ເດັກຊາຍຄົນຫນື່ງ... ມັກແລ່ນຫລິ້ນລອບໆຕົ້ນແອັບເປີ້ນ.... ຢ່າງສະຫນຸກສະຫນານ...ທຸກວັນ...
ທັງສອງ...ສະຫນິດສະຫນົມກັນຫລາຍ...(ຫມາຍເຖິງ ເດັກກັບຕົ້ນແອັບເປິ້ນ)...
ເວລາເດັກຄົນນັ້ນເຫງົາ... ກໍ່ປີນຂື້ນຕົ້ນແອັບເປິ້ນຫລິ້ນ...
ເວລາຫິວ...ກໍ່ເກັບຫມາກແອັບເປິ້ນ...ກິນ...
ເວລາງ່ວງນອນ...ກໍ່ນອນທີ່ຮາກ...ກ້ອງຕົ້ນແອັບເປິ້ນ...
ຕົ້ນແອັບເປີ້ນ...ຮັກ ແລະ ເປັນຫ່ວງເດັກນ້ອຍຄົນນີ້ເຫລືອເກີນ...
ແລ້ວວັນຫນື່ງ...ເດັກຜູ້ນີ້...ກໍ່ຕ້ອງຈາກໄປ...
ຕົ້ນແອັບເປິ້ນ...ຮ້ອງໃຫ້...ຄິດເຖິງລາວ.....
ປານໃດນໍ...ເຮົາຈະໄດ້ພົບກັນອີກ......
ວັນເວລາຜ່ານໄປ...ດົນນານ ແລະ ງຽບເຫງົາ...
ຢູ່ມາວັນຫນື່ງ...ເດັກນ້ອຍຄົນເກ່ົາ...ກໍ່ກັບມາ...
ແຕ່ຕອນນີ້ ລາວໃຫຍ່ເປັນບ່າວແລ້ວ...
ຕົ້ນແອັບເປິ້ນດີໃຈ...ຕື່ນເຕັ້ນ...ມີຄວາມສຸກ...
ຕອນນີ້..ເຈົ້າຈະກັບມາຢູ່ກັບຂ້ອຍແລ້ວແມ່ນບໍ່?...
ກັບມາຫລິ້ນກັບເຮົາ...ຄືເກົ່າ....ແມ່ນບໍ່?
ບໍ່ດອກ...ຕອນນີ້ຂ້ອຍໃຫຍ່ແລ້ວ...
ຂ້ອຍບໍ່ຢາກຫລິ້ນກັບຕົ້ນໄມ້ແລ້ວ...
ແຕ່ຂ້ອຍຢາກຫລິ້ນຄອມພິວເຕີ...
ໂອ້...ຕາຍແລ້ວ...ຂ້ອຍບໍ່ມີຄອມພິວເຕີ ໃຫ້ເຈົ້າຫລິ້ນດອກ...
ແຕ່ຖ້າເຈົ້າຢາກຫລິ້ນແທ້ໆ...ຂ້ອຍຈະຊ່ວຍ...
ເຈົ້າເກັບເອົາຫມາກແອັບເປິ້ນ ຢູ່ຕົ້ນຂ້ອຍໄປຂາຍແມ໋...
ແລ້ວເອົາເງິນໄປຊື້ ຄອມພິວເຕີ...
ເດັກຄົນນັ້ນ ດີໃຈຫລາຍ...ຟ້າວປິນຂື້ນຕົ້ນແອັບເປິ້ນ...
ເກັບເອົາຫມາຍແອັບເປິ້ນທຸກຫນ່ວຍ..ທີ່ມີ...
ໄປຂາຍໃນຕະຫລາດ...ດ້ວຍຄວາມດີໃຈ...
ຕົ້ນແອັບເປິ້ນ...ເຫັນເດັກນ້ອຍມີຄວາມສຸກ...ກໍ່ຍິ້ມດ້ວຍຄວາມດີໃຈ...
ເດັກນ້ອຍໄດ້ຄອມພິວເຕີແລ້ວ...ກໍ່ຫາຍຫນ້າໄປອີກ...
