ຂຽນເມື່ອ: ກ.ລ.. 1, 2010
| ມີ
3 ຄຳເຫັນ
ແລະ
0 trackback(s)
ກະບົດຜີບາບ ຜີບຸນ ຫຼື ຜີບ້າຜີບຸນ3
ຝ່າຍເມືອງອຸບົນ ເມື່ອຕອນປາຍປີ ຄ.ສ. 1900 ນັ້ນເຈົ້າຍຸຕິທັມມະທອນ (ຄຳສຸກ) ເຈົ້ານຄອນຈຳປາສັກ (ເວລານັ້ນຂື້ນກັບສຍາມຢູ່) ໄດ້ມີໃບບອກເຂົ້າມາທູນຂ້າຫຼວງຕາງພຣະອົງ ທີ່ເມືອງອຸບົນວ່າ ມີຄົນຜູ່ນຶ່ງຢູ່ທາງຝັ່ງຊ້າຍແມ່ນ້ຳຂອງ ອັນເປັນເຂດປົກຄອງຂອງຝຣັ່ງເສສ ໄດ້ຕັ້ງຕົວຂື້ນເປັນອົງຜ້າຂາວ[1]ລືກັນວ່າ ມີຣິດທິຫຼາຍ ຊີ້ມືໃຫ້ເປັນອັນໃດກໍ່ໄດ້ ແລະ ໄດ້ຂ່າວວ່າ ຈະຍົກພວກຂ້າມນ້ຳຂອງເຂົ້າມາຕີເມືອງໄທໃນໄວໆນີ້.
ຄັນພໍລ່ວງເຂົ້າເຖິງປີ ຄ.ສ. 1901 ກໍ່ມີຄົນຜູ່ນຶ່ງຊື່ໝັ້ນ ຕັ້ງຕົນເປັນອົງໝັ້ນ ຫຼື ອົງຜີບຸນອີກຄົນນຶ່ງ ຢູ່ເມືອໂຂງຈຽງ[2].
ອົງໝັ້ນຕັ້ງສ້ອງສຸມກ້ຽວກ່ອມເອົາພັກພວກໄດ້ປະມານ 200 ຄົນ ແລ້ວຍົກເຂົ້າມາຕັ້ງກ້ຽວກ່ອມຢູ່ເມືອງເຂມະຣາດອີກ ເວລານັ້ນ ພຣະເຂມຣັຖເດຊນາຣັກ ຜູ່ຮັກສາຣາຊການເມືອງ ກັບທ້າວໂພທິສານ ໄດ້ເຂົ້າຫ້າມ ແລະ ຂັບໄລ່ປະຊາຊົນບໍ່ໃຫ້ນັບຖືເຊຶ່ອຟັງພັກພວກຂອງອົງໝັ້ນ ຈິ່ງປຸ້ມລຸມທຳຮ້າຍທ້າວໂພທິສານຕາຍ ແລະ ຈັບເອົາພຣະເຂມຣັຖ ມັດສອກເອົາແຂນໃສ່ແຄ່ ຫາມໄປຈົນເຖິງບ້ານສະພື (ເຂດອໍາເພີຕະການພືດຜົນດຽວນີ້) ແລ້ວຈັດຕັ້ງພິທີປຸກສານພຽງຕາຂື້ນ ຜູ່ເປັນຫົວໜ້າກໍ່ນຸ່ງຂາວຫົ່ມຂາວ ປ່າວຮ້ອງໃຫ້ປະຊາຊົນພາກັນພາວະນາຮັກສາສິລ ເພາະວ່າຈະມີເຫດຮ້າຍເກີດຂື້ນ ດັ່ງຄຳພະຍາກອນນັ້ນແທ້ ໃຫ້ພາກັນລະມັດລະວັງ ປະຊາຣາຊດອນທັງຫຼາຍມີຄວາມຢ້ານກົວຢູ່ແລ້ວ ພໍເຫັນຄົນຕ່າງໜ້ານຸ່ງຂາວຫົ່ມຂາວ ຮັກສາສິລພາວະນາຢູ່ໃນທີ່ນັ້ນ ກໍສຳຄົນວ່າເປັນຜູ່ທະຣົງຄຸນວິເສດ ຈິ່ງພາກັນເຂົ້າໄປຫາ ຂໍໃຫ້ຊ່ອຍປ້ອງການພັຍອັນຕະລາຍ. ອົງໝັ້ນກໍ່ເສກເປົ່າຣົດນ້ຳມົນໃຫ້ ຂ່າວຜູ່ວິເສດໄປຮອດໃສ ກໍມີຣາຊດອນໃນບ່ອນນັ້ນເຂົ້າໄປຫາ ຜູ່ທີ່ສຳຄັນວ່າເປັນທ້າວທັມມີກຣາດ ຫຼື ພັກພວກຮັບຮອງລ້ຽງເກືອກໍ່ເປັນອັນມາກ ເລີຍເຮັດໃຫ້ມີຄົນນັບຖືຢຳແຢງຫຼາຍຂື້ນ. ອົງໝັ້ນກໍແຮ່ງສະແດງຕົນຢ່າງປືດແປນ ວ່າຕົນເປັນເຈົ້າຜູ່ມີບຸນ ຈະມາຊ່ອຍດັບທຸກຮ້ອນຂອງປະຊາຊົນຕາຄຳທຳນາຍນັ້ນ ແລະ ທຳທ່າຊີ້ມືຊີ້ໄມ້ໃຫ້ເປັນອິຫຍັງກໍ່ເປັນໄດ້ ດັ່ງເອົາດິນຊາຍຮ່າຍເຂົ້າໃນເລົາປືນ ແລ້ວຍິງອອກໄປໄດ້ເປັນຕົ້ນ ແລະ ໄດ້ຂຽນແລກຍັນລົງຄາຖາອາຄົມ ໃສ່ແຜ່ນທອງແດງຫຼືແຜ່ນແພ ແຈກຈ່າຍຣາຊດອນເປັນອັນມາກ ຣາຊດອນໃນແຖວນັ້ນຫຼົງເຊຶ່ອ ກໍພາກັນຫຼຸຫຼັງເຂົ້າມານັບຖື ຂໍເປັນສິດ ຫຼືພັກພວກປະມານພັນປາຍຄົນ ແລ້ວອົງໝັ້ນກໍ່ສັ່ງເກນເອົາປືນແກັບ ປືນເພີງ ມີດພ້າ ຫອກດາບ ຈົນຕລອດເຂົ້າປາອາຫານ ໝາກເຜັດ ແລະ ເກືອ ເປັນຕົ້ນ. ແລ້ວກໍໃຫ້ຕາກເຂົ້າແຫ້ງຍັດໃສ່ໄຖ່ຄຽນແອວໄວ້ທຸກຄົນ ພ້ອມກັນນີ້ ກໍຈັດກັນອອກເປັນໝວດເປັນໝູ່ ຖືສາຕຣາວຸດ ຢູ່ເວຍຍາມຮັກສາອົງໝັ້ນຜູ່ມີບຸນນັ້ນ ຢູ່ບ້ານສະພືໃຫຍ່ປະມານ ສີ່ຫາຫ້າມື້.
ຕັ້ງແຕ່ພວກຜີບຸນຂ້າທ້າວໂພທິສານຕາຍ ຈົນຕຫຼອດຄວາມເຄື່ອນໄຫວຂອງພວກຜີບຸນດັ່ງກ່າວນັ້ນ ບັນດາເຈົ້າເມືອງ ແລະ ກົມການເມືອງໃຫຍ່ນ້ອຍທັງຫຼາຍ ໃນແຂວງນັ້ນ ກໍພາກັນລາຍງານສເນີຕໍ່ຂ້າຫຼວງຕາງພຣະອົງ ທີ່ປະທັບຢູ່ເມືອງອຸບົນ ຊາບທຸກປະການ.
