ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີ​ຄົນ​ເຄີຍ​ບອກວ່າ " ອົກ​ຫັກ ດີກວ່າ​ຮັກ​ບໍ່​ເປັນ " ສະໄໝ​ກ່ອນ​ອາດຈະ​​ແມ່ນ ແຕ່​ສະໄໝ​ນີ້​ເຫັນ​ວ່າຍອມ​ຮັກ​ບໍ່​ເປັນ ດີກວ່າ​ອົກ​ຫັກ ເພາະ​ອົກ​ຫັກບາດ​ໃດ​ຫົວ​ໃຈ​ປານ​ລະລາຍ​ທຸກ​ເທື່ອ

      ທີ່​ຜ່ານມາ​​ເຄີຍ​ເຫັນ​ນ້ຳ​ຕາ​ຂອງ​ສາວໆ ຊຶ່ງ​ຖືກ​ຫັກ​ອົກ​ມາ​ຫຼາຍຕໍ່ຫຼາຍ​ແລ້ວ ແລະ​ເພາະ​ຄວາມ​ຢາກ​ຮູ້​ວ່າ​ເຫດຜົນ​ໃດ ເປັນ​ເຫດຜົນ​ສຸດ​ນິຍົມທີ່​ເຮັດໃຫ້​ສາວໆ ເສຍ​ອົກ​ເສຍ​ໃຈ ແລະ​ລືມ​ຜູ້​ຊາຍ​ອັນ​ເປັນ​ທີ່​ຮັກ​ບໍ່​ໄດ້​ຈັກ​ເທື່ອ...

      ຈາກ​ການ​ສອບ​ຖາມ​ສາວໆ ໜ້າ​ໃສ​ທີ່​ຍ່າງ​ຂວັກ​ໄຂວ່​ໄປ​ມາ​ຕາມ​ທ້ອງ​ຖະໜົນ ປາກົດ​ວ່າ ມີ​ຫລາຍ​ສາ​ເຫດ​ນຳກັນ ແຕ່​ທີ່​ເຂົ້າ​ວິນ​ມາ​ເປັນ​ອັນ​ດັບ​ທຳ​ອິດ

      ເພາະ​ຜູ້​ຊາຍ​ຄົນ​ນັ້ນ​ເປັນ​ຄົນທຳ​ອິດ
      ຜູ້​ສາວ​ຍຸກ​ນີ້​ຍັງ​ໃຫ້​ຄວາມ​ສຳຄັນ​ກັບ​ຜູ້​ຊາຍ​ທີ່​ເປັນ​ຄົນທຳ​ອິດ ບໍ່​ວ່າ​ຈະ​ເປັນ​ແຟນ​ຜູ້​ທຳ​ອິດ ພາ​ຄົນ​ຮັກ ໄປ​ຮູ້​ຈັກ​ກັບ​ພໍ່ແມ່​ເປັນ​ຄົນທຳ​ອິດ ແລະ​ທີ່​ສຳຄັນ​ສຳລັບ​ສາວໆ ຍຸກ​ນີ້​ແມ່ນ​ຈະ​ເປັນ​ຍຸກ​ທີ່ຂ້ອນ​ຂ້າງ​ໄປ​ມາ​ນຳ​ກັນ​ໄວ. ແຕ່​ສາວໆ ສ່ວນ​ຫຼາຍກໍ​ຍັງ​ໃຫ້​ຄວາມ​ສຳຄັນ​ກັບ​ຜູ້​ຊາຍ​ຄົນທຳ​ອິດ ທີ່​ນາງ​ຍອມ​ເສຍ​ພົມມະຈັນ​ໃຫ້​​ ດັ່ງ​ນັ້ນ ເວລາ​ຖືກ​ຜູ້​ຊາຍ​​ເຊິ່ງ​ເປັນ​ຄົນທຳ​ອິດ​ຂອງ​ຊີວິດ​ຫັກ​ອົກ ມັນ​ຈຶ່ງ​ເປັນ​ຄວາມ​ເຈັບ​ປວດ​ຢ່າງ​ທີ່ສຸດ.
 
