ຂຽນເມື່ອ: ພ.ຈ.. 14, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ມີຄູ່ຮັກຢູ່ຄູ່ໜື່ງທັງສອງຮັກກັນຫຼາຍ
ຕື່ນຂື້ນມາແຕ່ລະເຊົ້າກໍ່ຈະມານັ່ງກິນຂະໜົມປັງນຳກັນ
ຝ່າຍຊາຍຈະຕັດເອົາຂອບຂະໜົມປັງໄວ້ໃຫ້ຜູ້ຍິງຕະຫຼອດແລ້ວຈະເລືອກກິນແຕ່
ຂະໜົມປັງສ່ວນໃນທີ່ຂາວແລະນຸ້ມ
ດົນໆໄປຜູ້ຍິງເລີ່ມບໍ່ພໍໃຈທີ່ເປັນຫຍັງຕ້ອງທົນກິນແຕ່ຂອບຂະໜົມປັງແຂງກະແຂງ
ບໍ່ເຫັນຈະແຊບ
ເລີຍເວົ້າໃຫ້ຝ່າຍຊາຍດ້ວຍຄວາມບໍ່ພໍໃຈ
ເປັນຫຍັງເຈົ້າຄືໃຫ້ຂ້ອຍກິນແຕ່ຂອບຂະໜົມປັງສ່ວນເຈົ້າລະກິນແຕ່ສ່ວນໃນທີ່ທັງແຊບ
ທັງນຸ້ມຂອບມັນແຂງກະແຂງບໍ່ແຊບຊ້ຳຂ້ອຍບໍ່ຢາກທົນກິນອີກແລ້ວ
ຝ່າຍຊາຍງຽບກົ້ມໜ້າລົງແລ້ວນ້ຳຕາຊືມແລ້ວບອກກັບຝ່າຍຍິງວ່າ
ຂ້ອຍຂໍໂທດທີ່ຂ້ອຍບໍ່ເຄີຍບອກເຈົ້າ
ວ່າຂ້ອຍຄິດວ່າສ່ວນນັ້ນແມ່ນສ່ວນທີ່ຂ້ອຍ
ຄິດວ່າດີທີ່ສຸດ................
ບາງທີ່ເຮົາອາດຈະເຮັດໃຫ້ຄົນອື່ນເສຍໃຈໂດບໍ່ຮູ້ໂຕກ່ອນທີ່ຈະໃຈຮ້າຍໃສ່ໃຜ
ເຮົາຄວນຈະເບີ່ງເຈດຕະນາກະເຈົ້າກ່ອນເພາະບາງເທື່ອສີ່ງທີ່ກະເຈົ້າເຮັດອາດຈະເປັນ
ສີ່ງທີ່ເຂົາຄິດວ່າເຂົາສາມາດເຮັດໄດ້ດີທີ່ສຸດເພື່ອເຮົາແລ້ວ
ປລ.ເລື້ອງນີ້ຄົ້ນພົບໂດຍບັງເອີນໃນເວັບຂອງໄທເນື່ອງຈາກເຮັດແຊນວິດທູ່ນ່າກິນລະຂອບມັນເຫຼືອກະເລີຍໄປໄດ້ຂໍ້ຄວາມດີໆນີ້ມາອາດຈະບໍ່ຕົງຕົ້ນສະບັບເປະ
ແຕ່ກະຄວາມໝາຍຄ້າຍໆນີ້ແຫຼະເພາະມັນແຕ່ດົນແລ້ວແຕ່ມື້ນີ້ດັນຢາກເອົາມາເລົ່າ