
ຂຽນເມື່ອ: ສ.ຫ.. 30, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ເມື່ອໃດກໍ່ຕາມ ທີ່ເຮົາເຮັດຫຍັງລົງໄປໂດຍໃຊ້ແຕ່ອາລົມ ສິ່ງນັ້ນມັນຈະເກີດເປັນຮອຍແຜ່ ເໜືອນກັບການເອົາມີດທີ່ແຫລມຄົມໄປແຖງໃຜຈັກຄົນ ຕໍ່ໃຫ້ເວົ້າຄຳວ່າຂໍໂທດຫລາຍໆ ເທື່ອ ກໍ່ບໍ່ອາດລົບຄວາມເຈັບປວດ ບໍ່ອາດລົບຮອຍແຜ່ທີ່ເກີດຂື້ນກັບເຂົາຄົນນັ້ນໄດ້ ເປັນແນວໃດກໍ່ເປັນແນວນັ້ນ.
ກັບຄົນທີ່ເຮົາຮັກ ແລະ ທີ່ຮັກເຮົານັ້ນປຽບເໝືອນ ເພັດນິນຈິນດາອັນມີຄ່າ ທີ່ຫາຢາກ ເປັນຄົນທີ່ເຮັດໃຫ້ເຮົາຍີ້ມ, ເປັນຄົນທີ່ຄອຍໃຫ້ກຳລັງໃຈ, ຍິນດີເມື່ອເຮົາພົບກັບຄວາມສຳເລັດ, ເປັນຄົນທີ່ເຄີຍຮ່ວມທຸກຮ່ວມສຸກກັບເຮົາ ແລະ ຈິງໃຈກັບເຮົາສະເໝີ....ສະແດງໃຫ້ເຂົາເຫັນວ່າ ເຮົາຫ່ວງໃຍເຂົາຫລາຍພຽງໃດ ແລະ ລະວັງສີ່ງເຮົາເຮັດໄປ ບໍ່ວ່າຈະເປັນຄຳເວົ້າ ຫລື ການ ກະທຳ ແລະ ຈົ່ງຈື່ໄວ້ສະເໝີ....< ສະແດງໃຫ້ເຂົາເຫັນວ່າ ເຮົາຫ່ວງໃຍເຂົາຫລາຍພຽງໃດ ແລະ ລະວັງສີ່ງເຮົາເຮັດໄປ ບໍ່ວ່າຈະເປັນຄຳເວົ້າ ຫລື ການກະທຳ > ແລະ ໃຫ້ຈື່ໄວ້ສະເໝີວ່າ ຄຳຂໍໂທດ ບໍ່ວ່າເຂົາຈະຍົກໂທດໃຫ້ເຮົາ ຫລື ບໍ່ກໍຕາມ ແຕ່ສີ່ງທີ່ມັນເກີດຂື້ນແລ້ວ ຄື ຮອຍຣ້າວທີ່ເຂົາມີມັນບໍ່ອາດລືມໄດ້......ຕະຫລອດໄປ.