
ຂຽນເມື່ອ: ພ.ພ.. 13, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
:: ສະຫຼຸບການປະຊຸມເສວະນາອະນາຄົດບ້ານໂຄງງານ ຄັ້ງທຳອິດ (ຄັ້ງທີ່ ໑)
ໃນການປະຊຸມເສວະນາການແກ້ປັນຫາເດັກນ້ອຍໃນເມືອງຫຼວງ ມຸມມອງແລະວິທີແກ້ໄຂລວມໄປຈົນເຖິງອານາຄົດບ້ານໂຄງງານ
ຄັດລອກໄວ້ໃນບົດຄວາມຂອງຮູບແບບກໍລະນີການຮຽນຮູ້ ແກ້ວິກິດລ່ວງໜ້າຫຼືປ້ອງກັນປັນຫາທາງສັງຄົມ
ບົດຄວາມໂດຍ : ນັດທະພົນ ພົມພັກດີ ນັກສຶກສາມະຫາວິທະຍາໄລຂອນແກ່ນ ວິທະຍາເຂດໜອງຄາຍ
.................................................................................................................................................................................................................................................
ຂະຢາຍຄວາມຫມາຍສັບຕື່ມ :
ບ້ານໂຄງງານ ແມ່ນ ໂຄງງານຄຸນນະທັມ ແມ່ນເປັນໂຄງງານທີ່ເດັກນ້ອຍໂຄງງານຄຸນນະທັມໃນເມືອງໄທ ສົ່ງເຂົ້າປະກວດໂດຍການໃຫ້ເດັກນ້ອຍໄປຫັດເຮັດຄວາມດີນຳກັນເປັນກຸ່ມ
ໂດຍບໍ່ໃຫ້ຄູອາຈານບົງການເຊີ້ງກຳໜົດໃຫ້ເດັກນ້ອຍຄິດເອົາ ໂດຍສະໂລແກນຫົວຂໍ້ໂຄງງານມີວ່າ ການປະກວດໂຄງງານຄຸນນະທັມສະເຫຼີມພະກຽດພະບາດສົມເດັດພະເຈົ້າຢູ່ຫົວ (ເຈົ້າມະຫາຊີວິດ) "
ເຍາວະຊົນໄທ ເຮັດຄວາມດີ ຖວາຍໃນຫຼວງ(ເຈົ້າມະຫາຊີວີຕ)" ໃນທີ່ນີ້ຂໍຍໍ້ຄຳໃຫ້ສັ້ນໆວ່າ "ໂຄງງານ" ໂດຍປີນີ້ມີໂຮງຮຽນທີ່ສົ່ງໂຄງງານຄຸນນະທັມເຂົ້າປະກວດ ໑໐.໐໐໐ ໂຄງງານ ແລະຄັດເລືອກເຫຼືແຄ່ ໓໕ ໂຄງງານທີ່ເປັນສຸດຍອດຂອງໂຄງງານທົ່ວປະເທດ ແລະເຂົາເຈົ້າມີໂຄງການໂຮມຮວມເດັກນ້ອຍທີ່ເຮັດໂຄງງານດັງກ່າວນີ້ທີ່ມາຮຽນບາງກອກມາຢູ່ບ້ານຫຼັງດຽວກັນເຊີ້ງໃນທີ່ນີ່ເຮົາເອີ້ນວ່າ "ບ້ານໂຄງງານ"
ທັມມະອາສາ ແມ່ນ ຄົນທີ່ເປັນຫົວຫໜ້າ ຫຼືຜູ້ດູແລນ້ອງໆ ແລະຊ່ອຍເຫຼືອແລະສະໜັບສະໜຸນນ້ອງໃນການເຮັດຄວາມດີ ແລະບໍ່ສົນໃຈລາງວັນຊັບສິນເງິນທອງ ຄືເຮັດວຽກໃນຮູບແບບສາທາລະນະນັ່ນເອງ
ເສວະນາ ແມ່ນ ປະຊຸມ ລົມກັນ ເວົ້າກັນ ເປັນໝູ່ໃຢ່ໃນວົງໃຢ່ໆ
ກັນລະຍານະມິດ ແມ່ນ ໝູ່ທີ່ດີ ຜູ້ທີ່ນຳພາ ແລະມອບສິ່ງດີໆໃຫ້ກັນແລະກັນ
.................................................................................................................................................................................................................................................