ກົມຫຼວງສັພສິດທິປະສົງ ຂ້າຫຼວງຕາງພຣະອົງເຈົ້າແຜ່ນດິນ ຈຶ່ງໂທຣະເລກສັ່ງໃຫ້ນາຍພົນຕຣີໝ່ອມເຈົ້າສຣິໃສສເລີມສັກ ຜູ່ບັນຊາການກອງພົນທະຫານເມືອງນະຄອນຣາຊສີມາເວລານັ້ນ ຈັດສົງທະຫານອອກໄປຊ່ອຍລະງັບເຫດການທາງການເມືອງຍະໂສທອນ. ນາຍພົນຕຣີໝ່ອມເຈົ້າສຣິໃສ ຈິ່ງໄດ້ຈັດສົງທະຫານໄທມາເປັນສອງຈຸ. ຈຸນຶ່ງແມ່ນພຣະສຸຣະຣາຊ ເປັນນາຍທັບ ຄຸມທະຫານ 300 ຄົນ ຍົກຈາກເມືອງບຸຣີຣັມ ມາເມືອງຍະໂສທອນ ຕັ້ງພັກພົນຢູ່ສາລາວັດສຣີທັມມະຫາຍໂສກ. ຈຸນື່ງແມ່ນພຣະສຸຣະຣິດ ເປັນນາຍທັບ ຄຸມທະຫານ 320 ຄົນ ຍົກອອກມາຈາກເມືອງນະຄອນຣາຊສີມາ ມາເມືອງຍະໂສທອນ ແລ້ວພາພົນມາພັກເຊົາຢູ່ສາລາວັດສິງທ່າ ພ້ອມກັນນັ້ນ ກໍໄດ້ເກນເອົາກຳລັງພົນຊາວ (ລາວ) ເມືອງຍະໂສທອນອີກ 520 ຄົນ ເຂົ້າສົມທົບໂທບ ໂດຍແມ່ນທ້າວຂັຕຕິຍະ ເມືອງຍະໂສທອນ ເປັນນາຍໝວດ ຍົກອອກຈາກເມືອງຍະໂສທອນ ເດີນມາເຖິງບ້ານຫ້ວຍແຊງ.
ປວັດສາເມືອງຍະໂສທອນ ກ່າວເຖິງເຫດການຕອນນີ້ໄວ້ວ່າ:
“ ເມື່ອພຣະສຸຣະຣິດ ຍົກກອງທະຫານມາເຖິງບ້ານຫ້ວຍແຊງ ແລະ ຕັ້ງພັກພົນຄອຍລະວັງເຫດການຢູ່ທີ່ນັ້ນໄດ້ເດືອນນື່ງ ກໍໄດ້ເຫັນຊາຍຕ່າງໜ້າຄົນນື່ງນຸ່ງຂາວຫົມຂາວ ເອົາໜັງສືໃບລານທີ່ຂຽນເປັນອັກສອນຄຽນຫົວ ຂ້າມໄປຈາກທາງຝັ່ງຊ້າຍແມ່ນ້ຳຂອງ ຕັ້ງຕົນເປັນເຈົ້າຜູ່ມີບຸນ ຮຽກວ່າອົງຂາວ[3]ພຣະສຸຣະຣິດ ບອກທ້າວຂັຕຕິຍະ ເມືອງຍະໂສທອນໄປຈັບໃຫ້ ແລະ ໃຫ້ເອົາທະຫານໄປນຳ. ທ້າວຂັຕຕິຍະອາສາໄປຄົນດຽວ ພຣະສຸຣະຣິດບໍ່ເຊື່ອໃຈ ຈິ່ງໃຫ້ທະຫານທີ່ມານຳນັ້ນ ຊ້ອມລອງຝີມືທ້າວຂັຕຕິຍະ ໃນການທີ່ຈະຈັບເອົາອົງຂາວເບິ່ງກ່ອນ. ເມືອເຫັນວິທີການຂອງທ້າວຂັຕຕິຍະແລ້ວ ພຣະສຸຣະຣິດຈິ່ງຍອມໃຫ້ໄປຈັບ ແລະ ແຕ່ງໃຫ້ທະຫານ 12 ຄົນ ຈອບໃປນໍາຫຼັງ. ເວລານັ້ນ ເປັນເວລາຫົວຄ່ຳ ອົງຂາວນັ່ງພາວະນາຢູ່ງກາງເດິ່ນບ້ານ, ບ່າພາຍດາບ ມີມີດແຫຼມເນັບຢູ່ແອວ ແລະ ມີປືນນຶ່ງບອກວາງຢູ່ເທິງຕັກ. ທ້າວຂັຕຕິຍະ ປອມເປັນຊາວບ້ານ ທຳທ່າຈະໄປສົນທະນານຳ ຈິ່ງເຂົ້າໄປຖາມອົງຂາວວ່າ ມາແຕ່ໃສ ແລ້ວຊິໄປໃສ ອົງຂາວຕອບວ່າ: “ບໍ່ຮູ້ວ່າມາແຕ່ໃສ ແລະ ບໍ່ຮຼ້ວ່າຈະໄປໃສ” ແລ້ວທ້າວຂັຕຕິຍະຈິ່ງເຊີນໄປຫານາຍທັບ ທັນທີນັ້ນອົງຂາວກໍ່ຄ້ວາມືຈັບປືນຂື້ນຈະຍິງທ້າວຂັຕຕິຍະ ທ້າວຂັຕຕິຍະຈິ່ງໂດດເຂົ້າຈັບ ແລະ ເກີດຕໍ່ສູ້ກັນຂື້ນ ຜົນສຸດທ້າຍ ທ້າວຂັຕຕິຍະຈັບໄດ້ ແລ້ວນຳເອົາຕົວມາມອບໃຫ້ພຣະສຸຣະຣິດ ຜູ່ເປັນນາຍທັບ. ພຣະສຸຣະຣິດ ສັ່ງໃຫ້ປະຫານຊີວິດແລ້ວຕັດຫົວໄປສຽບປະຈານໄວ້ທາງທິດຕາເວັນຕົກບ້ານ, ຕໍ່ຈາກນັ້ນ ພຣະສຸຣະຣິດ ກໍຍົກພົນມາເຖິງບ້ານກຸດກວ້າງ ພັກສືບຂ່າວຢູ່ສອງວັນ ແລ້ວຍົກພົນມາເຖິງເມືອງສະກົນນະຄອນ ຈິ່ງໄດ້ຮັບຄຳສັ່ງໃຫ້ຍົກພົນກັບຄືນ ເພາະເຫດການດ້ານນີ້ໄດ້ສງົບລົງແລ້ວ.
ໄວ້ຕໍ່ອີກ
[1] ອົງຜ້າຂາວ ຄື ທົງເພດເປັນຕາຜ້າຂາວນີ້ເອງ ເຂົ້າໃຈວ່າ ເປັນຕົ້ນຕໍຂອງພວກຜີບາບຜີບຸນ ເຊິ່ງອາຈະໄດ້ຮັບຄວາມຍົວະຍົງຈາກທາງຝຣັ່ງເສສ ໃຫ້ກໍ່ການຈະລາຈົນຂື້ນກໍ່ເປັນໄດ້.
[2] ຈຽງ ຄຳນີ້ເປັນພາສາສ່ວຍ ແປວ່າຊ້າງ,ໂຂງແປວ່າ ໝູ່ ຫຼື ເຂດແດນ, ໂຂງຈຽງ ກໍຄື ໝູ່ຊ້າງ ຫຼືເຂດແດນຂອງຊ້າງ “ຄືຮູບຊ້າງ ທະຍານລ້ຳລ່ວງໂຂງ” (ຈາກສັງສິນໄຊ)
[3] ພວກຄຶດກໍ່ການກະບົດ ເປັນຜີບາບຜີບຸນໃນຄາວນັ້ນ ເຂົ້າໃຈວ່າ ຄົງຈະໄດ້ຮັບຄວາມສົງເສີມຍຸຍົງ ຈາກຝຣັ່ງເສສ ໂດຍຝຣັ່ງເສສ ອາດຫວັງວ່າ ເມື່ອເກີດຄວາມວຸ່ນວ່າຍຂື້ນໃນດິນພາກອີສານແລ້ວ ຝຣັ່ງເສສຈະຫາທາງເຂົ້າໄປກ່ຽວຂ້ອງນຳໄດ້ ແລະ ຄຳວ່າອົງຂາວ ນອກຈາກໝາຍຄວາມວ່າ ອົງຜ້າຂາວແລ້ວ ຈະໝາຍຄວາມວ່າເຈົ້າຮົ່ມຂາວ ຫຼືເຈົ້າຟ້າຮົ່ມຂາວກໍໄດ້.