ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ແມ່ເຄີຍສອນໄວ້ວ່າ:

ຖ້າເຈົ້າພະຍາຍາມ ທີ່ຈະຄົ້ນຫາ ຄວາມຊົ່ວຂອງຄົນອື່ນ...

ຄວາມຊົ່ວທັງຫມົດ..ຈະມາລວມຢູ່ທີ່ຫົວຂອງເຈົ້າ...

ປາກມີຫນ້າທີ່ເວົ້າ..ເຈົ້າສາມາດເລືອກໄດ້ ລະຫວ່າງ ຈະເວົ້າຄວາມດີ ຫລື ເວົ້າຄວາມຊົ່ວ...

ໃຈມີຫນ້າທີ່ຄິດ...ເຈົ້າສາມາດຈະເລືອກໄດ້ ລະຫວ່າງ ຄິດດີ ກັບ ຄິດຊົ່ວ...

ຢ່າເວົ້າຄວາມຊົ່ວ...ມັນຈະເປັນລາງປາກ....ຢ່າໄດ້ຄິດຊົ່ວ...ມັນຈະເປັນລາງໃຈ

ຈະເຮັດຈະທຳ ອັນໃດກໍ່ຕາມ...ຂໍໃຫ້ຄິດໃນສິ່ງທີ່ດີໆ...ທຳໃນສິ່ງທີ່ດີໆ

ຊີວິດຂອງເຮົາ ກໍ່ຈະດີໄປນຳ....

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ມີຄອບຄົວຫນື່ງ.....ມີລູກຊາຍນ້ອຍ...ແລະ ແມ່ເຖົ້າໆ ອາໃສຢູ່ນຳກັນ...

ແມ່ເຖົ້າ ອາຍຸຫລາຍແລ້ວ....ມືກະສັ່ນໆເຊັນໆ.....

ເວລາກິນເຂ້ົາ...ແມ່ເຖົ້າມັກຈະເຮັດເຂົ້າເຮ່ຍ ຊະຊາຍ...ເພາະລາວເຖົ້າ ມືສັ່ນ...

ມີຫລາຍຄັ້ງ...ທີລາວເຮັດຈານແຕກ...ຈອກແຕກ...ແລະ ເຮັດເຂົ້າເຮ່ຍໃສ່ເຮືອນ.....

ແລະກໍ່ຖືກລູກສາວ ຮ້າຍ...ດ່າ..ຢູ່ໃນພາເຂົ້າຕະຫລອດ...

ໃນທີ່ສຸດ...ລູກສາວກໍ່...ບໍ່ໃຫ້ລາວກິນເຂົ້າຮ່ວມພານຳ....

ລູກສາວຈື່ງ...ໃຫ້ແມ່ເຖົ້າ ໃຊ້ຈານເກົ່າໆທີ່ລາວເຮັດແຕກໄປເຄິ່ງຫນື່ງ.....

ບ່ວງເກົ່າໆ ແລະ ຈອກຢາງເກົ່າໆ....ທີ່ຕົວລາວເອງບໍ່ໃຊ້ແລ້ວ

ແລະ ໃຫ້ກິນເຂົ້າຢູ່ອີກມຸມຫນື່ງ ຂອງເຮືອນ....

ລູກຊາຍນ້ອຍຂອງລາວ ໄວ ປະມານ 8 ປີ ສັງເກດເຫດການມາຕະຫລອດ....

ແລະ ຮູ້ສືກ ອີ່ຕົນ ແມ່ເຖົ້າ....

ໃນຂະນະທີ່ ທ້າວ ນ້ອຍ ພວມນັ່ງກິນເຂົ້າຢູ່ນັ້ນ....

ລາວໄດ້ທຳທ່າ ເຮັດຈານ ຕົກລົງພື້ນ ແຕກ....

ແມ່ລາວບອກໃຫ້ລາວ ເອົາຈານ ທີ່ແຕກເຄິ່ງນັ້ນ ໄປຖິ້ມ....

ລາວຍິ້ມ ແລະ ຕອບແມ່ລາວວ່າ: ລູກບໍ່ຖິ້ມດອກ...ລູກຈະເອົາໄວ້ ໃຫ້ແມ່ໃສ່ເຂົ້າກິນ ຕອນທີ່ແມ່ເຖົ້າ....ຄີແມ່ຕູ້ເຮົາຕອນນີ້ແຫລະ....

