ຂຽນເມື່ອ: ພ.ຈ.. 14, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ກອນ ຖາມຂ່າວບ່າວທະຫານ-ຍິນຂ່າວຊາຍຈາກບ້ານ....... ໄປຮໍ່າຮຽນການທະຫານ
ນານຫຼາຍປີຈິງສໍາເລັດ........ ຈັ່ງຊິຕ່າວຄືນບ້ານ
ກັບຄືນມາຫານ້ອງ .......... ດວງສະໝອນຜູ້ຄອຍຢູ່
ຄິດເຖິງຄໍາພີ່ກ່າວເວົ້າ......... ມະໂນນ້ອງສຸດຄະນຶງ ແທ້ນາ
-ເປັນແນວໃດພີ່ອ້າຍ ........... ຍັງຄ່ອຍສະບາຍໃຈ ຢູ່ບໍ?
ຫຼືດວງໃຈມົວໝອງ .......... ຄິດແຕ່ຄອງຄືນບ້ານ
ເປັນແນວໃດກາຍເຈົ້າ......... ຍັງມີແຮງສານຕໍ່ ຢູ່ບໍ?
ຫຼືຊາຍທົນໂສກເສົ້າ ........... ຂາດຄົນຊວ້ານຊ່ວຍຊູ ຊາຍເອີຍ
-ທຸກຫຼືສຸກຈົ່ງຜ່ານພົ້ນ......... ແລເຫັນປ່ອງທາງໄປ ພີ່ເນີ
ບິດາ-ມາດາຍັງລໍຫວັງ........ ພີ່ຊາຍທະຫານຜູ້ໃຈກ້າ
ນົງຄານຍັງຄອຍຖ້າ .......... ສັນຍາຮັກຍັງຈໍາຈື່
ທໍາຕາມສຸພາສິດກ່າວໄວ້ .......... ເກົ້າອົດເກົ້າເຍື້ອນ
ຫາກຊິໄດ້ທ່ອນຄໍາ ແທ້ແລ້ວ
-ຂໍຝາກກອນບາດທ້າຍ........ ເປັນແຫ່ງແຮງໃຈ
ຄົນດີຈົ່ງມີພະລັງ............. ໝັ່ນສຶກສາຮຽນຮູ້
ທຸກຍາກພຽງໃດຈົ່ງສູ້ ........... ອຸປະສັກມາກມາຍຕ້ອງຜ່ານຜ່າ
ຈໍາສັນຍາທີ່ກ່າວໄວ້ .......... ໃຫ້ເປັນໄດ້ດັ່ງໃຈຫວັງ ແທ້ເນີ