
ຂຽນເມື່ອ: ກ.ຍ.. 9, 2010
| ມີ
20 ຄຳເຫັນ
ແລະ
0 trackback(s)
...............................................................................................................................
..............................................................................................................................
ມັນອາດເປັນຄໍາຂໍທີ່ຟັງຍາກ ແລະ ເຫັນແກ່ໂຕ ! ຂ້ອຍກໍ່ເປັນຜູ້ຊາຍຄົນໜຶ່ງ
ແລະຂ້ອຍກໍ່ເຄີຍຮັກ ແລະ ເຄີຍເຈັບມາຫຼາຍ ຫົວໃຈຂອງຂ້ອຍມັນມີ 4 ຫ້ອງ ແລະ ຂ້ອຍກໍ່ໃຫ້ເຈົ້າໄປໝົດແລ້ວ
ແຕ່ມັນຍັງມີບ່ອນເຫຼືອມູມແຄມໆອີກບ່ອນໜຶ່ງ ! ແລະມື້ນີ້ຂ້ອຍຈະເປີດມູມແຄມໆນັ້ນອອກໃຫ້ເຈົ້າໄດ້ເຫັນ
ຂ້ອຍເຄີຍຮັກຄົນໆໜຶ່ງກ່ອນໜ້າເຈົ້າຢ່າງຫຼວງຫຼາຍເທົ່າທີ່ຄົນຄືຂ້ອຍເຄີຍຮັກມາ
ແລະ ຂ້ອຍກໍ່ເຈັບຫຼາຍຢ່າງມະຫາສານຍ້ອນຄົນໆນັ້ນ
ເມື່ອຂ້ອຍເຈັບຈົນທົນບໍ່ໄດ້ຄໍາສຸດທ້າຍທີ່ຂ້ອຍເວົ້າກັບລາວກໍ່ຄື :
ຂ້ອຍທົນບໍ່ໄຫວອີກຕໍ່ໄປແລ້ວ ຫົວໃຈຂອງຂ້ອຍມັນບໍ່ໄດ້ກ້ວາງຂະໜາດທີ່ຈະຮັບຄວາມເຈັບທີ່ເຈົ້າເຮັດໄວ້ໄດ້ອີກແລ້ວ
ເຈົ້າຂ້ອຍໂທດຂ້ອຍແລ້ວຈະຍ່າງອອກຈາກຊີວິດຂ້ອຍໄປ ເຈົ້າສິເອົາອີ່ຫຍັງມາລືບສິ່ງທີ່ເຈົ້າເຮັດໃສ່ໃຈຂອງຂ້ອຍໃຫ້ມັນອອກ
ເຈົ້າໄປຊະຕອນນີ້ເລີຍ ແລ້ວຈື່ໄວ້ ວ່າເຈົ້າເຮັດຫຍັງໄວ້ກັບຜູ້ຊາຍຄົນໜຶ່ງ
ວັນໃດວັນໜຶ່ງເຈົ້າເຈັບຂ້ອຍຈະຖ້າສົມນໍ້າໜ້າເຈົ້າ ແລະຢ່າໄດ້ຄິດຫວັງວ່າຂ້ອຍສິຍົກໂທດໃຫ້ເຈົ້າ
ແລະມື້ນີ້ເຂົາຄົນນັ້ນກັບມາ ຂ້ອຍຮູ້ໃນໃຈຕະຫຼອດວ່າເຂົາສິກັບມາ ແລະກໍ່ຮູ້ອີກວ່າ
ຂ້ອຍຍັງຄົງສິອ້າແຂນກອດຮັບເອົາລາວໃນວັນທີ່ລາວກັບມາ ແຕ່ຕອນນີ້ເລື່ອງມັນຊ່າງຢາກເຫຼືອເກີນ
ຂ້ອຍມີເຈົ້າຢູ່ ຖ້າເຈົ້າເປັນຂ້ອຍເຈົ້າຈະເຮັດແບບໃດ ?
ແຕ່ຢ່າເດີ້ ! ຂ້ອຍຮູ້ວ່າເຈົ້າເປັນຄົນດີ ແຕ່ຢ່າໄດ້ດີຂະໜາດຍອມຍ່າງຈາກໄປ
ແລ້ວຫອບເອົາຄວາມເຈັບໄປພຽງແຕ່ຜູ້ດຽວ ! ມັນອາດເປັນຄໍາຂໍທີ່ເຫັນແກ່ໂຕເດີ້ !
ແຕ່ຂ້ອຍຂໍໃຫ້ເຈົ້າຢູ່ກ່ອນ ມັນອາດເຈັບ ແລະ ຂ້ອຍກໍ່ຮູ້ດີວ່າເຈັບມັນເປັນແບບໃດ !
ຢູ່ຂ້າງໆຂ້ອຍກ່ອນ ຂໍຮ້ອງ......................