ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

 

ຄວາມຜິດຫວັງ, ຄວາມເສຍໃຈ ເປັນປະສົບການທີ່ບໍ່ມີໃຜຢາກພົບເຈິະໃນຊີວິດ, ແຕ່ບາງຄັ້ງມັນກໍ່ເປັນປະສົບການທີ່ດີ ທີ່ຈະເຮັດໃຫ້ເຮົາເຂັ້ມແຂງ ແລະ ເປັນຜູ້ໃຫຍ່ຂຶ້ນ, ເຂົ້າໃຈຊີວິດ ແລະ ສັງຄົມຫຼາຍຂື້ນ. ຊີວິດຄົນເຮົາບໍ່ໄດ້ໂຮຍດ້ວຍກີບກຸຫຼາບສະເໝີໄປ, ບາງຄັ້ງມັນ ອາດຈະມີໜາມກຸຫຼາບທີ່ ຄອຍທິ່ມແທງໃຫ້ເຮົາເຈັບປວດ ແລະ ຄວາມເຈັບປວດນັ້ນມັນກໍ່ບໍ່ແມ່ນຈະມີ ພຽງຄັ້ງດຽວ. ດອກກຸຫຼາບດອກໜຶ່ງມັນກະຍັງມີຫຼາຍໜາມ ເພາະສະນັ້ນ ຖ້າເຮົາບໍ່ລະວັງ ແລະ ບໍ່ເບິ່ງໃຫ້ດີ ເຮົາກໍ່ຈະມີໂອກາດທີ່ຈະຖືກໜາມປັກ ຊໍ້າແລ້ວຊໍ້າອີກ.
ຄົນໆໜຶ່ງທີ່ເກີດມາ ຄົງຈະບໍ່ມີໃຜບໍ່ເຄີຍເສຍໃຈ ບໍ່ວ່າກັບເລື່ອງໃດກໍ່ຕາມ, ອາດຈະເສຍໃຈ ໜ້ອຍ ຫຼາຍຕ່າງກັນ. ຄວາມເສຍໃຈ ອາດຈະເກີດມາຈາກການສູນເສຍ ສິ່ງທີ່ເຮົາຮັກ, ເພາະຖ້າບໍ່ຮັກກໍ່ຄົງຈະບໍ່ເສຍໃຈ. ເຖິງແມ່ນວ່າຈະເສຍໃຈຫຼາຍ ແຕ່ຖ້າເຮົາຈົມຢູ່ກັບຄວາມເສຍໃຈ ແລ້ວມັນຈະມີຫຍັງດີຂື້ນມາລະ. ແຕ່ການທີ່ຈະຫຼຸດພົ້ນ ອອກຈາກຄວາມເສຍໃຈ, ຄວາມຜິດຫວັງນັ້ນ ມັນກໍ່ບໍ່ແມ່ນເລື່ອງງ່າຍ, ເຮົາຕ້ອງໄດ້ໃຊ້ຄວາມອົດທົນທີ່ຈະຜ່ານພົ້ນການເວລາແຫ່ງຄວາມເຈັບປວດ. ເຮົາອາດຈະເສຍນໍ້າຕາ, ເສຍເວລາ ໃຫ້ກັບມັນ, ແຕ່ເຮົາກະຕ້ອງເຂົ້າໃຈວ່າສິ່ງທີ່ເສຍໄປແລ້ວ ເຮົາບໍ່ສາມາດເອົາກັບຄືນມາໄດ້ ບໍ່ວ່າຈະເປັນສິ່ງຂອງ ຫຼື ຄົນທີ່ເຮົາຮັກກໍ່ຕາມ. ຊີວິດເຮົາ ເປັນຂອງເຮົາ ຄວາມເສຍໃຈ, ຄວາມຜິດຫວັງ, ຫຼື ແມ້ແຕ່ ຄວາມຮັກ ລ້ວນແຕ່ເປັນສິ່ງທີ່ເຮົາສ້າງຂຶ້ນມາ ເຊິ່ງບໍ່ສາມາດມອງເຫັນໄດ້ດ້ວຍຕາ ແຕ່ເບິ່ງເຫັນໄດ້ດ້ວຍໃຈ ແລະ ບໍ່ມີໃຜ ທີ່ຈະມາຮັບຮູ້ໄດ້ ນອກຈາກໂຕເຮົາເອງ. ໃນເມື່ອເຮົາສ້າງມັນຂຶ້ນມາໄດ້ ແຕ່ມັນຊໍ້າພັດເຮັດໃຫ້ເຮົາທຸກທໍລະມານ ເຮົາກະຕ້ອງຖິ້ມມັນໄປໄດ້.
 ທຸກສິ່ງ ທຸກຢ່າງມັນມີກຳນົດເວລາຂອງມັນ. ສິ່ງຂອງບາງຢ່າງເຮົາໃຊ້ມັນຈົນເກົ່າ ຫຼື ໃຊ້ການບໍ່ໄດ້ ມັນກໍ່ເປັນພຽງສິ່ງໄຮ້ຄ່າ ທີ່ຄົນເຮົາບໍ່ສົນໃຈ ແລະ ພ້ອມທີ່ຈະຖິ້ມ ມັນໄດ້ທຸກເວລາ. ຄວາມຮັກກໍ່ຄືກັນເຖິງວ່າເຮົາຈະບໍ່ໄດ້ກຳນົດເວລາເອົາໄວ້ ແຕ່ມັນກໍ່ຍັງຈືດຈາງໄປຕາມການເວລາ ໃນທີ່ສຸດມັນກໍ່ອາດຈະເປັນພຽງສິ່ງໄຮ້ຄ່າສຳລັບຄົນບາງຄົນ ແຕ່ຖ້າ ເຮົາເບິ່ງຍ້ອນກັບໄປຕອນທີ່ເຮົາໄດ້ຄວາມຮັກນັ້ນມາທຳອິດ, ເຮົາເຫັນຄຸນຄ່າຂອງມັນຊໍ່າໃດ, ເຮົາມີຄວາມສຸກກັບມັນຊໍ່າໃດ ແລະ ຕອນນີ້ເຖິງແມ່ນວ່າມັນຈະບໍ່ມີຄ່າ ແຕ່ກໍ່ບໍ່ຄວນເພີ່ມຄວາມດ້ອຍຄ່າໃຫ້ກັບມັນ. ເພາະມັນຈະເຮັດໃຫ້ເຈົ້າຂອງຄວາມຮັກນັ້ນ ຮູ້ສຶກວ່າ ຕົວເອງກໍ່ບໍ່ມີຄ່າເຊັ່ນດຽວກັນ.
ແຕ່ເຖິງຢ່າງໃດກໍ່ຕາມ ຄົນເຮົາທຸກຄົນມີຄ່າໃນຕົວເອງ, ເຖິງວ່າຄົນອື່ນຈະເບິ່ງບໍ່ເຫັນຄຸນຄ່ານັ້ນກໍ່ຕາມ. ເຮົາອາດຈະບໍ່ມີຄວາມໝາຍ ຫຼື ຄວາມສຳຄັນສຳລັບ ຄົນບາງຄົນ ແຕ່ເຮົາຍັງສາມາດເຮັດໄດ້ຫຼາຍຢ່າງທີ່ເປັນປະໂຫຍດແກ່ສັງຄົມ ແລະ ຕອນນັ້ນເຮົາກໍ່ຈະມີຄວາມໝາຍ ແລະ ມີ ຄ່າສຳລັບອີກຫຼາຍໆຄົນ.
