້ນກໍປະກົດວ່າຄະນະນັກກິລາທີມຊາດລາວ ໄດ້ຕັ້ງເປົ້າໝາຍທີ່ຈະຍາດ
ໃຫ້ໄດ້ພຽງແຕ່ 10 ຫຼຽນຄໍາເທົ່ານັ້ນ ຫຼືລົດລົງຈາກການແຂ່ງຂັນກິລາຊີເກມຄັ້ງທີ 25
ເຖິງ 23 ຫຼຽນຄໍາ.

ທັງນີ້ ປະເພດກິລາທີ່ທີມຊາດລາວໄດ້ຕັ້ງຄວາມຫວັງໄວ້ສູງທີ່ໃນສຸດນັ້ນກໍຄືເປຕັງ ແລະ
ເທຄວັນໂດ, ສ່ວນກິລາບານເຕະທີມຊາຍທີ່ລາວເຄີຍໄດ້ອັນດັບທີ່ 4 ໃນການແຂ່ງຂັນກິລາ
ຊີເກມຄັ້ງທີ່ 25 ທີ່ລາວໄດ້ເປັນເຈົ້າພາບຈັດການແຂ່ງຂັນໃນທ້າຍປີ 2009 ຢູ່ນະຄອນຫຼວງ
ວຽງຈັນນັ້ນ. ທາງການລາວກໍໄດ້ຕັ້ງເປົ້າໝາຍທີ່ຈະພະຍາຍາມຮັກສາອັນດັບທີ່ 4 ໃຫ້ໄດ້
ໃນການແຂ່ງຂັນຄັ້ງນີ້ ດັ່ງທີ່ ທ່ານ ປະສາດໄຊ ພີລະພັນເດດ ຮອງປະທານສະຫະພັນກິລາ
ບານເຕະແຫ່ງຊາດ ແລະ ຜູ້ຈັດການບານເຕະທີມຊາດລາວ ໄດ້ກ່າວວ່າ:

 

ເປົ້າໝາຍຫຼັກສຸດຂອງກິລາຊີເກມຊຸດນີ້ ທາງສະຫະພັນໄດ້ມອບໝາຍໃຫ້ພວກ
ເຮົາວ່າຢ່າງໜ້ອຍສຸດ ຕ້ອງຮັກສາອັນດັບຂອງຊີເກມຄັ້ງທີ 25 ທີ່ຜ່ານມາກໍຄື 1
ໃນ 4 ທີມ ຫຼື ທີ 4. ຄັນຊັ້ນ ພວກເຮົາກະຕ້ອງໄດ້ເຮັດສຸດຂີດ ເພື່ອເຮັດໃຫ້ຮັກ
ສາເປົ້າໝາຍຕົວນີ້ໃຫ້ໄດ້, ຂ້າພະເຈົ້າກະຂໍຮຽກຮ້ອງໃຫ້ ທາງປະຊາຊົນທຸກຊັ້ນ ຄົນຈົ່ງໃຫ້ກໍາລັງໃຈກັບທີມຊາດຊຸດນີ້.

 

Songrit Pognern
ພິທີເປີດກິລາຊີເກມຄັ້ງທີ 26 ຈັດຂຶ້ນທີ່ອິນໂດ ເນເຊຍໃນວັນທີ 11 ເດືອນ 11,2011

ແຕ່ຢ່າງໃດກໍຕາມການທີ່ນັກ ກິລາບານເຕະທີມຊາດລາວ
ຈະສາມາດໄປເຖິງເປົ້າໝາຍທີ່
ວາງໄວ້ນັ້ນກໍຄົງຈະເປັນການ
ຍາກ ຫຼືເປັນໄປບໍ່ໄດ້ແລ້ວ.
ເນື່ອງຈາກວ່າຜົນການແຂ່ງຂັນ
ຂອງນັກກິລາບານເຕະທີມຊາດ
ລາວໃນ 4 ຄັ້ງທີ່ຜ່ານມາ ກໍປະ
ກົດວ່າ ນັກກິລາບານເຕະທີມ
ຊາດລາວສາມາດຍາດເອົາໄຊ
ຊະນະໄດ້ພຽງແຕ່ຄັ້ງດຽວເທົ່າ
ນັ້ນ, ກໍຄືຊະນະທີມຊາດຕີມໍຕາເວັນອອກ 3 ປະຕູຕໍ່ 0, ສ່ວນອີກ 3 ຄັ້ງນັ້ນ ກໍສະເໝີ 1
ຄັ້ງ ແລະ ປະລາໄຊ 2 ຄັ້ງ ໂດຍມີພຽງ 4 ຄະແນນ ໃນຂະນະທີ່ຍັງຄົງເຫຼືອການແຂ່ງຂັນ
ອີກພຽງແຕ່ຄັ້ງດຽວເທົ່ານັ້ນ.

