ຂ້ອຍເກິດຢູ່່ຫມູ່ບ້ານເທິງພູທີ່ຫ່າງໄກ ແຕ່ລະມື້ພໍ່ແມ່ຂອງຂອ້ຍຕ້ອງເຮົດວຽກໃນໄຮ່ກາງແດດທີ່ຮ້ອນຈົນແທບເຜາໂລກ
ທັ້ງໜ່ວຍໃຫ້ລະລາຍໄດ້ ຂ້ອຍມີນ້ອງຊາຍຢູ່ຄົນໜຶ່ງ ອາຍຸນ້ອຍກວ່າຂ້ອຍ 3 ປີ ມື້ໜຶ່ງຂ້ອຍໄດ້ລັກເງິນຂອງອີພໍ່ ວ່າຈະເອາ
ໄປຊື້ແພມົນເຊົດໜ້າທີ່ພວກຫມູ່ເພື່ອນເຂາມີໃຊ້ກັນພໍອີພໍ່ຂ້ອຍຮູ້ວ່າເງິນຂອງລາວຖືກລັກໄປ ລາວບອກໃຫ້ຂ້ອຍກັບນ້ອງ
ຊາຍຂ້ອຍຄຸກເຂ່າແລ້ວຫັນໜ້າເຂ້າຫາກຳແພງ ແລະໃນມືຂອງລາວມີກ້ານໄມ້ໄຜ່ຢູ່ອັນໜຶ່ງ
"ໄຜເປັນຜູ້ລັກເງິນຂອງພໍ່ໄປ" ອີພໍ່ລາວຖາມ
ຕອນນັ້ຂ້ອຍຍ່ານແຮງ ບໍ່ກ້າເວ້າ ນ້ອງຂ້ອຍກໍຄືກັນ ອີພໍ່ລາວເລິຍເວ້າວ່າ
"ກໍໄດ້ ເມື່ອບໍ່ມີໄຜບອກ ກໍຕ້ອງລົງໂທດທັ້ງຄູ່ນຫັ້ນແຫຼະ"
ອີພໍ່ຍົກກ້ານໄມ້ໄຜ່ຈະຕີ ນ້ອງຊາຍຂ້ອຍລຸກຂື້ນຢ່າງໄວ ແລ້ວເວ້າວ່າ
"ຂ້ອຍເປົນຄົນລັກເອງ"
ກ້ານໄມ້ໄຜ່ຖືກຟາດໃສ່ຢ່າງສຸດແຮງ ຕາມຕົນໂຕຂອງນ້ອງຊາຍຂ້ອຍ ອີພໍ່ລາວຕີຈົນລາວຫມົດແຮງ ລາວລົງນັ່ງເທິງຕັ່ງແລ້ວ
ດ່າວ່ານ້ອງຊາຍຂ້ອຍຕື່ມອີກວ່າ
"ຂອງຄົນໃນບ້ານ*********ເອງ*********ຍັງລັກໄດ້ ຕໍ່ໄປ*********ຈະເຮົດຊັ່ວຢັງອີກ ຫືກູຈະຕີໃຫ້*********ຕາຍດີ"
ຄືນນັ້ນຂ້ອຍກັບອີແມ່ກອດນ້ອງຊາຍໄວ້ ຮອຍບາດແຜເຕົມຫຼັງຂອງນ້ອງຂ້ອຍ ແຕ່ນ້ອງຂ້ອຍບໍ່ຮ້ອງໄຫ້ເລິຍ ແຕ່ຂ້ອຍເອງທີ່
ຮ້ອງໄຫ້ສຽງດັງຈົນນ້ອງໄດ້ເອາມືມາປິດປາກຂ້ອຍແລ້ວເວ້າວ່າ
"ເອື້ອຍ ຢ່າຮ້ອງສາ ເລື່ອງມັນຜ່ານໄປແລ້ວ"
ຂ້ອຍຄຶດຊັງເຈ້າຂອງທີ່ຂີ້ຂາດບໍ່ກ້າບອກຄວາມຈິງກັບພໍ່
"""""
