ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 29, 2011 | ມີ 10 ຄຳເຫັນ ແລະ 0 trackback(s)


ບ່າວ ຫຳ (ສົມມຸດ) ນັ່ງຢູ່ໃນບາຣ໌  ຊຶງເບິ່ງແຕ່ຈອກເຫລົ້າ ບໍ່ປາກບໍ່ເວົ້າເຄິ່ງຊົ່ວໂມງແລ້ວ. ພໍດີມີໂຊເຟີລົດບັນທຸກຮ່າງໃຫຍ່ບຶກບືນ ຄໍແດງ ເປັນຕາຢ້ານ ຍ່າງກາງແຂນ ອາດໆເຂົ້າມາໃນບາຣ໌ ຄ້ວາຈອກເຫລົ້າຂອງບ່າວຫຳໄປດື່ມອັກໆລົງໄປຈົນໝົດກ້ຽງ. ບ່າວຫຳເລີ່ມຮ້ອງໄຫ້ອອກມາເຕັມສຽງ.
ໂຊເຟີລົດບັນທຸກ: ໂອ້ຍ...ໂຕກະດາຍ...ເຮົາຢອກໂຕຊື່ໆດອກ ອັນເຫລົ້າຫັ້ນ...ເຊົາໆບໍ່ໄຫ້. ເອົານີ້ຊິຊື້ໃຫ້ຈອກໃໝ່ດອກ. ໂອ້ຍ...ທໍ່ນີ້ກະໄຫ້ຍ້ອນ.

ບ່າວ ຫຳ: ມັນບໍ່ແມ່ນແນວນັ້ນດອກບ່າວ. ມື້ນີ້ຂ້ອຍຊວຍສຸດໆເລີຍ! ຕື່ນສວຍໄປການບໍ່ທັນຖືກນາຍໄລ່ອອກ...ຊິເມືອບ້ານອອກມາຫາລົດເຂົາຜັດລັກໄປແລ້ວ ຕຳຫຼວດບອກວ່າຊ່ອຍຫຍັງບໍ່ໄດ້...ຂຶ້ນແທັກຊີເມືອບ້ານ ບາດລົງ ຜັດລືມກະເປົາເງິນໄວ້ໃນລົດແທັກຊີ ບັດເຄຣດິດກະຢູ່ໃນຫັ້ນໝົດ...ເຂົ້າໄປໃນບ້ານ ຜັດເຫັນເມັຽເຫລັ້ນກັບຄົນສວນຢູ່ເທິງຕຽງ. ເຮົາກຸ້ມໃຈກະເລີຍເຂົ້າມາບາຣ໌ນີ້ແຫລະ ຕັ້ງໃຈວ່າຊິຈົບຊີວິດໃຫ້ມັນແລ້ວໆໄປສາຊັ້ນດອກ...ໂຕຜັດຄາດລາດເຂົ້າມາຄ້ວາເອົາຢາພິດເຮົາ ໄປດື່ມອີກ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]> <![endif]--><!--[if gte mso 9]> Normal 0 false false false EN-US X-NONE TH <![endif]--><!--[if gte mso 9]> <![endif]--><!--[if gte mso 10]> /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0in 5.4pt 0in 5.4pt; mso-para-margin-top:0in; mso-para-margin-right:0in; mso-para-margin-bottom:10.0pt; mso-para-margin-left:0in; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}<![endif]-->

1. ຢ້ານລູກມີເພດສຳພັນໃນໄວຮຽນ

  • ບໍ່ຢາກໃຫ້ເກີດ ຕ້ອງເອົາປັນຍາໃສ່ໃນມືລູກ
  • ໃຫ້ເງິນລູກໜອ້ຍໆ ໃຫ້ຄວາມຮູ້ແກ່ລູກຫຼາຍໆ
  • ດ່າລູກໜອ້ຍໆ ໃຫ້ຄຳສອນລູກຫຼາຍໆ

