
ຂຽນເມື່ອ: ມ.ນ.. 24, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ທ້າວ ສີ ກັບ ທ້າວ ໃສເປັນສ່ຽວຮັກສ່ຽວແພງກັນ
ມາມື້ຫນື່ງທ້າວສີໄດ້ເສີຍຊີວິດລົງດ້ວຍໂຣກຂອງຜູ້ກ່ຽວ.
ຜ່ານໄປສາມເດືອນທ້າວສີທີ່ຕາຍໄປນັ້ນໄດ້ມາເຂົ້າຝັນທ້າວໃສຜູ້ເປັນສ່ຽວ.
ເຊິ່ງໃນຝັນທ້າວໃສເຫັນທ້າວສີມີສະພາບທີ່ຈ່ອຍໂຊມ,ນຸ່ງໂສ້ງເສີ້ອຂາດ,ທ້າວໃສເຫັນກະອີ່ຕົນສ່ຽວຫລາຍທ້າວໃສກະຟ້າວຍ່າງໄປຫາສ່ຽວແລ້ວຖາມວ່າ.
ທ້າວໃສ: ສ່ຽວເອີຍມຶງໄປເຮັດຫຍັງມາ, ຄືວ່າມາຈ່ອຍແທ້ ! ໂສ້ງເສື້ອກະຄືອມາໃສ່ໍຂາດຯແບບຊີ້ເກາະ.
ທ້າວສີກະຕອບຜູ້ເປັນສ່ຽວທິ້ງຮ້ອງທິງໄຫ້ວ່າ: ສ່ຽວເອີຍກູຢູ່ນີ້ກູທຸກຫລາຍ. ກູບໍ່ມີເງີນມີຄຳໃຊ້ເລີຍ.
ຂໍເຂົາກິນບາງເທື່ອເຂົາກະໃຫ້ບາງເທືອເຂົາກະຕີ. ກູເລີຍມາເຂົ້າຝັນໃຫ້ມືງຊ່ອຍເຜົາເງີນຄໍາມາໃຫ້ກູໄຊ້ກູຈ່າຍແດ່.
ທ້າວໃສຕອບດ້ວຍຄວາມສົງສານຫມູ່: ໄດ້ຯສ່ຽວມື້ອື່ນກູຊິໄປຊື້ກະດາດເງີນກະດາດຄໍາມາເຜົາໃຫ້ມືງເດີ້!
ຫລັງຈາກນິ້ນພໍຕື່ນເຊົ້າມາທ້າວໃສກໍ່ຫີບຟ້າວໄປຕະຫລາດຊອກຊື້ເຈ້ຍເງີນເຈ້ຍຕໍາມາເຜົາໃຫ້ຫມູ່.
ສາມເດືອນຕໍ່ມາທ້າວໃສກະບໍ່ເຫັນທ້າວສີມາເຂົ້າຝັນອີກເພິ່ນກະດີໃຈຄິດຫມູ່ຄືຊິຮັງຊິມີແລ້ວຈິງບໍ່ເຫັນສ່ຽວມາເຂົ້າຝັນໃຫ້ຊ່ວຍຫຍັງອີກ.
ເວລາກະຜ່ານໄປດົນເຕີບ. ທ້າວສີກະມາເຂົ້າຝັນທ້າວໃສອີກແຕ່ມາຊຸດນີ້ສະພາບແຮງໂຫດກ່ອນເກົ່າຮາໆ.ຈັກໂສ້ລ່າມມືລາມຂາເສື້ອກະບໍ່ໃສ່ສ່ຽວເຫັນກະຕົກໃຈຢ່າງແຮງ
ແລ້ວກໍ່ຫີບເຂົ້າໄປຖາມດ້ວຍຄວາມຕົກໃຈວ່າ.
ທ້າວໃສ: ສ່ຽວມືງໄປໃສມາມືງຄືມາເປັນຈິງຊີ້!
ທ້າວສີຕອບດ້ວຍສີຫນ້າຢາກຮ້າຍ: ກູຕິດຄຸກ.
ທ້າວໃສຖາມຕື່ມດ້ວຍສີຫນ້າສົງໃສ: ອ້າວມືງໄປເຮັດຫຍັງມາ!
ທ້າວສີຕອບ: ຍ້ອນມືງຫັນແຫລະເອົາເງີນປອມມາໃຫ້ກູໃຊ້ກູກໍາລັງໄປແຕກໄບລະລ້ານດອລລາທີ່ມືງຈູດມາໃຫ້ຕຳຫຼວດມັນເຫັນພໍດີ
ກູກະເລີຍຖືກຈັບ.
ຈົບແລ້ວຮາໆໆໆໆໆ
ຂອບໃຈເດີ້ທີ່ເຂົ້າມາອ່ານ