ເປັນເລື່ອງທີ່ເກີດຂື້ນກັບຕົວຂ້າພະເຈົ້າເອງ ເມື່ອຫລາຍປີກ່ອນ (ສະໄຫມເປັນໄວລຸ່ນ).
ຂ້າພະເຈົ້າເຊື່ອວ່າ ທຸກໆຄົນໃນໂລກນີ້ ຄົງບໍ່ມີໃຜດອກ ທີ່ບໍ່ເຄີຍເຮັດຜິດ
ແຕ່ຂໍພຽງວ່າ ຢ່າໃຫ້ຄວາມຜິດນັ້ນມັນເກີດຂື້ນຢ່າງຊ້ຳຊາກອີກ
ແລະຂໍໃຫ້ຄວາມຜິດພາດນັ້ນເປັນ ບົດຮຽນອັນປະເສີດໃຫ້ກັບເຮົາ
ແລະຢ່າໄດ້ໃຫ້ມັນເກີດຂື້ນກັບເຮົາ ແລະ ຄົນທີ່ເຮົາຮັກອີກ.
ເມື່ອຫລາຍປີກ່ອນ ຂ້າພະເຈົ້າ ມັກມີເລື່ອງຜິດໃຈກັບແມ່ຕະຫລອດ
ເວລາທີ່ແມ່ຮ້າຍມາ ກໍ່ມັກຈະສວນກັບທັນທີ
ແລະ ກໍ່ມີຫລາຍຄັ້ງທີ່ເຮັດໃຫ້ແມ່ເສຍໃຈ ແລະ ນ້ຳຕາຕົກ
ຈົນມາຮອດມື້ຫນື່ງ ຂ້າພະເຈົ້າຄຽດໃຫ້ແມ່ ແລະ ຫນີອອກຈາກບ້ານ (ຕາມພາສາໄວລຸ່ນໃຈຮ້ອນ)
ກະວ່າຈະໄປພັກຜ່ອນ ຢູ່ທີ່ວັງວຽງ ກັບຫມູ່ (ຜູ້ຍິງອີກຄົນຫນື່ງທີ່ສະຫນິດກັນ ແລະ ນ້ອງຊາຍຂອງລາວ)
ໃນລົດທີ່ຂ້າພະເຈົ້າຂີ່ໄປນັ້ນ ນ້ອງຊາຍລາວເປັນຄົນຂັບ ໂດຍມີຄູບາອົງຫນື່ງ ນັ່ງໄປນຳ(ຂ້ອຍກັບຫມູ່ນັ່ງເບາະຫລັງ)
ຄູບາອົງນັ້ນ ຮັບຮູ້ ເລື່ອງທຸກຢ່າງທີ່ເກີດຂື້ນ ເພາະຂ້ອງໄດ້ເລົ່າໃຫ້ຫມູ່ຟັງຕອນທີ່ນັ່ງລົດໄປ
ແຕ່ຄູບາເພີ່ນກໍ່ນັ່ງງຽບ ບໍ່ປາກບໍ່ເວົ້າຫຍັງ
ຈົນລົດມາຮອດ ໂພນໂຮງ ກຳລັງຈະຮອດແສນຊຸມ
ເລື່ອງກໍ່ເກີດຂື້ນ
ມີງົວແມ່ນລູກອ່ອນຕົວຫນື່ງ ຢືນໃຫ້ນົມລູກຢູ່ກາງທາງ
ເຖິງພວກຂ້ອຍຈະບີບແກໄລ່ແນວໃດ ມັນກໍ່ບໍ່ຫນີ
ເພາະມັນກຳລັງໃຫ້ນົມລູກ
ມັນກຳລັງທຳຫນ້າທີ່ ທີ່ດີທີ່ສຸດຂອງແມ່ຢູ່
ນ້ອງຊາຍທີ່ຂັບລົດ ບໍ່ເຂົ້າໃຈ ກໍ່ເລີຍຈົ່ມຂື້ນວ່າ
"ຈັ່ງແມ່ນມັນບໍ່ຢ້ານຕາຍເນາະ ຢຽບເລີຍຊະບໍ້ນີ້ "
ຄູບາໄດ້ຍິນແນວນັ້ນກໍ່ຖາມຂື້ນວ່າ:
ພວກລູກຮູ້ບໍ່ວ່າ ລູກຄົນກັບລູກງົວມັນຕ່າງກັນແນວໃດ?,,,,,,,,,,,,
ພວກຂ້ອຍນັ່ງມິດ ໃນໃຈຄິດວ່າ ກະອັນຫນື່ງຄົນ ອັນຫນື່ງສັດ ມັນກະຕ່າງກັນລະເນາະ!!! ຄູບາກະຊ່າງຖາມ (ຄິດຊື່ໆ)
ຄູບາເວົ້າຕໍ່ວ່າ:
ລູກງົວ ເມື່ອມັນໃຫຍ່ຂື້ນມາແລ້ວ ມັນກໍ່ຈະຫນີຈາກແມ່ມັນ
ມັນບໍ່ມີໂອກາດທີ່ຈະຕອບແທນບຸນຄຸນຂອງແມ່ ຜູ້ໃຫ້ກຳເນີດ ແລະ ລ້ຽງມັນມາຈົນໃຫຍ່
ແຕ່ລູກງົົວ ມັນບໍ່ເຄີຍຖຽງແມ່,,,,ມັນບໍ່ເຄີຍ ກະທືບຕີນໃສ່ແມ່,,,,,,,,
ບໍ່ເຄີຍ ຂື້ນສຽງໃສ່ແມ່ ແລະ ບໍ່ເຄີຍເຮັດໃຫ້ແມ່ມັນເສຍໃຈ ແລະ ນ້ຳຕາຕົກ!!!!!!!!!!
