![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ພ.ຈ.. 19, 2011
| ມີ
12 ຄຳເຫັນ
ແລະ
0 trackback(s)
ຄະນະກໍາມະການສາມຝ່າຍຍັງບໍ່ສາມາດ ຕົກລົງກັນໄດ້ ກ່ຽວກັບການປັບຂຶ້ນຄ່າຈ້າງຂັ້ນຕໍ່າ ໃຫ້ແກ່ຜູ້ອອກແຮງງານ ໃນຂະນະທີ່ຄ່າຄອງຊີບມີການປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ.
ທ່ານຄໍາຫລ້າ ລໍລອນສີ ປະທານສະຫະພັນກໍາມະບານລາວ ໃຫ້ການຢືນຢັນວ່າ ສະຫະພັນກໍາມະບານ ພ້ອມດ້ວຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະສະມາຄົມນາຍຈ້າງ ທີ່ປະກອບເປັນຄະນະກໍາມະການສາມຝ່າຍ ຫລືໄຕຣພາຄີນັ້ນ ຍັງບໍ່ສາ ມາດຫາຂໍ້ສະຫລຸບຮ່ວມກັນ ກ່ຽວກັບການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ໃຫ້ກັບຜູ້ອອກແຮງງານລາວໄດ້ເລີຍ ຈົນເຖິງປັດຈຸບັນນີ້ ເຖິງແມ່ນວ່າ ທັງສາມຝ່າຍຈະເຫັນຊອບໃນຫລັກການຮ່ວມກັນວ່າ ສົມຄວນທີ່ຈະມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ໃຫ້ສອດຄ່ອງ ກັບສະພາວະຄ່າຄອງຊີບທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງກໍຕາມ.
![Lao workers at a garment factory in Vientiane Capital](http://media.voanews.com/images/300*169/l-garment-workers-21.jpg)
Songrit Pongern
ກໍາມະກອນລາວ ທີ່ໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນວຽງຈັນ ທີ່ຜະລິດສິນຄ້າເພື່ອສົ່ງອອກ.ທັງນີ້ກໍເນື່ອງຈາກວ່າ ທາງສະຫະພັນກໍາມະບານລາວນັ້ນໄດ້ສະເໜີໃຫ້ມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ເປັນຢ່າງນ້ອຍ665,000 ກີບ ຕໍ່ເດືອນ ຊຶ່ງທາງຝ່າຍກະຊວງແຮງງານກໍເຫັນດີດ້ວຍ ຫາກແຕ່ວ່າ ທາງຝ່າຍສະມາຄົມນາຍຈ້າງກັບເຫັນວ່າ ການປັບຂຶ້ນຄ່າາຈ້າງຂັ້ນຕໍ່າໃນອັດຕາດັ່ງກ່າວຈະສົ່ງຜົນກະທົບຕໍ່ທຸລະກິດການສົ່ງອອກສິນຄ້າໄປຕ່າງປະເທດ ເນື່ອງຈາກວ່າການເພີ້ມຄ່າຈ້າງ ກໍຄືການເພີ້ມຕົ້ນທຶນ ທີ່ຈະເຮັດໃຫ້ສິນຄ້າສົ່ງອອກຈາກລາວມີລາຄາແພງຂຶ້ນ ຈົນບໍ່ສາມາດແຂ່ງຂັນໃນຕະຫລາດຕ່າງປະເທດໄດ້.