ຍິ່ງໄປກວ່ານັ້ນ, ເມື່ອປະກອບກັບການທີ່ 2 ທີມທີ່ຢູ່ໃນກຸ່ມ  B ດຽວກັນກັບລາວ ກໍຄືບານ
ເຕະທີມຊາດຫວຽດນາມ ແລະທີມຊາດມຽນມ້າ ຫຼື ພະມ້າມີຄະແນນສະສົມແລ້ວທີມລະ 10
ຄະແນນ ແລະກໍຍັງຄົງເຫຼືອການແຂ່ງຂັນອີກພຽງແຕ່ຄັ້ງດຽວຄືກັນກັບທີມຊາດລາວດ້ວຍ
ແລ້ວ, ຈຶ່ງເປັນທີ່ແນ່ນອນແລ້ວວ່າທັງທີມຊາດຫວຽດນາມ ແລະ ທີມຊາດພະມ້າ ກໍຄືສອງ
ທີມໃນກຸ່ມ B ທີ່ຈະເຂົ້າໄປໃນຮອບຊິງຊະນະເລີດເຊັ່ນດຽວກັນກັບທີມຊາດອີນໂດເນເຊຍ
ແລະມາເລເຊຍໃນກຸ່ມ A  , ຊື່ງກໍໝາຍຄວາມວ່າ ທັງທີມຊາດໄທ ແລະ ສິງກະໂປ ກໍ
ຕ້ອງຕົກຮອບ ໄປຄືກັນກັບບານເຕະທີມຊາດ ລາວນັ້ນເອງ.

 

Songrit Pognern
ທຸງຂອງບັນດາປະເທດທີ່ເຂົ້າຮ່ວມກິລາ ຊີເກມ ທີ່ນະຄອນຈາກາຕາ, ປະເທດອິນໂດເນເຊຍ ໃນເດືອນ ພະຈິກ, 2011

ສ່ວນກ່ຽວກັບຜົນງານຂອງ
ຄະນະນັກກິລາທີມຊາດລາວ
ຈົນເຖິງຕອນບ່າຍວັນທີ 15
ພະຈິກ ກໍປະກົດວ່າຄະນະ
ນັກກິລາທີມຊາດລາວສາມາດ
ຍາດໄດ້ແລ້ວເຖິງ 4 ຫຼຽນຄໍາ,
3 ຫຼຽນເງິນກັບ 16 ຫຼຽນ
ທອງແດງ. ໂດຍສອງຫຼຽນຄໍາ
ທໍາອິດນັ້ນໄດ້ຈາກກິລາເປຕັງ
ປະເພດບຸກຄົນເພດຍິງ ແລະ
ກິລາຍິງປືນປະເພດເປົ້າເຄື່ອນ
ທີ່ເພດຍິງ. ສ່ວນນອກນັ້ນກໍ
ເປັນຫຼຽນລາງວັນທີ່ໄດ້ຈາກກິລາປະເພດສິນລະປະການປ້ອງກັນຕົວ ແລະສິນລະປະການຕໍ່ສູ້ ເປັນສ່ວນໃຫຍ່.

ສໍາລັບປະເທດ ອິນໂດເນເຊຍ ທີ່ເປັນເຈົ້າພາບຈັດການແຂ່ງຂັນຄັ້ງນີ້ກໍຍັງຄົງມີຫຼຽນລາງວັນ
ເປັນທີ 1 ຕິດຕາມດ້ວຍປະເທດ ໄທ, ຫວຽດນາມ, ສິງກະໂປ, ມາເລເຊຍ, ຟີລິບປີນ,
ລາວ, ກໍາປູເຈຍ, ພະມ້າ, ບຣູໄນ ແລະ ຕີມໍຕະເວັນອອກ ຕາມລໍາດັບ.