ຕົ້ນແອັບເປິ້ນ...ແອບຮ້ອງໃຫ້...ຄິດຮອດເດັກນ້ອຍ...
ຫລາຍປີຕໍ່ມາ...ເດັກຄົນນັ້ນ..ກໍ່ກັບມາອີກ...
ເທື່ອນີ້ ລາວເບິ່ງເປັນຜູ້ໃຫຍ່...ແລະ ມາພ້ອມກັບຄອບຄົວ...
ຕົ້ນໄມ້ແນມເຫັນ ເດັກນ້ອຍມາຫາ...ກໍ່ຕຶ່ນເຕັ້ນ...ດີໃຈ..ສະແດງຄວາມຍິນດີນຳ...
ທີ່ເດັກມີຄອບຄົວ... ແລະ ມີຄວາມສຸກ...
ເຈົ້າຈະພາຄອບຄົວ..ມາຢູ່ກັບຂ້ອຍ ແມ່ນບໍ່?
ບໍ່ແມ່ນດອກ...
ອ້າວ? ເປັນຫຍັງລະ?...
ຂ້ອຍມີຄອບຄົວແລ້ວ...ແຕ່ບໍ່ມີເຮືອນຢູ່...ຂ້ອຍຢາກໄດ້ເຮືອນຫລັງຫນື່ງ...ຢູ່ໃນເມືອງ...
ໂອ໋ຍ...ຂ້ອຍບໍ່ມີເຮືອນໃຫ້ເຈົ້າດອກ...ແຕ່ຂ້ອຍຮັກເຈົ້າຄືດວງໃຈຂອງຂ້ອຍ...
ຖ້າເຈົ້າຢາກໄດ້ເຮືອນແທ້ໆ...ກໍ່ຕັດເອົາກິ່ງ..ງ່າ..ຂອງຂ້ອຍໄປແມ໋
ເອົາໄປສ້າງເຮືອນ...ຢູ່ກັບຄອບຄົວຂອງເຈົ້າ...
ເດັກນ້ອຍກໍ່ດີໃຈ...ຟ້າວຕັດກິ່ງ, ງ່າ..ຂອງຕົ້ນໄມ້ ຈົນຫມົດ...
ແລ້ວເອົາໄປປຸກເຮືອນ..ຢູ່ໃນເມືອງ..ຢ່າງມີຄວາມສຸກ...
ຕົ້ນໄມ້..ເຫັນຄົນທີ່ຕົນເອງຮັກ ມີຄວາມສຸກ...ກໍ່ແອບຍິ້ມ ທັງນ້ຳຕາ...
ເດັກນ້ອຍກັບມາອີກເທື່ອຫນື່ງ..ເມື່ອອາຍຸແກ່ຂື້ນ...ເຂົ້າສູ່ໄວກາງຄົນ...
ຕົ້ນໄມ້ດີໃຈ...ຍິ້ມຮັບຢ່າງມີຄວາມສຸກ...
ຕອນນີ້...ເຈົ້າຈະມາຢູ່ກັບຂ້ອຍແລ້ວແມ່ນບໍ່?...
ເບື່ອຄອບຄົວແລ້ວ...ແມ່ນບໍ່?..
ຂ້ອຍເບື່ອຄອບຄົວແລ້ວ....
ແຕ່ຂ້ອຍບໍ່ຢູ່ກັບເຈົ້າດອກ...
ຕອນນີ້..ຂ້ອຍເມື່ອຍ...ຂ້ອຍທຸກ...
ຂ້ອຍຢາກເຮືອ ຈັກລຳຫນື່ງ..ເພື່ອອອກໄປທ່ຽວທະເລ..ໃຫ້ສະບາຍໃຈຈັກວ່າງຈັກຄາວ...
ຂ້ອຍບໍ່ມີເຮືອໃຫ້ເຈົ້າດອກ...
ແຕ່ຖ້າເຈົ້າຢາກໄດ້ແທ້ໆ...
ກໍ່ມາຕັດເອົາຕົ້ນຂອງເຮົາໄປແມ໋...ເອົາໄປເຮັດເປັນເຮືອ....
