ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2010 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 .....................ສໍາລັບຄົນທີ່ມີໃຈກ້ວາງໃນການອ່ານ !........................

...........................................................................................

 
      ​ໃນ​ວັນ​ສຸກ​ຄໍ່​າຄືນ​ແຫ່ງ​ການ​ຢຸດ​ພັກຜ່ອນ​ ​ແລະ ອອກ​ທ່ຽວ​ຂອງ​ໃຜ​ຫຼາຍໆ​ຄົນ ​ລວມ
ທັງຂ້ອຍ​ກໍ່​ເຊັ່ນ​ດຽວ​ກັນ​​ເລິ່ມຕົ້ນ​ທີ່​ຮ້ານ​ອາຫານ​ນັ່ງ​ຟັງ​ເພງ​​ເບົາໆພາຍ​ໃຕ້​ວົງ​ສົນ​ທະນາ​ອ້ອມ
​ຂ້າງ​ໄປ​ດ້ວຍ​ໝູ່​ຄູ່ຄົນ​ສະໜິດສີ່​ຫ້າ​ຄົນ​ທີ່​ມາກັນ​ແບບ​ເປັນ​ຄູ່​ໆສ່ວນ​ຂ້ອຍ​ໂສດ​ສະໜິດ​ຢູ່​ຜູ້ດຽວ………
      ຕົກ​ເດີກ​ຂ້ອຍ​ກໍ່​ຕ້ອງ​ຂໍ​ແຍກ​ໂຕ​ອອກ​ມາ​ຈາກ​ໝູ່ ​ແຕ່​ຂ້ອຍ​ບໍ່​ໄດ້​ກັບ​ບ້ານ​ຂ້ອຍ​ຢຸດ​ລົດ​ແລ້ວ​ລົງ​ໄປ​ນັ່ງ​ທີ່​ຮ້ານ​ບາ​ເຫຼົ້າ​ຂາ​ປະ​ຈໍາ
ຂ້ອຍ​ຮູ້ສຶກ​ເຫຼງົົາ​ຢ່າງ​ແຮງ​ທັງໆ​ທີ່​ຮອບ​ຂ້າງ​ຂ້ອຍ​ຫຸ້ມຮອບ​ໄປ​ດ້ວຍ​ໝູ່ຄູ່​ແຕ່​ຂ້ອຍ​ກັບ​ຕ້ອງ​ການ​ເວລາ ​ແລະ​ຄວາມ​ເ​ປັນ​ສ່ວນ​ໂຕ​ເປັນ​ທີ່​ຈະ​ຄິດ​ ​ແລະ
ນັ່ງ​ເສົ້າ​ກັບ​ມັນ​ໃຫ້​ສຸ​ດຫົວ​ໃຈ ​ແລະ ​ໃນ​ບາ​ແຫ່ງ​ນັ້ນ​ຂ້ອຍ​ໄດ້​ພົບ​ກັບ​ຍິງ​ສາວ​ຜູ້​ໜຶ່ງ​ຂ້ອຍ​ສັງ​ເກດ​ຢູ່​ດົນ​ຈຶ່ງ​ຮູ້​ວ່າ​ລາວ​ມາ​ຄົນ​ດຽວ
​ຄື​ສິ​ເປັນ​ສາວ​ແບບ​ວ່າ​ຫັ້ນ​ລະ ! ຂ້ອຍ​ຍ່າງ​ເຂົ້າ​ໄປ​ຫາ​ ​ເພື່ອ​ທີ່ຈະ​ຢອກ​ແຊວ​ຫຼິ້ນໆ ພໍ​ແຕ່​ເອີຍ​ປາກ​ຖາມ ສະບາຍດີ ! ລາວ​ກໍ່​ຕອບ​ມາ​ວ່າ :
     ຂໍ​ໂທດ​ເດີ້ ! ຂ້ອຍ​ຢາກ​ຢູ່​ຜູ້​ດຽວ !