      ​ເພາະຄວາມ​ຜູກ​ພັນ
      ຄວາມ​ຜູກ​ພັນ ເພາະ​ໃນ​ຊ່ວງ​ເວລາ​ທີ່​ຍິງ​ຊາຍ ຊຶ່ງ​ຕັດ​ສິນ​ໃຈ​ຄົບ​ຫາ​ກັນ ຍ່ອມ​ຫລີກ​ລ້ຽງ​ບໍ່​ໄດ້​ທີ່​ທັງ​ຄູ່ ຈະ​ຢູ່​ນຳກັນ​ແທບ​ຕະຫລອດ​ເວລາ ດັ່ງ​ນັ້ນ ຈຶ່ງ​ເກີດ​ຄວາມ​ຜູກ​ພັນ ທັງ​ໃນ​ແງ່​ຂອງ​ຄວາມ​ສຸກ ໄປ​ກິນ​ເຂົ້າ​ນຳກັນ ຊື້​ໝາ​ມາ​ລ້ຽງ​ນຳກັນ ທຸກ​ຢ່າງ​ລ້ວນ​ແລ້ວ​ແຕ່​ເປັນ​ຄວາມ​ຜູກ​ພັນ​ທັງ​ສິ້ນ ຫລື​ແມ່ນແຕ່​ຄວາມ​ທຸກ​ທີ່​ເກີດ​ຈາກ​ການ​ຜິດ​ຖຽງ​ກັນ ມັນ​ກໍ​ຖື​ເປັນ​ຄວາມ​ຜູກ​ພັນ​ຢ່າງ​ໜຶ່ງ​ດ້ວຍ ອີກ​ຝ່າຍ​ໜຶ່ງ​ໂມ​ໂຫ ອີກ​ຝ່າຍ​ໜຶ່ງ​ເຂົ້າ​ມາ​ອອຍ ​ເຊິ່ງ​ເມື່ອ​ທັງ​ສອງໄດ້​ຮຽນ​ຮູ້​ຊຶ່ງ​ກັນ ແລະ​ກັນ ແລ້ວ​ກໍ​ຍາກ​ທີ່​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໂດຍ​ສະເພາະ​ຝ່າຍ ທີ່​ກຳ​ລັງ​ຈະ​ຖືກ​ຖິ້ມ​ນັ້ນ​ຈະ​ທີ່​ຕັດ​ໃຈ​ລົງ.

      ຍິ່ງ​ພຽງ​ເຫລືອບ​ໄປ​ເຫັນ​ຂອງ​ຂວັນ ຮູບ​ໃນ​ກະ​ເປົາ​ກໍ​ຍິ່ງ​ຕອກ​ຢ້ຳ ຄວາມ​ຄິດ​ຮອດ​ຢູ່​ທຸກ​​ເທື່ອ ນອກ​ຈາກ​ສິ່ງ​ຂອງ​ແລ້ວ " ສະຖານ​ທີ່ " ກໍ​ເປັນ​ສ່ວນ​ສຳຄັນ ໂດຍ​ສະເພາະ​ເປັນ​ທີ່​ທີ່​ເຄີຍ​ເຮັດ​ກິດຈະກຳ​ເລື້ອຍໆ ​ເຊັ່ນ ​ໂຮງຮຽນ ​ໂຮງ​ໜັງ ສວນ​ສາທາລະນະ ​ໂຕະ​ຕັ່ງ ​ເຮືອນຄົວ ຫຼື​ເຮືອນ​ກໍ​ຕາມ ພໍ​ໄປ​ຍືນບ່ອນ​ທີ່​ເຄີຍ​ມີ​ກິດຈະກຳ​ຮ່ວມ​ກັນ ບ່ອນ​ເຄີຍ​ມ່ວນ​ເຄີຍ​ຫົວ ​ເຄີຍ​ຫຼິ້ນ​ເຄີຍ​ກິນ​ນຳ​ກັນ ກໍ​ຍິ່ງ​ເຈັບ​ຍິ່ງ​ຊ້ຳ.