ຫຼາຍປີຜ່ານໄປ ນ້ອງຂ້ອຍສອບເສົງໄດເຂ້າຮຽນຕໍ່ມ.ປາຍ ຂ້ອຍກໍ່ສອບໄດ້ເຂ້າຮຽນຕ່ອໃນມຫາວິດທະຍາໄລ ຄືນນັ້ນອີພໍ່ນັ່ງ
ສູບຍາຢູ່ສວນຫຼັງບ້ານ
"ລູກເຮາຮຽນເກ່ງທັ້ງສອງຄົນເລິຍ" ລາວເວ້າກັບອີແມ່
"ແລ້ວເຮາຈະຫາເງິນແນວໃດໃຫ້ລູກຮຽນໄດ້ຫຼະ" ອີແມ່ວ່າ
"ຂ້ອຍບໍ່ຮຽນກໍໄດ້ ຂ້ອຍອ່ານປື້ມເອາກໍໄດ້" ນ້ອງຂ້ອຍເຂ້າມາຕອນໃດບໍ່ທັນເຫົນ
ອີພ່ອຟາດຝ່າມືໃສ່ໜ້ານ້ອງຢ່າງແຮງ ພ້ອມຊີ້ໜ້າດ່າ
"ເປົນຢັງເຈິ່ງຄຶດໂງ່ໆແນວນີ້ ເຖິງພໍ່ຈະຕ້ອງໄປເປົນຂອທານ ພໍ່ກໍຕ້ອງຫາໃຫ້ລູກຮຽນຈົບໃຫ້ໄດ້"
ຄືນນັ້ນ ອີພໍ່ລາວຍ່າງໄປເຮືອນນັ້ນເຮືອນນີ້ທັ່ວຫມູ່ບ້ານ ຫາຂໍຍືມເງິນ
ໃນໃຈຂ້ອຍຄຶດວ່າຕ້ອງໃຫ້ນ້ອງຂ້ອຍໄດ້ຮຽນຈະໄດ້ໜີຈາກຄວາມທຸກຍາກຢ່າງທຸກມື້ນີ້ ແຕ່ຕັວຂ້ອຍກໍຢາກຮຽນຄືກັນ
"""""""""""""
ເຊ້າວັນຕ່ໍມານ້ອງຂ້ອຍໄດ້ໜີອອກຈາກບ້ານພ້ອມກະເປ໋ານ້ອຍໆໜ່ວຍດຽວ ແລະຂຽນຈົດຫມາຍໄວ້ໃຕ້ຫມອນຂ້ອຍ
ຕອນທີ່ຂ້ອຍນອນບໍ່ຮູ້ເມື່ອ
"ເຖິງເອື້ອຍ ການຈະເຂ້າມະຫາວຶດທະຍາໄລບໍ່ແມ່ນເລື່ອງງ່າຍໆ ນ້ອງຈະໄປເຮົດວຽກ ຈະສົ່ງເງິນມາໃຫ້ ຮຽນໃຫ້ຈົບເດິ້"
ຂ້ອຍນອນຮ້ອງໄຫ້ຈົນເມື່ອຍຫລັບໄປ ນ້ອງຂ້ອຍອາຍຸແຄ່17ປີເອງສ່ວນຂ້ອຍ 20 ປີແລ້ວ
ຈາກເງິນທີ່ອີພໍ່ຫາຍືມຈາກຊາວບ້ານ ແລະເງິນທີ່ນ້ອງຂ້ອຍເຮົດວຽກເປົນກຳມະກອນກ່ໍສ້າງທີ່ທ່າເຮືອສົ່ງມາໃຫ້ ຂ້ອຍເລິຍ
ໄດ້ຮຽນໃນມຫາວິດທະຍາໄລ
"""""""""""""""""""
ວັນໜຶ່ງ ຂ້ອຍກຳລັງອ່ານປື້ມຮຽນຢູ່ໃນຫໍພັກ ຫມູ່ເພື່ອນໄດ້ມາບອກວ່າມີຄົນມາຫາ ຢູ່ໜ້າຫໍຫັ້ນ ຂ້ອຍຍ່າງອອກໄປ
