
ຂຽນເມື່ອ: ມິ.ຖ.. 5, 2009
| ມີ
1 ຄຳເຫັນ
ແລະ
0 trackback(s)
ສາເຫດທີ່ພາໃຫ້ Computer ຕິດໄວລັດໃນປະຈຸບັນຈະແມ່ນຍ້ອນ USB ທີ່ເຮົາໃຊ້ເຊື່ອມຕໍ່ ແລະແລກປ່ຽນຂໍ້ມູນຕ່າງໆ, ພົບຫຼາບກວ່າໝູ່ໝົດຈະແມ່ນມາໃນຊື່ Autorun, ເຊິ່ງມື້ນີ້ເຮົາຈະສະເໜີການປ້ອງກັນ USB ຈາກໄວລັດ ຫຼືຈາກຜູ້ໃດໜື່ງທີ່ຕ້ອງການນຳໃຊ້ USB ແມ່ນຕ້ອງໄດ້ຮັບອະນຸຍາດຈາກເຮົາເສຍກ່ອນ

1. ເປີດ Notepad ແລ້ວ coppy ເອົາຂໍ້ຄວາມລຸ່ມນີ້
Windows Registry Editor Version 5.00[HKEY_LOCAL_MACHINE\SYSTEM\CurrentControlSet\Contro l\StorageDevicePolicies]"WriteProtect"=dword:00000001
ຈາກນັ້ນ save ຟາຍດ້ວຍຊື່ Protect.reg
2. ເປີດ Notepad ແລ້ວ coppy ເອົາຂໍ້ຄວາມລຸ່ມນີ້
Windows Registry Editor Version 5.00[HKEY_LOCAL_MACHINE\SYSTEM\CurrentControlSet\Contro l\StorageDevicePolicies]"WriteProtect"=dword:00000000
ຈາກນັ້ນ save ຟາຍດ້ວຍຊື່ UnProtect.reg

3. ຈາກນັ້ນ Coppy ຟາຍ Protect.reg ແລະ UnProtect.reg ໄປໄວ້ທີ່ USB ຂອງເຮົາ
4. ທຳການປ້ອງກັນ USB ແມ່ນໃຫ້ double click ທີ່ຟາຍ Protect.reg >> Yes
ລະບົບຈະທຳການ Lock USB ໂດຍທີ່ທ່ານ ຫຼື ໄວລັດບໍ່ສາມາດ save ຂໍ້ມູນຕ່າງໆລົງທີ່ USB

5. ການປົດ Lock USB ໃຫ້ໃຊ້ໄດ້ຄືເກົ່າແມ່ນທ່ານພຽງແຕ່ double click ທີ່ຟາຍ UnProtect.reg >> OK