​       ເພາະເຂົາ​ເປັນ​ໝູ່​ມາ​ກ່ອນ
       ຕອນ​ເປັນ​ໝູ່​ກໍ​ສະຫນິດ​ກັນ​ຫລາຍ ພໍ​ເປັນ​ແຟນ​ກັນ​ກໍ​ຍິ່ງ​ມີ​ຄວາມ​ສະໜິດສະໜົມ ແນບ​ແໜ້ນ​ເຂົ້າໄປ​ອີກ ເມື່ອ​ເລີກ​ກັນ ແຕ່​ຖ້າ​ຍັງ​ພົບກັນ ເພາະ​ຮຽນ​ບ່ອນດຽວ​ກັນ​ຫລື​ເຮັດວຽກ ບ່ອນດຽວ​ກັນ​ຍິ່ງ​ເຮັດໃຫ້​ຍາກ​ທີ່​ຈະ​ລືມລົງ​ໄດ້.
 
        ເພາະ​ຍັງ​ບໍ່​ມີ​ຄົນ​ໃໝ່
        ຂໍ້​ນີ້​ແຫລະ​ທີ່​ສາວໆ ຫລາຍ​ຄົນ​ບອກ​ກົງ​ກັນ​ວ່າ ເພາະ​ຂ້ອຍ​ຍັງ​ບໍ່​ມີ​ຄົນ​ໃໝ່ ຂ້ອຍ​ຈຶ່ງ​ເຈັບ​ປວດ ແຕ່​ຖ້າ​ມີ​ຄົນ​ໃໝ່​ເມື່ອໃດ ບັນຫາ​ຖືກ​ຫັກ​ອົກ​ຄົງ​ທຸ​ເລົາ​ໄປ​ໄດ້​ຫຼາຍ ເພາະ​ຄົນ​ໃໝ່ (ທີ່​ຖືກ​ໃຈ) ຈັດ​ເປັນ​ຢາ​ຊັ້ນ​ຍອດຍິ່ງ​ກວ່າ​ໝໍ​ໃດ​ໆ ກໍ​ວ່າ​ໄດ້.

       ຜູ້​ມີ​ປະສົບການ​ດ້າ​ນອົກ​ຫັກ ​ໃຫ້​ເຫດຜົນ​ທີ່​ລືມ​ຢາ​ກວ່າ ລາວ​ຫາກໍ່​ເຄີຍ​ມີ​ແຟນ ພໍ​ມີ​ແຟນ​ມັນ​ເປັນ​ຄວາມ​ພູມໃຈ​ນ້ອຍ​ໆ ຂອງ​ຜູ້ຍິງ ເວລາ​ພວກເຂົາ​ເຮັດຫຍັງ​ກໍ​ດີ​ໄປຫມົດ ຊ່ວງ​ເວລາ​ທີ່​ຄົບ​ກັນ ມັນ​ຈຶ່ງ​ເປັນ​ເວລາ​ທີ່​ມີ​ຄວາມ​ສຸກ ແຕ່​ພໍ​ເລີກ​ກັນ​ມັນ​ຍາກ​ທີ່​ຈະ​ລືມ.

       ອີກ​ຜູ້​ໜຶ່ງ​ໃຫ້​ເຫດຜົນ​ວ່າ ທີ່​ລືມ​ບໍ່​ໄດ້ ເພາະ​ຜູ້ຍິງ​ມັກ​ທຳ​ໃຈ​ຍອມ​ຮັບ​ບໍ່​ໄດ້​ທີ່​ຖືກ​ປະ ເຮັດໃຫ້​ຢ້ອນ​ຖາມ​ຕົວ​ເອງ​ວ່າ ເຮົາ​ເຮັດຫຍັງ​ຜິດ​ໄປ​ຫລື​ບໍ່ ພວກເຂົາ​ຈຶ່ງຖິ້ມ​ເຮົາ​ໄປ ຜູ້ຍິງ​ເປັນ​ຄົນ​ມັກ​ຄິດ​ຫລາຍ ເມື່ອ​ຫາ​ຄຳ​ຕອບ​ບໍ່​ໄດ້ ຄວາມ​ຄິດ​ກໍ​ຍັງ​ວົນ​ວຽນ​ຢູ່ ເຮັດໃຫ້​ຕັດ​ໃຈ​ບໍ່​ໄດ້​ຈັກ​ເທື່ອ.