     ໜ້າ​ຂອງ​ຄົນ​ແຕກ​​ບໍ່​ເປັນ​ທ່າ​ເລີຍ ! ຄື​ສິບໍ່​ແມ່ນ​ສາວ​ແບບ​ວ່າ​ລະ ! ຂ້ອຍ​ຫັ້ນ​ໜ້າ​ກັບ​ມາ
​ແຕ່​ຂ້ອຍ​ເຂົ້າ​ໃຈ​ກັບ​ຄໍາ​ເວົ້າ​ທີ່​ວ່າ​ຢາກ​ຢູ່​ຄົນ​ດຽວ​ຂອງ​ລາວ ຂ້ອຍ​ເລີຍ​ຫັ້ນ​ໜ້າ​ກັບ​ໄປ​ແລ້ວ​ເວົ້າ​ໃສ່
ລາວ​ວ່າ : ເຈົ້າ​ແນ່​ໃຈ​ຫວາ​ວ່າ​ເຈົ້າ​ຢາກ​ຢູ່​ຄົນ​ດຽວ ? ຂ້ອຍ​ກໍ່​ຢາກ​ຄື​ກັນ ! ​ແຕ່​ມັນ​ບໍ່​ແມ່ນ
ຄວາມ​ຈິງ​ດອກ ! ອັນ​ນັ້ນ​ມັນ​ເປັນ​ພຽງ​ຂໍ້​ອ້າງ​ທີ່​ເຮົາ​ເອົາ​ໄວ້​ໃຊ້​ໃນ​ຕອນ​ທີ່​ເຮົາ​ບໍ່​ມີ​ໃຜ​ຊື່ໆ !
    ພໍ​ຂ້ອຍ​ເວົ້າ​ຈົບ​ລາວ​ກໍ່​ແນມ​ເບິ່ງ​ໜ້າ​ຂ້ອຍ​ແລ້ວ​ຍິ້ມ ! ​ແຕ່​ຂ້ອຍ​ບໍ່​ຍິ້ມ​ຕອບ​ດອກ ! ຂ້ອຍຈັບ​ຈອກ​ ​ແລ້ວ​ມານັ່ງຂ້າງ​ໆກັບ​ລາວ
ຂ້ອຍ​ເລີ່​ມຕົ້ນ​ດ້ວຍ​ຄໍາ​ຂໍ​ໂທດ ! ​ແລ້ວ​ບົດ​ສົນທະນາ​ກໍ່​ບັນ​ເລງ​ໄປ​ພ້ອມ​ກັບ​ສຽງ​ເພງ​ເບົາໆ ຊ່າງ​ໜ້າ​ແປກ​ໃຈ​ເຫຼືອ​ເກີນ​ທີ່​ຂ້ອຍ​ຊ່າງ​
ຮູ້ສຶກ​ມີ​ຄວາມສຸກ​ເຮົາ​ລົມ​ກັນ​ຄ້າຍ​ກັບ​ວ່າ​ຮູ້ຈັກ​ກັນ​ມາດົນ ​ແລະ ລົມ​ກັນ​ໃນ​ເລື່ອງ​ທີ່​ຂ້ອຍ​ບໍ່​ເຄີຍ​ລົມ​ກັນ​ຜູ້ຍິງ​ຄົນ​ໃດ​ແບບ​ນີ້​ມາ​ກ່ອນ
ຂ້ອຍ​ບອກ​ບໍ່​ຖືກ​ວ່າ​ລາວ​ມີ​ຄວາມ​ແຕກ​ຕ່າງ​ຫຍັງຈາກ​ຜູ້ຍິງ​ຄົນ​ອື່ນ​ລາວ​ງາມຫວາ ? ອາດ​ຈະ​ແມ່ນ​ຖ້າ​ຂ້ອຍ​ຈະ​​ເປັນ​ພວກ​ທີ່​ຫຼົງ​ໄຫຼ​ໃນ​
ສິ່ງ​ທີ່​ສວຍ​ງາມ ​ແຕ່​ນັ້ນ​ມັນ​ກໍ່​ເປັນ​ເລື່ອງ​ຂອງ​ທໍາ​ມະ​ຊາດບໍ່​ແມ່ນ​ຫວາ !  ການ​ສົນທະນາ​ເລີ່​ມ​ເບົາ​ລົງ​ແຕ່​ເລີກ​ຂຶ້ນ​ເລື່ອຍ​ໆ ຂ້ອຍ​ຍິງ​