,,,,,ລູກຄົນ,,,,,ແມ່ລ້ຽງມາດ້ວຍຄວາມຍາກລຳບາກ
ເບິ່ງແຍງ ປົກປ້ອງມາຕັ້ງແຕ່ຕອນຍັງຢູ່ໃນທ້ອງ
ກວ່າຈະລ້ຽງໃຫຍ່ ແມ່ຕ້ອງລຳບາກສ່ຳໃດ ຕ້ອງເມື່ອຍສ່ຳໃດ
ແມ່ບໍ່ເຄີຍຈົ່ມ,,,,,,,ແມ່ຕ້ອງອົດ ເພື່ອໃຫ້ລູກໄດ້ກິນອີ່ມ
ແຕ່,,,,,,,,,ລູກຄົນ ເມື່ອໃຫຍ່ມາແລ້ວ ມີໂອກາດໄດ້ຕອບແທນຄ່ານ້ຳນົມ
ມີໂອກາດໄດ້ຕອບແທນບຸນຄຸນພໍ່ແມ່ ຜູ້ເພີ່ນໃຫ້ກຳເນີດ ແລະ ລ້ຽງເຮົາມາ
ແຕ່ບາງຄົນຊ້ຳພັດ ຕອບແທນດ້ວຍການ ຢຽບຢ້ຳຫົວໃຈແມ່
ເຮັດໃຫ້ແມ່ຮ້ອງໃຫ້ ແລະ ເສຍນ້ຳຕາ,,,,,,,,,,,,,,,
ຂ້າພະເຈົ້າ ນ້ຳຕາໃຫລ ຕັ້ງແຕ່ຕອນ ທຳອິດທີ່ເພີ່ນເວ້ົາແລ້ວ
ເວົ້າຫຍັງບໍ່ອອກ ,,,,,,, ໄດ້ແຕ່ບອກນ້ອງຊາຍຫຍຸດລົດ
ແລ້ວລັດລົດສອງແຖວ ກັບບ້ານໂດຍບໍ່ເວົ້າຫຍັງອີກເລີຍ
ມາຮອດເຮືອນ ແມ່ກໍ່ຍ່າງເຂົ້າມາຫາດ້ວຍສີຫນ້າທີ່ຫ່ວງໄຍເຮົາຄືເກ່ົາ
ຂ້າພະເຈົ້າ ຄຸເຂົ່າລົດ ກົ້ມລົງກາບຕີນແມ່ ຂະນະທີ່ນ້ຳຕາໄຫລນອງເຕັມຫນ້າ ແລະ ບອກແມ່ດ້ວຍສຽງທີ່ສັ່ນເຄືອ ວ່າ " ລູກຂໍໂທດ"
ພາບເຫດທີ່ແມ່ນ້ຳຕາໄຫລ ແລະ ເອົາມືມາລູບຫົວຂ້ອຍ ພ້ອມຢາດນ້ຳຕາທີ່ໄຫລມາບໍ່ຂາດສາຍ
ມັນຍັງຕິດຕາຂ້ອຍຕະຫລອດ,,,,,,,,,,,,,
,,,,,,,,ຂຽນຕໍ່ໄປບໍ່ໄດ້ແລ້ວ,,,,,,,,,,,,,,,,,,,,,