ຂຽນເມື່ອ: ຕ.ລ.. 21, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ວັນນີ້ເປັນອີກວັນໜຶ່ງ ທີ່ຂ້ອຍຮູ້ສຶກເກີດມີອາການຫົດຫູ່ຈິດໃຈເປັນທີ່ສຸດ , ມັນເໝືອນມີບາງສິ່ງລອຍມາອັດອັ້ນທີ່ລຳຄໍ ຈົນຫາຍໃຈຝືດ , ເວົ້າຫຍັງອອກມາບໍ່ໄດ້ ແລະ ຕີນມືເລີ່ມສັ່ນເຊັນ , ມັນບໍ່ແມ່ນອາການຂອງໂລກຮ້າຍ ຫຼື ສິ່ງຜິດປົກກະຕິທີ່ເກີດຂື້ນກັບໂຕຂ້ອຍແຕ່ຢ່າງໃດ. ແຕ່ມັນຄືອາການຂອງຄົນທີ່ສູນເສຍສິ່ງທີ່ສຳຄັນທີ່ສຸດໃນຊີວິດ ແລະ ບໍ່ມີວັນທີ່ຈະໄດ້ກັບຄືນມາ , ອາດເວົ້າໄດ້ວ່າ: ຄົງຈະບໍ່ມີໃຜ ຫຼື ບຸກຄົນໃດເພິ່ງປາຖະໜາຢາກຈະພົບພໍ້ມັນ ແລະ ໃນການສູນເສຍຄັ້ງນີ້ມັນໄດ້ສ້າງຄວາມເຈັບຊ້ຳໃຫ້ກັບຂ້ອຍເປັນທີ່ສຸດ , ເຖິງມັນໄດ້ຜ່ານກາຍມາເກືອບຈະໄດ້ 3 ປີແລ້ວ , ແຕ່ພາບນັ້ນຍັງເລື່ອນລອຍ ແລະ ຕິດໃນແກ້ວຕາຂອງຂ້ອຍຕະຫຼອດເວລາ ແລະ ຈະຍັງຄົງຢູ່ຕະຫຼອດໄປຈົນກວ່າວິນາທີສຸດທ້າຍຂອງລົມຫາຍໃຈ.
ເລື່ອງຂອງເລື່ອງມີຢູ່ວ່າ: ໃນຄ່ຳຄືນທີ່ຫງຽບສະຫງັດຂອງວັນທີ່ 30 ເດືອນເມສາ ປີ 2008
ພາຍໃຕ້ຊາຍຄາຂອງເຮືອນຫຼັງໜື່ງ , ມັນເປັນເຮືອນຂອງຂ້ອຍເອງ ເຊິ່ງເຕັມໄປດ້ວຍຄວາມໂສກເສົ້າເສຍໃຈ ເມື່ອ ”ພໍ່ “ ຜູ້ທີ່ຮົ່ມໂພຮົ່ມໄຊ ແລະ ເປັນຫຼັກເສົາທີ່ແສນເຄົາລົບຮັກໄດ້ມາຈາກໄປຢ່າງບໍ່ມີວັນ
ກັບຄືນມາ , ພາຍຫຼັງທີ່ສຳເລັດວຽກທັງໝົດ ຂ້ອຍກໍ່ໄດ້ກັບເຂົ້າປະຈຳວຽກທີ່ Office ແລະ ມຸ່ງງານ
ຕາມທີ່ການຈັດຕັ້ງໄດ້ມອບໃຫ້ ເຊິ່ງບາງວັນຈົນລືມຮອດກິນເຂົ້າ ແລະ ບາງທີກໍ່ຫອບເອົາວຽກມາເຮັດທີ່
ບ້ານ ເພື່ອໃຫ້ໄດ້ຢູ່ກັບແມ່ , ໃກ້ສິດແມ່ ຜູ້ເຊິ່ງເປັນທີ່ເພິ່ງຄົນສຸດທ້າຍຂອງຂ້ອຍ. ແຕ່ກໍ່ປະຕິເສດບໍ່ໄດ້
ເພາະວຽກທີ່ຂ້ອຍເຮັດ ຕ້ອງໄດ້ອອກນອກເມືອງ , ຖ້າຫາກຄອບຄົວມີອ້າຍນ້ອງຫຼາຍຄົງຈະດີບໍ່ໜ້ອຍ
ແຕ່ໜ້າເສຍດາຍ ເພາະໃນຄອບຄົວ ມີພີ່ນ້ອງກັນພຽງແຕ່ສອງຄົນ ເຊິ່ງຂ້ອຍເປັນຄົນທຳອິດ ແລະ ມີ
ນ້ອງສາວອີກຄົນໜຶ່ງເປັນຄົນສຸດທ້ອງ . ນັບວ່າຂ້ອຍໄດ້ກາຍເປັນຫົວໜ້າຄອບຄົວ ທີ່ດູແລຊີວິດການເປັນຢູ່ຂອງແມ່ ແລະ ນ້ອງ .
