ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 ມື້ຄືນນີ້ຕອນ 11 ໂມງກາງຄືນຂອງວັນທີ 21 ເດືອນ ກຸມພາ ປີ 2011, ຂ້ອຍໄດ້ເສຍນ້ອງຮັກຂ້ອຍໄປ. ກ່ອນມັນຈະຕາຍມັນຮ້ອງດ້ວຍນ້ຳສຽງທີ່ເຈັບປວດ ແລະ ທໍລະມານ ຂ້ອຍ ແລະ ພໍ່ແມ່ຂອງຂ້ອຍດິຕົນມັນຫຼາຍຈົນນ້ຳຕາຍ້ອຍອອກມາ, ຕົກມາຕອນເຊົ້າ ຂອງວັນທີ 22 ນີ້ ພໍ່ຂ້ອຍໄດ້ຂຸດຂຸມຝັງມັນ ຂ້ອຍ ພ້ອມດ້ວຍ ພໍ່ແມ່ຊ່ວຍກັນຖົມດິນໃຫ້ມັນດ້ວຍນ້ຳຕາ, ຂ້ອຍໃຫ້ຈົນຕາບວມ. ພວກເຮົາລ້ຽງມັນມາໄດ້ 2 ປີປາຍ , ມັນເປັນໝາໂຕທຳອິດທີ່ພວກເຮົາລ້ຽງມັນມາດ້ວຍຄວາມຮັກ ຄືກັນກັບວ່າມັນເປັນສະມາຊິກໃນເຮືອນຄົນໜຶ່ງເຊິ່ງຂ້ອຍຮັກມັນຄືນ້ອງຊ້າຍພຸ້ນແຫຼະ ພໍ່ແມ່ຂ້ອຍຄືກັນຮັກມັນຄືກັບລູກຜູ້ໜຶ່ງ ເອີ່ນມັນຍາມໃດ ເອີ້ນແຕ່ ຊາຍເອີ້ຍ ມາຫາພໍ່ ແມ່ໄວ້ ...... ຂ້ອຍຫວັງວ່າມັນຈະມາເກີດກັບໝາແມ່ອີກໂຕໜຶ່ງທີ່ພວກເຮົາລ້ຽງໄວ້ ຖ້າເປັນຈັ່ງຊັ໋ນ ຂ້ອຍຈະດີໃຈຫຼາຍ

Delicious Digg Fark Twitter