2. ໄຫວ້ພຣະຂໍພອນອີ່ຫຍັງດີ

  • (1) ຂໍຢ່າໃຫ້ໂລບຈົນບໍ່ມືນຫູມືນຕາ
  • (2) ຂໍຢ່າໃຫ້ໃຈຮ້າຍຈົນທຳຮ້າຍໂຕເອງ
  • (3) ຂໍຢ່າໃຫ້ຫຼົງຈົນບໍ່ຮູ້ດີຮູ້ຊົ່ວ
  • (4) ຂໍຢ່າໃຫ້ຕາຍໃນສົງຄາມລະຫວ່າງຄົນເຮົານຳກັນ

3. ອຸກໃຈກັບປັນຫາຫຼາຍຢ່າງຊິເຮັດຈັ່ງໃດດີ

  • ປາທີ່ຍັງບຕາຍຢູ່ ຍ່ອມຮູ້ທີ່ຈະລອຍຕ້ານນ້ຳ
  • ສ່ວນປາທຕາຍມັກໄຫຼໄປຕາມນ້ຳ
  • ປັນຫາເຮັດໃຫ້ຄົນທຳມະດາຍອມແພ້ ແຕ່ເຮັດໃຫ້ຄົນທມີປັນຍາລຸກຂື້ນມາແກ້ໄຂ

4. ຜິດກັບແຟນຈົນບໍ່ມີສະມາທິເຮັດວຽກ

  • ວຽກສ່ວນວຽກ ແຟນສ່ວນແຟນ
  • ຮູ້ຈັກແບ່ງເວລາໃຫ້ວຽກ ຮູ້ຈັກແບ່ງເວລາໃຫ້ແຟນ
  • ຢ່າເສຍວຽກຍ້ອນແຟນ ຢ່າເສຍແຟນຍ້ອນວຽກ

5. ໃຈຮ້າຍ ຖືກໝູ່ເວົ້າຂວັນ

  • ໂບຮານເພີ່ນວ່າບໍ່ມີໃຜເຕະໝາທີ່ຕາຍແລ້ວ
  • ເຈົ້າຖືກເວົ້າຂວັນສະແດງວ່າເຈົ້າຍັງມີຄວາມໝາຍ
  • ເຈົ້າເປັນຄົນໂຊກດີ ຢູ່ດີໆກະມີແວ່ນແຍງວິເສດສະທ້ອນຄວາມຂີ້ຮ້າຍ ໃຫ້ເຫັນຈຸດບົກຜ່ອງຂອງໂຕເອງ

6. ຈັບໄດ້ວ່າແຟນມີກິກເຮັດຈັ່ງໃດດີ

  • (1) ຖາມໂຕເອງວ່າເຮົາດີກັບເຂົາພໍຫຼືບໍ່
  • (2) ລະຫ່ວາງເຮົາກັບກິກ ມີຂໍ້ດີຂໍ້ເສຍຕ່າງກັນບ່ອນໃດ
  • (3) ຖາມແຟນວ່າຊິເລືອກໃຜກໍ່ໃຫ້ເລືອກໄວໆ ບໍ່ຮັກຂ້ອຍຢ່າເຮັດໃຫ້ຂ້ອຍຕອງເສຍເວລາ

7. ຖືກເພື່ອນຮ່ວມງານຍາດຊິງເອົາຫນາເຮັດແນວໃດດີ

  • ເຂົາຍາດຈາກເຮົາໄດ້ພຽງແຕ່ຜົນງານເທົ່ານັ້ນ ແຕ່ເຂົ້າບໍ່ສາມາດຍາດຄວາມຮູ້ແລະຄວາມສາມາດໄປຈາກເຮົາໄດ້

8. ວຽກຫຼາຍໂພດເຮັດແນວໃດດີ

  • 1) ຮູ້ວ່າວຽກຫຼາຍຕ້ອງຟ້າວເຮັດ
  • (2) ຢ່າເກັບວຽກຂ້າມປີຂ້າມຊາດ
  • (3) ລຽງລຳດັບຄວາມສຳຄັນຂອງວຽກ ສຳຄັນກ່ອນໃຫ້ຟ້າວເຮັດ ສຳຄັນໜ້ອຍຄ່ອຍທະຍອຍເຮັດ