............ຈົບ..............

...ເຮົາເຮັດຫຍັງໄວ້ ກັບພໍ່ - ແມ່ ເຮົາແນວໃດ....ລູກເຮົາ ກໍ່ຈະເຮັດກັບເຮົາ ແນວນັ້ນແຫລະ.....

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 26, 2010 | ມີ 16 ຄຳເຫັນ ແລະ 0 trackback(s)

ເປັນເລື່ອງທີ່ເກີດຂື້ນກັບຕົວຂ້າພະເຈົ້າເອງ ເມື່ອຫລາຍປີກ່ອນ (ສະໄຫມເປັນໄວລຸ່ນ).

ຂ້າພະເຈົ້າເຊື່ອວ່າ ທຸກໆຄົນໃນໂລກນີ້ ຄົງບໍ່ມີໃຜດອກ ທີ່ບໍ່ເຄີຍເຮັດຜິດ

ແຕ່ຂໍພຽງວ່າ ຢ່າໃຫ້ຄວາມຜິດນັ້ນມັນເກີດຂື້ນຢ່າງຊ້ຳຊາກອີກ

ແລະຂໍໃຫ້ຄວາມຜິດພາດນັ້ນເປັນ ບົດຮຽນອັນປະເສີດໃຫ້ກັບເຮົາ

ແລະຢ່າໄດ້ໃຫ້ມັນເກີດຂື້ນກັບເຮົາ ແລະ ຄົນທີ່ເຮົາຮັກອີກ.

ເມື່ອຫລາຍປີກ່ອນ ຂ້າພະເຈົ້າ ມັກມີເລື່ອງຜິດໃຈກັບແມ່ຕະຫລອດ

ເວລາທີ່ແມ່ຮ້າຍມາ ກໍ່ມັກຈະສວນກັບທັນທີ

ແລະ ກໍ່ມີຫລາຍຄັ້ງທີ່ເຮັດໃຫ້ແມ່ເສຍໃຈ ແລະ ນ້ຳຕາຕົກ

ຈົນມາຮອດມື້ຫນື່ງ ຂ້າພະເຈົ້າຄຽດໃຫ້ແມ່ ແລະ ຫນີອອກຈາກບ້ານ (ຕາມພາສາໄວລຸ່ນໃຈຮ້ອນ)

ກະວ່າຈະໄປພັກຜ່ອນ ຢູ່ທີ່ວັງວຽງ ກັບຫມູ່ (ຜູ້ຍິງອີກຄົນຫນື່ງທີ່ສະຫນິດກັນ ແລະ ນ້ອງຊາຍຂອງລາວ)

ໃນລົດທີ່ຂ້າພະເຈົ້າຂີ່ໄປນັ້ນ ນ້ອງຊາຍລາວເປັນຄົນຂັບ ໂດຍມີຄູບາອົງຫນື່ງ ນັ່ງໄປນຳ(ຂ້ອຍກັບຫມູ່ນັ່ງເບາະຫລັງ)

ຄູບາອົງນັ້ນ ຮັບຮູ້ ເລື່ອງທຸກຢ່າງທີ່ເກີດຂື້ນ ເພາະຂ້ອງໄດ້ເລົ່າໃຫ້ຫມູ່ຟັງຕອນທີ່ນັ່ງລົດໄປ

ແຕ່ຄູບາເພີ່ນກໍ່ນັ່ງງຽບ ບໍ່ປາກບໍ່ເວົ້າຫຍັງ

ຈົນລົດມາຮອດ ໂພນໂຮງ ກຳລັງຈະຮອດແສນຊຸມ

ເລື່ອງກໍ່ເກີດຂື້ນ

ມີງົວແມ່ນລູກອ່ອນຕົວຫນື່ງ ຢືນໃຫ້ນົມລູກຢູ່ກາງທາງ

ເຖິງພວກຂ້ອຍຈະບີບແກໄລ່ແນວໃດ ມັນກໍ່ບໍ່ຫນີ

ເພາະມັນກຳລັງໃຫ້ນົມລູກ

ມັນກຳລັງທຳຫນ້າທີ່ ທີ່ດີທີ່ສຸດຂອງແມ່ຢູ່

ນ້ອງຊາຍທີ່ຂັບລົດ ບໍ່ເຂົ້າໃຈ ກໍ່ເລີຍຈົ່ມຂື້ນວ່າ
"ຈັ່ງແມ່ນມັນບໍ່ຢ້ານຕາຍເນາະ ຢຽບເລີຍຊະບໍ້ນີ້ "

