ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

>>>ຍັງບໍ່ທັນໄດ້ຂຽນ ເພາະ ຈຳເປັນຕ້ອງ ອອກໄປຂ້າງນອກກ່ອນພໍດີ

                 ” ມາແລ້ວມາແລ້ວພີ່ນ້ອງ ”

ຮັກທີ່ເລືອກບໍ່ໄດ້                    ກໍ່ມີຢູ່ຫຼາຍປະການ

ໃຜບໍ່ເຄີຍຮູ້ເຫັນ                     ໃຫ້ພ່ານມາທາງນີ້

ເຮົາຊິພັນລະນາເລື້ອງ             ຫຼາຍກອນຊ້ອນຕໍ່

ຂຽນເປັນຕອນແລະຂໍ້              ສອນຊີ້ທົ່ວໄປ

    ໜຶ່ງ       ຮັກບໍ່ຈຳເປັນເລືອກ          ຄືພໍ່ແມ່ຂອງຕົນ

                ທ່ານເປັນຄົນສູ້ທົນ           ເກີດ-ລ້ຽງ-ສອນ ຈົນຮຽນຮູ້

                ທຸກເພີ່ນກໍ່ທົນສູ້             ອົດດູແລ  ຫຼື  ຂາຍສົ່ງ  ( ແລ້ວແຕ່ແນວຄິດເດີພີ່ນ້ອງ )

                ມີເພີ່ນກໍ່ຊື້ຈ້າງ                   ຄົນໃຊ້ລ້ຽງ ຫຼື ສອນຊີ້ ດ້ວຍຄ່າເງິນ ( ດີ-ຊົ່ວ ກໍ່ແລ້ວແຕ່ແນວຄິດເດີພີ່ນ້ອງ )

    ສອງ     ນອກຈາກພໍ່ແມ່ແລ້ວ        ມີສິດຮັກຢູ່ຫຼາຍທາງ

                ແຕ່ເປັນຫຍັງຄົນເຮົາ        ເລືອກຮັກຫຼາຍກໍ່ເຈັບຊ້ຳ

                ເພື່ອນເຮົາຍັງກະທຳໄດ້    ນິໄສດີໜ້າຕາຊື່

                ຍາດແຟນເຮົາແບບ ດື້ໆ   ແຟນເຮົາຍັງໂອ້ ອ່ວຍຕາມ ທ່ານ ເອີຍ

     ສາມ    ຮູ້ຮັກເລືອກບໍ່ໄດ້               ຢ່າເລືອກແມ່ ມັນຕວາ   ( ບໍ່ແມ່ນດ່າເດີພີ່ນ້ອງ ຍັງມີເວລາຕັດສິນໃຈຖ້າຖືກເປັນຕົວເລືອກ )

                 ຖາມຫົວໃຈຕົວເອງ           ວ່າລູກຫຼົງຫຼືຮັກແທ້

                 ເຂົາເຮັດດີມາຮ້ອຍແປດ(108) ສອງຫ້າສອງ(252)ໄປໃສບໍ່?

                 ມູມທີ່ເຫຼືອພໍຮັບໄດ້            ຈິ່ງຕົກລົງສູ້ ຮັບ ເອົາ    (ຖ້າຮັບໄຫວເດີພີ່ນ້ອງ)

ອາດມີສີ່ຫຼືຫ້າ      ຕາມກັນໄປແລ້ວເຕີມຕໍ່

ຂໍຢຸດເຫຼົ່າສ່ຳນີ້     ໂຈະໄວ້ຊ່ວາຄາວ ກ່ອນແລ້ວ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 20, 2009 | ມີ 6 ຄຳເຫັນ ແລະ 0 trackback(s)


altປາງກ່ອນມີ ສອງສ່ຽວ ຊື່ ທ. ຈົນ ແລະ ທ. ລວຍ

ຮັກກັນແຕ່ ທ. ຈົນ ບໍ່ເຄີຍໄດ້ສ່ວນແບ່ງ ທີ່ສົມມາພາຄວນ ຈາກ ທ.ລວຍ (ເພາະ ທ ລວຍ ມີຖານະດີກ່ວາ ແລະສະຫຼາດພ້ອມຂີ້ໂກງ)

ມື້ໜຶ່ງ ທ ຈົນ ອອກໄປໄຕ້ກົບໃກ້ປ່າຊ້າ ເພື່ອຫາລາຍໄດ້ປະຈຳວັນ. ບັງເອີນ ເປັນວັນສິນດັບ ແຕ່ ທ ຈົນກໍ່ບໍ່ໃສ່ໃຈກັບຄວາມກວາ.