ຂໍ້ມູນຈາກວີໂອເອ


ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ແຂວງເຊກອງນັບເປັນແຂວງທີ່ມີບັນຫາຄວາມທຸກຍາກຫຼາຍທີ່ສຸດໃນລາວ ສ່ວນນະຄອນ ຫຼວງວຽງຈັນກໍຍັງຄົງຄອງອັນດັບ 1 ທີ່ປະຊາກອນມີລາຍໄດ້ສະເລ່ຍສູງທີ່ສຸດ.

ຄະນະຊີ້ນໍາການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກແຫ່ງຊາດລາວ ໄດ້
ລາຍງານການປະເມີນຜົນກ່ຽວກັບສະພາບຄວາມທຸກຍາກ ແລະລະດັບຂອງການພັດທະ
ນາ ໃນທົ່ວປະເທດລາວປະຈໍາປີ 2011 ນີ້ວ່າຜົນຈາກການກວດກາ ແລະ ເກັບກໍາຂໍ້ມູນຈາກ
1,053,365 ຄົວເຮືອນໃນ 8,654 ໝູ່ບ້ານຫຼື 1,100 ກຸ່ມບ້ານໃນເຂດ 143 ເມືອງຂອງ 17 ແຂວງໃນທົ່ວປະເທດລາວພົບວ່າມີຄອບຄົວພັດທະນາ 501,627 ຄອບຄົວ ໂດຍຄິດເປັນ
47.62% ຂອງຄອບຄົວທັງໝົດໃນທົ່ວປະເທດລາວ.

ຫາກແຕ່ວ່າໃນສ່ວນຂອງບ້ານພັດທະນານັ້ນຍັງຄົງສາມາດປະຕິບັດໄດ້ພຽງແຕ່ 900 ບ້ານ
ຊຶ່ງຄິດເປັນ 10.4% ຂອງຈໍານວນບ້ານທັງໝົດເທົ່ານັ້ນ ແລະ ໃນຂະນະດຽວກັນກໍຍັງຄົງ
ສາມາດສ້າງຕັ້ງກຸ່ມບ້ານພັດທະນາໄດ້ພຽງແຕ່ 10 ກຸ່ມ ຫຼືຄິດສະເລ່ຍໄດ້ບໍ່ເຖິງ 1% ຂອງ ກຸ່ມບ້ານທັງໝົດໃນລາວເທົ່ານັ້ນ.

 

Songrit Pongern
ຕະຫລາດເມືອງລາວ ກໍຄືເສດຖະກິດລາວ ໃນເຂດຊົນນະບົດ ທີ່ມີສະພາບແຕກໂຕນກັນກັບເຂດ ນະຄອນວຽງຈັນ

ສ່ວນໃນດ້ານກ່ຽວກັບຄວາມ
ທຸກຍາກນັ້ນ ການສໍາຫຼວດ
ກໍພົບວ່າມີຢູ່ເຖິງ 199,758
ຄອບຄົວທີ່ຖືວ່າ ມີສະພາບ
ຊີວິດການເປັນຢູ່ທີ່ຍາກຈົນ
ຢ່າງຍິ່ງ ຊຶ່ງຄິດເປັນ 18.96%
ຂອງຈໍານວນຄອບຄົວທັງໝົດ
ໃນຂະນະດຽວກັນ ກໍຍັງມີ
ບ້ານທຸກຍາກຢູ່ເຖິງ 3,216
ບ້ານ ຫຼືຄິດເປັນ 37.16%
ຂອງບ້ານທັງໝົດ.

ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າ
ຈະມີເຂດເມືອງທີ່ຖືວ່າໄດ້ພົ້ນຈາກຄວາມທຸກຍາກແລ້ວເຖິງ 87 ເມືອງກໍຕາມຫາກແຕ່ບັນ ຫາໃໝ່ທີ່ເກີດຂຶ້ນຢູ່ໃນເວລານີ້ ກໍຄືການແຕກໂຕນກັນຫຼາຍຂຶ້ນຂອງລະດັບການພັດທະນາ
ທາງ ເສດຖະກິດລະຫວ່າງເຂດແຂວງຕ່າງໆ. ຊຶ່ງຈາກການເກັບກໍາຂໍ້ມູນ ກໍພົບວ່ານະຄອນ
ຫຼວງວຽງຈັນເປັນເຂດ ທີ່ມີລະດັບການພັດທະນາເສດຖະກິດສູງທີ່ສຸດ, ໃນຂະນະທີ່ແຂວງ
ເຊກອງນັ້ນ ກໍນັບເປັນເຂດທີ່ປະຊາຊົນທຸກຍາກຫຼາຍທີ່ສຸດດັ່ງທີ່ ທ່ານເມກ ພັນຫຼັກ ຮອງປະ ທານຄະນະຊີ້ນໍາກາານພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກແຫ່ງຊາດລາວ
ໄດ້ຖະແຫຼງຊີ້ແຈງວ່າ:

