ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2010 | ມີ 6 ຄຳເຫັນ ແລະ 0 trackback(s)


      ເຊື່ອ​ວ່າ​ຍັງມີ​ອີກ​ຫລາຍໆ ຄົນ ທີ່​ກໍາ​ລັງ​ຕັດ​ສິນ​ໃຈ​ຈະ​ຊື້​ເຄື່ອງ​ຄອມ  ແລ້ວ​ເຈົ້າ​ເຄີຍ​ຄິດ​ຫລື​ບໍ່​ວ່າ   

     ຈະ​ນໍາໄປ​ໃຊ້​ປະໂຫຍດ​ຫຍັງ​ໄດ້​​ແນ່? ແນ່ນອນ​ ການ​ນໍາຄອມພິວເຕີ​ໄປ​ໃຊ້​ງານ ອາດ​ຂຶ້ນ​ກັບ​ວັດ​ຖຸ​

     ປະສົງ​ຂອງ​ແຕ່​ລະ​ບຸກ​ຄົນ ແຕ່​ລະ​ໄວ ແລ້ວ​ແຕ່​ຄວາມຕ້ອງ​ການຕົວ​ຢ່າງ​ເຊັ່ນ:

  • ນັກ​ຮຽນ ​ນັກ​ສຶກ​ສາ

    ໃຊ້​ຄອມພິວເຕີ​ສໍາລັບ​ເຮັດ​ລາຍ​ງານ ຕໍ່​ອິນ​ເຕີລ໌​ເນັດ ຄົ້ນ​ຫາ​ຂໍ້​ມູນ ແຊດ​ກັບ​ເພື່ອນ​ ຫລິ້ນ​ເກມສ໌

  • ຄົນ​ເຮັດວຽກ ບໍລິສັດ
    ໃຊ້​ຄອມພິວເຕີ​ສໍາລັບ​ການ​ບໍລິຫານ
    ຈັດການ​ອົງຄ໌​ກອນ ເຮັດ​ບັນ​ຊີ ຄວບ​ຄຸມ​ສິນ​ຄ້າ​ຄົງ​ຄັງປະ​ມວນ​ຜົນ​

     ເພື່ອ​ສະຫລຸບ​ລາຍ​ໄດ້ ຄ່າ​ໃຊ້​ຈ່າຍ ຫລື​ໃຊ້​ສໍາລັບ​ການ​ຕິດ​ຕໍ່​ກັບ​ບຸກ​ຄົນ​ໃນ​ອົງຄ໌​ກອນຫລື​ລູກ​ຄ້າ.

  • ນັກ​ຄອມພິວເຕີ
    ສໍາລັບ​ການ​ພັດທະນາ​ໂປຮ​ແກຮມ ເວັບ​ໄຊຕ໌ ແລະ ​ອື່ນ
     ໆ ອີກ​ຫລວງຫລາຍ
  • ສໍາລັບ​ບຸກ​ຄົນ​ທົ່ວ​ໄປ ວັດ​ຖຸ​ປະສົງ​ໃນ​ການ​ຊື້​ເຄື່ອງ​ຄອມ ຯ ອາດ​ມີ​ອີກ​ຫລາຍ ໆ ສາ​ເຫດ ແຕ່​ຢ່າງ

     ໃດ​ກໍ່​ຕາມ ຄອມພິວເຕີ​ຍັງ​ສາມາດ​ເຮັດຫຍັງ​ໄດ້​ຫລາຍ​ຢ່າງ. 

  • ໃຊ້​ສໍາລັບ​ເບິ່ງ​ໜັງ ຟັງ​ເພງ ຜ່ານ​ເຄື່ອງ​ຄອມ   ສາມາດ​ເຮັດ​ແທນ​ເຄື່ອງ​ຫລິ້ນ DVD Player

     ໄດ້ ແຕ່​ຂະໜາດ​ໜ້າ​ຈໍອາດ​ບໍ່​ໃຫຍ່​ຫລາຍ​ພໍ

  • ເຊື່ອມ​ຕໍ່​ກັບ​ອຸປະກອນ​ປະ​ເພດ TV Tuner ເຮັດໃຫ້​ຄອມພິວເຕີ​ສາມາດ​ເບິ່ງ​ໂຊ​ທັດນ໌​ໄດ້
  • ສໍາລັບ​ການ​ນໍາ​ຮູບ​ພາບ ວີ​ດີ​ໂອ ມາ​ຕັດ​ຕໍ່ ເພື່ອ​ເຮັດ​ເປັນ​ວີ​ດີ​ໂອ
  • ໃຊ້​ສໍາລັບ​ຕັດ​ຕໍ່​ຮູບ​ພາບ
  • ໃຊ້​ສໍາລັບ​ຕັດ​ຕໍ່​ເພງ ຫລິ້ນ​ເພງ
  • ຫລິ້ນ​ອິນ​ເຕີລ໌​ເນັດ ຮັບ​ສົ່ງ​ເມນ
  • ບັນ​ທຶກ​ເລື່ອງ​ລາວ ຂໍ້​ມູນ​ທີ່​ຕ້ອງ​ການ
  • ຫາ​ລາຍ​ໄດ້​ພິເສດ​ໃນ​ການ​ໃຊ້​ຄອມພິວເຕີ​ໃນ​ການ​ຮັບ​ຈ້າງ​ເຮັດວຽກ ຢ່າງ​ໃດ​ຢ່າງ​ໜຶ່ງ
  • ຫລື​ ຫລາຍ ໆ ຢ່າງ
  • ໂອນ​ຂໍ້​ມູນ​ຜ່ານ​ທາງ​ອຸປະກອນ​ຕ່າງ ໆ ເຊັ່ນ: MP3 Player ຫລື ໂຊ​ສັບ​ມື​ຖື ເປັນ​ຕົ້ນ

      ແລ້ວ​ເຈົ້າ​ຫລະ...ຄິດ​ຈະ​ຊື້​ຄອມພິວເຕີ​ມາ​ເຮັດ​ປະ​ໂຫຍດ​ຫຍັງ? ຖ້າ​ຍັງ​ຄິດ​ບໍ່​ອອກ ກໍ​ເບີ່ງ

    ຈາກ​ຫົວຂໍ້​ດັ່ງ​ກ່າວ​ຂ້າງ​​ເທີງ....​ເດີ້......ພີ່ນອງພັນລາວ