ທັມມະສະບາຍດີ ກັນລະຍານະມິດຂອງໝູ່ເຮົາ
ຫາຍໜ້າຫາຍຕາກັນໄປດົນພໍຄວນເລີຍທີດຽວ ໝູ່ຝູງບາງຄົນກໍ່ແອບງຽບຫາຍ ປິດເທີມກັນໄປ ນ້ອງໆຜູ້ລັງຄົນ ລາວກໍ່ເຮັດອີຫຍັງຂອງລາວຢູ່ກໍ່ບໍ່ຮູ້ ບໍ່ເຫັນສິສົ່ງຂ່າວມາຫາໝູ່ອ້າຍທັມມະອາສາກັນຈັກເທື່ອ ແຕ່ເຖິງຈັ່ງໃດກໍ່ຕາມ ໝູ່ອ້າຍທັມມະອາສາທຸກຜູ້ທຸກຄົນກໍ່ຂໍເປັນກຳລັງແຮງໃຈໃຫ້ນ້ອງທຸກຄົນ ສູ້ເພື່ອຄວາມດີກັນຕໍ່ໄປເດີ້ ບໍ່ວ່າເຮົາຈະຢູ່ບ່ອນໄສ ເຮົາໃນຖານະທີ່ເຮັດຄວາມດີນີ້ມານຳກັນ ກໍ່ຈະຮູ້ສຶກວ່າຢູ່ໃກ້ກັນ ຊະງັ້ນ!! ອິອິ
ມື້ນີ້ໝູ່ຝູງໂຄງງານຂອງເຮົາ ກັບອ້າຍໆທັມມະອາສານັດເວົ້າກັນທີ່ຕະຫຼາດນັດຄອງລັດມະຍົມ ເຂດຕະລິ່ງຊັນ ກຸງເທບ ຜູ້ຮ່ວມເສວະນາກໍ່ມີທ່ານຄູບາມະຫາພງນະລິນ ທິຕະວັງໂສ, ອ້າຍເດ , ອ້າຍນັດ; ຈາກ ມຂ.ໜອງຄາຍ , ອ້າຍອັອບ;ຈາກບາງມົດ , ຄູກ້ອນຫິນ . ຄູຕຸ້ຍ;ໂຮງຮຽນທໍສີ . ອ້າຍໄຂ່;ຕາສັບປະລົດ , ນ້ອງໝວຍ;ນະຄອນພະນົມ , ນ້ອງສັກ;ສີສະເກດ .. ແລ້ວນອກຈາກນີ້ກໍ່ຍັງມີຍາດຜູ້ໃຢ່ໃຈດີທີ່ນຳໂດຍເອື້ອຍຊະ ເຊິ້ງມາພ້ອມກັບນ້າໆໃຈດີ ຈາກອົງກອນງົດກິນເຫຼົ້າ ຂອງສູນສົ່ງເສິມສຸກກະພາບ ມາຮ່ວມໂຮມປະຊຸມນຳ ບັນຍາກາດໜ້າປະທັບໃຈຢ່າງຫຼວງຫຼາຍເລີຍທີດຽວ ກ່ອນທີ່ສິເປິດຫົວຂໍ້ເສວະນາໃຫ້ເຮົາຮູ້ກັນ ມື້ນີ້ຂ້ອຍສິພາທ່ານທັ້ງຫຼາຍໄປຍ່າງເບິ່ງ ຫືທ່ຽວບັນຍາກາດລອບບໍລິເວັນຕະຫຼາດນ້ຳບ່ອນນີ້ກັນດີກວ່າວ່າ ມີອີຫຍັງດີຢູ່ບ່ອນນີ້ແດ່ ........ເບິ່ງເດີ້!!

ໂອ້ໆໆ ເຫມາະກັບທີ່ວ່າເປັນບ່ອນທ່ຽວ ຄົນຫຼາຍຂະໜາດເລີຍທີດຽວ ວ່າບໍ່ ພັດທະນາຮ່ວມແຮງຮ່ວມໃຈກັນຂະໜາດນີ້ ອິອິ

ອາຫານທີ່ເຂົາເຈົ້າເອົາມາຂາຍຢູ່ບ່ອນຕະຫຼາດນ້ຳຄອງລັດມະຍົມນີ້ ກໍ່ມີຢູ່ຫຼາຍຢ່າງໄດ໋ ເບິ່ງປ້າລາວຂາຍຕຳບັກຫຸ່ງ ປິ້ງໄກ່ ເຫັນແລ້ວນ້ຳລາຍຂ້ອຍສິໄຫຼ

ນ້ອງໝວຍ ນ້ອງສັກ ມາເຖິງບ່ອນນີ້ກ່ອນຜູ້ໄດຕັ້ງແຕ່ຍາມມື້ເຊົ້າພູ່ນລ່ະ ຮູ້ສຶກວ່າສອງຄົນນີ້ສິນັ່ງລົດຈາກໝໍຊິດ ມາຮອດບ່ອນນີ້ກະຈ່າຍຄ່າແທັກຊີ່ຢ່າງຫຼວງຫຼາຍ ມາເຖິງສວນຈຽມຕົນນີ້ແລ້ວກໍ່ເຂົ້າໄປຍ່າງຫຼິ້ນຫຼືພັກຜ່ອນເອົາແຮງ ນັ່ງຖ້າໝູ່ອ້າຍ ໝູ່ປ້າໆ ທັ້ງຫຼາຍ ແລະໄດ້ອ່ານປຶ້ມໃນສວນຈຽມຕົນນີ້ລ່ະ ຊື່ເປັນຕາໄປທ່ຽວແທ້ໄດ໋ 55 ຊື່ກະເປັນຕາຄວາມໝາຍດີໄດ໋ ຄົນຂ້າງໃນສວນຄືສິມີແຕ່ຄົນໃຈດີໆ.. ທ່ານວ່າບໍ່..
