ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ໝວດ​ເລືອດ​ບອກ​ນິ​ໄສ

- ກຸ້ບ​ເລືອດ A: ທ່ານ​ເປັນ​ຄົນ​ສຸຂຸມ​ເລືອດ​ເຢັນ ​ເຮັດ​ຫຍັງ​ຄິດ​ຮອບ​ຄອບ ​ເປັນ​ຜູ້​ຟັງ​ທີ່​ດີ ​ແລະ ບໍ່ມັກ​ຖ່ຽງກັບ​ຄົນ​ອື່ນ​ໃຫ້​ວຸ້ນວາຍ ມີ​ນ້ຳ​ໃຈ​ເອື້ອ​​ເຟື້ອ​ເພື່ອ​ແຜ່ ​ແຕ່​ທ່ານ​ເປັນຄົນ​ດື້, ມີ​ຄວາມ​ເຊື່ອ​ໝັ້ນຕົນ​ເອງ​ສູງ (ຈົນ​ບາງ​ເທື່ອ​ບໍ່​​ຟັງຄວາມ​ຄິດ​ຂອງ​ຄົນ​ອື່ນ).

​ຂໍ້​ເສຍ​ຄື: ທ່ານ​ເປັນ​ຄົນ​ຄິດ​ຫລາຍ ​ແລະ ລືມ​​ໄດ້ຍາກ.

ດ້ານ​ຄວາມ​ຮັກ: ດ້ານ​ຄວາມ​ຮັກ​ບໍ່​ຄ່ອຍ​ກ້າ​ສະ​ແດງ​ອອກ​ຄວາມ​ຮູ້ສຶກ​ຈະ​ຮັກ​ໃຜ​ໃຊ້​ເວ​ລາ​ໃນ​ການ ຕັດສິນ​ໃຈ​ແຕ່​ຖ້າ​ມັກ​ຜູ້​ໃດ​ແລ້ວ​ແມ່ນ​ຮັກ​ແທ້.

- ກຸ້ບ​ເລືອດ B: ທ່ານ​ເປັນ​ຄົນ​ສະໜຸກ​ສະໜາ​ນລາ​ເລິງ​ມີ​ສະ​ເໜ່​ໃຜໆ​ກໍ່​ຢາກ​ເຂົ້າ​ໃກ້ ມີ​ຄວາມ​ເປັນ​ຕົວ​ຂອງ​ຕົວ​ເອງ​ສູງ ​ເປັນ​ຄົນ​ມີ​ຈິນຕະນາການ ​ແລະ ສ້າງສັນ​ດີ ບໍ່​ມັກ​ຮຽນ​ແບບ​ຂອງ​ຄົນ​ອື່ນ ອີກ​ອັນ​ໜື່ງບໍ່​ມັກ​ຄວາມ​ເປັນ​ລະບຽບ​ແບບ​ແຜນ.

ຂໍ້​ເສຍ​ຄື: ທ່ານ​​ເປັນ​ຄົນ​ອາລົມ​ຮ້ອນ ​ເຮັດຫຍັງ​ບໍ່​ຄ່ອຍ​ຄິດ ອາດ​ເຮັດ​ໃຫ້​ມາ​ນັ່ງ​ເສຍ​ໃຈ​ໄດ້.

ດ້ານ​ຄວາມ​ຮັກ: ຫາກ​ສົນ​ໃຈ​​ໃຜ​ແລ້ວ​ມັກ​ເຊື່ອມ​ຄວາມ​ສຳພັນ​ໄດ້​ຢ່າງ​ວ່ອງ​ໄວ ​ແຕ່​ອາດ​ຈະ​ແຜ່​ວ ລົງ​ພາຍຫລັງ​ຄ່ອນ​ຂ້າງ​ເອົາ​ແຕ່​ໃຈ ​ແລະ ບໍ່​ມັກ​ຜູກມັດ.