ໃນຊ່ວງເວລານັ້ນເອງ ທີ່ຂ້ອຍສັງເກດເຫັນແມ່ມີຄວາມສະບາຍໃຈຂື້ນມາແດ່ໜ້ອຍໜຶ່ງ ແລະ ມີຫຼາຍສິ່ງເຂົ້າທີ່ເຂົ້າທາງ.
ເວົ້າໄດ້ວ່າ: ມັນເປັນວາລະໜຶ່ງທີ່ຂ້ອຍເຫັນແມ່ມີຄວາມສຸກ , ຫຼັງຈາກນັ້ນມາເປັນເວລາບໍ່ເຖິງ
ປີ , ເຫດການບໍ່ຄາດຝັນກໍ່ໄດ້ເກີດຂື້ນກັບຊີວິດຂອງຂ້ອຍ ເມື່ອແມ່ຜູ້ບັງເກີດເກົ້າໄດ້ມາຈາກຂ້ອຍໄປອີກຄົນ ຍ້ອນເສັ້ນເລືອດໃນສະໝອງແຕກ , ມັນເປັນການສູນເສຍອັນໃຫຍ່ຫຼວງທີ່ຈະຮັບເອົາໄດ້ . ເຖິງຈະເປັນຊາຍທີ່ມີຈິດໃຈໝັ້ນທ່ຽງປານໃດກໍ່ຕາມ ແຕ່ນ້ຳຕາກໍ່ຫຼັ່ງອອກມາໂດຍທີ່ບໍ່ໄດ້ບັງຄັບມັນ. ໃນຕອນນັ້ນເອງທີ່ຂ້ອຍບໍ່ຮູ້ຈັກຊິເຮັດ ແລະ ຄິດຫຍັງບໍ່ອອກ ມັນມືດແປດດ້ານໄປໝົດ ໄດ້ແຕ່ອຸທານໃນໃຈ “ ໂອ! ນີ້ໜໍຊີວິດ ເກີດແກ່ເຈັບຕາຍ ເປັນສິ່ງທີ່ຕ້ອງພົບພໍ້ ແລະ ປະຕິເສດບໍ່ໄດ້ “.
ຫຼັງຈາກນັ້ນພຽງສາມເດືອນ ຂ້ອຍກໍ່ຖືກແຕ່ງຕັ້ງໃຫ້ໄປຄຸມງານກໍ່ສ້າງ ( ໂຄງການກໍ່ສ້າງ - ຕໍ່ເຕີມ ນ້ຳປະປາທີ່ສາຂາເມືອງວຽງໄຊ ) ຈົນໂຄງການສຳເລັດລົງໃນກາງເດືອນກໍລະກົດ , ຕໍ່ມາກໍ່ໄດ້ລົງສຳຫຼວດແຫຼ່ງນ້ຳທີ່ເມືອງແອດ ເພື່ອມາກໍ່ສ້າງນ້ຳປະປາ , ໃນຊ່ວງເວລານັ້ນກໍ່ຖືກທາບທາມໃຫ້ມາສຶກສາຕໍ່ຈົນເຖິງປະຈຸບັນ ນັບເປັນຄັ້ງທຳອິດໃນຊີວິດທີ່ໄກບ້ານ ແລະ ຍາວນານເຊັ່ນນີ້. ແຕ່ກໍ່ຖືວ່າເປັນຊ່ວງເວລາທີ່ມີຄ່າຂອງຂ້ອຍ , ແລະ ຈະພະຍາຍາມເຮັດໃຫ້ດີທີ່ສຸດ ເພື່ອຊີວິດ ແລະ ອະນາຄົດ.
ທຸກວັນນີ້ ຄິດເຖິງ “ ພໍ່ ແລະ ແມ່ “ ທີ່ສຸດເລີຍ ແລະ ກໍ່ໄດ້ແຕ່ພາວະນາວ່າ: ຖ້າຫາກຊາດໜ້າມີຈິງ ກໍ່ຂໍໃຫ້ລູກຄົນນີ້ໄດ້ກຳເນີດມາເປັນລູກຂອງ”ພໍ່ ແລະ ແມ່”ອີກຄັ້ງ.
ຫວັງວ່າໃຜທີ່ໄດ້ອ່ານບົດຄວາມນີ້ ອາດເຮັດໃຫ້ຄິດໄດ້ວ່າ: ຊີວິດນີ້ເກີດມາໄດ້ພຽງຄັ້ງດຽວ
ແລະ ໃນຊ່ວງເວລາທີ່ “ ພໍ່ , ແມ່ “ ທ່ານຍັງມີຊີວິດຢູ່ນັ້ນ ຈົ່ງສ້າງແຕ່ຄວາມດີໃຫ້ເພິ່ນໄດ້ພູມໃຈ ເພື່ອຈະບໍ່ຖືກວິຈານວ່າ: ເກີດມາເສຍຊາດ.