ການທີ່ເຮົາຈະຖິ້ມຄວາມເສຍໃຈໄວ້ທາງຫຼັງ ແລ້ວເດີນໜ້າຕໍ່ດ້ວຍຄວາມຫວັງ ແລະ ຄວາມຊົງຈຳດີໆ ມັນຈະເປັນທາງໜຶ່ງທີ່ຈະເຮັດໃຫ້ເຮົາມີກຳລັງໃຈ ເຂັ້ມແຂງ ແລະ ກ້າວໄປຢ່າງມີຄວາມສຸກ. ບາງຄັ້ງມັນອາດຈະເປັນພຽງແຕ່ຄຳເວົ້າເພື່ອປອບໃຈໂຕເອງ ໂດຍທີ່ຄວາມເປັນຈິງແລ້ວ ບໍ່ສາມາດເຮັດໄດ້ເລີຍ. ແຕ່ຖ້າໃຫ້ເລືອກລະຫວ່າງ ຢຸດຢູ່ກັບນໍ້າຕາ ແລະ ຄວາມເສຍໃຈ ກັບ ການກ້າວເດີນຕໍ່ໄປ ດ້ວຍຄວາມຫວັງ ແລະ ຮອຍຍິ້ມ ເຖິງວ່າທຳອິດອາດຈະຕ້ອງຝືນຍິ້ມ ທັ້ງທີ່ນໍ້າຕາຕົກໃນ ແຕ່ເວລາຜ່ານໄປ ເຮົາກໍ່ຈະກາຍເປັນຜູ້ຊະນະ, ເຊິ່ງຜູ້ຊະນະນັ້ນ ກໍ່ບໍ່ໄດ້ໝາຍເຖິງການເອົາຊະນະຄົນອື່ນ, ສິ່ງທີ່ຍາກກວ່າການເອົາຊະນະຄົນອື່ນນັ້ນ ກໍ່ແມ່ນ ການເອົາຊະນະໃຈເຮົາເອງ. ເຮົາອາດຈະແພ້ ແລະ ເສຍນໍ້າຕາໃຫ້ກັບຄົນອື່ນມາໂດຍຕະຫຼອດ ຫຼື ສາມາດເອົາຊະນະຄົນອື່ນໄດ້, ແຕ່ເຮົາເຄີຍເອົາຊະນະໃຈເຮົາເອງໄດ້ ຫຼືບໍ່ ໃນວັນທີ່ເຮົາມີຮອຍຍິ້ມ ທີ່ມີຄວາມສຸກ ແລະ ລືມຄວາມທຸກ ວັນນັ້ນເອງກໍ່ຈະເປັນວັນທີ່ເຮົາເອົາຊະນະໃຈເຮົາເອງໄດ້.
            ວັນໜຶ່ງ ເມື່ອເຮົາລົ້ມເຮົາກໍ່ຕ້ອງລຸກຂຶ້ນ ຖ້າວ່າອ່ອນລ້າ ແລະ ເຈັບປວດ ບໍ່ມີແຮງແມ່ນແຕ່ຈະກ້າວຕໍ່ໄປ ເຮົາກໍ່ຄວນຢຸດພັກຈັກໄລຍະໜຶ່ງແລ້ວພະຍາຍາມກ້າວເດີນຕໍ່ ເຊິ່ງບໍ່ແມ່ນຈະຢຸດຢູ່ຫັ້ນເລີຍ. ຊີວິດບໍ່ມີຫຍັງແນ່ນອນ ໃນມື້ນີ້ເຮົາຢາກເຮັດຫຍັງ ຫຼື ສາມາດເຮັດຫຍັງໄດ້ ກະຄວນເຮັດ, ເຮັດໃນສິ່ງທີ່ເຮົາຢາກເຮັດ ແລະ ເຮັດໃຫ້ດີທີ່ສຸດ ແລະ ກໍ່ບໍ່ຕ້ອງເສຍໃຈໃນສິ່ງທີ່ເຮົາຕັດສິນໃຈໄປແລ້ວ. ເພາະວ່າເຖິງມັນຈະຜິດພາດແຕ່ທຸກຢ່າງກໍ່ເປັນ ປະສົບການຊີວິດທີ່ມີຄ່າ ທີ່ບໍ່ສາມາດຫາຊື້ໄດ້ ເຊິ່ງເຮົາຕ້ອງໄດ້ຮຽນຮູ້ດ້ວຍຕົນເອງ.
            ຕອນນີ້ ສຳລັບຄົນທີ່ມີບັນຫາ ຫຼື ທໍ້ແທ້ ໝົດກຳລັງໃຈ ຫຼື ອົກຫັກ ກໍ່ຄວນສູ້ຕໍ່ໄປດ້ວຍຈິດໃຈທີ່ ເຂັ້ມແຂງ ເພາະວ່າ ຊີວິດນີ້ເປັນຂອງເຮົາ ຢ່າໃຫ້ຄົນອື່ນມາກຳນົດຊີວິດເຮົາ ຊີວິດເຮົາເຮົາລິຂິດເອງ !!!!!!!!!!!!!!!!!!
                                                ຂອບໃຈທີ່ອ່ານຈົນຈົບ
Delicious Digg Fark Twitter