- ກຸ້ບ​ເລືອດ O: ທ່ານ​ເປັນ​ຄົນ​ມາດ​ຂຶມ​​ແຕ່​ສຸພາບ​ອ່ອນ​ໂຍນ ມີ​ສະ​ເໜ່​ເລິກໆ ມີ​ເຫດຜົນ ​ແລະ ຈີ່​ງຈັງ​ກັບ​ຊີວິດ ນິ​ໄສ​ກົງ​ໄປ​ກົງ​ມາ​ບໍ່​ມັກ​ເຮັດ​ຫຍັງ​ທີ່​ເປັນ​ສີ່​ງສາລະ ​ເຮັດ​ຫຍັງ​ເປັນ​ລະບຽບ​ແບບ​ແຜນ ​ແລະ ຕ້ອງ​ເຮັດສຳ​ເລັດ​ຕາມ​ໜ້າ​ທີ່​ກຳນົດ ອິກອັນ​ໜື່ງຍັງ​ເປັນ​ຄົນ​ບໍ່​ຍອມ​ແພ້​ໃຜ.

ຂໍ້​ເສຍ​ຄື: ​​ທ່ານ​ເປັນ​ຄົນ​ອ່ອນ​ໄຫວ​ງ່າຍ ​ແລະ ບາງ​ຄັ້ງຈິງ​ຈັງ​ກັບ​ຊີວິດ​ເກີນ​ໄປ.

ດ້ານ​ຄວາມ​ຮັກ: ​ເປັນ​ຈິງ​ຈັງ​ກັບ​ຄວາມ​ຮັກ​ຫລາຍ ຫາກ​ຮັກ​​ໃຜ​​ແລ້ວກໍ່​ຈະ​ສະ​ແດງອອກ​ກັບ​ເຂົາ​ຕົງໆ ​ແລະ ຖ້າ​ມີ​ອຸປະສັກ​ຈະ​ສູ້​ບໍ່​ຖອຍ​ເລີຍ.

- ກຸ້ບ​ເລືອດ AB: ທ່ານ​ເປັນ​ຄົນ​ອ່ອນ​ໂຍນ​ໜ້າ​ຫລົງ​ໄຫລ ຜູ້​ໃດ​ເຂົ້າ​​ໃກ້​ຕ້ອງ​ລະລາຍ ​ເປັນ​ຄົນ​ມີ ​ເຫດຜົນ (ສ່ວນ​ຕົວ) ມັກ​ເປັນ​ຝ່າຍ​ຟັງ​ຫລາຍ​ກວ່າ​ເວົ້າ ​ແລະ ບໍ່​ມັກ​ກາ​ນິດ​ຖ່ຽງກັບ​ຄົນ​ອື່ນ ຄ່ອນ​ຂ້າງ​ໃຈ​ເຢັນ ​ແລະ ຍັງ​ສາມາດ​ລະງັບ​ສະຕິ​ອາລົມ​ຂອງ​ຕົວ​ເອງ​ໄດ້.

ຂໍ້​ເສຍ​ຄື: ​ເປັນ​ຄົນ​ເອົາ​ແຕ່​ໃຈ​ຕົວ​ເອງ​ຫລາຍ​ໄປ​ໂພດ ຈິ​ດ​ໃຈ​ບໍ່​ຄ່ອຍ​ໝັ້ນຄົງ ​ເອົາ​ແນ່​ເອົາ​ນອນ​ບໍ່​ໄດ້.

ດ້ານ​ຄວາມ​ຮັກ: ດ້ານ​ຄວາມ​ຮັກ ມັກ​ບໍ່​ເປັນ​ຝ່າຍ​ເຂົ້າຫາ​ກ່ອນ ຮູບ​ແບບ​ຄວາມ​ຮັກ​ລຽບ​ງ່າຍ ຂໍ​ພຽງ​ແຕ່​ເຂົ້າ​ໃຈ​ກັນ ​ແລະ ກັນ​ເທົ່າ​ນັ້ນ​ແຕ່​ບໍ່​ມັກ​ການຖຶກບີບ​ບັງຄັບ.

 

Delicious Digg Fark Twitter
ຄຳເຫັນ (18)