ຄໍາ​ຖາມ​ສຸດ​ທ້າຍ​ແບບ​ຊື່ໆ​ເລີຍ​ວ່າ : ເຈົ້າ​ມີ​ໃຜ​ແລ້ວ​ຫຼື​ຍັງ​ໃນ​ຕອນ​ນີ້ ? ຂ້ອຍ​ຍັງ​ບໍ່​ມີ​ໃຜ​ເທື່ອ
ຖ້າ​ເຈົ້າ​ບໍ່​ມີ​ໃຜ​ເຮົາ​ມາ​ລອງຄົບ​ກັນ​ບໍ່ ? ຂ້ອຍ​ບໍ່​ໄດ້​​ເວົ້າ​ຍ້ອນ​ເມົາ​ຫຼື​ຂາດ​ສະຕິ ! ຂ້ອຍ​ອາດ​ເຫງົາ
​ແຕ່​ກະ​ບໍ່​ໄດ້​ເປັນ​ຄົນ​ທີ່​ຂາດ​ຄວາມ​ຮັບຜິດ​ຊອບ ! ​ເຈົ້າ​ເຊື່ອ​ໃນ​ເລື່ອງ​ເນື້ອ​ຄູ່​ຫຼື​ວ່າ​ພົມລິ​ຄິດ​ບໍ່ ?
    ຂ້ອຍ​ຮູ້​ໂຕ​ວ່າ​​ເວົ້າ​ຫຍັງ​ອອກ​ມາ ​ແລະ ກໍ່​ຮູ້​ອີ​ກວ່າ​ມັນ​ອາດ​ເປັນ​ພຽງ​ແຕ່​ຄວາມ​ຮູ້ສຶກ​ຂ້າມ​ຄືນ ​
ແຕ່​ສໍາລັບ​ຂ້ອຍ​ແລ້ວ ມັນບໍ່​ມີ​​ເຂົ້າ​ມາ​ເລື່ອຍໆ​​ດອກ​ຄົນ​ທີ່​ຜ່ານ​ເຂົ້າ​ມາ​ວູບດຽວ​ແລ້ວ​ເຮັດ​ໃຫ້​ມີ​ຄວາມ
ສຸກ​ຈົນ​ໃຈ​ສັ່ນ​ຂະໜາ​ດນີ້ ! ​ແລ້ວ​ສິປ່ອຍ​ໃຫ້​ມັນ​ຜ່ານ​ໄປ​ງ່າຍໆ​ຫວາ ? ລາວ​ຍິ້​ມ​ໃຫ້ຂ້ອຍ​ແລ້ວ​ເວົ້າ​ວ່າ :
     ມື້​ນີ້​ຂ້ອຍ​ມີ​ຄວາມສຸກ​ຫຼາຍ ​ແລະ ສໍາ​ຫຼັບ​ຄົນ​ຄື​ຂ້ອຍ​ໄດ້​ເທົ່າ​ນີ້​ຂ້ອຍ​ກະຖື​ວ່າ​ດີ​ເທົ່າ​ໃດ​ແລ້ວ
ຂ້ອຍ​ເຂົ້າ​ໃຈ​ທີ່​ເຈົ້າ​ເວົ້າ​ເດີ້ ​! ​ເລື່ອງ​ເນື້ອ​ຄູ່​ຫັ້ນ ! ​​​ແລະ​ກໍ່​ເຊື່ອ​ວ່າ​ຄົນ​ເຮົາ​ເກີດ​ມາ​ແລ້ວ​ກໍ່​ຕ້ອງ​ມີ​ສິ່ງ​ໃດ​
ເກີດ​ມາ​ຄູ່​ກັບ​ເຮົາ​ພ້ອມ​ແຕ່​​ເຮົາຕ້ອງ​ຊອກ​ຫາ​ມັນ​ໃຫ້​ເຫັນ ! ຜູ້​ຊາຍ​ສ່ວນ​ໃຫ່ຍ​ເຂົ້າມາ​ຫາ​ຂ້ອຍ
​ແລ້ວ​ກໍ່ຍ່າງ​ຫາຍ​ອອກ​ໄປ​ຢ່າງ​ທີ່​ເຈົ້າ​ກໍາລັງຈະ​ເຮັດ​ອີກ​ຈັກ​ໜ້ອຍ​ນີ້​ລະ​ເຊື່ອ​ຂ້ອຍ​ບໍ່ ?