ເຫົນນ້ອງຊາຍຂ້ອຍຍືນຢູ່ ຕົນໂຕເຕົມໄປ
ດ້ວຍຝຸ່ນປູນຊິມົງ ແລະຊາຍຈາກວຽກກໍ່ສ້າງນັ່ນເອງ
"ເປົນຢັງບໍ່ບອກຫມູ່ເອື້ອຍຫຼະວ່ານ້ອງຊາຍ" ຂ້ອຍຖາມນ້ອງເປົນຄຳທຳອຶດ
"ກໍເບິ່ງສະພາບນ້ອງຕິຫຼະ ຖ້າບອກວ່າເປົນນ້ອງ ເອື້ອຍກໍຕ້ອງຸືກຫມູ່ເພື່ອນຫັວຂວັນແທ້ເລິຍ" ນ້ອງຂ້ອຍວ່າ
ຂ້ອຍເດ່ມືໄປປັດຝຸ່ນໃຫ້ນ້ອງຂ້ອຍແລ້ວບອກວ່າ
"ເອ້ືອຍບໍ່ສົນໃຈດອກວ່າໄຜສິເວ້າແນວໃດ ຈະເປົນແນວໃດ ນ້ອງກໍຍັງເປົນນ້ອງຂອງເອື້ອຍຢູ່ດີຫັ້ນຫຼະ"
ນ້ອງຂ້ອຍໄດ້ຈົກເອາຂອງບາງຢ່າງຈາກຖົງສ້້ງ ເປົນກຶີ້ບໜີບຜົມຮູບແມງກະບີ້ ແລ້ວກໍຕິດຜົມໃຫ້ຂ້ອຍ
"ນ້ອງເຫົນສາວໆກຳລັງນິຍົມ ກໍເລິຍຢາກໃຫ້ເອື້ອຍໄດ້ມີໃຊ້ນຳເຂາ"
ຂ້ອຍວູບໃນຫັວໃຈ ດຶງເອານ້ອງເຂ້າມາກອດແລ້ວກໍຮ້ອງໄຫ້ ຕອນນັ້ນນ້ອງອາຍຸ20 ປີສ່ວນຂ້ອຍ 23ແລ້ວ
""""""""""""""""
ເມື່ອຂ້ອຍມີຄູ່ຮັກ ກໍໄດ້ພາໄປຍາມບ້ານ ໄປຫາພໍ່ກັບແມ່ເທື່ອທຳອິດ ຂ້ອຍຮູ້ສຶກວ່າເຽືອນສະອາດສະອ້ານ ໜ້າຢູ່
ປ່ອງຍຽ່ມທີ່ແຕກກໍໄດ້ແປງແລ້ວຢ່າງດີ
"ນີ່ແມ່ຕ້ອງເສຍເງິນເຮົດຄວາມສະອາດເຮືອນແລ້ວກໍແປງປ່ອງຍຽ່ມໃຫມ່ເພື່ອຂ້ອຍຫວາ" ຂ້ອຍຖາມແມ່
"ແມ່ບໍ່ໄດ້ຈ້າງໄຜດອກ ນ້ອງໂຕຕິຫຼະ ຂໍເລິກການໄວ ແລ້ວມາເຮົດໃຫ້ ໂຕບໍ່ເຫົນຕຶວ່າ ມືນ້ອງບາດຍ້ອນແປງປ່ອງຍຽ່ມ
ຫັ້ນຕັ້ວ"ແມ່ວ່າ
ຂ້ອຍຟ້້າວເຂ້າໄປຫານ້ອງຊາຍຂ້ອຍຢູ່ໃນເຮືອນ ຂ້ອຍຮູ້ສຶກຄືຈັ່ງຖືກເຂົມສັກຮ້ອຍແທງລງກາງໃຈທີ່ໄດ້ເຫົນມືນ້ອງ
ຂ້ອຍຈັບມືນ້ອງຢ່າງທະນຸຖະໜອມ
"ເຈົບຫຼາຍບໍ່"
"ບໍ່ເຈົບດອກ ໄກຫັວໃຈບັກຫຼາຍ...."