ຄູບາໄດ້ຍິນແນວນັ້ນກໍ່ຖາມຂື້ນວ່າ:

ພວກລູກຮູ້ບໍ່ວ່າ ລູກຄົນກັບລູກງົວມັນຕ່າງກັນແນວໃດ?,,,,,,,,,,,,

ພວກຂ້ອຍນັ່ງມິດ ໃນໃຈຄິດວ່າ ກະອັນຫນື່ງຄົນ ອັນຫນື່ງສັດ ມັນກະຕ່າງກັນລະເນາະ!!! ຄູບາກະຊ່າງຖາມ (ຄິດຊື່ໆ)

ຄູບາເວົ້າຕໍ່ວ່າ:

ລູກງົວ ເມື່ອມັນໃຫຍ່ຂື້ນມາແລ້ວ ມັນກໍ່ຈະຫນີຈາກແມ່ມັນ

ມັນບໍ່ມີໂອກາດທີ່ຈະຕອບແທນບຸນຄຸນຂອງແມ່ ຜູ້ໃຫ້ກຳເນີດ ແລະ ລ້ຽງມັນມາຈົນໃຫຍ່

ແຕ່ລູກງົົວ ມັນບໍ່ເຄີຍຖຽງແມ່,,,,ມັນບໍ່ເຄີຍ ກະທືບຕີນໃສ່ແມ່,,,,,,,,

ບໍ່ເຄີຍ ຂື້ນສຽງໃສ່ແມ່ ແລະ ບໍ່ເຄີຍເຮັດໃຫ້ແມ່ມັນເສຍໃຈ ແລະ ນ້ຳຕາຕົກ!!!!!!!!!!

,,,,,ລູກຄົນ,,,,,ແມ່ລ້ຽງມາດ້ວຍຄວາມຍາກລຳບາກ

ເບິ່ງແຍງ ປົກປ້ອງມາຕັ້ງແຕ່ຕອນຍັງຢູ່ໃນທ້ອງ

ກວ່າຈະລ້ຽງໃຫຍ່ ແມ່ຕ້ອງລຳບາກສ່ຳໃດ ຕ້ອງເມື່ອຍສ່ຳໃດ

ແມ່ບໍ່ເຄີຍຈົ່ມ,,,,,,,ແມ່ຕ້ອງອົດ ເພື່ອໃຫ້ລູກໄດ້ກິນອີ່ມ

ແຕ່,,,,,,,,,ລູກຄົນ ເມື່ອໃຫຍ່ມາແລ້ວ ມີໂອກາດໄດ້ຕອບແທນຄ່ານ້ຳນົມ

ມີໂອກາດໄດ້ຕອບແທນບຸນຄຸນພໍ່ແມ່ ຜູ້ເພີ່ນໃຫ້ກຳເນີດ ແລະ ລ້ຽງເຮົາມາ

ແຕ່ບາງຄົນຊ້ຳພັດ ຕອບແທນດ້ວຍການ ຢຽບຢ້ຳຫົວໃຈແມ່

ເຮັດໃຫ້ແມ່ຮ້ອງໃຫ້ ແລະ ເສຍນ້ຳຕາ,,,,,,,,,,,,,,,

ຂ້າພະເຈົ້າ ນ້ຳຕາໃຫລ ຕັ້ງແຕ່ຕອນ ທຳອິດທີ່ເພີ່ນເວ້ົາແລ້ວ

ເວົ້າຫຍັງບໍ່ອອກ ,,,,,,, ໄດ້ແຕ່ບອກນ້ອງຊາຍຫຍຸດລົດ

ແລ້ວລັດລົດສອງແຖວ ກັບບ້ານໂດຍບໍ່ເວົ້າຫຍັງອີກເລີຍ

ມາຮອດເຮືອນ ແມ່ກໍ່ຍ່າງເຂົ້າມາຫາດ້ວຍສີຫນ້າທີ່ຫ່ວງໄຍເຮົາຄືເກ່ົາ

ຂ້າພະເຈົ້າ ຄຸເຂົ່າລົດ ກົ້ມລົງກາບຕີນແມ່ ຂະນະທີ່ນ້ຳຕາໄຫລນອງເຕັມຫນ້າ ແລະ ບອກແມ່ດ້ວຍສຽງທີ່ສັ່ນເຄືອ ວ່າ " ລູກຂໍໂທດ"