ຂ້ອຍ​ບໍ່​ແມ່ນ​ພົມລິ​ຄິດ​ຂອງ​ເຈົ້າ​ດອກ !
    ຂ້ອຍ​ບໍ່​ເຂົ້າ​ໃຈ​ທີ່​ລາວ​ເວົ້າ​ໝາຍ​ຄົນ​ວ່າ​ແນວ​ໃດ​ຄົນ​ແບບ​ຂ້ອຍ​ໄດ້​ເທົ່າ​ນີ້​ກໍ່​ດີ​ແລ້ວ ? ​ແລ້ວລາວ​ກໍ່​ຢືນ​ກະ​ເປົາ​ເງິນ​ຂອງ​ລາວ​ໃຫ້​ຂ້ອຍ
ຂ້ອຍ​ບໍ່​ເຂົ້າ​ໃຈ ! ລາວ​ບອກ​ໃຫ້​ຂ້ອຍ​ເປີດ​ອອກ​ເບິ່ງທາງ​ໃນ​ນັ້ນ ! ຂ້ອຍ​ເປີດ​ອອກ​ເບິ່ງ​​ໃນ​ນັ້ນ​ມີ​ບັດປະ​ຈໍາ​ຕົວ​ທີ່​​ເປັນ​ຂອງ​ຜູ້​ຊາຍ​ຢູ່​ໃບ​ໜຶ່ງ​
ຂ້ອຍ​ຖາມ​ລາວ​ວ່າ​ນີ້​ແມ່ນ​ໃຜ ລາວ​ບໍ່​ໃຫ້​ຂ້ອຍ​ສັງ​ເກດ​ເບິ່ງ​ໃຫ້​ດີໆ ! ຂ້ອຍ​ຈຶ່ງ​ເຂົ້າ​ໃຈ​ແລ້ວ​ວ່າ​ນີ້​ຄືຮູບ​ຂອງລາວ ! ຂາ​ຂ້ອຍ​ອ່ອນ​ລົງ​ກັບ​ບາດ !
​ເປັນ​ຫັຍງລາວ​ຄື​ມາ​ງາມ​ໄດ້​ຂະໜາດ​ນີ້​ບໍ່​ເຫັນ​ຮອງ​ຮ່ອຍ​ຄວາມ​ເປັນ​ຜູ້​ຊາຍ​ຂອງ​ລາວ​ເລີຍ ! ລາວ​ເວົ້າ​ວ່າ :
       ຂ້ອຍ​ຂໍ​ໂທດ​ເດີ້ ! ທີ່​ຂ້ອຍ​ບໍ່​ໄດ້​ບອກ​ເຈົ້າ​ໄວ​ກ່ວາ​ນີ້ ​ແຕ່​ຖ້າ​ຂ້ອຍ​ບອກ​ເຈົ້າ​ກ່ອນ
​ແລ້ວ​ເຈົ້າ​ສິ​ລົມ​ກັບ​ຂ້ອຍ​ບໍ່ ? ​ເຈົ້າ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມສຸກ​ເຈົ້າ​ຮູ້​ບໍ່ ! ​ແລະ​ຂ້ອຍ​ກະທໍາ​ຮ້າຍ
ຄົນ​ທີ່​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ບໍ່​ໄດ້​ດອກ ! ຖ້າ​ເຈົ້າ​ຢາກ​ໄປ​ຕອນ​ນີ້​ເຈົ້າ​ກະ​ໄປ​ໄດ້​ເລີຍ​ເດີ້ ! ບໍ່​ຕ້ອງ​ຫວງ​ຂ້ອຍ​ດອກ !