       ເຖິງ​ຈະ​ມີ​ລ້ານ​ເຫດຜົນ​ທີ່​ເຮັດໃຫ້ " ລືມ " ຍາກ ແຕ່​ຢ່າງ​ຫນ້ອຍ​ສິ່ງ​ໜຶ່ງ​ທີ່​ຕ້ອງ​ຄຳ​ນຶງ​ໄວ້ ເມື່ອ​ຜິດ​ຫວັງ​ໃນ​ຄວາມ​ຮັກ ຂໍ​ໃຫ້​ຮັກ​ຕົວ​ເອງ​ໃຫ້​ຫລາຍ​ໆ ລວມ​ທັງ​ເຮັດຫຍັງ​ຂໍ​ໃຫ້​ມີ​ສະຕິ ຮິ່ນຕອງໃຫ້​ຮອບ​ຄອບ ແລະ​ຢູ່​ກັບ​ເພື່ອນ ຢູ່​ກັບ​ຄອບຄົວ ແລ້ວ​ຈະ​ຮູ້​ວ່າ​ຍັງມີ​ຄົນທີ່​ຍັງ​ຮັກ​ເຮົາ​ຢູ່ອີກ​ຫຼວງຫຼາຍ…

 

                                                                                                                                                         ຂໍຂອບໃຈ   : WWW.SANSOUK.COM

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ບໍ່ວ່າຈະສູງ , ຕ່ຳ , ດຳ , ຂາວ ທຸກຄົນລ້ວນມີເນື້ອຄູ່ເປັນຂອງໂຕເອງທັງນັ້ນ ວິທີການທຳນາຍຄູ່ ວິທີການນີ້ເປັນວິທີງ່າຍໆ ພຽງແຕ່ເຈົ້າເອົາສ່ວນສູງແລະນ້ຳໜັກຂອງເຈົ້າມາບວກເຂົ້າກັນ ( ຕ້ອງວັດແທກໃຫ້ຖືກເພາະການທຳນາຍຈະຖືກຕ້ອງໄປນຳ ) ຜົນບວກໄດ້ເທົ່າໃດ ໃຫ້ເບີ່ງໂຕເລກທ້າຍຂອງຜົນບວກທີ່ອອກມາ

ຕົວຢ່າງ : ລວງສູງ 165 cm ນ້ຳໜັກ 50 kg . 165 + 50 = 215 ໃນຕົວຢ່າງນີ້ຄື 5 ມາເບີ່ງນຳກັນ

ເລີຍ

ຕົວເລກ 0

ເນື້ອຄູ່ຂອງເຈົ້າຈະມີລັກສະນະນິໄສດີ ຖານະດີ ເປັນຄົນຈິງໃຈ ເປັນຣຄົນໝູ່ຫຼາຍ ມັກເຂົ້າສັງຄົມ ເປັນຄົນຖືໂຕ ນິໄສແຂງກະດ້າງ ແຕ່ເປັນຄົນມີຄວາມມານະອົດທົນ ເປັນຄົນທີ່ຕ້ອງການໃຫ້ຄົນອື່ນ

ມາເອົາໃຈ ແລະຕ້ອງການໃຫ້ຄົນມາຫຸ້ມມາຕ້ອມຫຼາຍໆ ມັກທ່ອງທຽ່ວໄປທຸກຫົນທຸກແຫ່ງ ບາງຄັ້ງເປັນຄົນທີ່ໂຣແມນຕິກ ແຕ່ເປັນຄົນເຈົ້າຊູ້ຫຼາຍ