ຫຼັງຈາກທີ່ນັ່ງຫຼິ້ນໄດ້ແປັບນຶງນັ້ນ ໝູ່ອ້າຍທັມມະອາສາ ແລະກັນລະຍານະມິດທຸກຜູ້ທຸກຄົນກໍ່ມາເຖິງບ່ອນນີ້ຄົບກັນທຸກຄົນແລ້ວ ການປະຊຸມຂອງເຮົາເລິ່ມຕົ້ນຂຶ້ນໃນໄລຍະເວລາອັນບໍ່ໂດນ ໝູ່ເຮົາທຳການປະຊຸມໃນເວລາ ໑໐.໐໐ ໂມງເຊົ້າ ໂດຍຍ່າງເຂົ້າໄປໃນສວນຈຽມຕົນຈະເຫັນສາລາຫຼັງບັກໃຢ່ທີ່ຫຼັງຄາສ້າງດ້ວຍໃບຈາກ ສາລາບ່ອນນີ້ເປັນທີ່ສຳລັບອ່ານປຶ້ມຫຼືພັກຜ່ອນສຳລັບນັກທ່ອງທ່ຽວທີ່ມາທ່ຽວທີ່ຕະຫຼາດນ້ຳ ແລະມື້ນີ້ເຮົາໃຊ້ສະຖານທີ່ແຫ່ງນີ້ໃນກາຮເລົ່າສິ່ງດີໆ ມີຄຸນຄ່າ ໃຫ້ກັນຟັງຢູ່ບ່ອນນີ້ ເລິ່ມຕົ້ນທຳອິດນຶກວ່າຈະລົມກັນແຄ່ວົງນ້ອຍໆ ແຕ່ດ້ວຍນ້າໆຜູ້ໃຢ່ຈາກສູນສົ່ງເສິມສຸກຂະພາບລາວຢາກສິແລກປ່ຽນປະສບປະການກັບນ້ອງໆ ໂຄງງານ ກໍ່ເລີຍເຮັດໃຫ້ວົງເສວະນາຂອງເຮົາເບິ່ງຄຶກຄັກແລະໃຢ່ຂຶ້ນໄປອີກ
ເລິ່ມຫົວຂໍ້ທຳອິດເປັນການນຳສະເໜີຜົນຂອງການດຳເນິນການຂອງອົງການງົດກິນເຫຼ້າ ເຊິ້ງພວກນ້າໆໄດ້ແບ່ງກັນເຮັດກິດຈະກຳ ສ້າງຄ່າຍໃຫ້ເດັກເລັກເດັກນ້ອຍໃນບາງກອກ ໝາຍຄວາມວ່າ ເປັນການໂຮມເດັກນ້ອຍໃນກຸງເທບໃຫ້ເຮັດກິດຈະກຳດີໆນຳກັນຫັ່ນລ່ະວາ ເປົ້າໝາຍກໍ່ນ່າຈະເປັນການລວບລວມເດັກນ້ອຍໃຫ້ມາເຮັດຄວາມດີນຳກັນ ຕ່າງຄົນກໍ່ຕ່າງນຳສະເໜອເລື່ອງລາວຂອງຕົນເອງທີ່ປະສົບມາ ແລະອຸບປະສັກປັນຫາອື່ນໆ ທີ່ເກິດຂຶ້ນມີຫຼາຍຫົວຂໍ້ທີ່ຂ້ອຍປະທັບໃຈແລະເກັບເອົາປະສົບການເຂົ້າໄປ ບາງເລື່ອງມັນກໍ່ຄືກັບບ້ານນອກຂອງເຮົາຢູ່ ແລະບາງເລື່ອງມັນກໍ່ຄົນລະເລື່ອງດຽວກັນເລີຍ 555 ເດັກໃນເມືອງໃຢ່ຈະເປັນອີກແບບ ເດັກບ້ານນອກຢ່າງໝູ່ເຮົາກໍ່ສິເປັນອີກແບບ ນ້າໆເຂົາເຈົ້ານຳສະເໜີໄດ້ນ່າປະທັບໃຈຫຼາຍ ຂ້ອຍປະທັບໃຈໃນຫົວຂໍ້ນຶງທີ່ເປັນເລື່ອງທີ່ອາວຄົນນຶງລາວໄດ້ເວົ້າເຖິງອຸບປະສັກປັນຫາ ແລະໄດ້ສະຫຼຸບໄດ້ເຖີງແກ່ນຫຼັກຂອງການເຮັດວຽກຄັ້ງນີ້ວ່າ ການມາເຮັດວຽກເປັນອາສາສະໝັກຊ່ອຍເຫຼືອຜູ້ອື່ນນີ້ຕ້ອງມີຄວາມອົດທົນຢ່າງຫຼາຍ ອະຮ່ະ.. ຂ້ອຍກໍ່ວ່າມັນກໍ່ເປັນແບບນັ້ນອີຫຼີໄດ໋ ເຈົ້າວ່າບໍ່. ວຽກທຸກອັນທີ່ອອກມາມັນກໍ່ຕ້ອງອາສັຍຄວາມອົດທົນກັນຢູ່ຫຼາຍ ແຕ່ເລື່ອງພວກນີ້ມັນກໍ່ເຮັດໄດ້ຍາກຄືກັນຖ້າເຮົາບໍ່ມີແນວຮ່ວມທີ່ສຸດໆແນ່ນໜຽວ ຊ່ວງເຊົ້ານ້າໆຜູ້ໃຢ່ເສວະນາເວົ້າເຖີງເລື່ອງສິເຮັດຈັ່ງໄດດີທີ່ສິໂຮມເດັກນ້ອຍໃນບາງກອກໃຫ້ຮູ້ຈັກກັນໄດ້ ເຊິ້ງບາງຄັ້ງນັ້ນການທີ່ຈະນຳເດັກນ້ອຍໃນເມືອງໃຢ່ມາເຮັດກິດຈະກຳຮ່ວມກັນຊັກຢ່າງນຶງນັ້ນ ມັນກໍ່ເປັນເລື່ອງທີ່ຍາກຊະເຫຼືອເກີນ ເພາະວ່າປັນຫາເລື່ອງພໍ່ແມ່ບໍ່ຄ່ອຍສົນໃຈລູກຂອງຕົນເອງນຳແດ່ ຫຼືບໍ່ກໍ່ພໍ່ແມ່ບໍ່ມີເວລາໃຫ້ລູກພວກນີ້ແມ່ນປັນຫາຂອງຄົນໃນເມືອງທັ້ງນັ້ນ ສະນັ້ນແລ້ວເລື່ອງແບບນີ້ມັນກໍ່ເລີຍເປັນອຸບປະສັກປັນຫາຕໍ່ການເຮັດວຽກຂອງໝູ່ກັນລະຍານະມິດຜູ້ໃຢ່ທີ່ຢາກຈະແກ້ໄຂປັນຫາ ການເສວະນາຍາມມື້ເຊົ້ານີ້ໄດ້ສະລຸບພໍສົມຄວນວ່າເປັນການທີ່ຈະຈູງມືເດັກນ້ອຍມາເຮັດກິດຈະກຳຕ້ອງເຂົ້າໃຈເດັກພໍສົມຄວນ ຮຽນຮູ້ສິ່ງທີ່ເດັກນ້ອຍຕ້ອງການ ໂດຍໃຊ້ຫຼັກຂອງການສັງເກດ (ຈິດວິທະຍາ) ເປັນຕົວຊ່ອຍເສີມ ແຕ່ທີ່ແນ່ໆກວ່ານີ້ນັ້ນແມ່ນການລໍຈັງຫວະແລະໂອກາດທີ່ດີເຊິ້ງນີ້ແມ່ນສິ່ງທີ່ຈະຊ່ອຍໃຫ້ງານເຮົາສຳເລັດຮຽບຮ້ອຍແບບບໍ່ມີເຫດອັນກໍ່ກວນຈາກພວກມານຂ້າງນອກເດ້ ທ່ານວ່າຄືຂ້ອຍບໍ່....