9. ເຮັດວຽກດີມີແຕ່ຄົນອິດສາຊິຮັບມືແນວໃດດີ

  • ໂບຮານເພີ່ນວ່າ ໄມ້ໃຫ່ຍຍ່ອມຖືກຂວານຄົມຟັນໃຫລມ
  • ຄົນເດັ່ນຕ້ອງມີຄົນດ່າ ຄົນມີປັນຍາຈຶ່ງມີຄົນລອງດີ
  • ຄົນເຮັດວຽກດີຈຶ່ງມີຄົນອິດສາ ປະກົດການເຊັ່ນວ່ານີ້ ເປັນຂອງທຳມະດາ ເຮັດວຽກດີຈົນມີຄົນອິດສາ
  • ຍັງດີກ່ວາເຮັດວຽກບໍ່ດີ ທີ່ຖ້າອິດສາຫມູ່

10. ເຮັດວຽກເກືອບຕາຍ ເງິນບໍ່ພໍໃຊ້ເຮັດແນວໃດດີ

  • (1) ຫາວຽກໃໝ່
  • (2) ລົດຄວາມຕ້ອງການໃຫ້ໜ້ອຍລົງ ຢູ່ກັບຄວາມຈິງໃຫ້ຫຼາຍຂື້ນ
  • (3) ບໍລິໂພກປັດໃຈສີ່ ໂດຍເບິ່ງປະໂຫຍດ ຢ່າເບິ່ງເພື່ອປະດັບ
  • (4) ເຮັດບັນຊີລາຍຮັບລາຍຈ່າຍ ຮັບຫຼາຍກ່ວາຈ່າຍຈຶ່ງຖືວ່າດີ ຈ່າຍຫຼາຍກ່ວາຮັບຖືວ່າບໍ່ດີ

11. ຖືກນາຍດ່າອາລົມບໍ່ດີ

  • ຄົນທີ່ດ່າຄົນອື່ນສະທ້ອນໃຫເຫັນວ່າລະບົບພາຍໃນກຳລັງເສຍ
  • ຄົນອາລົມບດີເພາະຖືກດ່າ ສະແດງວ່າອາລົມຂອງໂຕເອງກກຳກັງເສຍໄປນຳ

12. ໄຖ່ຊີວິດງົວໄດ້ບຸນຫຼາຍບໍ່

  • ຖ້າໄຖ່ແລ້ວງົວມີຊີວິດລອດ ເຈົ້າໄດ້ບຸນ ແຕ່ຫາກໄຖ່ໄປເພື່ອເຮັດໃຫ້ວັດຢູ່ລອດ ເຈົ້າໄດ້ບາບ
  • ແທນທີ່ຈະໄຖ່ງົວຄວາຍ ເຈົ້າຄວນໄຖ່ຖອນໂຕເອງໃຫ້ພົ້ນຈາກຄວາມໂລບ ໂກຼດ ຫລົງ ດີກ່ວາ

13. ແຟນຕິດໜັງເກົາຫຼີ ເບິ່ງໜົດຄືນບໍ່ຍອມນອນ

  • ຂໍໃຫ້ຄິດວ່າຢ່າງໜ້ອຍລາວຍັງນັ່ງເບິ່ງຢູໃນເຮືອນ ເຖິງລາວຈະຕິດໜັງເກົາຫຼີ ກະຍັງດີກ່ວາຕິດຜູ້ບ່າວທີ່ຢູນອກເຮືອນ

14. ລູກຄ້າລຳລິລຳໄລເຮັດແນວໃດດີ

  • ມີລູກຄ້າລຳລິລຳໄລຍັງດີກ່ວາໝົດມື້ບໍ່ມີລູກຄ້າເຂົ້າມາ ລູກຄ້າລຳລິລຳໄລໄດ້ ແຕ່ເຈົ້າຕ້ອງເຮັດໃຫ້ເຂົາປະທັບໃຈຕະຫຼອດ