ທ ຈົນ ໄດ້ ຍິນແວ້ວຯ ຜີກົ້ນໝໍ້ໜື້ງ(ລັກຊະນະໝໍ້ໜື້ງງົມຫົວ) ໂລມກັນຢູ່ກ້ອງຕົ້ນໄມ້ໃຫຍ່ ວ່າ: ສິນນີ້ພວກເຮົາຕ້ອງຍ້າຍໄຫເງິນໄຫຄຳໄປວັງຫລວງ

ທ ຈົນເກີດຄວາມສົນໃຈ ເລີຍເອົາຂ້ອງທີ່ຈະໃສ່ກົບນັ້ນງົມຫົວເຈົ້າຂອງແລ້ວໄປແກມກຸ່ມກັບຜີ ຟັງທຸກເຫດການແລະເຮັດຕາມ. ພໍຫົວໜ້າຜີ ໄດ້ສັ່ງລູກນ້ອງ

ຂົນສັບສົມບັດແລ້ວກໍ່ເວົ້າວ່າ:      ຂອງເຫຼົ່ານີ້       ແມ່ນຂອງໃນວັງ    ຯ (ລູກນ້ອງເວົ້າຊ້ຳນຳຫົວໜ້າ)

                                                  ຄົນເກົ້າຄົນ      ແມ່ນຄົນເຮົາເດີ     ຯ (ລູກນ້ອງເວົ້າຊ້ຳນຳຫົວໜ້າ)

ເດີນກາຍຜຸ່ມໄມ້ໃຫຍ່ຕົ້ນໜື່ງ ທ ຈົນກໍ່ຫຼົບໄປພ້ອມດ້ວຍມືຊ້າຍໄຫເງິນມືຂວາໄຫຄຳ.

ຫຼັງຈາກນັ້ນ ທ ຈົນກໍ່ລວຍ ຢ່າງແປກປາຫຼົດ. ທ ລວຍ ອົດສົງໃສບໍ່ໄດ້ ເລີຍ ມາ ສໍ້ຖາມ  ສຸດທ້າຍກໍ່ໄດ້ບອກ ຄວາມຈິງໄປ.  ສິນດັບຕໍ່ມາ ທ ລວຍ ໄປຮຽນແບບ.

ທ ລວຍ ຂໍຖື ມືລະສອງໄຫໂດຍບອກຫົວໜ້າວ່າ:ມື້ນີ້ ຂ້ອຍແຂງແຮງດີ. ຫົວໜ້າກໍ່ບໍ່ສົງໃສຫຍັງເທື່ອ. ພໍຮອດຕອນເວົ້າຄຳຂັວນວ່າ:  ຄົນເກົ້າຄົນ      ແມ່ນຄົນເຮົາເດີ .

ທ ລວຍ ນັບຈຳນວນຄົນຄືນ ແລ້ວຮ້ອງບອກຫົວໜ້າວ່າ: ສິບກັບຂ້ອຍ...ສິບກັບຂ້ອຍຯ. ທຸກຄົນຢຸດ, ຫົວໜ້າຜີກໍ່ຍ່າງເຂົ້າມາຫາ ທ ລວຍ ແລ້ວກໍ່ຫັກຄໍ ຖີ້ມຢູ່ຕົ້ນໂພ.

ມື້ຕໍ່ມາ ກໍ່ ມີຄົນໄປພົບສົບ....  ເພື່ອນມິດສະຫາຍແລະຍາດພີ່ນ້ອງກໍ່ເສົ້າເສຽໃຈໄປຕາມໆກັນ.

   altຂຽນຍາວນ້ອຍໜຶ່ງ ຖ້າເຫຼົ່າຄາວດຽວ...

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 20, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ບົດບາດຂອງຍິງກ່ວາຊິໄດ້ເປັນ:ເມຍ

Washing          : ຊັກຜ້າ

Ironing              : ລີດເຄື່ອງ

Food cooking   : ແຕ່ງກີນ

Entertaining     : ໃຫ້ຄວາມສຸກ

ບົດບາດຂອງຊາຍກ່ວາຊິໄດ້ເປັນ:ຜົວ

House holding : ເປັນຫົວໜ້າຄອບຄົວ

Understanding : ເຂົ້າໃຈ(ເມຍ)

Saving               : ປະຢັດເພື່ອເມຍ

Baby making    : ສ້າງປະຊາກອນ

Admiring           : ຍົກຍ້ອງເມຍ

Nursing            : ເບີ່ງແຍງເມຍ

Designing       : ວາງແຜນຄອບຄົວ

ໜ້າຈະມີຄຳສົມທຽບທີ່ດີກ່ວານີ້. ແຕ່ວ່າມື້ນີ້ຄິດອອກເທົ່ານີ້ ມື້ໜ້າຊິຂຽນເພີ້ມໃຫມ່    ຂໍຂອບໃຈ