      ຂ້ອຍ​ຫງຽບ ​ແລະ​ຍັງ​ຕົກ​ໃຈ​ກັບ​ເລື່ອງ​ນີ້​ຢູ່ ຂ້ອຍ​ຍິ້ມ​ໃຫ້​ລາວ​ແບບ​ບໍ່​ເຕັມ​ສີ​ໜ້າ ! ​ແລະ
​ເວົ້າ​ວ່າ : ບໍ່​ເປັນ​ຫຍັງ​ດອກ​ ! ​ເຈົ້າ​ກໍ່​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມສຸກ​ເຊັ່ນ​ດຽວ​ກັນ !
ຂ້ອຍ​ເສຍ​ໃຈ​ທີ່​ເວົ້າ​​ແບບ​ນັ້ນ ! ​ແລ້ວ​ເຮົາ​ພໍ້​ກັນ​ໃໝ່​ເນາະ !
     ຂ້ອຍ​ເວົ້າ​ໄດ້​ແຕ່​ພຽງ​ເທົ່າ​ນັ້ນ ​ແລະ​ຂ້ອຍ​ກໍ່​ຍ່າງ​ຫັນ​ຫຼັງ​ໃຫ້​ລາວ​ອອກ​ມາ​ຈາກ​ຮ້ານ​ແຫ່ງ​ນັ້ນຂ້ອຍ​ຈະ​ບໍ່​ຫັ້ນ​ຫຼັງກັບ​ຄືນ​ໄປ​ເດັດ​ຂາດ​
ໃນ​ໃຈ​ຂອງ​ຂ້ອຍຮູ້ສຶກ​ເຈັບ​ປວດ​ຢູ່​ໜ້ອຍໆ ! ​ແຕ່​ລາວ​ຄື​ສິຮູ້ສຶກ​​ເຈັບ​ຫຼາຍ​ກ່ວາ​ຂ້ອຍ​ເປັນ​ພັນ​ເທົ່າ ​ແລະ ຂ້ອຍ​ກໍ່​ເປັນ​ຄືກັບຜູ້​ຊາຍ​ທຸກ
ຄົນ​ທີ່​ລາວ​ເວົ້າ​ເຖິງຍ່າງ​ເຂົ້າ​ມາ​ແລ້ວ​ຫັ້ນ​ຫຼັງ​ຍ່າງ​ອອກ​ໄປ​ຖິ້ມ​ໄວ້​ພຽງ​ແຕ່​ຄວາມ​ຊົງ​ຈໍາ​ເທົ່າ​ນັ້ນ ​ແຕ່ຂ້ອຍ​ຈະບໍ່​ມີ​ວັນລືມ​ເຖິງ​ຄົນໆ​
ນີ້​ທີ່​ຄົນ​​ເຄີຍ​ໄດ້​ຈິນຕະນາການ​ເຖິງ ​ແລະ ​ຂ້ອຍ​ຈະ​ບັນທຶກ​ລາວ​ລົງ​ໃນ​ຄວາມ​ຊົງ​ຈໍາສ່ວນ​ເລີກໆ​ຂອງ​ຂ້ອຍກັບ​ອີກ​ຄໍ່າ​ຄືນ​ໜຶ່ງ​ທີ່​ຂ້ອຍ
​ມີ​ຄວາມ​ສຸກ​ໄວ້​ຕະຫຼອດ​ໄປ……….
   
 
Delicious Digg Fark Twitter