
ຂຽນເມື່ອ: ກ.ພ.. 8, 2012
| ມີ
15 ຄຳເຫັນ
ແລະ
0 trackback(s)
ຕອນນີ້ຂ້ອຍກຸ້ມໃຈຊິຕາຍແລ້ວ, ຖ້າເປັນໄປໄດ້ຂ້ອຍຂໍຕາຍໄປແບບງ່ຽບໆດີກວ່າໃຊ້ຊີວິດຮ່ວມກັບຄົນບໍ່ມີສະໝອງຢ່າງເຂົາ.
ຂ້ອຍກຳລັງຊິແຕ່ງງານກັບຄົນໜຶ່ງທີ່ຂ້ອຍຄິດວ່າຂ້ອຍຮັກ ແຕ່ປັດຈຸບັນຂ້ອຍມາຖາມໃຈຕົວເອງ ແລະ ບວກໃສ່ການກະທຳຂອງເຂົ້າ ມັນໄດ້ເຮັດໃຫ້ຂ້ອຍໝົດຮັກລາວໄປແລ້ວ ແຕ່ທຸກຢ່າງມັນກັບໄປແກ້ໄຂອະດີດບໍ່ໄດ້ເພາະຂ້ອຍໄດ້ຕົກລົງກັບການຈັດຕັ້ງຂອງຂ້ອຍໄປແລ້ວ ຖ້າຈະຖອນປະຫວັດແຕ່ງງານຄືນກະບໍ່ໄດ້, ຖ້າຈະໃຫ້ໄປຕໍ່ຂ້ອຍກະແສນທໍລະມານ ຂ້ອຍບໍ່ຮູ້ຊິເຮັດແນວໃດ.
ຂ້ອຍຢາກບອກເຂົາວ່າ ຂ້ອຍໝົດຮັກເຈົ້າ ເພາະເຈົ້າເຮັດຕົວເອງໃຫ້ຂ້ອຍເບື່ອ, ຂ້ອຍກະບໍ່ກ້າບອກ ແລະ ເຈົ້າເປັນຫຍັງບໍ່ຟັງຄວາມຂ້ອຍທີ່ຂ້ອຍບອກ, ເຈົ້າເປັນຫຍັງເຖິງມີສະໝອງກະບໍ່ເຄິຍຈຳ ຂ້ອຍຮູ້ສຶກເບຶ່ອ ແລະ ລຳຄານຄວາມບໍ່ຮູ້ຈັກຄວາມຂອງເຈົ້າ, ຂ້ອຍບໍ່ຢາກແຕ່ງງານກັບເຈົ້າແລ້ວ ເຈົ້າຮູ້ບໍ ?. ຂ້ອຍມຶນໃຫ້ເຈົ້າຊິຕາຍຢູ່ແລ້ວ, ແຕ່ກ່ອນທີ່ຈະຮູ້ຈັກເຈົ້າຂ້ອຍຢູ່ສະບາຍຄືດັ່ງນາງ ພະຍາ ບາດພໍມາຮັກກັບເຈົ້າຂອງເໝືອນນອນໃນນະລົກ, ແຕ່ຄົບກັນໃໝ່ໆເປັນຫຍັງເຈົ້າຈິ່ງບໍ່ເອົາທາດແທ້ຂອງເຈົ້າອອກມາໃຫ້ຂ້ອຍເບິ່ງ ພໍໄດ້ທະບຽນສົມລົດອອກມາສັນດານໝາຂອງເຈົ້າກະຄ່ອຍໆອອກມາເຮັດໃຫ້ຂ້ອຍເຫັນ.
ຕ້ອງຂໍອະໄພນຳໄດອາລີນີ້ ເພາະຂ້ອຍຂຽນມາຈາກຄວາມເຈັບ.