![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ທ.ວ.. 7, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ໂຕກຽວດິດສນີລີສອດ ເປັນສວນສະນຸກທີ່ນິຍົມຫລາຍທັ້ງຄົນຍີ່ປຸ່ນເອງ ແລະ ນັກທ່ອງທ່ຽວຕ່າງປະເທດ ຕັ້ງຢູ່ເມືອງຈິບະ ຕິດກັບທະເລ ມີເນື້ອທີ່ກວ້າງເຖິງ71ເຮັກຕາ ເປີດບໍລິການຕັ້ງແຕ່ປີ2001ເປັນຕົ້ນມາ
ມື້ນນີ້ເອົາເລື່ອງໄປທ່ຽວດິດສນີຊີໂຕກຽວມາເລົ່າໃຫ້ຟັງ ພ້ອມຮຼບປະກອບ ກ່ອນອື່ນກໍ່ຕ້ອງເດີນທາງດ້ວຍລົດໄຟໄປ ເມືອງຈິບະ ຮອດສະຖານີ ລີສອດດິສນີ ໂຕກຽວ ແຕ່ມັນຈະກວ້າງຫລາຍ ຕ້ອງຂຶ້ນລົດໄຟນ້ອຍຂອງເຂົາທີ່ແລ່ນສະເພາະພາຍໃນ ລີຊອດ ດິດສນີຊີ ຈະຕິດກັບດິສນີແລນ ແຕ່ດິດສນີແລນເຄີຍໄປແລ້ວ ເທື່ອນີ້ກໍ່ເລີຍໄປທ່ຽວດິດສນີຊີ
ຄັນນີ້ລະ ທີ່ແລ່ນພາຍໃນລີສອດ
ແຫກຂີ້ຕາຕື່ນແຕ່ເຊົ້າມາລຽນແຖວຖ້າເຂົາເປີດໃຫ້ເຂົ້າແປດໂມງເຄິ່ງ ຕອນນີ້ປະມານແປດໂມງຍັງ ແຕ່ຄົນກະມາມືດຕຶບ ຂະຫນາດມື້ທຳມະດາໄດ໋ນີ້ ຄັນແມ່ນເສົາທິດລ່ະ ຢ້ານເຂົາຢຽບຫົວຂະນ້ອຍມັບຫ່າຊ້ຳ5555555 ຊື້ປີ້ເຫມົາຫນຶ່ງມື້ ຫລິ້ນໄດ້ທຸກຢ່າງ ເບິ່ງໄດ້ທຸກຢ່າງ ຜູ້ລະ6200ເຢັນ ກະຫາກບໍ່ແພງ ປະມານ 620 000ກີບ ໂອ້ຍ ຫນາວຯຯຯຯຯຯຯຯຯຯຯ
![ລຽນແຖວເຂົ້າໄປທ່ຽວດິດສນີຊີ](http://punlao.com/uploads_user/25000/24580/305088.jpg)
ໂຮງແຮມໃນຝັນທີ່ຢູ່ໃນລີສອດ
![ໂຮງແຮມໃນດິດສນີຊີ](http://punlao.com/uploads_user/25000/24580/305090.jpg)
ບ່ອນປະຕູທາງເຂົ້າກະຍັງງາມແລ້ວ
![ທາງເຂົ້າດິດສນີຊີໂຕກຽວ](http://punlao.com/uploads_user/25000/24580/305089.jpg)
ສະອອນຄົນມາທ່ຽວເອ້ແຕ້ເອ້ວ່າ
ກ່ອນອຶ່ນໄປຂຶ້ນຫໍຄວອຍແຫ່ງຄວາມຂີ້ຢ້ານໂຕສູງຯຂົວມືນີ້ ບໍ່ແມ່ນເປັນຕາຢ້ານແບບຜີ ແຕ່ຢ້ານຄວາມສູງແລະ ຄວາມໄວ ເກືອບຂາດໃຈຕາຍຄາຫໍຄອຍ ເພາະ ເຂົາໃຫ້ເຮົານັ່ງໃນລິບ ປິດໄຟ ແລ້ວປ່ອຍລິບລົງມາດ້ວຍຄວາມໄວສູງສຸດ ຫລາບຯຯຯຯຯຯແລວ້ຯຯຯຯຯຯ
ອັນນີ້ຈະບໍ່ເປັນຕາຢ້ານ ມັນພຽງແຕ່ຫມຸນ ປິ່ນໄວຯ ຫົວຕັກຫົວຄອນຊື່ຯ555555
![ຂີເຮືອຊົມວິວ](http://punlao.com/uploads_user/25000/24580/305094.jpg)
ມີເຄືອ່ງຫລິ້ນຫລາຍອັນທີ່ໄວຫລາຍເລີຍຖ່າຍຮູບບໍ່ໄດ້ ສ່ວນຫລາຍຈະເປັນແບບຢ້ານອັນຕະລາຍ ຕ້ອງໃສ່ເຂັດຂັດນີລະໄພ ເພືອ່ຄວາມປອດໄພຂອງລູກຄ້າ ເຂົາເຈົ້າຈະກວດແລ້ວກວດອີກ ເບິ່ງວ່າ ເຂັດຂັດເຮົາແຫ້ນນບໍ່ ໃສ່ແວ່ນຕາ ຫມວກທີ່ຈະປິວຕົກບໍ່ ເຂົາຈະທັງເຕືອນທັງກວດຕະຫລອດເລີຍ
ແຖວນີ້ຊິອອກໄປແນວອາລັບ
ຄິດວ່າແຖວນີ້ອອກໄປແນວຢູໂລບ
ມາຂີ່ລົດລາງບິນນີ້ຕີລັງກາ360ອົງສາ ຂະນ້ອຍຢ້ານເກືອບຍ່ຽວແຕກ55555
ໄປຂີ່ເຮືອດຳນ້ຳ ໃຕ້ທ້ອງທະເລ ງາມຫລາຍຯຯຯ
ອຶ ເມື່ອຍແລ້ວ ໄວ້ຕໍ່ຕອນທີ່1 ເຢິ ເຄື່ອງຫລິ້ນມັນຫລາຍໂພດ ກວ້າງໂພດ ແຖມຊິຫລິ້ນແຕ່ລະຢ່າງຕ້ອງລຽນແຖວກັນເປັນເຄຶ່ງຊົ່ວໂມງ ຫນຶ່ງຊົ່ວໂມງ ກໍ່ເລີຍທ່ຽວຈົນຄ່ຳກໍຍັງບໍ່ຫມົດ ດ໋ອກ