ຕ້ອງຂໍຂອບໃຈຕະຫຼອດຊ່ວງຂອງການເສວະນາໃນຄັ້ງນີ້ ພວກເຮົາໄດ້ກິນຂະໜົມແຊັ່ບໆ ແບບຟີໆ ບຸບເຟ້ ແລະນ້ຳບັກພ້າວອ່ອນທີ່ຫວານໆ ຊຸ່ມຄໍ ເຊິ້ງມີເດັກນ້ອຍທີ່ຕະຫຼາດຄອງລັດມະຍົມ ມາຊ່ອຍອຳນວຍຄວາມສະດວກໃຫ້ ບໍ່ວ່າຈະເປັນເລື່ອງສາດປູນັ່ງເລື່ອງບໍລິການທີ່ແບບວ່າບໍ່ເປັນລອງໄຜໄດ້ເລີຍດ້ວຍກໍ່ແລ້ວກັນ ທີ່ຂາດບໍ່ໄດ້ນັ້ນກໍ່ຈະເປັນອ້າຍກັອບຈາກບ້ານການຈະນາພິເສກ ທີ່ມາຊ່ອຍງານເອື້ອຍຊະ ແບ່ງເບົາພາລະແລະເທັຄແຄນ້າໆຜູ້ໃຢ່ຈາກສູນສົ່ງເສີມສຸກຂະພາບ ອ້າຍໆທັມມະອາສາ ແລະນ້ອງສັກ ນ້ອງໝວຍ ຮວມໄປຈົນເຖິງຂ້ອຍແລະທຸກຄົນທີ່ນັ່ງເສວະນານຳກັນບ່ອນນີ້ຢ່າງເປັນກັນເອງ ແບບອຳນວຍການທຸກສິ່ງທຸກຢ່າງເລີຍທີດຽວ...
ຊ່ວງເຊົ້າເປັນຊ່ວງຂອງການຟັງຜູ້ໃຢ່ລາວເວົ້າເລື່ອງໃຫ້ຟັງແລ້ວ ພັກກິນເຂົ້າຮຽບຮ້ອຍ ແຊັ່ບໆກັນກ່ອນດີກວ່າ...
ການເສວະນາໃນຊ່ວງບ່າຍນີ້ມີທ່ານຄູບາມະຫາພົງນະລິນ ມາຮ່ວມເສີມກຳລັງແຮງໃຈໃຫ້ໝູ່ເຮົານຳ ກ່ອນທີ່ຈະຟັງໝູ່ເຮົາຊາວເດັກນ້ອຍຊົນນະບົດເລົ່າຄວາມດີໃຫ້ຟັງກໍ່ທຳການນັ່ງສະມາທິເຮັດຈິດໃຈໃຫ້ສະຫງົບ ເອົາບຸນເອົາງານ ແບບວ່າໃຫ້ຈິດພ້ອມທີ່ຈະເຮັດກຸສົນນຳກັນພຸ່ນລ່ະ ອິ່ມໆໆ ອິອິ ອິ່ມບຸນຫຼາຍໆ...
ການເສວະນາໃນຊ່ວງບ່າຍນີ້ມີນ້ອງໝວຍ ເຊິ້ງປີນີ້ສິຈົບຈາກໂຮງຮຽນພະຊອງສາມັກຄີວິທະຍາ ຈັງຫວັດນະຄອນພະນົມ ແລະຈະເຂົ້າມາຮຽນຕໍ່ໃນມະຫາວິທະຍາໄລແລ້ວ ເປັນຜູ້ເລົ່າເລື່ອງລາວການເຮັດຄວາມດີຂອງກຸ່ມນ້ອງໝວຍ ເຊິ້ງກ່ຽວກັບໂຄງງານນ້ອງໝວຍເປັນການເຂົ້າໄປເບິ່ງແຍງຜູ້ເຖ້າໃນໝູ່ບ້ານ ແບບເປັນອາສາສະໝັກເຂົ້າຊ່ອຍເຫຼືອ ຕາມຮູບແບບວິທີທີ່ນ້ອງໆໄດ້ອອກແບບກິດຈະກຳກັນເອງ ຄິດເອງໃນໂຈດການເຮັດໂຄງງານເຊິ້ງເປັນການເຮັດຈິງ ທຳຈິງ ຜົນທີ່ເກິດຂຶ້ນການເອີ້ນຊວນແລະຮູບແບບທີ່ນ້ອງໝວຍໄດ້ເຮັດມາ ແຕ່ທີ່ແນ່ໆນີ່ແມ່ນຂອງຈິງຂອງແທ້ ສຳຜັດກັບການຖ່າຍທອດຄວາມດີຂອງເດັກທີ່ເຮັດດີແບບບໍລິສຸດດ້ວຍໃຈຈິງແລ້ວ ກໍ່ນ່າຊື່ນຊົມ ຍ່ອງຍໍລ່ະ ການເຂົ້າໄປເຂົ້າໃຈຜູ້ເຖ້າຜູ້ແກ່ແລະຮ່ວມຊ່ອຍເຫຼືອ ຮ່ວມລັບຟັງສິ່ງທີ່ຜູ້ເຖ້າຂອງເຮົາຈະເລົ່າໃຫ້ເດັກນ້ອຍໄດ້ຟັງ ບາງຄັ້ງບາງທີມັນກໍ່ເຮັດໃຫ້ເດັກນ້ອຍເກິດຄວາມຮັກແລະຄວາມເຂົ້າໃຈໄດ້ນຳ ນອກຈາກນີ້ຍັງມີການເຂົ້າຊ່ວຍເຫຼືອໃນລູບແບບອື່ນໆ ມີທັ້ງການຊ່ອຍເຮັດວຽກບ້ານຂອງຜູ້ເຖ້າຜູ້ແກ່ໃນໝູ່ບ້ານແລ້ວກຍັງມີການເບິ່ງແຍງຜູ້ເຖ້າທີ່ຢູ່ຫ່າງໄກຄວາມຈະເລິນອີກນຳ ເປັນໜຶ່ງໃນການຮຽນຮູ້ທີ່ເກິດຂຶ້ນອີຫຼີແລະສຳຜັດປະສົບການຈິງທີ່ຖືກຖ່າຍທອດໂດຍນ້ອງໝວຍ ເຊິ້ງເປັນເດັກຊົນບົດບ້ານນອກມາເລົ່າໃຫ້ນ້າໆໃນເມືອງຟັງກໍ່ເປັນການແລກປ່ຽນປະສົບການອັນດີຕໍ່ກັນໃນການນຳພາມາປັບໃຫ້ເຂົ້າກັບຊີວິດເດັກນ້ອຍໃນເມືອງເຊັ່ນກັນ ຕໍ່ມາຈາກນ້ອງໝວຍມາຕໍ່ທີ່ນ້ອງສັກ ນ້ອງສັກເດິນທາງມາຈາກຈັງຫວັດສີສະເກດ ໂຮງຮຽນທີ່ໃຫ້ເດັກນ້ອຍນັກຮຽນພັກນອນຢູ່ທີ່ໂຮງຮຽນນັ່ນເອງ ນ້ອງສັກລາວເປັນເດັກສື່ທີ່ຕັດຕໍ່ຫນັງໄດ້ເກັ່ງ ແລະມີສິນລະປະ ຈາກການທີ່ຂ້ອຍໄດ້ເຫັນຜົນງານ ແລະລາວມັກກິດຈະກັມຄ່າຍ ວຽກຄ່າຍ ມັກການເຮັດວຽກຕັດຕໍ່ຢ່າງເຊັ່ນພວກໜັງສັ້ນ ສາລະຄະດີ ສາມາດບອກໄດ້ເລີຍວ່າຢາກສິໃຫ້ທຸກຄົນເບິ່ງໜັງແລ້ວ ໂອ້ໂຫ!! ເຂົ້າໃຈເລື່ອງລາວທີ່ຢາກສິສື່ຢ່າງລຶກຊຶ້ງອີຫຍັງປະມານນັ້ນເລີຍທີດຽວ ນ້ອງສັກເປັນຄນທີ່ມັກຄ່າຍໜັງແລະໄດ້ໄປເຂົ້າຮ່ວມຄ່າຍໜັງມາແລ້ວຫຼາຍຄ່າຍແລະລາວກໍ່ນຳເກັບປະສົບການສ່ວນຕົນໄວ້ຢ່າງຫຼວງຫຼາຍ ເຮັດໃຫ້ສັກເປັນຕົນທີ່ເກັ່ງໃນປະສົບການພວກນີ້ ແລະນອກຈາກນີ້ນ້ອງສັກຍັງຢາກຈະນຳປະສົບການທີ່ໄດ້ມານັ້ນໄປຮວມໄວ້ໃນໜັງທີ່ສັກສ້າງຂຶ້ນດ້ວຍຝືມືຕົນເອີງອີກນຳ ...ແຫະໆໆ ຄົນຕໍ່ມາແມ່ນຂ້ອຍທີ່ສິເປັນຄົນເລົ່າ ຂ້ອຍໄດ້ເລົ່າຄວາມເຖິງກິດຈະກຳຂອງຂ້ອຍທີ່ເກິດຂຶ້ນໃນມະຫາວິທະຍາໄລຂອນແກ່ນ ວິທະຍາເຂດໜອງຄາຍ ເດິມຂ້ອຍນີ້ກໍ່ລວມກຸ່ມກັນເຮັດວຽກສາທະລະນະຄືກັນເດີ້ ຮວມກຸ່ມກັນເຮັດງານດ້ານຄອມພິວເຕີ້ (ບໍ່ບອກດອກວ່າເຮັດວຽກຫຍັງ 55) ແຕ່ກໍ່ໄດ້ເລົ່າເຖິງວ່າການຮວມກຸ່ມກັນໃນຊຸມຊົນມະຫາວິທະຍາໄລນັ້ນ ມັນກະຍາກເຊັ່ນດຽກັນ ສິເອິ້ນປະຊຸມໝູ່ກັບເວລາທີ່ໃຊ້ສ່ວນຕົວນີ້ຖືວ່າເປັນຕົວຄັດໝູ່ເຮັດວຽກຄົນໄສເຮັດເກັ່ງໄດ້ຄັກຫຼາຍ ເປັນການຄັດຫາໝູ່ຮ່ວມອຸດົມການໄດ້ດີ ແຕ່ປິດເທອມນີ້ໝູ່ຂ້ອຍປ່ຽນໄປຫຼາຍ ຍ້ອນວ່າລາວອອກມາໃຊ້ຊີວິດຢູ່ຫໍນອກມະຫາວິທະຍາໄລທີ່ມັນເປັນການສ່ວນຕົວ ກິນເຫຼ້າ ຫຼິ້ນໄພ່ ມົ່ວສຸມອະບາຍະມຸກ ເຮັດໃຫ້ຂ້ອຍອຸກອັ່ງໃຈຫຼາຍໃນຂະໜະນີ້ຈົນເຖິງຂັ້ນວາງແຜນສິເອົາໝູ່ໄປປະຕິບັດທຳຢູ່ສຳນັກວິປັດສະນາເລີຍທີດຽວ ແງ້ໆໆໆໆ ເສ້າເດ້!!! ເລື່ອງຕໍ່ມາແມ່ນເລື່ອງຂອງອັອບ ອັອບບອກວ່າອັອບເປັນເດັກນ້ອຍໂຄງງານຄຸນນະທັມແຕ່ອັອບກໍ່ເວົ້າຊະຖ່ອມຕົນວ່າ ບໍ່ແມ່ນເດັກທີ່ມີສີຂາວເຕັມທີ່ທໍ່ໄດ ເປັນເດັກສີເທົາ ເຊິ້ງກາງໆເນາະຍັງບໍ່ທັນເຖິງກັບຂາວ ແຕ່ອະທິບາຍເຖິງຫຼັກຂອງການພັດທະນາ ໂຄງສ້າງຂອງການພັດທະນາຄວາມດີເປັນແບບຮາກແກ້ວຂອງຕົ້ນໄມ້ທີ່ຍັງບໍ່ຍັງເລິ້ກພໍ ປຽບໂຈດການເຮັດຄວາມດີອອກມາແບບຊວນຄິດນຳອີຫຼີ ອັນນີ້ສິຖືໂອກາດໃຫ້ນ້ອງໂຄງງານໄດ້ຮູ້ຈັກ ເພາະວ່າລາວເປັນຄົນທີ່ເຄີຍເຮັດໂຄງງານໃນປີ ພ.ສ.໒໕໕໑ ແລະຕອນນີ້ລາວຮຽນຢູ່ມະຫາວິທະຍາໄລກຸງເທບທົນບຸລີ (ມະຫາວິທະຍາໄລບາງມົດ) ອັນນີ້ກະເບິ້ດໄປສຳຫຼັບການເສວະນາຂອງເດັກໆນ້ອຍໆໂຄງງານ...
ທ່ານຄູບາມະຫາພົງນະລິນໄດ້ໃຫ້ກຳລັງແຮງໃຈທຸກໆຄົນທີ່ຈະເຮັດຄວາມດີຮ່ວມກັນຕົງນີ້ວ່າ ເຮົາບໍ່ໄດ້ແກ້ໄຂປັນຫາທີ່ມັນກຳລັງເກິດຂຶ້ນໃນປັດຈຸບັນພວກນີ້ ປັນຫາທີ່ກຳລັງຈະເກິດຂຶ້ນນີ້ພວກເຮາຈັ່ງໄດ່ກໍ່ເອົາມັນບໍ່ຢູ່ແລ້ວ ຈັກມື້ມັນກໍ່ສິເກິດຂຶ້ນແນ່ນອນເຮົາແກ້ໄຂປັນຫາທີ່ລຸມເລ້າເຂົ້າມາພວກນີ້ບໍ່ໄດ້ໃນຕອນນີ້... ເຮົາຄາດຫວັງໃຫ້ແກ້ໄດ້ກໍ່ຈະເຮັດໃຫ້ເຮົາເມື່ອຍໃຈແລ້ວກໍ່ທໍ່ໄປຊື່ໆ ແຕ່ວ່າເດີ້ ດຽວນີ້ທີ່ເຮົາກຳລັງເຮັດວຽກຢູ່ນີ້ຄືການບົ່ມເພາະເມັດພັນຄວາມດີເມັດໃໝ່ ເດັກທີ່ຈະໃຢ່ໃໝ່ນີ້ໃຫ້ພວກເຂົາໄດ້ຮູ້ຈັກການເຮັດຄວາມດີແລະຮູ້ຈັກຄວາມດີ ເຊິ້ງອຍ່າງນ້ອຍເຮົາກໍ່ຍັງຈະພອຮູ້ໄດ້ວ່າຈັກມື້ນຶງນັ້ນເມືອງໄທຈະວິກິດອີຫຼີ ຄົນດີທີ່ຢູ່ໃນເມືອງໄທທີ່ເຊິ້ງອາດສິເປັນເດັກໆທີ່ເຮົາສ້າງພວກນີ້ລ່ະສິລຸກຂຶ້ນມາຟື້ນຟູປະເທດຊາດໃຫ້ກັບຄືນສູ່ຄວາມຈະເລີນໄດ້ ເຊິ້ງນີ້ແຫຼະມັນກໍ່ຄືການໄດ້ເລິ່ມຕົ້ນທຳກັນແລ້ວຄວາມດີຂອງເຮົາເລຶ່ມແລ້ວແມ່ນບໍ່ນໍ້ ອັນນີ້ລ່ະຂ້ອຍວ່າ...55
ມື້ນີ້ເຮົາປະຊຸມກັນແຂ່ງກັບສຽງຟ້າຮ້ອງທີ່ສຽງດັງແຮງ ປ໊ຽງ!!! ປ້າງ!!! ຝົນສາດເຂົ້າສາລາທີ່ມຸງໃບຈາກຂອງພວກເຮົາຈົນໝູ່ເຮົາຕ້ອງໄດ້ຂະຫຍັບເຂົ້າໃກ້ກັນເພື່ອໃຫ້ຄວາມອົບອຸ່ນເກິດຂຶ້ນ ແຕ່ການເສວະນາກັນຂອງພວກເຮົາກໍ່ດຳເນິນຕໍ່ໄປ ໂດຍບໍ່ຟັງສຽງຟ້າສຽງຝົນວ່າມັນຈະຕົາລງມາຈັກກີ່ເມັດ ຈະຕົກຫຼາຍຕກໜ່ອຍແຕ່ກໍ່ເຮັດໃຫ້ບັນຍາກາດຄາຍຄວາມຮ້ອນອົບອ້າວໄດ້ດີໄປເລີຍທີດຽວ...55
ສຳເລັດເສັດສິ້ນຈາກວົງໃຢ່ ກໍ່ມີການແບ່ງກຸ່ມຜູ້ໃຢ່ກຸ່ມເດັກນ້ອຍແບ່ງອອກເປັນສອງວົງ
ປະເດັນທີ່ເຮົາລົມກັນໃນວົງຂອງພວກເຮົານັ້ນ ແມ່ນ