ແຕ່ຢ່າງໃດກໍຕາມ ສະຫະພັນກໍາມະບານລາວກໍຍັງຄາດຫວັງວ່າ ທາງສະມາຄົມນາຍຈ້າງ ຈະເຫັນດີກັບການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ດັ່ງກ່າວໃນໝໍ່ໆນີ້ ຫລືຢ່າງຊ້າທີ່ສຸດ ກໍຄືພາຍໃນເດືອນຕຸລາປີນີ້ ເນື່ອງຈາກວ່າອັດຕາຄ່າຈ້າງຂັ້ນຕໍ່າຂອງຜູ້ອອກແຮງງານລາວໃນ
ປັດຈຸບັນນີ້ ຖືວ່າຕໍ່າຫລາຍ ເມື່ອທຽບໃສ່ກັບຄ່າຄອງຊີບ ທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ທ່ານຄໍາຫລ້າໄດ້ຖະແຫລງຊີ້ແຈງວ່າ:
![](http://media.voanews.com/images/150*165/l-khamla-lorlonsy-.jpg)
Songrit Pongern
ທ່ານຄໍາຫລ້າ ລໍລອນສີ, ຫົວໜ້າ ສະຫະພັນກໍາມະບານລາວ
“ເງິນເດືອນພວກເຮົາປະຕິບັດໃນຄູ່ມື້ນີ້ ຕໍ່າສຸດລະແມ່ນ 348,000 ກີບຕໍ່ຄົນຕໍ່ເດືອນ ບວກກັບເງິນ
ນະໂຍບາຍຕ່າງໆ ລວມທັງໝົດແມ່ນ ຫ້າແສນກວ່າກີບຕໍ່ຄົນຕໍ່ເດືອນ. ແມ່ນແຕ່ລະໂຮງຈັກໂຮງ
ງານ ຫລືວ່າຫົວໜ້າການຜະລິດຕ່າງໆ ຈະຕ້ອງໄດ້ປະຕິບັດຕໍ່ກໍາມະກອນ ທີ່ອອກແຮງງານແມ່ນ
ບໍ່ໃຫ້ຫລຸດໄປກວ່ານັ້ນ. ໃນຕໍ່ໄປນີ້ ພວກເຮົາຍັງຈະໄດ້ສະເໜີເພີ້ມຕື່ມອີກ ເພື່ອອີງໃສ່ຄ່າຄອງຊີບ ອີງ
ໃສ່ສະພາບການເສດຖະກິດການເງິນຂອງໂລກ ກໍຄືພາຍໃນຂອງພວກເຮົານີ້ ມັນມີການປ່ຽນແປງ ຈະໄດ້
ເພີ້ມຕື່ມເທົ່າໃດ ຍັງເວົ້າບໍ່ທັນໄດ້.”
![](http://media.voanews.com/images/230*159/l-rice-stores_edited-1.jpg)
Songrit Pongern
ເຂົ້າຊຶ່ງເປັນສິນຄ້າອຸບປະໂພກປະເພດນຶ່ງທີ່ມີລາຄາ ແພງຂຶ້ນນັບມື້ທາງການກະຊວງອຸດສະຫະກໍາ ແລະການຄ້າ ໄດ້ລາຍງານວ່າ ລາຄາສິນຄ້າອຸບປະໂພກ ບໍລິໂພກໃນທົ່ວປະເທດລາວ ໄດ້ປັບຕົວສູງຂຶ້ນເຖິງ 13.95% ໃນເດືອນມິຖຸນາທີ່ຜ່ານມາ. ສ່ວນຄ່ານໍ້າມັນ ຄ່າໄຟຟ້າແລະລາຄາແກັສຫຸງຕົ້ມນັ້ນ ກໍປັບຕົວສູງຂຶ້ນເກີນກວ່າ 11% ໃນຊ່ວງດຽວກັນນີ້ ຊຶ່ງກໍເປັນຜົນເຮັດໃຫ້ອັດຕາເງິນເຟີ້ ເພີ້ມສູງຂຶ້ນເກີນກວ່າລະດັບ 10% ແລ້ວ ໃນຂະນະນີ້ ເພາະສະນັ້ນ ຈຶ່ງເຮັດໃຫ້ຜູ້ອອກແຮງງານບໍ່ສາມາດ ທີ່ຈະຄອງຊີບຢູ່ໄດ້ດ້ວຍອັດຕາຄ່າຈ້າງຂັ້ນຕໍ່າທີ່ເປັນຢູ່ໃນເວລານີ້.
ນອກຈາກນີ້ ການທີ່ວ່າລາວມີອັດຕາຄ່າຈ້າງຕໍ່າຫລາຍ ເມື່ອສົມທຽບໃສ່ກັບຄ່າຄອງຊີບທີ່ເພີ້ມສູງຂຶ້ນທຸກມື້ນັ້ນ ກໍຍັງເປັນເງື່ອນໄຂນຶ່ງ ທີ່ເຮັດໃຫ້ແຮງງານລາວຕ້ອງພະຍາຍາມ ເດີນທາງໄປລອບທໍາງານໂດຍຜິດກົດໝາຍ ຢູ່ໃນປະທດໄທເພີ້ມຫລາຍຂຶ້ນນັບມື້ ເຊັ່ນດຽວກັນ ເຖິງແມ່ນວ່າຈະສ່ຽງຕໍ່ການທີ່ຈະຖືກທາງການໄທຈັບກຸມຄຸມຂັງ ໃນຂໍ້ຫາເຂົ້າເມືອງໂດຍຜິດກົດໝາຍ ແລະສ່ຽງຕໍ່ການຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດໃນໄທກໍຕາມ, ຫາກແຕ່ພວກເຂົາເຈົ້າກໍຍອມເພື່ອແລກກັບຄ່າຈ້າງທີ່ສູງກວ່າຢູ່ໃນລາວ ນັ້ນເອງ.
ຂໍ້ມູນຈາກວີໂອເອ