ຂຽນເມື່ອ: ພ.ພ.. 4, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ຂ້າພະເຈົ້າອ່ານກອນບົດນີ້ ຈາກຫນັງສື ຂອງອາຈານ ພົງສັກ ຕັ້ງຄະນາ, ເບິ່ງຄືວ່າ ມັນຄ້າຍໆກັບເລື່ອງ ວັນເກີດລູກ
ທີ່ຂ້າພະເຈົ້າຂຽນມາກ່ອນ ກໍ່ເລີຍຢາກເອົາມາແບ່ງປັນກັບພີ່ນ້ອງພັນລາວ...
ງານວັນເກີດ ທີ່ຍິ່ງໃຫຍ່ ໃຜຄົນນັ້ນ ສະຫລອງກັນໃນກຸ່ມຜູ້ລຸ້ມຫລົງ
ຫລົງລາກຍົດ ສັນເສີນ ເພີນທະນົງ ວັນເກີດສົ່ງຊີວິດສັ້ນ ເລັ່ງວັນຕາຍ
ໃນມຸມຫນື່ງ ຊຶ່ງເຫງົາ ແລະ ເສົ້າແທ້ ຜູ້ເປັນແມ່ ນັ່ງຫງອຍ ແລະ ຄອຍຫາ
ໂອ້ວັນນີ້ ໃນວັນນັ້ນ ອັນຕະລາຍ ແມ່ຄອດສາຍ ໂລຫິດ ແທບສິ້ນລົມ
ວັນເກີດລູກ ເກືອບຄ້າຍ ວັນຕາຍແມ່ ເຈັບທ້ອງແທ້ ເທົ່າໃດ ບໍ່ໄດ້ຈົ່ມ
ກວ່າອຸ້ມທ້ອງ ກວ່າຈະຄອດ ລອດເປັນຄົນ ເຕີບໃຫຍ່ຈົນບັດນີ້ ເພາະຜູ້ໃດ
ແມ່ເຈັບແທບຂາດໃຈ ໃນວັນນັ້ນ ກັບເປັນວັນ ລູກສະຫລອງກັນຜ່ອງໃສ
ໄດ້ຊີວິດ ແລ້ວກໍ່ເຫລີງ ລະເລີງໃຈ ລືມຜູ້ໃຫ້ ຊີວິດ ອະນິດຈາ
ດ້ວຍເຫດໃດ ເຮົາຈຶ່ງເອິ້ນວ່າວັນເກີດ ວັນຜູ້ໃຫ້ກຳເນີດ ຈະຖືກກວ່າ
ຄຳອວຍພອນທີ່ຂຽນຄວນປ່ຽນມາ ໃຫ້ມານດາຂອງເຮົາ ຈົ່ງສຸກໃຈ
ເຊົາຈັດງານວັນເກີດກັນເຖີດຫນາ ຄວນຈະຫາເວລາ ເບິ່ງແຍງແມ່
ລະລືກເຖິງບຸນຄຸນຂອງເພີ່ນແດ່ ຢ່າມົວແຕ່ຈັດງານ ປະຈານຕົວ..
..........................................ຈົບ....................................
ຂໍໃຫ້ແມ່ທຸກຄົນ ຈົ່ງມີຄວາມສຸກກາຍສະບາຍໃຈ ມີເງິນໃຊ້ຕະຫລອດຊາດ