ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ມື້ນີ້ບັງເອີນເຂົ້າໄປອ່ານຂ່າວໃນເວັປ1...ເຫັນເປັນເລື່ອງແປກ,ຕະລົກດີແລະກໍ່ແຝງຂໍ້ຄິດໃຫ້ອີກ...ເລີຍເກັບເອົາມາຝາກພີ່ນ້ອງພັນລາວເຮົາ.

ຂໍຢ້ຳວ່າເລື່ອງນີ້ແມ່ນເລື່ອງຈິງ,ເປັນຄະດີຂ້າຕົວຕາຍທີ່ແປກພິສະດານ.ເກີດຂື້ນຊ່ວງເດືອນ 3/1994 ທີ່ອາເມຣິກາ.

alt

ໃນທີ່ເກີດເຫດໄດ້ພົບສົບຂອງທ້າວ Ronald Opus ແລະຜົນສັນນະສູດສົບຂອງພະນັກງານສັນນະສູດສົບໄດ້ສະຫລຸບວ່າ....Opus ເສຍຊີວິດຍ້ອນກະສຸນປືນ1ນັດຖືກຍິງເຂົ້າຫົວຂອງລາວ.

ຜ່ານການສືບສວນຂອງເຈົ້າຫນ້າທີ່ຕຳຫລວດ...ກ່ອນຫນ້າທີ່
Opusຈະເສຍຊີວິດ.ລາວໄດ້ຂື້ນໄປຊັ້ນດາດຟ້າຂອງອາຄານ10ຊັ້ນແຫ່ງຫນຶ່ງເພື່ອຫວັງໂດດຕຶກຂ້າຕົວຕາຍ(ເຈົ້າຫນ້າທີ່ພົບຂໍ້ຄວາມທີ່Opusຂຽນໄວ້).

ແຕ່ໂຊກບໍ່ເຂົ້າຂ້າງ,ໃນໄລຍະທີ່ລາວຕົກລົງມາຮອດຊັ້ນ9ນັ້ນ,ລາວຕ້ອງຈົບຊີວິດລົງໄວກ່ອນຄາດເພາະມີກະສຸນ1ນັດບິນຜ່ານປ່ອງຢ້ຽມຂອງຫ້ອງ1ມາຖືກຫົວ
Opusເຮັດໃຫ້ລາວຕາຍຄາທີ່.

ແຕ່ວ່າທັງຄົນລັ່ນປືນແລະ
Opusກໍ່ບໍ່ຮູ້ວ່າຢູ່ຊັ້ນ8ໄດ້ວາງຕາຫນ່າງກັນຕົກໄວ້(ເຈ້ົາຂອງຕຶກໄດ້ອະນາໄມເຊັດປະຕູແວ່ນ)ສະນັ້ນຖ້າOpusບໍ່ມາພໍ້ກະສຸນປືນນັດນັ້ນກໍ່ຄົງຈະບໍ່ຕາຍດັ່ງຄິດໄດ້.

ຕາມປົກະຕິແລ້ວຄົນທີ່ຄິດຂ້າຕົວຕາຍ,ເມື່ອຕາຍໄດ້ສົມໃຈແລ້ວກໍ່ຖືວ່າຈົບເລື່ອງ.ແຕ່ກັບເລື່ອງນີ້ອາດບໍ່ເປັນເຊັ່ນນັ້ນເພາະເຈົ້າຫນ້າທີ່ສົງໄສວ່ານີ້ອາດແມເນຄະດີຄາຕະກຳ(
Opusຖືກຍິງ).

ເທິງຊັ້ນທີ່9ບ່ອນລູກກະສຸນນັດນັ້ນບິນອອກມາ,ມີຫ້ອງຂອງຄູ່ຜົວເມຍເຖົ້າຄູ່1.ເຊິ່ງຕອນນັ້ນ2ເຖົ້າກຳລັງຜິດຖຽງກັນຢ່າງຮຸນແຮງ.ຜູ້ເປັນຜົວເກີດບັນດານໂທສະຈົກປືນອອກມາເພື່ອຂູ່ເມຍ.
ຕອນນັ້ນເອງປືນໄດ້ລັ່ນຂື້ນແລະລູກປືນບິນອອກນອກມາບັນຈົບກັບຫົວ
Opusພໍດີ.


alt


ຜ່ານການຊັກຖາມ2ຜົວເມຍເຖົ້າດັ່ງກ່າວ.ທັງ2ຕ່າງກໍ່ບໍ່ຮູ້ວ່າປືນນັ້ນມີລູກເພາະປົກກະຕິແລ້ວເວລາທີ່ຜິດກັນຜູ້ຜົວຈະມັກເອົາປືນອອກມາຂູ່ເມຍໂດຍທີ່ບໍ່ໃສ່ລູກປືນ...ສະນັ້ນການຕາຍຂອງ
Opusອາດເປັນອຸບັດຕິເຫດແລະປືນນັ້ນກໍ່ບັງເອີນມີລູກ.

