
ຂຽນເມື່ອ: ກ.ພ.. 19, 2010
| ມີ
13 ຄຳເຫັນ
ແລະ
0 trackback(s)
ຂ້າພະເຈົ້າກໍ່ເປັນໜື່ງໃນສະມາຊິກລາວລີ້່ງຂ້າພະເຈົ້າໄດ້ໄປອ່ານຄຳຄິດຄຳເຫັນຂອງທ່ານຜູ້ໜື່ງແລ້ວມັນໜ້າສົນໃຈແລະມັນກໍ່ເປັນປະໂຫຼດບໍ່ຫຼາຍ
ກໍ່ໜ້ອຍໃຫ້ກັບຄົນລາວເຮົາວ່າເພື່ອນໆໃນພັນລາວເຮົາມີຄວາມຄິດຄວາມເຫັນແນວໃດກ່ຽວກັບເລື່ອງນີ້
ໍ"""" ສະບາຍດີສະມາຊິກລາວລິ້ງທຸກທ່ານ,"""
ຂ້າພະເຈົ້າເຄີຍໄດ້ໄປທັດສະນະສຶກສາທ່ີແມ່ເໝາະ, ລຳປາງ, ປະເທດໄທ, ບ່ອນທ່ີໂຮງງານໄຟຟ້າຖ່ານຫີນລິກໄນຕັ້ງຢູ່ທ່ີນັ້ນ. ຂ້ອຍໄດ້ຮັບຮູ້ມາວ່າ ປະຊາຊົນໃນເຂດນັ້ນໄດ້ຮັບຜົນກະທົບຢ່າງຫຼີກລ້ຽງບໍ່ໄດ້ເພາະວ່າມົນລະພິດມັນປົນເປຶື້ອນໄປນຳອາກາດ. ຄົນຫຼາຍຄົນຕ້ອງຈົບຊີວິດ ຫຼື ທໍລະມານຍ້ອນໂລກຮ້າຍ, ໂດຍສະເພາະ ແມ່ນໂລກທາງເດີນຫາຍໃຈ ເຊິ່ງມີສາເຫດຈາກການປ່ອຍສິ່ງເສດເຫຼືອໃນຂະບວນການຜະລິດອອກສູ່ອາກາດ. ສາເຫດການເຈັບປ່ວຍໄດ້ຮັບການຢືນຢັນຈາກແພດແທ້. ປະຊາຊົນໄທປັດຈຸບັນ, ເພິ່ນຕື່ນຕົວໃນຜົນກະທົບຂອງໂຮງງານໄຟຟ້າປະເພດນີ້ຈຶ່ງບໍ່ເຫັນດີການສ້າງໂຮງງານແຫ່ງນີ້ໃນປະເທດໄທ. ຂ້າພະເຈົ້າຈຶ່ງເກີດມີຄຳຖາມຂຶ້ນວ່າ ຍ້ອນການໄຟຟ້າການຜະລິດແຫ່ງປະເທດໄທສ້າງໂຄງການນີ້ບໍ່ໄດ້ຢູ່ໄທກໍເລີຍມາສ້າງຢູ່ລາວບໍ? ແລ້ວຄົນລາວເຮົາເດຮູ້ແລ້ວບໍ່ວ່າ ຈະເກີດຫຍັງຂຶ້ນກັບຕົນເອງເມື່ອມີໂຮງງານນີ້. ຂ້າພະເຈົ້າເອງກໍບໍ່ແນ່ໃຈວ່າ ທາງໂຄງການມີມາດຕະການປ້ອງກັນສິ່ງທ່ີອາດຈະເກີດຂຶ້ນໃນກໍລະນີດຽວກັບແມ່ເໝາະຫຼື ບໍ່?
ຕໍ່ກັບແງ່ໃນການພັດທະນາ ຂ້າພະເຈົ້າບໍ່ເຫັນວ່າ ການສ້າງໂຮງງານນີ້ຈະສົ່ງເສີມ ການພັດທະນາແບບ ຍືນຍົງໄດ້ແນວໃດ?
ແຕ່ແມ່ນວ່າ ພາບລວມຂອງໂຄງການນີ້ຈະມີມູນຄ່າຫຼາຍປານໃດ? ກໍ່ອາດຫາປຽບບໍ່ໄດ້ຕໍ່ຄວາມສ່ຽງທ່ີອາດຈະເກີດຂຶ້ນກັບຄົນຫຼາຍຄົນທ່ີອາໄສຢູ່ບໍລິເວນນັ້ນ ແລະ ບໍ່ແນ່ອາກາດເປັນພິດທ່ີວ່ານີ້ອາດປີວມາເຂົ້າດັງຂ້ອຍ ແລະ ເຈົ້າຢູ່ທ່ີນີ້ກໍ່ໄດ້. ຄວາມສູນເສຍອາດຈະຫຼາຍກວ່າມູນຄ່າໂຄງການອີກກໍ່ເປັນໄດ້.
ຂໍຝາກເປັນແງ່ຄິດໃຫ້ກັບຜູ້ທ່ີຕັດສິນໃຈໃນໂຄງການລັກສະນະດຽວນີ້ ທ່ີອາດຈະເກີດຂຶ້ນຕໍ່ອານາຄົດແດ່ເດີ້.
ດ້ວຍຄວາມເຄົາລົບ
ໂສພາວັນ