ຂຽນເມື່ອ: ທ.ວ.. 17, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
ກອນ" ຈອນຈາກບ້ານ"
ພໍແຕ່ ພັດພາກບ້ານ ຖານຖິ່ນແດນໄກ
ຮຽມພວມຄິດ ຄ່ຳຄວນຫາແລ້ວ
ດິນແດນແກ້ວ ແສນສຸດຜຸດຜ່ອງ
ຍາດພີ່ນ້ອງ ຊາວບ້ານຊ່ວຍຊູ
ມາບັດນີ້ ຮຽມຮ່າງເຫີນມາ
ຈຳໃຈລາ ເພື່ອຫາຄວາມຮູ້
ເອົາໃຈສູ້ ຊອກຫາສິ່ງໃໝ່
ມາດັດໃຊ້ ໃນບ້ານໝູ່ເຮົາ
ບາງບ່ອນຮ້າຍ ປ່ຽນແປງເສີມສ້າງ
ໃນແນວທາງ ທີ່ລັດວາງໄວ້
ຈຶ່ງຈະໄດ້ ຈະເລີນເຮຶ່ອງຮຸ່ງ
ໃນເມື່ອໜ້າ ເຮົາໄດ້ເຜິ່ງອິງ
ຮຽມຈຶ່ງໄດ້ ມາສຶກສາໄກ
ຕາມຕົວເມຶອງ ທີ່ມັນກ້າວໜ້າ
ນຳຄວາມຮູ້ ໄປເປັນແບບຢ່າງ
ວັນໜຶ່ງນັ້ນ ໄຂຊີ້ຊ່ອງທາງ ແທ້ແລ້ວ