ແຂວງທີ່ມີອັດຕາສ່ວນຄອບຄົວພັດທະນາ, ບ້ານພັດ
ທະນາ ແລະກຸ່ມບ້ານພັດທະນາຫຼາຍກວ່າໝູ່
ມີອັດ
ຕາຄວາມທຸກຍາກ
ຕໍ່າກວ່າໝູ່ ແມ່ນນະຄອນຫຼວງ,
ຖັດມາແມ່ນແຂວງໄຊຍະບູລີ, ແຂວງບໍລິ
ຄໍາໄຊ ແລະ
ແຂວງ
ຈໍາປາສັກ. ສ່ວນແຂວງທີ່ມີລະດັບການສ້າງ
ບ້ານ ແລະກຸ່ມບ້ານພັດທະນາຕໍ່າກວ່າໝູ່ ແລະມີອັດ
ຕາຄວາມທຸກຍາກສູງກວ່າໝູ່
ແມ່ນແຂວງເຊກອງ.”

ແຕ່ຢ່າງໃດກໍຕາມ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ກໍໄດ້ຖະແຫຼງຢືນຢັນ ເມື່ອບໍ່ນານມານີ້ວ່າເປົ້າໝາຍທີ່ສໍາຄັນຢ່າງຍິ່ງທີ່ລັດຖະບານລາວຈະດໍາເນີນການຈັດຕັ້ງປະ
ຕິບັດໃຫ້ໄດ້ຢ່າງແທ້ຈິງພາຍໃນ 5 ປີຕໍ່ໜ້າຫຼືພາຍໃນປີ 2015 ນັ້ນກໍຄືການລົບລ້າງຄວາມ
ທຸກຍາກຂອງປະຊາຊົນລາວບັນດາເຜົ່າໃຫ້ໄດ້ໂດຍພື້ນຖານທົ່ວປະເທດ.

ທັງນີ້ດ້ວຍການພັດທະນາເສດຖະກິດຂອງຊາດໃນໄລຍະຈາກປີ 2011-2015 ນັ້ນໃຫ້ຂະ
ຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ຫຼຸດ 8% ຕໍ່ປີ. ຊຶ່ງນອກຈາກຈະເປັນຜົນເຮັດໃຫ້ຜົນ
ຜະລິດພາຍໃນຫຼື GDP ຂອງລາວມີມູນຄ່າລວມທີ່ສາມາດວັດສະເລ່ຍເປັນລາຍຮັບຂອງ
ປະຊາຊົນລາວໄດ້ ໃນລະດັບທີ່ສູງຂຶ້ນເປັນ 1,700 ໂດລາຕໍ່ຄົນ ໃນປີ 2015 ດັ່ງກ່າວແລ້ວ
ກໍຍັງຈະເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນລາວລົດລົງເຫຼືອຢູ່ບໍ່ເກີນ 10% ຂອງ ຈໍານວນປະຊາກອນທັງໝົດໃນປີ 2015 ອີກດ້ວຍ.

ສ່ວນໃນໄລຍະແຜນການປີ 2010-2011 ນີ້ລັດຖະບານ
ລາວ ກໍໄດ້ວາງເປົ້າໝາຍທີ່ຈະເຮັດໃຫ້ຍອດຜະລິດຕະ
ພັນລວມພາຍໃນຫຼື GDP ຂະຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ
8% ຊຶ່ງກໍຈະເຮັດໃຫ້ມູນຄ່າ GDP ໄລ່ສະເລ່ຍເປັນລາຍ
ຮັບຂອງປະຊາຊົນລາວໄດ້ 9.6 ລ້ານກີບ ຫຼືປະມານ
1,130 ໂດລາ ຕໍ່ຄົນ ຕໍ່ປີ.