ຕົວເລກ 1

ເນື້ອຄູ່ຂອງເຈົ້າຈະມີລັກສະນະດັ່ງນີ້ ຜິວຂາວໜ້າຮັກ ນິໄສເຍື້ອກເຢັນເຈົ້າລະບຽບ ມັກໃຫ້ຜູ້ອື່ນມາເອົາໃຈ ເປັນຄົນຖືໂຕ ຖານະຮັ່ງມີ ເປັນຄົນມັກໃຫ້ຜູ້ອື່ນຢູ່ໃນຄຳສັ່ງຂອງເຂົາ ຖ້າຂັດໃຈເມື່ອໃດຈະບໍ່ພໍໃຈທັນທີ ແຕ່ຄຽດງ່າຍເຊົາໄວ ຖ້າຮັກໃຜແລ້ວຮັກຈິງ ພ້ອມທີ່ຈະແຕ່ງງານກັບຄົນທີ່ເຂົາຮັກໄດ້ທັນທີ

ຕົວເລກ 2

ເນື້ອຄູ່ຂອງເຈົ້າຈະມີລັກສະນະ ເປັນຄົນບໍ່ຖືໂຕ ຮູບຮ່າງສັນທັດຜິວສອງສີ ເປັນຄົນສະໜຸກສະໜານມາລະຍາດຮຽບຮ້ອຍ ເປັນຄົນສະເໝີຕົ້ນສະເໝີປາຍ ຮັກດຽວໃຈດຽວ ເປັນຄົນສະບາຍສະບາຍ ມັກຕາມໃຈຄົນອື່ນ ບໍ່ຄ່ອມມີພິລີຕອງຫິຍງຫຼາຍ ເປັນຄົນທີ່ເຂົ້າກັບຄົນອື່ນໄດ້ງ່າຍ ມັກເວົ້ງມັກວ່າ ເປັນຄົນນິໄສດີ ຈິດໃຈເອື້ອເຟື້ອເພື່ອແຜ່ ໃຜໆ ກໍ່ຮັກ ເປັນຄົນຂ້ອນຂ້າງເຈົ້າຊູ້ ແຕ່ຖ້າຮັກໃຜແລ້ວຮັກຈິງຫວັງແຕ່ງ

ຕົວເລກ 3

ເນື້ອຄູ່ຂອງເຈົ້າຈະມີລັກສະນະເປັນຄົນຜິວຂາວເຫຼືອງ ນິໄສເດັດດຽ່ວ ຖານະຮັ່ງມີ ມີສະເໜ່ຢູ່ໃນໂຕເປັນຄົນເວົ້າຈາອ່ອນຫວານ ຂ້ອນຂ້າງຈະເປັນຄົນອ່ອນໄຫວ ມັກເວົ້າມັກວ່າ ເປັນຄົນທີ່ໝັ້ນໃຈໃນໂຕເອງສູງ ຈັດການທຸກສິ່ງທຸກຢ່າງເອງໝົດ ມີໝູ່ຫຼາຍ ມີລັກສະນະຜູ້ນຳ ໃນການໄປໄສມາໄສ ບາງຄັ້ງໂລແມນຕິກ ມັກເຮັດໃຫ້ຄົນອື່ນຫຼົງຮັກ ມັກໄປທ່ຽວທຳມະຊາດ

ຕົວເລກ 4

ເນື້ອຄູ່ເຈົ້າເປັນຄົນມີນ້ຳໃຈ ມັກຊ່ວຍເຫຼືອຜູ້ອື່ນ ບໍ່ຖືຕົນບໍ່ຖືໂຕ ຖານະດີ ມັກເວົ້າມັກຈາ ຮັກອິດສະລະ ບໍ່ມັກໃຫ້ໃຜມາບັງຄັບ ເປັນຄົນທີ່ຕັ້ງໃຈເຮັດຫຍັງແລ້ວຕ້ອງເຖຶງທີ່ສຸດ ເອົາຈິງເອົາຈັງ ມີເຫດຜົນໜັກແໜ້ນ ມັກຄິດຫາເຫດຜົນໃນທຸກໆເລື່ອງ ເຊື່ອໝັ້ນໃນໂຕເອງສູງ ຖ້າຄິດຈະເຮັດຫຍັງແລ້ວຢ່າຂັດເພາະຂັດໄປກໍ່ເທົ່ານັ້ນ