- ປະເດັນບ້ານໂຄງງານຄຸນນະທັມ ສຳຫຼັບໝູ່ໆເດັກນ້ອຍທີ່ສິເຂົ້າມາຮຽນຕໍ່ໃນນະຄອນຫຼວງບາງກອກ ເຊິ້ງມີເດັກຈາກຊຸມຊົນເປັນຜູ້ຊ່ອຍຄິດລິເລ່ມ ອິອິ ໃນວົງເສວະນາເຮົາເວົ້າເຖິງຮູບແບບຂອງບ້ານຄຸນນະທັມ ເຊິ້ງເປັນການຮວມກຸ່ມກັນໃຫ້ໄດ້ ຂອງເດັກໂຄງງານແລະໂັງຕົວຢ່າງບ້ານຄຸນນະທັມທີ່ເຄີຍມີຄົນເຮັດມາກ່ອນແລ້ວ ເຊິ້ງເປັນປະສົບການການຮຽນຮູ້ຈາກຄູກ້ອນຫິນ ບໍ່ວ່າຈະເປັນລູບແບບທີ່ຢູ່ໃນບ້ານ ການໃຊ້ຊີວິດຮ່ວມກັນໃນການຢູ່ບ້ານ ການຮ່ວມກິດຈະກັມເຮັດດີນຳກັນ ກດລະບຽບທີ່ເຮາຈະຕ້ອງເຮັດໃນບ້ານ ເຊິ້ງການໄດ້ຢູ່ໃນບ້ານໂຄງງານນີ້ເດັກນ້ອຍໂຄງງານທີ່ຢູ່ບ້ານຫຼັງດຽວກັນ ແຕ່ຕ່າງມະຫາວິທະຍໄລສາມາດທີ່ຈະແບ່ງປັນ ແລະເປັນໝູ່ແບ່ງສາລະທຸກສຸກດິບໃຫ້ແກ່ກັນແລະກັນໄດ້
ນ້ອງໆທີ່ມາຢູ່ໃນບ້ານໂຄງງານນີ້ອາດຈະຊ່ອຍພໍ່ແມ່ແບ່ງເບົາພາລະໃນເລື່ອງເງິນໆທອງໆໄດ້ດີເລີຍທີດຽວ ບໍ່ວ່າຈະເປັນເລື່ອງແນວກິນເຄື່ອງໃຊ້ທີ່ເຮົາແບ່ງປັນກັນອີຫຍັງປະມານນີ້ລ່ະ ຄິດເບິ່ງວ່າມັນສິເຮັດໃຫ້ປະຫຍັດຂະໜາດໄດ ທ່ານວ່າບໍ່..
- ລະບົບເກີ່ງຝຶກເຮັດວຽກເກີ່ງງານອາສາ ເພື່ອນ້ອງໆຢາກສິຫາວຽກ ທີ່ເໝາະກັບນ້ອງໆທີ່ຮຽນໃນມະຫາວິທະຍາໄລເປິດຢ່າງ ມະຫາວິທະຍາໄລລາມຄຳແຫ່ງຫຼືມະຫາວິທະຍາໄລສຸໂຂໄທທັມມາທິລາດ ປະມານນີ້ ໄວ້ເຮັດໄວ້ສ້າງ ເພື່ອຈະເປັນກິດຈະກັມເສີມແລະກິດຈະກັມການຮຽນຮູ້ ເຊິ້ງເປັນການຝຶກປະຕິບັດຕົນເອງໃນທາງອ້ອມ ແລະນອກຈາກນີ້ແລ້ວແມ່ນສົມມຸດວ່ານ້ອງໆໄດ້ຝຶກງານກັບບ່ອນຝຶກທີ່ໂດນໃຈຕົນເອງແລ້ວ ການຮຽນຈົບແລ້ວໄດ້ເຂົ້າເຮັດວຽກບ່ອນດັງກ່າວນີ້ກໍ່ຈະເປັນຜົນປະໂຫຍດສຳຫຼັບນ້ອງຢ່າງຫຼວງຫຼາຍ ເຊີ້ງທັ້ງນີ້ທັ້ງນັ້ນເປັນແຮງຫນຸນທີ່ຈະຊ່ອຍສົ່ງເສີມໃຫ້ນ້ອງມີວຽກເຮັດແລະຫາວຽກເຮັດໄດ້ງ່າຍໃນອະນາຄົດ ອິອິ
- ນອກຈາກນີ້ແມ່ນ etc. ເດີ້
ຂໍລາເມືອບ້ານ ການເດີນທາງມາເວົ້າມາລົມກັນໃນຄັ້ງນີ້ນັ້ນໝູ່ເຮົາໄດ້ຮັບການສະໜັບສະໜຸນຈາກ ອົງການງົດກິນເຫຼ້າຂອງ ສູນສົ່ງເສີມສຸກຂະພາບ ພີ່ຊະແລະພີ່ກັອບກັນລະຍານະມິດທີ່ດີຂອງໝູ່ເຮົາ (ທັມມະຈັດສັນ) ຊ່ອຍເບິ່ງແຍງເລື່ອງງົບຄ່າເດີນທາງ ໂດຍສະເພາະຂ້ອຍ ນ້ອງສັກ ແລ້ວກໍ່ນ້ອງໝວຍ 55 ແຕ່ການເສວະນາໃນຄັ້ງນີ້ຂອງໝູ່ເຮົານັ້ນມັນບໍ່ໄດ້ຈົບພຽງແຄ່ນີ້ໄດ໋ ໝູ່ເຮົາຍັງມີຕໍ່ກັນໃນກ໊ອກສອງ ເຊິ້ງເປັນຊ່ວງທີ່ນ້ອງໆໂຄງງານເຂົ້າມາຮ່ວມວົງເວົ້າຈາກັນນຳໂດຍສະເພາະນ້ອງໆທີ່ເຂົ້າມາຮຽນຢູ່ນະຄອນຫຼວງບາງກອກນີ້ ໃຫ້ກຽມຕົວກຽມໃຈເຂົ້າໃນບ້ານໂຄງງານໄວ້ໃຫ້ດີກໍ່ແລ້ວກັນ ວ່າຊັ່ນເຖາະ!!