ນ້ອງຂ້ອຍບໍ່ທັນໄດ້ເວ້າຢັງອີກ ແຕ່ກໍຕ້ອງເຊາ ຍ້ອນຂ້ອຍໄດ້ຫັນໜ້າໜີ ແລ້ວກໍຮ້ອງໄຫ້ຢ່າງບໍ່ອາດກັ້ນໄວ້ໄດ້
"ກໍເອື້ອຍເປົນເອື້ອຍຂ້ອຍນໍ"
ຕອນນັ້ນນ້ອງ23 ຂ້ອຍ 26ປີແລ້ວ
"""""""""""""""
ຫຼັງຈາກຂ້ອຍຮຽນຈົບ ກໍໄດ້ແຕ່ງງານກັບຄົນໃນເມືອງ ຫຼາຍເທື່ອທີ່ສາມີຂອງຂອ້ຍຊວນພ່ອກັບແມ່ເຂ້າມາຢູ່ໃນເມືອງ
ນຳກັນ ແຕ່ອີພ່ໍກັບອີແມ່ບອກວ່າ
ເທື່ອໜຶ່ງເຄິຍຍ້າຍມາຢູ່ໃນເມືອງແລ້ວກໍບໍ່ຮູ້ຈະເຮົດຢັງດີ ກໍເລິຍຍ້າຍຄືນມາຢູ່ບ້ານນີ້ຄືອເກ່າ ນ້ອງຊາຍກໍບໍ່ເຫົນດີນຳ
ນ້ອງບອກວ່າ
"ເອື້ອຍຈົງປົນນິບັດພ່ໍແມ່ທາງຜັວສາ ສ່ວນພ່ໍແມ່ທາງພີ້ບໍ່ຕ້ອງຫົ່ວງ ເປົນໜ້າທີ່ຂອງນ້ອງເອົງ"
ຕ່ໍມາສາມີຂອງຂ້ອຍໄດ້ເລື່ອນເປັນປະທານບໍລິສັດເຊິ່ງເປົນຂອງຄອບຄັວ ລາວຢາກໃຫ້ນ້ອງຂ້ອຍມາເປົນຜູ້ຈັດການ
ບໍລິສັດ ແຕ່ນ້ອງຂ້ອຍກໍບໍ່ຍອມຂອເປົນພຽງຄົນງານທຳມະດາ ວັນໜຶ່ງນ້ອງຂ້ອຍປະສົບອຸບັດເຫດຕົກຈາກເສາໄຟ
ຕ້ອງຖືກສົ່ງເຂ້າໂຮງຫມໍ ປາກົດວ່າຊາຫັກ
"ເປົນແນວໃດຫຼະ ເຫົນບໍ່ເອື້ອຍບອກແລ້ວວ່າໃຫ້ເປົນຜູ້ຈັດການກໍບໍ່ເອາ" ຂ້ອຍກໍສູນໃຫ້ນ້ອງ
"ເບິ່ງດູຫັ້ນ ເປົນຢັງຄືບໍ່ຟັງເອື້ອຍແໜ່" ຂ້ອຍຍັງວ່ານ້ອງບໍ່ເຊາ
"ເອື້ອຍລອງຄຶດເບິ່ງຕີ້ ພີ່ອ້າຍກໍເພິ່ງໄດ້ເປົນປະທານ ສ່ວນນ້ອງກໍຮຽນນ້ອຍ ຖ້າໄດ້ເປົນຜູ້ຈັດການ ຄົນກໍຄົງເວ້າພື້ນ
ໄປທັ່ວ"ນ້ອງຂ້ອຍວ່າ
"ແຕ່ນ້ອງບໍ່ໄດ້ຮຽນກໍຍ້ອນເອື້ອຍ.."ນ້ອງຂ້ອຍຈັບມືຂ້ອຍແລ້ວເວ້າວ່າ
"ຢ່າເວ້າເຖິງມັນເລິຍເອື້ອຍ ເລື່ອງມັນຜ່ານໄປແລ້ວ" ຂ້ອຍແລະສາມີນ້ຳຕາຊຶມ
"""""""""""
ເມື່ອນ້ອງຂ້ອຍອາຍຸ30 ປີ ກໍໄດ້ແຕ່ງງານກັບຄົນໃນບໍລິສັດດຽວກັນນັ່ນເອງ ໃນວັນງານໂຄສົກເທິງເວທີໄດ້
ຖາມນ້ອງຊາຍຂ້ອຍວ່າ
"ໄຜເປົນຜູ້ທີ່ເຈ້າຮັກຫຼາຍກວ່າຫມູ່ໃນຊີວິດນີ້"
ນ້ອງຊາຍຂ້ອຍຕອບທັນທີວ່າ
"ເອື້ອຍຂ້ອຍ" ................