ຜ່ານການສືບສວນຢ່າງເອົາເປັນເອົາຕາຍ....ເຈົ້າຫນ້າທີ່ໄດ້ພົບພະຍານອີກຄົນ.ຄົນຜູ້ນີ້ໄດ້ໃຫ້ການວ່າເຫັນລູກຊາຍຂອງ2ຜົວເມຍເຖົ້າໃສ່ລູກກະສຸນປືນດັ່ງກ່າວແຕ່6ອາທິດຫລັງກ່ອນເກີດເຫດແລ້ວ.
ຍ້ອນຜູ້ເປັນລູກຊາຍຖືກແມ່ຕັດເງີນກີນໃນຊ່ວງຫລັງໆແລະກໍ່ຮູ້ວ່າຜູ້ເປັນພໍ່ມັກເອົາປືນອອກມາຂູ່ແມ່ເວລາຜິດກັນ.ດັ່ງນັ້ນຈິງວາງແຜນສອດລູກກະສຸນເຂົ້າຊ່ອງປືນເພື່ອຫວັງຂ້າແມ່(ໃຫ້ຫາຍແຄ້ນ).
ຮອດຕອນນີ້....ຈະເຫັນໄດ້ວ່າຜູ້ເປັນລູກຊາຍນັ້ນ....ເປັນຕົ້ນເຫດຂອງການຕາຍ
Ronald Opus.


alt

ການດຳເນີນຄະດີຍັງສືບຕໍ່....ເຈົ້າຫນ້າທີ່ຕ່ຳຫລວດຕ້ອງປ່ອຍໂຫ່....ເມື່ອຮູ້ວ່າລູກຊາຍຂອງຄູ່ຜົວເມຍນັ້ນກັບແມ່ນ
............Ronald Opus.

   ສະຫລຸບລວມແລ້ວ:

RonaldOpusເກີດອາການຄັ່ງທາງປະສາດຍ້ອນແຜນຂ້າແມ່ໂຕເອງ...ເລີຍຕັດສິນໃຈຂື້ນໄປຊັ້ນ10ເພື່ອໂດດຕຶກ....ແຕ່ບໍ່ທັນຮອດຫນ້າດິນກັບມາຕາຍສາກ່ອນ...ຍ້ອນລູກປືນທີ່ຕົນເອງເອົາໃສ່.
ປິດຄະດີດັ່ງກ່າວ...ຕຳຫລວດໄດ້ໃຫ້ການວ່າ.......ນີ້ແມ່ນຄະດີຂ້າຕົວຕາຍ....ບໍ່ແມ່ນຄະດີຄາຕະກຳດັ່ງທີ່ສົງໄສມາແຕ່ຕົ້ນ.
ຈົບ.......ຍາວກາຍເນາະ.ແຕ່ແນວໃດ...ກໍ່ຄິດວ່າຄະດີແປກ2ແບບນີ້...ກໍາສອດແຊກຂໍ້ຄິດດີ2ໃຫ້...


ບາບກຳດຽວນີ້ມັນຕິດຈະຫລວດແລ້ວ.....ເຮັດຫຍັງກັບໃຜໄວ້...ກໍ່ຈະໄດ້ແນວນັ້ນກັບຄືນມາ.
Delicious Digg Fark Twitter
ຄຳເຫັນ (358)
ມິ.ຖ.. 14, 2013 11:08 PM
 
ມິ.ຖ.. 14, 2013 09:14 PM
Happy Birthday ja ^_^ 
ຕ.ລ.. 13, 2012 08:41 PM
jaja  
ກ.ລ.. 20, 2012 09:50 AM
Phongphackdy SIVILAY 
ກ.ລ.. 10, 2012 10:51 AM
FB jao man y la  
ມິ.ຖ.. 25, 2012 02:38 PM
ສະບາຍດີຜູ້ສາວ 
ມິ.ຖ.. 19, 2012 12:26 PM
doi..thx Q ja hao jon br jue birthday to eng  
ມິ.ຖ.. 14, 2012 09:36 AM
ສຸກສັນວັນເກີດຈະ ນ້ອງ ♫ ♥ ♥♪♫♬♫ 
ມິ.ຖ.. 8, 2012 05:25 AM
ສະບາຍດີຜູ້ສາວ 
ພ.ພ.. 4, 2012 02:10 PM
seng day ...... 
ມ.ນ.. 26, 2012 01:39 PM
ka y dee t top  
ມ.ນ.. 23, 2012 05:39 PM
ເຮັດຢູ່ເຂື່ອນນ້ຳຂອງໄຊຍະບູລີຈະ
ເຈົ້າເດ໋ເຮັດວຽກຢູ່ໃສ 
ມ.ນ.. 15, 2012 08:58 PM
ແມ່ນຫວະ
ບໍ່ໄດ້ໄປຫາຕິດຕໍ່ອີກບໍນີ້ 
ມ.ນ.. 15, 2012 10:55 AM
doi bor pen y ! ^_^
h y u ni ?
 
[ສະມາຊິກຜູ້ນີ້ສາບສູນໄປແລ້ວ]
ມ.ນ.. 15, 2012 10:13 AM
ມາທັກບໍ່ເຫັນຈັ້ນເນາະ  
ມ.ນ.. 14, 2012 08:04 PM
ໂດຍ
ໄດ້ມີງານທຳແລ້ວບໍນີ້ 
ມ.ນ.. 14, 2012 02:52 PM
ja sa bai d phoo sao 
ມ.ນ.. 14, 2012 11:28 AM
ບໍ່ເປັນຫຍັງດອກຍິນດີທີ່ໄດ້ຮັບເດີ 
ມ.ນ.. 14, 2012 10:49 AM
baidee 
[ສະມາຊິກຜູ້ນີ້ສາບສູນໄປແລ້ວ]
ມ.ນ.. 13, 2012 07:44 AM
ແວະມາທັກທາຍຈະຜູ້ ສາວ...