![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມ.ກ.. 3, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ງານສິລະປະວັດທະນະທຳປະເທດລຸ່ມແມ່ນ້ຳລ້ານຊ້າງແມ່ນ້ຳຂອງ2011ປິດລົງຢ່າງເບີກບານມ່ວນ
![](http://laos.cri.cn/mmsource/images/2011/12/30/ad983dd2e1bc413fbc5af744a71961ca.jpg)
ຕາມຂ່າວcri: ຕອນຄ່ຳວັນທີ29ທັນວານີ້, ງານສະແດງສິລະປະວັດທະນະທຳປະເທດລຸ່ມແມ່ນ້ຳລ້ານຊ້າງແມ່ນ້ຳຂອງ2011ທີ່ດຳເນີນເປັນເວລາ4ວັນຢູ່ເມືອງຊຽງຮຸ່ງ,ເທດສະບານກິ່ງແຂວງສິບສອງພັ່ນນາແຂວງຢຸນນານຈີນໄດ້ສຳເລັດລົງຢ່າງເບີກບານມ່ວນຊື່ນ.
![](http://laos.cri.cn/mmsource/images/2011/12/30/d94f9c3c9d54492b8c2fcf45ba01ed2e.jpg)
ງານສະແດງສິລະປະຄັ້ງນີ້ແມ່ນຈັດຂຶ້ນພາຍໃຕ້ເບື້ອງຫຼັງທີ່ວັດທະນະທຳຢູ່ເຂດລ່ອງແມ່ນ້ຳລ້ານຊ້າງແມ່ນ້ຳຂອງ,ໂດຍປິ່ນອ້ອມຫົວຂໍ້ສຳຄັນຄື: "ມິດຕະພາບ,ການຮ່ວມມື,ການພັດທະນາ,ສັນລະເສີນແມ່ນ້ຳສາຍດຽວກັນ",ທັງໝົດໄດ້ຈັດກິດຈະກຳການສະແດງຢ່າງເບີກບານມ່ວນຊື່ນ10ກວ່າຮອບ,ໄດ້ສະແດງສະໜ່ດ້ານວັດທະນະທຳທີ່ມີສີສັນພິເສດຢູ່ເຂດລ່ອງແມ່ນ້ຳລ້ານຊ້າງແມ່ນ້ຳຂອງຕໍ່ທົ່ວໂລກ.
![](http://laos.cri.cn/mmsource/images/2011/12/30/9760b8340bab409584d9acfdedf277dc.jpg)
ໃນພິທີປິດງານ,ເຈົ້າພາບງານຍັງໄດ້ມອບຂອງຂັວນລາງວັນໃຫ້ແກ່ຜູ້ທີ່ມີຜົນງານດີເລີດໃນງານວາງສະແດງຮູບພາບຂອງນັກຖ່າຍຮູບຈີນແລະຂອງປະເທດຕ່າງໆລຸ່ມແມ່ນ້ຳຂອງ,ການປະກວດນາງງາມ,ການປະກວດການອອກແບບຊຸດອາພອນເຜົ່າລື້,ການປະກວດບົດປະພັນທາງອິນເຕີເນັດທີ່ມີຫົວຂໍ້ວ່າ "ເລື່ອງເຮົາກັບແມ່ນ້ຳຂອງ".
![](http://laos.cri.cn/mmsource/images/2011/12/30/9a46bc09df81460fb098e3b581e4944a.jpg)