![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ທ.ວ.. 8, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ເຫັນພີ່ນ້ອງຊາວພັນລາວແຕ່ງກອນເກ່ງ ກະເລີຍຂໍລອງຈັກກອນ, ກອນໃນອາລົມຄິດຮອດບ້ານນ່ະ![](http://punlao.com/include/fckeditor/editor/images/smiley/msn/cry_smile.gif)
ຄິດຮອດເດ້ຄິດຮອດ! ບ້ານນາເຮົາເຄີຍຢູ່
ຄິດຮອດອູ່ທີ່ແມ່ເຄີຍໄກວ ໃຫ້ຍາມຍັງນ້ອຍຕອນນອນ
ຄິດຮອດຫມອນອຸ່ນຯ ໃນອ້ອມຕັກຂອງແມ່ຂະນ້ອຍ
ແມ່ນັ້ນຄອຍພັດເປົ່າ ມົດຍຸງບໍ່ໃຫ້ໄຕ່ຕອມ
ແມ່ຄອຍຖະຫນອມ ລູກປານແກ້ວຕາດວງໃຈ
ແຕ່ພໍເຕີບໃຫຍ່ ລູກຕ້ອງຈາກອ້ອມເອິກແມ່ໄປ
ໄປຢູ່ໄກແສນໄກ ເປັນປີປີຈຶ່ງໄດ້ຢາມແມ່
ຕອນນີ້ລູກເປັນຫ່ວງແທ້ຯ ຄວາມເຖົ້າແກ່ຂອງແມ່ເຈົ້າ
ຫຼາຍພະຍາດລຸມເລົ້າ ສຸຂະພາບອ່ອນໂພຍ
ໂອ້ຍ ລູກຢ້ານເດ້! ຢ້ານແຕ່ແມ່ຕາຍປະ
ຖ້າກັບມາບໍ່ເຫັນຫນ້າແມ່ ລູກຊິເຮັດຈັ່ງໃດເດ້ນໍ?
ພໍ່ກໍ່ຈາກໄປກ່ອນແລ້ວ ເຫຼືອແຕ່ແມ່ແກ້ວຄົນດຽວ
ຢ້ານບໍ່ມີແມ່ຄອຍຫຼຽວ ແນມທາງຖ້າຕ້ອນບາດລູກກັບບ້ານ
ຢ້ານບໍ່ໄດ້ກອດຫອມແມ່ເຈົ້າ ຕອນແມ່ຍັງມີລົມຫາຍໃຈ ເດ້ນໍ!!!!!
” ຈົ່ງສະແດງຄວາມຮັກຕໍ່ພໍ່ແມ່ເຈົ້າ ຕອນທີ່ຍັງມີໂອກາດ
ຖ້າພາດໂອກາດນີ້ໄປ ຢ່າມາເສຍໃຈພາຍຫລັງເດີ້ ”
ຢ່າອາຍທີ່ຈະສະແດງຄວາມຮັກດ້ວຍການ ກອດ ຫອມ ບອກຮັກ ພໍ່ແມ່