
ຂຽນເມື່ອ: ພ.ພ.. 1, 2008
| ມີ
1 ຄຳເຫັນ
ແລະ
0 trackback(s)
1. ເຊື່ອວ່າເຣົາທຳໄດ້ ເມື່ອເຣົາເຊື່ອວ່າຢ່າງໃດຢ່າງຫນື່ງເປັນໄປໄດ້ ຈິດໃຈຂອງເຣົາຈະຫາຫົນທາງທີ່ຈະທຳຂື້ນ ເພາະເຊື່ອວ່າມີຫົນທາງເປີດໄປສູ່ຄຳຕອບ
ລົບຄຳວ່າເປັນໄປບໍ່ໄດ້ ເຣັດບໍ່ໄດ້ ບ່ໍມີປະໂຫຍດທີ່ຈະລອງ ອອກຈາກຄວາມຄິດແລະຄຳເວົ້າຂອງຕົວເຈົ້າເອງ...
2. ຢ່າໃຫ້ຄວາມຄິດດັ້ງເດີມທຳໃຫ້ຈິດໃຈເຈົ້າເປັນອຳມະພາດ ຍອມຣັບຄວາມຄິດໃຫມ່ໆ ທົດລອງແລະລອງແນວທາງໃຫມ່ ເປັນຄົນຫົວກ້າວຫນ້າໃນທຸກສີ່ງທີ່ທຳ..
3. ຖາມຕົວເອງທຸກວັນວ່າ ເຣົາຈະທຳໃຫ້ດີຂື້ນໄດ້ຢ່າງໃດ. ບໍ່ມີຂໍ້ຈຳກັດໃນການປັບປຸງຕົວເອງເມື່ອເຈົ້າຖາມຕົວເອງວ່າ ເຣົາຈະທຳໃຫ້ດີຂື້ນໄດ້ຢ່າງໃດ.ຄຳຕອບຈະປາກົດຂື້ນເອງ..
4. ຖາມຕົວເອງວ່າ ເຣົາຈະທຳໃຫ້ຫລາຍຂື້ນໄດ້ຢ່າງໃດ. ຄວາມສາມາດໃນການທຳງານເປັນສະພາວະຂອງຈິດໃຈ ການຖາມຕົວເອງດ້ວຍຄຳຖາມນີ້ຈະສົ່ງສັນຍານໃຫ້ຈິດໃຈເຈົ້າ
ທຳງານໄດ້ດີຂື້ນ
5. ຝືກຖາມແລະຟັງ ຖາມແລະຟັງແລ້ວເຈົ້າຈະໄດ້ວັດຖຸດິບທີ່ຈະໃຊ້ໃນການຕັດສີນໃຈທີ່ຖືກຕ້ອງ ຈຳໄວ້ວ່າຄົນໃຫຍ່ຜູກຂາດການຟັງ ຄົນນ້ອຍຜູກຂາດການເວົ້າ
6. ເປີດໃຈຂອງເຈົ້າ ໃຫ້ຈິດໃຈຂອງເຈົ້າໄດ້ຣັບການກະຕຸ້ນ ສັງສັນກັບຄົນທີ່ຈະຊ່ວຍໃຫ້ເຈົ້າຄິດເຖີງຄວາມຄິດໃຫມ່ໆ ວິທີການໃຫມ່ໆ ໃນການທຳສີ່ງຕ່າງໆ....