ຕົວເລກ 5

ເນື້ອຄູ່ເຈົ້າຈະມີຮູບຮ່າງສັນທັດ ຜິວຂາວ ມ່ວນຊື່ນ ມັກເວົ້າ ເປັນຄົນອ່ອນໄຫວພໍສົມຄວນ ມັກຄຽດແລະມັກຫວງ ແຕ່ບາງຄັ້ງກໍ່ສຂຸມເຍືອກເຢັນແລະອ່ອນນ້ອມ ຢາກທີ່ຈະຄາດເດົາໄດ້ ເວົ້າຈາຕົງໄປຕົງມາເຫັນຄວາມຮັກເປັນສິ່ງທີ່ວິເສດ ອາລົມດີປາກຫວານ

ຕົວເລກ 6

ເນື້ອຄູ່ເຈົ້າຈະມີລັກສະນະ ຜິວຂາວ ນິໄສອ່ອນຫວານ ມັກທຸກຢ່າງທີ່ເຈົ້າມັກ ຕາມໃຈເຈົ້າທຸກຢ່າງບໍ່ມັກຢູ່ເປັນທີ່ ມັກທີ່ຈະສະໜຸກສະໜານໄປເລື້ອຍໆ ເຂົ້າກັບຄົນອື່ນໄດ້ງ່າຍ ຕ້ອງການໃຫ້ຄົນອື່ນຢູ່ໃກ້ໆ ມີຄວາມສຸກ ເປັນທີ່ຮັກຂອງຄົນສ່ວນຫຼາຍ ເປັນຄົນມີສະເໜ່ຫຼາຍຈະຕິດເຂົາຫຼາຍທີ່ສຸດ

ຕົວເລກ 7

ເນື້ອຄູ່ຂອງເຈົ້າຈະມີລັກສະນະ ນິໄສອ່ອນຫວານ ເວົ້າຈາມີເຫດມີຜົນ ໃຫ້ຄວາມຈິງໃຈກັບຄວາມຮັກບໍ່ມັກໃຫ້ໃຜມາບັງຄັບ ອ່ອນໄຫວງ່າຍເປັນຄົນບໍ່ມັກເວົ້າບໍ່ຄ່ອຍໂອ້ລົມກັບໃຜປານໃດ ມັກຢູ່ຜູ້ດຽວ ມັກປະດິດຄິດຄົ້ນມັກເຮັດຫຍັງດ້ວຍຕົນເອງ ບໍ່ມັກເພີ່ງຄົນອື່ນ ແຕ່ງໂຕສຸພາບ ມັກຄວາມສະອາດຫຼາຍທີ່ສຸດ

ຕົວເລກ 8

ເນື້ອຄູ່ເຈົ້າຈະມີຮູບຮ່າງສັນທັດຜິວສອງສີ ມັກເອົາໃຈຄົນອື່ນ ມັກຢູ່ກັບຄົນຫຼາຍໆ ມີຄວາມສຸກທີ່ສຸດເມື່ອໄດ້ພົບປະກັບຄົນອື່ນ ຢູ່ງ່າຍ ກິນງ່າຍ ແຕ່ງໂຕຕາມສະບາຍ ເປັນຄົນເປີດເຜີຍ ຈິງຈັງກັບຄວາມຮັກຫຼາຍ ບໍ່ຍອມໃຫ້ໃຜມາຫຍຸ້ງກ່ຽວ ມັກຫວງ

ຕົວເລກ 9

ເນື້ອຄູ່ເຈົ້າມີລັກສະນະຜິວຂາວ ບໍ່ມັກເວົ້າ ຄວາມຄິດບໍ່ຄືກັບຄົນອື່ນ ເປັນໂຕຂອງໂຕເອງ ບໍ່ຄ່ອຍສົນໃຈກັບໃຜ ມັກເຮັດຫຍັງທີ່ສະແດງເຖິງຄວາມເປັນຜູ້ນຳ ມັກຝັນລົມໆແລ້ງໆ ມັກຂັດໃຈຄົນອື່ນ ເຊື່ອໝັ້ນໃນໂຕເອງສູງ ໂລແມນຕິກແບບແປກໆ

 

                                                                                                                                                 ຂໍຂອບໃຈ :  www.sansouk.com

ອ່ານຄືນຫຼັງ
ໝວດໝູ່