ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຖ່າຍຮູບທີ່ປະຕູໄຊວຽງຈັນດຽວນີ້ຕ້ອງເສຍເງິນ?
ສ້າງເມື່ອ ມິ.ຖ.. 18, 2009 8 ຄົນໂຫວດ, 8 ຄຳເຫັນ, ອ່ານ 423 ເທື່ອ
ຊາວຕ່າງຊາດຫຼາຍຄົນຖາມວ່າ:ເປັນຫັຍງເວລາໄປຖ່າຍ
ຮູບທີ່ບໍລິເວນສາທາລະນະປະຕູໄຊຕ້ອງເສຍເງິນຈົນກະ
ທັງດຽວນີ້ຍັງບໍ່ມີຄຳຕອບ.
ຕາມການລາຍງານຂອງໜັງສືພິມວຽງຈັນໄໝ່ ຜູ້ປະ
ກາດຂ່າວໄດ້ໄປພົບບັນຫານີ້ດ້ວຍຕົວເອງເມື່ອໄປເຮັດ
ຂ່າວ ແລະ ຖ່າຍພາບໃນອານາບໍລິເວນສວນສາທາລະ
ນະ. ຈູ່ໆກໍ່ມີເຈົ້າໜ້າທີ່ບໍ່ຮູ້ສັງກັດຢ່າງເຂົ້າໄປຂໍເກັບເງິນ
ອ້າງວ່າຖ້າຕ້ອງການທີ່ຈະຖ່າຍຮູບຢູ່ບໍລິເວນດັ່ງກ່າວຈະ
ຕ້ອງໄຊ້ບໍລິການຕາມທີ່ຈັດໄວ້ໃຫ້.
ໜັງສືພີມສະບັບນີ້ກ່າວວ່າຍັງບໍ່ຮູ້ວ່າໃຜເປັນຕົ້ນຄິດ
ໃຜອະນຸຍາດ ແລະ ໃຫ້ສຳປະທານເປັນເວລາດົນປານ
ໃດ ແລະ ມີມາດຕະຖານການເກັບຄ່າທຳນ່ຽມຢ່າງໃດ
ສວນສາທາລະນະປະຕູໄຊໄດ້ຮັບການຟື້ນຟູບູລະນະ
ຂື້ນມາເມື່ອປີ2546ໂດຍທາງການລາວເປັນເຈົ້າພາບ
ໃນການຈັດການປະຊຸມອາຊຽນໃນເດືອນພຶດສະພາ
2547ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານໄທ
ແລະ ລັດຖະບານຈີນ.
ນອກຈາກຈະເປັນບ່ອນຜັກຜ່ອນຍ່ອນອາລົມຂອງ
ຊາວນະຄອນຫຼວງແລ້ວ ແລະ ກໍ່ຍັງເປັນປາຍທາງທີ່
ເປັນຈຸດສ້າງຄວາມສົນໃຈຈາກນັກທ່ອງທ່ຽວຊາວຕ່າງ
ຊາດ ແຕ່ເກີດບັນຫາດັ່ງກ່າວຂື້ນແລ້ວລາຍໄດ້ເຂົ້າລັດ
ເທົ່າໃດ?ເງິນໄປຢູ່ໃສ?ໜ່ວຍງານໃດຮັບຜິດຊອບ?
ເມື່ອເກີດເຫດການແບບນີ້ເພື່ອນໆຄິດຈັງໃດ?