ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

>>>ຍັງບໍ່ທັນໄດ້ຂຽນ ເພາະ ຈຳເປັນຕ້ອງ ອອກໄປຂ້າງນອກກ່ອນພໍດີ

                 ” ມາແລ້ວມາແລ້ວພີ່ນ້ອງ ”

ຮັກທີ່ເລືອກບໍ່ໄດ້                    ກໍ່ມີຢູ່ຫຼາຍປະການ

ໃຜບໍ່ເຄີຍຮູ້ເຫັນ                     ໃຫ້ພ່ານມາທາງນີ້

ເຮົາຊິພັນລະນາເລື້ອງ             ຫຼາຍກອນຊ້ອນຕໍ່

ຂຽນເປັນຕອນແລະຂໍ້              ສອນຊີ້ທົ່ວໄປ

    ໜຶ່ງ       ຮັກບໍ່ຈຳເປັນເລືອກ          ຄືພໍ່ແມ່ຂອງຕົນ

                ທ່ານເປັນຄົນສູ້ທົນ           ເກີດ-ລ້ຽງ-ສອນ ຈົນຮຽນຮູ້

                ທຸກເພີ່ນກໍ່ທົນສູ້             ອົດດູແລ  ຫຼື  ຂາຍສົ່ງ  ( ແລ້ວແຕ່ແນວຄິດເດີພີ່ນ້ອງ )

                ມີເພີ່ນກໍ່ຊື້ຈ້າງ                   ຄົນໃຊ້ລ້ຽງ ຫຼື ສອນຊີ້ ດ້ວຍຄ່າເງິນ ( ດີ-ຊົ່ວ ກໍ່ແລ້ວແຕ່ແນວຄິດເດີພີ່ນ້ອງ )

    ສອງ     ນອກຈາກພໍ່ແມ່ແລ້ວ        ມີສິດຮັກຢູ່ຫຼາຍທາງ

                ແຕ່ເປັນຫຍັງຄົນເຮົາ        ເລືອກຮັກຫຼາຍກໍ່ເຈັບຊ້ຳ

                ເພື່ອນເຮົາຍັງກະທຳໄດ້    ນິໄສດີໜ້າຕາຊື່

                ຍາດແຟນເຮົາແບບ ດື້ໆ   ແຟນເຮົາຍັງໂອ້ ອ່ວຍຕາມ ທ່ານ ເອີຍ

     ສາມ    ຮູ້ຮັກເລືອກບໍ່ໄດ້               ຢ່າເລືອກແມ່ ມັນຕວາ   ( ບໍ່ແມ່ນດ່າເດີພີ່ນ້ອງ ຍັງມີເວລາຕັດສິນໃຈຖ້າຖືກເປັນຕົວເລືອກ )

                 ຖາມຫົວໃຈຕົວເອງ           ວ່າລູກຫຼົງຫຼືຮັກແທ້

                 ເຂົາເຮັດດີມາຮ້ອຍແປດ(108) ສອງຫ້າສອງ(252)ໄປໃສບໍ່?

                 ມູມທີ່ເຫຼືອພໍຮັບໄດ້            ຈິ່ງຕົກລົງສູ້ ຮັບ ເອົາ    (ຖ້າຮັບໄຫວເດີພີ່ນ້ອງ)

ອາດມີສີ່ຫຼືຫ້າ      ຕາມກັນໄປແລ້ວເຕີມຕໍ່

ຂໍຢຸດເຫຼົ່າສ່ຳນີ້     ໂຈະໄວ້ຊ່ວາຄາວ ກ່ອນແລ້ວ

Delicious Digg Fark Twitter
ຄຳເຫັນ (13)