ເດັກໄດ້ຟັງ..ກໍ່ດີໃຈ...ຟ້າວຕັດຕົ້ນໄມ້...ເອົາໄປເຮັດເປັນເຮືອ...
ອອກທ່ຽວທະເລ..ຢ່າງມີຄວາມສຸກ..
ປະໃຫ້ຕໍໄມ້...ຮ້ອງໃຫ້ເສຍໃຈ...ຢ່າງດຽວດາຍ...
ເວລາຜ່ານໄປ....ນານຫລາຍປີ...
ເດັກນ້ອຍ ເຖົ້າຫລາຍແລ້ວ...ຍ່າງກັບມາທີ່ຕົ້ນໄມ້ຕົ້ນເກົ່າ..
ຕົ້ນໄມ້ ພໍເຫັນຜູ້ເຖົ້າ...ກໍ່ຮ້ອງໃຫ້ ຈົນນ້ຳຕານອງຫນ້າ...
ເຈົ້າມາຫາຂ້ອຍຕອນນີ້...ຂ້ອຍບໍ່ມີຫຍັງຈະໃຫ້ເຈົ້າອີກແລ້ວ....
ບໍ່ມີຫມາກແອັບເປິ້ນ...ໃຫ້ເຈົ້າກິນ...
ບໍ່ມີກິ່ງໃຫ້ເຈົ້າ ປິນປ່າຍຫລິ້ນ...
ບໍ່ມີຮົ່ມເງົາ...ໃຫ້ເຈົ້າໄດ້ນອນພັກ...
ບໍ່ມີລຳຕົ້ນ...ໃຫ້ເຈົ້າໄດ້ເຮັດເຮືອ...
ຂ້ອຍເຫລືອພຽງຮາກ..ທີ່ກຳລັງລໍຄອຍ ວັນທີ່ຈະເນົ່າສະຫລາຍ...ເທົ່ານັ້ນເອງ...
ຜູ້ເຖົ້າຕອບກັບໄປວ່າ....ເຈົ້າບໍ່ຕ້ອງເປັນຫ່ວງ...
ຂ້ອຍບໍ່ມີແຂ້ວ..ທີ່ຈະຫຍ້ຳ...ບໍ່ມີແຮງ ທີ່ຈະປິນປ່າຍ...ບໍ່ມີປັນຍາຈະເຮັດເຮືອ...
ຂ້ອຍຕ້ອງການພຽງຮາກ ຜຸໆ ໃຫ້ຫມູນຫົວນອນ...ກ່ອນຕາຍ...
ເທົ່ານີ້...ກໍ່ພໍໃຈແລ້ວ...
ຊາກຕົ້ນໄມ້ ຍິ້ມທັງນ້ຳຕາ...
ດີໃຈ...ໃນທີ່ສຸດເດັກນ້ອຍຄົນນນີ້ ກໍ່ມາຢູ່ກັບລາວ...
ໃນບັ້ນປາຍ ຂອງຊີວິດ..ເມື່ອບໍ່ມີບ່ອນທີ່ຈະໄປແລ້ວ...
ເຖິງແມ່ນວ່າ...ຈະເປັນຊ່ວງເວລາພຽງສັ້ນໆ..ແຕ່ຕົ້ນໄມ້ກໍ່ມີຄວາມສຸກ....
ນຶທານເລື່ອງນີ້..ຈົບລົງພຽງເທົ່ານີ້...
(ຂຽນຈາກຊີວິດຈິງ...ຕົວລະຄອນໃນເລື່ອງ ມີຕົວຕົນແທ້ຈິງ.. ຖ້າຢາກຮູ້ວ່າ ເດັກນ້ອຍຄົນນີ້ແມ່ນໃຜ?...
ໃຫ້ໄປຍຽງແວ່ນເບິ່ງ...ຈະເຫັນເດັກນ້ອຍເຫັນແກ່ຕົວຄົນນີ້ ຢູ່ໃນແວ່ນ...
ແລະ ຖ້າຢາກຮູ້ວ່າ...ຕົ້ນໄມ້ຜູ້ຫນ້າສົງສານແມ່ນໃຜ? ໃຫ້ຍ່າງໄປຫາ ແມ່ ຂອງເຮົາ...)