ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ໃຜໄດ້ເບິ່ງໜັງຕະລົກຫຼວງພີ່ເທ້ງຂອງໄທບໍ່

ຕອນໜຶ່ງຂອງເລື່ອງມີການສົນທະນາກັນລະຫວ່າງ

ຄູບາກັບສັງກະລວີວັດ ຕະລົກດີ

ສັງກະລີຖາມຄູບາວ່າ: ຄູບາ ຮູ້ບໍ່ ກະເທີຍຕາຍຕອນໃດ>รู้มั้ยกระเทียตายตอนไหน

ຄູບາຕອບ:ຕາຍຕອນຖືກມີດແທງ ตายตอนโดนมีดแทง

ສັງກະລີ: ບໍ່ແມ່ນ ຕາຍຕອນເຈີກັນ-ไม่ใช่ ตายตอนเจอกัน

ຄູບາ: ແລ້ວແນວໃດ (ยังไง)

ສັງກະລີ: ວ໊າຍ ຕາຍຍຍແລ້ວ 5555+ (ก็ ว๊าย ตายแล้วว 555+)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ບ່າວບ້ານນອກ ທ້າວ ດວງຮຽນຈົບຕຳຫຼວດຊັ້ນນ້ອຍ ໄດ້ຮັບການເລື່ອນຕຳແໜ່ງເປັນຕຳຫຼວດຈາລະຈອນຢູ່ວຽງຈັນ

ລາວກໍ່ດີໃຈຫຼາຍທີ່ໄດ້ມາເຮັດວຽກຢູ່ວຽງຈັນ ເມື່ອໄດຮັບມອບໝາຍໃຫ້ມາເປັນຕຳຫຼວດ ລາວກໍ່ປະຕິຍານ

ວ່າຈະປະຕິບັດຕາມກົດລະບຽບທີ່ວາງອອກຢ່າງເຂັ້ມງວດ ວ່າຊັ້ນ...ອິອິ

ມື້ເລິ່ມງານ ຫັວໜ້າມອບໝາຍວຽກໃຫ້ທ້າວດວງ...

ສະຫາຍດວງເອີ່ຍມື້ນີ້ສະຫາຍໄປປະຈຳຢູ່ປ້ອມຕຳຫຼວດເຂດ1ເດີ້

ລັດລົດຈັກ..ເດີ້ສະຫາຍ

ສະຫາຍດວງຕອບ: ປະຕິບັດ!

ພໍມາປະຈຳການ ດວງກໍ່ເລິ່ມເຮັດວຽກ...

ມີລົດກາຍມາ ດວງກໍ່ເປົ່າຫວີດ ແລ້ວຖາມເຂົາເຈົ້າວ່າ:...

ນີ້ແມ່ນລົດຫຍັງ? ເຈົ້າຂອງລົດກໍ່ຕອບວ່າ ລົດສະແມ໊ຊ...

ດວງ: ໂອ່...ໄປ໊!

ຄັນໃໝ່ມາກໍ່ຖາມວ່າ: ລົດຫຍັງ

ເຈົ້າຂອງລົດຕອບ: ລົດເວັຟ

ດວງ ເອີ່ๆ...ປາຍ....

ຄັນໜ້າມາກໍ່ຖາມແບບເກົ່າ

ເຈົ້າຂອງລົດ: ລົດດຣີມ

ດວງ ກໍ່ວ່າໄປ໊ๆ...

ຕໍ່ມາລົດຂອງພໍ່ເຖົ້າໜື່ງຈູງມາເພາະມັນເພ ດວງກໍ່ໄດ້ລັດລົດຂອງພໍ່ເຖົ້າ

ແລ້ວຖາມວ່າລົດຫຍັງພໍ່ເຖົ້າ

ພໍ່ເຖົ້າຕອບ ລົດຈັກ!

ໂອ້ ໄດ້ແລ້ວລົດຈັກ ກະເລີຍວ່າກັກລົດຂອງພໍ່ເຖົ້ານັ້ນໄວ້

ບາດແລ້ວກໍ່ໄດ້ໄປລາຍງານຕໍ່ຫົວໜ້າວ່າ ມື້ນີ້ໝົດມື້ເຮົາກັກລົດຈັກໄດ້ແຕ່ຄັນດຽວ

ວ່າຊັ້ນ5555555555555555555

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

ສອງສ່ຽວຮັກ ທ້າວ ນ້ອຍ ແລະ ທ້າວສີ ເປັນຄົນຊຳເໝືອທັ້ງສອງ ທ້າວ ນ້ອຍໄດ້ຍ້າຍມາຢູ່ວຽງຈັນຫຼາຍປີແລ້ວ ຍັງແຕ່ທ້າວດຳທີ່ຍັງຢູ່ຊຳເໜືອ

ຫຼາຍປີມາທ້າວດຳກໍ່ໄດ້ມາວຽງຈັນ ແລະ ໄດ້ມາຢ້ຽມຢາມທ້າວ ນ້ອຍໝູ່ຮັກ

ເມື່ອມາຮອດວຽງຈັນ ທ້າວດຳກໍ່ໄດ້ໄປຫາທ້າວນ້ອຍທັນທີ ເມື່ອຮອດບ້ານທ້າວນ້ອຍ ທ້າວດຳກໍ່ໄດ້ເຂົ້າໄປຫາທ້າວນ້ອຍ

ທັ້ງສອງຕ່າງພາກັນດີໃຈ

ທ້າວນ້ອຍກໍ່ໄດ້ຖາມສະບາຍດີທ້າວດຳວ່າ ເປັນຈັ່ງໃດ໋ສ່ຽວ ສະບາຍດີຢູ່ຫວາ?

ທ້າວດຳກໍ່ຕອບວວ່າເຮົາສະຍາບດີ ໂຕເດ໋?

ທ້າວນ້ອຍກໍ່ຕອບໄປວ່າ ເຮົາກະຄືກັນ

ທ້າວດຳກໍ່ວ່າ ດີເນ່ສ່ຽວ

ທ້າວນ້ອຍຍັງຕໍ່ອີກວ່າ ໂອ້ສ່ຽວ ເປັນຈັງໃດ໋ມາຈັງໃດ໋ຄືມາຮອດພີ້ ລະໂຕຂີ່ອະເລີ່ມານິສ່ຽວ

ທ້າວດຳ: ສ່ຽວ! ເຮົາຂີ່ອະເລີກະແຕມາ

ທ້າວນ້ອຍ: ເອ໊າ! ສ່ຽວ ກັນຖາມວ່າໂຕຂີ່ອະເລີ່ມາ...

ທ້າວດຳ: ກະຍັງວ່າກັນຂີ່ອະເລີ່ກະແຕ

ທ່າວນ້ອຍ: ກັນຖາມໂຕດີດີໜາ..ວ່າໂຕຂີ່ອະເລີ່ມາ

ທ້າວດຳ: ໂອ໊ຍ ບ່ະຫ່າ ກັນກະຍັງວ່າກັນຂີ່ອະເລີ່ກະແຕ...

55555555555555

ທ້າວດຳຢາກບອກວ່າລາວຂີ່ຍົນເຮລິກຄອປເຕີ້ ແຕ່ພາສາຊຳເໜືອ ອະເລີ່ກະແຕກໍ່ຄືອີຫຍັງກະຢ່າ ບາງຄັ້ງກໍ່ແມ່ນເຮລິກຄອປເຕີ້ນັ່ນລະ

ທ້າວນ້ອຍ ເຂົ້າໃຈວ່າ ອະເລີ່ກະແຕ ຢູ່ວຽງຈັນຈະເຂົ້າໃຈວ່າ ອີຫຍັງກະຢ່າ ຊັ້ນໜ່າ...ອິອິ ເຂົ້າໃຈຄົນລະເລື່ອງ

ທ້າວນ້ອຍມາຢູ່ວຽງຫຼາຍປີກໍ່ເລີຍລືມພາສາໄປແນ່...ແຮ່ๆ (ບໍ່ຕະລົກປານໃດເນາະ ແຕ່ຂໍຝາກອ່ານແນ່ເດີ໊ພັນລາວທັ້ງຫຼາຍ...ຂອບໃຈ)