
ຂຽນເມື່ອ: ມ.ນ.. 20, 2009
| ມີ
6 ຄຳເຫັນ
ແລະ
0 trackback(s)
ປາງກ່ອນມີ ສອງສ່ຽວ ຊື່ ທ. ຈົນ ແລະ ທ. ລວຍ
ຮັກກັນແຕ່ ທ. ຈົນ ບໍ່ເຄີຍໄດ້ສ່ວນແບ່ງ ທີ່ສົມມາພາຄວນ ຈາກ ທ.ລວຍ (ເພາະ ທ ລວຍ ມີຖານະດີກ່ວາ ແລະສະຫຼາດພ້ອມຂີ້ໂກງ)
ມື້ໜຶ່ງ ທ ຈົນ ອອກໄປໄຕ້ກົບໃກ້ປ່າຊ້າ ເພື່ອຫາລາຍໄດ້ປະຈຳວັນ. ບັງເອີນ ເປັນວັນສິນດັບ ແຕ່ ທ ຈົນກໍ່ບໍ່ໃສ່ໃຈກັບຄວາມກວາ.
ທ ຈົນ ໄດ້ ຍິນແວ້ວຯ ຜີກົ້ນໝໍ້ໜື້ງ(ລັກຊະນະໝໍ້ໜື້ງງົມຫົວ) ໂລມກັນຢູ່ກ້ອງຕົ້ນໄມ້ໃຫຍ່ ວ່າ: ສິນນີ້ພວກເຮົາຕ້ອງຍ້າຍໄຫເງິນໄຫຄຳໄປວັງຫລວງ
ທ ຈົນເກີດຄວາມສົນໃຈ ເລີຍເອົາຂ້ອງທີ່ຈະໃສ່ກົບນັ້ນງົມຫົວເຈົ້າຂອງແລ້ວໄປແກມກຸ່ມກັບຜີ ຟັງທຸກເຫດການແລະເຮັດຕາມ. ພໍຫົວໜ້າຜີ ໄດ້ສັ່ງລູກນ້ອງ
ຂົນສັບສົມບັດແລ້ວກໍ່ເວົ້າວ່າ: ຂອງເຫຼົ່ານີ້ ແມ່ນຂອງໃນວັງ ຯ (ລູກນ້ອງເວົ້າຊ້ຳນຳຫົວໜ້າ)
ຄົນເກົ້າຄົນ ແມ່ນຄົນເຮົາເດີ ຯ (ລູກນ້ອງເວົ້າຊ້ຳນຳຫົວໜ້າ)
ເດີນກາຍຜຸ່ມໄມ້ໃຫຍ່ຕົ້ນໜື່ງ ທ ຈົນກໍ່ຫຼົບໄປພ້ອມດ້ວຍມືຊ້າຍໄຫເງິນມືຂວາໄຫຄຳ.
ຫຼັງຈາກນັ້ນ ທ ຈົນກໍ່ລວຍ ຢ່າງແປກປາຫຼົດ. ທ ລວຍ ອົດສົງໃສບໍ່ໄດ້ ເລີຍ ມາ ສໍ້ຖາມ ສຸດທ້າຍກໍ່ໄດ້ບອກ ຄວາມຈິງໄປ. ສິນດັບຕໍ່ມາ ທ ລວຍ ໄປຮຽນແບບ.
ທ ລວຍ ຂໍຖື ມືລະສອງໄຫໂດຍບອກຫົວໜ້າວ່າ:ມື້ນີ້ ຂ້ອຍແຂງແຮງດີ. ຫົວໜ້າກໍ່ບໍ່ສົງໃສຫຍັງເທື່ອ. ພໍຮອດຕອນເວົ້າຄຳຂັວນວ່າ: ຄົນເກົ້າຄົນ ແມ່ນຄົນເຮົາເດີ .
ທ ລວຍ ນັບຈຳນວນຄົນຄືນ ແລ້ວຮ້ອງບອກຫົວໜ້າວ່າ: ສິບກັບຂ້ອຍ...ສິບກັບຂ້ອຍຯ. ທຸກຄົນຢຸດ, ຫົວໜ້າຜີກໍ່ຍ່າງເຂົ້າມາຫາ ທ ລວຍ ແລ້ວກໍ່ຫັກຄໍ ຖີ້ມຢູ່ຕົ້ນໂພ.
ມື້ຕໍ່ມາ ກໍ່ ມີຄົນໄປພົບສົບ.... ເພື່ອນມິດສະຫາຍແລະຍາດພີ່ນ້ອງກໍ່ເສົ້າເສຽໃຈໄປຕາມໆກັນ.
ຂຽນຍາວນ້ອຍໜຶ່ງ ຖ້າເຫຼົ່າຄາວດຽວ...