ແລ້ວກໍເວ້າເລື່ອງທີ່ຂ້ອຍເອງກໍຈື່ບໍ່ໄດ້ຊ້ຳວ່າ ...............
"ວັນໜຶ່ງຕອນທີ່ຍັງຮຽນຢູ່ຊັ້ນປະຖົມ ຂ້ອຍກັບເອື້ອຍຕ້ອງຍ່າງໄປໂຮງຮຽນເປົນໄລຍະທາງ 2 ກຶໂລແມົດ ທັ້ງໄປທັ້ງກັບ
ມື້ໜຶ່ງຂ້ອຍເຮົດຖົງມືເສຍໄປຂ້າງໜຶ່ງຫິມະກໍຕົກຢ່າງໜັກ ໜາວກໍໜາວຄັກແໜ່ ເອື້ອຍຂ້ອຍໄດ້ຖອດຖົງມືໃຫ້ຂ້ອຍຂ້າງ
ໜຶ່ງແລ້ວລາວກໍມີຖົງມືພຽງຂ້າງດຽວ ເມື່ອມາຮອດເຮືອນ ມືລາວບວມແດງຈົນບໍ່ສາມາດຈັບບົ່ວງກິນເຂ້າໄດ້ ຈາກວັນນັ້ນ
ຂ້ອຍໄດ້ສາບານກັບຕົວເອງວ່າ ຂ້ອຍຈະຕ້ອງດູແລ ເບິ່ງແຍງລາວໃຫ້ດີຕາບເທ່າທີ່ຂ້ອຍມີລົມຫັນໃຈ"
ສຽງຕີມືດັງກ້ອງໄປທັ່ວບໍລິເວນງານ ຂ້ອຍນ້ຳຕາຊຶມ ເວ້າຢ່າງຍາກລຳບາກ
"ໃນຊັ່ວຊີວິດນີ້ ຄົນທີ່ຂ້ອຍຮູ້ສຶກເປົນບຸນຄຸນຢູ່ສະເຫມິກໍຄືນ້ອງຊາຍຂອງຂ້ອຍນີ່ເອງ"
"""""""""""""ຈົງຮັກແລະຫ່ວງໃຍຄົນທີ່ເຈ້າຮັກໃນທຸກວັນຂອງຊີວິດຂອງເຈ້າ""""""""""""""""""""
""""""""""""ບໍ່ວ່າເຂາຄົນນັ້ນຈະເປົນໄຜ ອິພ່ອ ອິແມ່ ເອື້ອຍ ນ້ອງ ຄົນຮັກ ເພື່ອນຝູງ""""""""""
****ປັດຈຸບັນຜູ້ເອື້ອຍອາຍຸ 86 ປີ ຜູ້ບໍລິຫານໃຢ່ບໍລິສັດ ຮຸນໄດ HYUNDAI ປະເທດເກົາຫຼີ
****ນ້ອງຊາຍອາຍຸ 83 ປີ ເປົນຜູ້ກໍ່ຕັ້ງບໍລິສັດຊັມຊຸງSAMSUNG ນັ່ນເອງ
ແປຈາກເວົບໄທຍົ ຈິງຫືເທົດ ບໍ່ຮູ້ຄືກັນ