ພາບເຫດທີ່ແມ່ນ້ຳຕາໄຫລ ແລະ ເອົາມືມາລູບຫົວຂ້ອຍ ພ້ອມຢາດນ້ຳຕາທີ່ໄຫລມາບໍ່ຂາດສາຍ

ມັນຍັງຕິດຕາຂ້ອຍຕະຫລອດ,,,,,,,,,,,,,

,,,,,,,,ຂຽນຕໍ່ໄປບໍ່ໄດ້ແລ້ວ,,,,,,,,,,,,,,,,,,,,,

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 23, 2010 | ມີ 27 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າບໍ່ໄດ້ຈັດງານວັນເກີດມາ 2 ປີແລ້ວ, ຕັ້ງແຕ່ທີ່ໄດ້ອ່ານ ຂໍ້ຄວາມໃນຫນັງສືເຫລັ້ມຫນື່ງ.... ຊື່ງມັນເຮັດໃຫ້ຂ້ອຍຕ້ອງເຖິງກັບນ້ຳຕາຊືມ ເລື່ອງມັນມີຢູ່ວ່າ:

ຂ້າພະເຈົ້າໄປວັນເກີດຂອງຫມູ່ຄົນຫນື່ງ ຢູ່ທີ່ຮ້ານອາຫານຫລູຫລາ ແຫ່ງຫນື່ງໃນຕົວເມືອງ

ເຈົ້າຂອງວັນເກີດແຕ່ງຕົວສວຍງາມເປັນພິເສດ

ແລະ ກຳລັງສະຫນຸກສະຫນານ ກັບຫມູ່ແລະ ແຟນຂອງລາວ

ໃນຂະນະທີ່ກຳລັງ ມ່ວນໆຢູ່ນັ້ນ

ຂ້າພະເຈົ້າກໍ່ຮູ້ສືກຢາກເຂົ້າຫ້ອງນ້ຳແຮງ

ກໍ່ເລີຍຍ່າງໄປເຂົ້າຫ້ອງນ້ຳ

ແລະ ໄດ້ເຫັນແມ່ຍຶງເຖົ້າໆນັ່ງນ້ຳຕາາໃຫລຢູ່ຂ້າງຫ້ອງນ້ຳ

ຂ້າພະເຈົ້າຮູ້ສືກສົງສານຢ່າງຈັບໃຈເລີຍເຂົ້າໄປຖາມວ່າ

ແມ່ຕູ້ມານັ່ງຫຍັງຢູ່ຂ້າງຫ້ອງນ້ຳນີ້??

ແມ່ຕູ້ເຊັດນ້ຳຕາ ແລະ ບອກວ່າ ແມ່ມາວັນເກີດລູກສາວຫລ້າ

ແຕ່ລູກສາວບໍ່ຢາກໃຫ້ເຂົ້າໄປຂ້າງໃນງານ ເພາະອາຍຫມູ່ ທີ່ມີແມ່ເປັນຄົນບ້ານນອກ

ຂ້າພະເຈົ້າໄດ້ຟັງແລ້ວ ສະເທືອນໃຈຈົນບອກບໍ່ຖືກ

ແມ່ຕ້ອງຂາຍໄຮ່ຂາຍນາ ເຜື່ອສົ່ງລູກສາວໃຫ້ຮຽນສູງໆ

ແຕ່ລູກສາວບໍ່ເຄີຍກັບໄປຢາມແມ່

ແມ່ບໍ່ເຄີຍລືມ ວັນເກີດຂອງລູກ ບໍ່ເຄີຍລືມ ວ່າລູກມັກກຶນຫຍັງ

ແຕ່ລູກບໍ່ເຄີຍນືກເຖິງຫົວໃຈແມ່ເລີຍ

ຊ້ຳຍັງຢຽບຍ້ຳຫົວໃຈແມ່ອີກ,,,,,,,ລູກຈະຮູ້ບໍ່ວ່າ ວັນທີ່ລູກເກີດມາ ນັ້ນແຫລະ ຄືວັນຄ້າຍວັນຕາຍຂອງແມ່,,,,,

ແລ້ວເຮົາຈະມາສະຫລອງ ວັນຄ້າຍວັນຕາຍຂອງແມ່ ຢູ່ອີກຫວາ?​