ຂຽນເມື່ອ: ພ.ຈ.. 18, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
Normal 0 false false false EN-US X-NONE TH /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0in 5.4pt 0in 5.4pt; mso-para-margin-top:0in; mso-para-margin-right:0in; mso-para-margin-bottom:10.0pt; mso-para-margin-left:0in; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:"Times New Roman"; mso-fareast-theme-font:minor-fareast; mso-hansi-font-family:Calibri; mso-hansi-theme-font:minor-latin;}
ເເຕ່ຄາວກ່ອນ ມີໝາໂຕໜຶ່ງລັກຕ່ອນຊີ້ນທີ່ເເມ່ຄ້າວາງຂາຍຢູ່ຕະຫຼາດ. ເມື່ອເຈົ້າຂອງຊີ້ນໄລ່ຕີ ມັນກໍເເລ່ນຈົນເຂົາໄລ່ບໍ່ືັທັນ. ພໍໄປຮອດຂົວເເຫ່ງໜຶ່ງ, ມັນຄ່ອຍໄຕ່ຂ້າມທັງຫຼຽວໄປມາ, ເພາະຢ້ານເຈົ້າຂອງຊີ້ນນຳມາອີກ. ທັນໃດນັ້ນ ມັນເຫັນໝາໂຕໜຶ່ງຢູ່ໃນນ້ຳເຊິ່ງຄາບຊີ້ນຕ່ອນໃຫ່ຍກວ່າຕ່ອນທີ່ຕົນຄາບຢູ່ ເເລ້ວໂດດລົງນ້ຳເພື່ອຍາດເອົາຊີ້ນທີ່ເຫັນ.
ຄວາມຈິງສິ່ງທີ່ມັນເຫັນນັ້ນເເມ່ນເງົາຂອງໂຕເອງ. ມັນໂດດລົງນ້ຳເເຕ່ບໍ່ໄດ້ຫຍັງ, ເເລ້ວຈຶ່ງໂງຄືນມາຫາຕອ່ນຊີ້ນເດີມ ທີ່ຕົນເອງປະຖິ້ນ, ເເຕ່ວ່າຊີ້ນຕ່ອນດັ່ງກ່າວໄດ້ຈົມຫາຍໄປເເລ້ວ.
ເລື່ອງນີ້ສອນໃຫ້ເຮົາຮູ້ວ່າ ຄວາມໂລບມາກໂລພາເປັນບໍ່ເກີດເເຫ່ງຄວາມຈິນຫາຍ. ເຮົາບໍ່ຄວນເປັນຄົນມັກໂລບໂລພາຕ້ອງປົກປັກຮັກສາສິ່ງທີ່ຕົນມີຢູ່ໄວ້ໃຫ້ດີືໆ.
ມາຈາກ : ເເບບຮຽນພາສາລາວຊັ້ນປະຖົມປີທີສາມ