
ຂຽນເມື່ອ: ສ.ຫ.. 26, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
ເພື່ອນທົ່ວໄປບໍ່ເຄີຍເຫັນທ່ານຮ້ອງໄຫ້
ເພື່ອນແທ້ມີບ່າໄຫລ່ໄວ້ຄ່ອຍໃຫ້ທ່ານໜູນຮ້ອງໄຫ້
ເພື່ອນທົ່ວໄປຈະບໍ່ຮູ້ຊື່ພໍ່ແມ່ຂອງທ່ານ
ເພື່ອນຈະມີເບີຂອງທ່ານໄວ້ໃນປື້ມໂທລະສັບຂອງເຂົາ
ເພື່ອນທົ່ວໄປຈະຖືກວດເຫລົ້າຕິດມືໃນງານລ້ຽງຂອງທ່ານ
ເພື່ອນແທ້ຈະມາແຕ່ເວັນເພື່ອຊ່ວຍກຽມງານ
ເພື່ອນທົ່ວໄປຢາກເວົ້າກັບທ່ານເຖິງບັນຫາຂອງເຂົາ
ເພື່ອນແທ້ຢາກຊ່ວຍປັດເປົ່າບັນຫາຂອງທ່ານອອກໄປ
ເພື່ອນທົ່ວໄປເວລາມາຢາມຈະເຮັດຕົວເໜືອນແຂກ
ເພື່ອນແທ້ແມ່ນຈະຢ່າງກົງໄປທີ່ຕູ້ເຢັນ ແລະ ບໍລິການຕົນເອງ
ເພື່ອນທົ່ວໄປຄິດວ່າມິດຕະພາບຈົບລົງເມື່ອເກີດການຜິດຖຽງກັນ
ເພື່ອນແທ້ຮູ້ດີວ່ານັ້ນບໍ່ແມ່ນມິດຕະພາບ
ເພື່ອນທົ່ວໄປຄາດຫວັງໃຫ້ທ່ານຢູ່ຄຽງຂ້າງເຂົາສະເໜີ
ເພື່ອນແທ້ຄາດຫວັງທີ່ຈະຢູ່ຄຽງຂ້າງທ່ານຕະຫລອດໄປ
ເພື່ອນທົ່ວໄປຈະອ່ານຂໍ້ຄວາມນີ້ແລ້ວໂຍນລົງຖັງຂີ້ເຫຍື້ອ
ເພື່ອນແທ້ຈະເຝົ້າສົ່ງຕໍ່ໆໄປ ຈົນກວ່າຈະໝັ້ນໃຈວ່າມັນໄດ້ເຖິງມືຜູ້ຮັບ
ສົ່ງຜ່ານໃຫ້ໃຜກໍ່ໄດ້ທີ່ທ່ານຫວ່ງໃຍ ຫາກທ່ານໄດ້ຮັບມັນກັບມານັ້ນຄວາມໝາຍວ່າທ່ານໄດ້ພົບເພື່ອນແທ້ແລ້ວ.