15. ໄປງານວັນເກີດຄວນໄດ້ອີຫຍັງ

  • (1) ໄດຖາມໂຕເອງວ່າເຮົາເກີດມາເພື່ອຫຍັງ
  • (2) ໄດຖາມໂຕເອງວ່າເກີດມາຈາກໃຜ
  • (3) ໄດຖາມໂຕເອງວ່າເຮົາກະຕອບແທນບຸນຄຸນຕໍ່ຜູ້ໃຫ້ກຳເນີດແລ້ວຫຼືຍັງ

16. ສວດມົນບົດໃດດີ

  • (1) ສວດພຸດທະຄຸນເພື່ອເຕືອນວ່າ ຈົ່ງເປັນຜູ້ຕື່ນ
  • (2) ສວດທຳມະຄຸນເພື່ອເຕືອນວ່າ ຈົ່ງເວັ້ນສິ່ງທີ່ຄວນເວັ້ນ ຈົ່ງເຮັດສິ່ງທີ່ຄວນເຮັດ
  • (3) ສວດສັງຂະຄຸນເພື່ອເຕືອນວ່າ ພຣະອະຣະຫັນທີ່ແທ້ ຄືພໍ່ກັບແມ່ທີ່ຢູ່ໃນເຮືອນຂອງເຮົານັ້ນເອງ

 

17. ຜົວບໍ່ສົນໃຈທັມມະເລີຍເຮັດແນວໃດດີ

  • (1) ເຮົາຄວນມີທັມມະໃຫ້ເຂົາເບິ່ງ
  • (2) ເຮົາຄວນຢູ່ໃຫ້ເຂົາເຫັນ
  • (3) ເຮົາຄວນສະຫງົບເຢັນໃຫ້ເຂົາໄດ້ສຳຜັດ ເພາະ ໜຶ່ງການກະທຳສຳຄັນກ່ວາພັນຄຳເວົ້າ

18. ມີຄົນຂັບລົດຕັດໜ້າ ໃຈຮາຍແຮງ ເຮັດແນວໃດດີ

  • (1) ບອກໂຕເອງສະເໝີວ່າ ໃຈຮາຍຄືໂງ ໂມໂຫຄືບ້າ ດ່າຄືມານ ຣະຣານຄືບາບ
  • (2) ປ່ຽນການການດ່າເປັນການແຜ່ເມດຕາໃຫ້ເຂົາເຖິງຈຸດໝາຍໂດຍປອດໄພ
  • (3) ເຕືອນໂຕເອງໄວ້ວ່າ ຢ່າຂັບລົດຕັດໜ້າຄົນອື່ນ ເພາະອາດມີອັນຕະລາຍຮອບດ້ານ

19. ຢູ່ໃນກຸ່ມພວກມັກເວົ້າຂວັນຊິຕີໂຕອອກຫ່າງດີບໍ່

  • ທ່ານພຸດທະທາດກ່າວວ່າ ຄົນມັກເວົ້າຂັວນແມ່ນຄົນທີ່ມັກກິນຂອງເນົ່າ ຖ້າເຮົາຮ່ວມກຸ່ມໄປກັບເຂົາ ສະແດງວ່າເຮົາເອງກະມັກກິນຂອງເນົ່າຄືກັນ

20. ເປັນຫຍັງຕ້ອງພົບພໍ້ກັບສິ່ງທີ່ບໍ່ມັກຕະຫຼອດ

  • ຜູ້ຮູ້ບອກວ່າ ສິລລະປິນຢ່າດູມິ່ນສິລລະປະ ກອງຂີ້ເຫຍືອເບິ່ງດີໆຍັງມີສິລ ດັ່ງນັ້ນສິ່ງໃດທີ່ເຈົ້າບໍ່ມັກ ຍ່ອມມີແງ່ມຸມທີ່ເຈົ້າມັກຢ່າງແນ່ນອນ ເບິ່ງຢ່າງລະອຽດຈະເຫັນວ່າ ໃນດີມີເສຍ ໃນເສຍມີດີ