ຕອນລາເມືອບ້ານຝົນຕົກປອຍໆໆ!! ຍ່າງອອກມາດິນຊຸ່ມນ້ຳຂັງ ເຫັນຫິ່ງຫ້ອຍບິນມ່ວນຊື່ນໂຮແຊວຫຼິ້ນສາຍນ້ຳຝນ ພື້ນດິນຊຸ່ມຂະໜາດຖ້ວມລົດອ້າຍໄຂ່ຕາສັບປະລົດ ຈົນລົດລາວຂັບອອກມາບໍ່ໄດ້ຍ້ອນວ່າຕິດຂີ້ຕົມ ຕ້ອງຮ່ວມມືຮ່ວມໃຈເຂັນລົດກະບະອ້າຍໄຂ່
ບ່ອນທີ່ລາວຈອດໄວ້ເປັນລານຈອດລົດທີ່ຕອນນີ້ມັນເປັນຕົມແບບວ່າສາມາດທີ່ຈະເອົາກ້າເຂົ້າມາດຳໄດ້ແລ້ວ 55 ອ້າວວຫຸ້ຍເລ່ຫຸ້ຍ!! ໂຄນສາດໃສ່ກາງເກງຄູກ້ອນຫິນ ຂ້ອຍ ອ້າຍເດ ກັອບ ອັອບ ແລ້ວກໍ່ສັກ ພໍ້ແບບນີ້ມັນກະມ່ວນດີຄືກັນລ່ະວະ 5555+
ໄປເບິ່ງຮູບກັນເຖາະ ສາທະຍາຍມາຫຼາຍແລ້ວ

ອັນນີ້ແມ່ນຮູບພາບຮວມຕອນເລີ່ມເສວະນາກັນໃນຕອນທຳອິດ ອິອິ ເວລາເສວະນານັ້ນເຮົາຕ້ອງເຮັດເປັນວົງແບບນີ້ໄດ໋




.................................................................................................................................................................................................................................................
ບັນທຶກການເດິນທາງຂອງຂ້ອຍ :
ການເຮັດກິດຈະກັມດີໆ ທີ່ຈິງແລ້ວຂ້ອຍບໍ່ທໍ້ເພາະວ່າທັມມະຈັດສັນກໍ່ມີ ກາຕິຫານກໍ່ມີ ແລະສຸດທ້າຍອຸບປະສັກປັນຫາກໍ່ມີ ແລ້ວກໍ່ມີຫຼາຍເຊັ່ນກັນ ການໄປໃນຄັ້ງນີ້ກໍ່ມີ ບັນທຶກອຸບປະສັກເຊິ້ງເປັນມານທີ່ມັກມາຂວາງທາງເຮັດດີຂອງຂ້ອຍຢູ່ຕະຫຼອດທາງມາ
໑. ຝົນຕົກໜັກຈົນເຮັດໃຫ້ຂ້ອຍຂຶ້ນລົດມາບາງກອກເກືອບສິບໍ່ໄດ້
໒. ລົດໂດຍສານທີ່ ຂພຈ.ຂຶ້ນນັ້ນ ເຄື່ອງມັນນ໊ອກ! ເຄື່ອງພັງ ລົດສະຕ໊າດບໍ່ຕິດ ລົດເດິນຕໍ່ໄປບໍ່ໄດ້ ໂຊເຟີ້ລົດໄທຂໍປ່ຽນລົດຄົນໃໝ່ຕອນທ່ຽງຄືນ ແງ້ໆໆ
໓. ເດິນທາງຮອດໝໍຊິດ ຂຶ້ນລົດແທັກຊີ້ ເພື່ອທີ່ຈະເດິນທາງມາຕະຫຼາດຄອງລັດມະຍົມ ອ້າຍໂຊເຟີ້ທັກ "ນ້ອງຫຼ່າ ແກັດອ້າຍສິເບີດແລ້ວຫາລ້ານເຕີມແກັດຊ່ອຍແດ່" ຖືວ່າຍັງໂຊກດີທີ່ພໍ້ປັ້ມເຕີມແກັສພໍດີ ຕໍ່ມາອ້າຍເຂົາເຈົ້າໄປກົດມີເຕີ້ອີທ່າໄສກະບໍ່ຮູ້ນຳ ມີເຕີ້ດັບບໍ່ອ່ານຄ່າ ດີຢູ່ດີເສຍຄ່າແທັກຊີ້ແຄ່ ໑໘໐ ບາດຫັ່ນນ່ະ
໔. ຟ້າຮ້ອງແຂັ່ງກັບສຽງເສວະນາຂອງໝູ່ຂ້ອຍ
໕. ຊຸກລົດອ້າຍໄຂ່ເປັນເຄິ່ງອຸບປະສັກຢູ່ ເພາະວ່າເພິ່ນເອົາໄປຈອດໄວ້ໄກຫຼາຍ 55 ໄປຈອດໄວ້ບ່ອນຂີ້ດິນຍາມຝົກຕົກເປັນຂີ້ຕົມວ່ານິເນາະ!!
ໂປດຕິດຕາມສະຫຼຸບການປະຊຸມເສວະນາໃນຄັ້ງຕໍ່ໄປໃນເດືອນ ມິຖຸນາ ນີ້....